ເຝົ້າເບິ່ງ NATO

22

ໃນຂະນະທີ່ໂລກວຸ່ນວາຍກັນຢູ່ນີ້… ຄົນທັງໂລກຕ່າງກໍເຝົ້າເບິ່ງວ່າ: ກຸ່ມນາໂຕຈະສະແດງທ່າທີແນວໃດ?.

ພວກເຮົາມາພ້ອມກັນສ່ອງເບິ່ງວ່າໃນ 75 ປີຜ່ານມາ NATO ເຮັດຫຍັງແດ່? ແລະ ຈະເຮັດຫຍັງຕໍ່ໄປ ຜ່ານຈາກບົດວິເຄາະທີ່ນຳສະເໜີໂດຍ ( VOVWORLD ) ລົງວັນທີ 2 ເມສາ 2024 ດັ່ງນີ້:

ວັນທີ 4 ເມສາ 1949 ຢູ່ນະຄອນຫຼວງວໍຊິງຕັນ ( ອາເມຣິກາ ), 12 ປະເທດຝ່າຍຕາເວັນຕົກໄດ້ລົງນາມໃນຂໍ້ຕົກລົງສ້າງຕັ້ງອົງການການທະຫານ ສົນທິສັນຍາອັດລັງຕິກເໜືອ ( NATO ). ພາຍຫຼັງສ້າງຕັ້ງ ແລະ ພັດທະນາມາໄດ້ 75 ປີ, ປັດຈຸບັນ NATO ຍັງເປັນອົງການການທະຫານໃຫຍ່ທີ່ສຸດໃນໂລກ ທີ່ມີບົດບາດ ແລະ ຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ສະພາບການ ຄວາມໝັ້ນຄົງໃນທົ່ວໂລກ.

ພາຍຫຼັງສ້າງຕັ້ງມາໄດ້ 75 ປີ, ປັດຈຸບັນ NATO ບໍ່ພຽງແຕ່ມີຈໍານວນປະເທດສະມາຊິກເພີ່ມຂຶ້ນຢ່າງແຮງເທົ່ານັ້ນ ( 32 ປະເທດ ) ຫາກຍັງສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມມັກໃຫຍ່ໃຝ່ສູງຢາກແຜ່ຂະຫຍາຍຜົນສະທ້ອນຂອງຕົນອອກນອກພາກພື້ນອັດລັງຕິກອີກດ້ວຍ.

■ ເປີດກວ້າງຂອບຂະໜາດ ແລະ ຄວາມມັກໃຫຍ່ໃຝ່ສູງ

ໃນວັນທີ 4 ເມສາ 1949, ຢູ່ນະຄອນຫຼວງວໍຊິງຕັນ ( ອາເມຣິກາ ), ທ່ານປະທານາທິບໍດີ ອາເມຣິກາ Harry Truman ພ້ອມດ້ວຍການນໍາການາດາ ແລະ 10 ປະເທດເອີຣົບ ເຊິ່ງລວມມີ: ຝຣັ່ງ, ອັງກິດ, ອິຕາລີ, ແບນຊິກ, ໂຮນລັງ, ລຸກຊໍາບວກ, ດານມາກ, ນ໊ອກແວ, ອຽກລັງ ແລະ ປ໊ອກຕຸຍການ ໄດ້ລົງນາມໃນສົນທິສັນຍາວ່າດ້ວຍການ ສ້າງຕັ້ງສໍາພັນທະມິດການທະຫານທໍາອິດລະຫວ່າງບັນດາປະເທດທີ່ຕັ້ງຢູ່ຟາກຝັ່ງມະຫາສະໝຸດອັດລັງຕິກ. ເດືອນກັນຍາຂອງປີດຽວກັນ, ສົນທິສັນຍາມີຜົນສັກສິດຢ່າງເປັນທາງການ. ໃນສະພາບການພົວພັນສາກົນໃນຈຸດເວລານັ້ນ, ເມື່ອໂລກຫາກໍຜ່ານຜ່າສົງຄາມໂລກຄັ້ງທີ 2 ອັນດຸເດືອດ ແລະ ກະກຽມກ້າວເຂົ້າສູ່ສົງຄາມເຢັນນັ້ນ, ເລື່ອງສ້າງຕັ້ງ NATO ໄດ້ຮັບຖືວ່າແມ່ນບາດລ້ຽວຄັ້ງປະຫວັດສາດສໍາລັບພາກພື້ນເອີຣົບ – ອັດລັງຕິກ. ໃນຮອບເວລາ 6 ປີ ຫຼັງການສ້າງຕັ້ງ, NATO ໄດ້ຮັບ ຕວັກກີ, ເກຼັກ ( 1952 ) ແລະ ສາທາລະນະລັດສະຫະພັນເຢຍລະມັນ     ( ເຢຍລະມັນຕາເວັນຕົກ ເມື່ອປີ 1955)  ເຂົ້າເປັນສະມາຊິກຂອງກຸ່ມຕາມລໍາດັບ.

ຂອບຂະໜາດຂອງ NATO ໄດ້ເພີ່ມຂຶ້ນຢ່າງວ່ອງໄວ ພາຍຫຼັງສົງຄາມເຢັນສິ້ນສຸດລົງເມື່ອຕົ້ນທົດສະວັດທີ 90 ຂອງສະຕະວັດກ່ອນ, ດ້ວຍການວາງອອກຍຸດທະສາດມຸ່ງໄປເຖິງຕາເວັນອອກ ເພື່ອມຸ່ງໄປເຖິງການຮັບເອົາບັນດາປະເທດເອີຣົບກາງ ແລະ ເອີຣົບຕາເວັນອອກ ເຂົ້າເປັນສະມາຊິກຂອງກຸ່ມ. ໃນຮອບເວລາ 10 ປີ, ນັບແຕ່ປີ 1999 ຮອດປີ 2009, NATO ໄດ້ຮັບສະມາຊິກໃໝ່ຕື່ມອີກ 12 ປະເທດ ທີ່ມາຈາກເອີຣົບກາງ, ເອີຣົບຕາເວັນອອກ ແລະ ບານການ. ວິວັດທະນາການຂະຫຍາຍຂອບຂະໜາດນີ້ ໄດ້ຮັບຮູ້ບາດລ້ຽວໃໝ່ ພາຍຫຼັງເກີດການປະທະກັນລະຫວ່າງ ຣັດເຊຍ ແລະ ອູແກຼນ ໃນເດືອນກຸມພາ 2022, ດ້ວຍເລື່ອງ 2 ປະເທດ ເອີຣົບເໜືອ ນັ້ນແມ່ນ ແຟງລັງ ແລະ ຊູແອັດ ໄດ້ຍົກເລີກນະໂຍບາຍເປັນກາງທີ່ໄດ້ປະຕິບັດມາເປັນທົດສະວັດ ເພື່ອເຂົ້າຮ່ວມ NATO, ອັນໄດ້ຍົກຈໍານວນສະມາຊິກຂອງສໍາພັນທະມິດການທະຫານນີ້ ຂຶ້ນເປັນ 32 ປະເທດ. ຕາມທ່ານ Robert Benson ນັກຊ່ຽວຊານໄຈ້ແຍກດ້ານການເມືອງສັງກັດສູນເພື່ອຄວາມກ້າວໜ້າອາເມຣິກາ ແລ້ວ, ເລື່ອງ NATO ເຕົ້າໂຮມໄດ້ເກືອບທັງໝົດບັນດາປະເທດຢູ່ເອີຣົບ ແລະ ອາເມຣິກາເໜືອ ເຂົ້າຮ່ວມສໍາພັນທະມິດການເມືອງ – ການທະຫານນັ້ນ, ເປັນຜົນງານແຫ່ງ ປະຫວັດສາດທີ່ໃຫຍ່ທີ່ສຸດຂອງກຸ່ມນີ້.

“ ປະຫວັດສາດຂອງເອີຣົບ ແມ່ນປະຫວັດສາດແຫ່ງການປະທະກັນທີ່ແກ່ຍາວ, ຈົນຮອດເມື່ອ NATO ໄດ້ຮັບ ການສ້າງຕັ້ງກ່ອນນີ້ 75 ປີ. ນັບແຕ່ນັ້ນມາ ພື້ນຖານສັນຕິພາບທີ່ຍືນຍົງພໍສົມຄວນຈຶ່ງໄດ້ຮັບການຮັກສາໃນພາກພື້ນເອີຣົບ – ອັດລັງຕິກ. ດັ່ງນັ້ນ, ຂ້າພະເຈົ້າຄິດວ່າ, ນີ້ແມ່ນຜົນງານຄັ້ງປະຫວັດສາດອັນໃຫຍ່ຫຼວງທີ່ສຸດ ທີ່ເໜືອ ກວ່າສິ່ງໃດໆຂອງ NATO “.

ປັດຈຸບັນ, ດ້ວຍເລື່ອງກວມເອົາ 70% ງົບປະມານດ້ານປ້ອງກັນຊາດທົ່ວໂລກ, NATO ສືບຕໍ່ແມ່ນອົງການ ທະຫານໃຫຍ່ທີ່ສຸດໃນໂລກ ແລະ ເລື່ອງ NATO ມີເຈດຈໍານົງເປີດກວ້າງບັນດາການພົວພັນຄູ່ຮ່ວມມືດ້ານຄວາມໝັ້ນ ຄົງອອກນອກພາກພື້ນເອີ   ຣົບ – ອັດລັງຕິກ ພວມສ້າງ ຄວາມວິຕົກກັງວົນໃດໜຶ່ງສໍາລັບຫຼາຍປະເທດຕໍ່ການຂາດ ຄວາມດຸ່ນດ່ຽງໃນສະພາບການຄວາມໝັ້ນຄົງທົ່ວໂລກ.

■ NATO ແລະ ຄວາມວິຕົກກັງວົນຄວາມໝັ້ນຄົງດ້ານການເມືອງຢູ່ ອາເມຣິກາ

ໂດຍເປັນປະເທດມະຫາອໍານາດດ້ານການທະຫານ ໃຫຍ່ສຸດໃນ NATO ແລະ ກວມເອົາເກືອບ 2/3 ງົບປະມານການເຄື່ອນໄຫວຂອງສໍາພັນທະມິດ, ອາເມຣິກາ ເປັນປະເທດທີ່ມີສຽງເວົ້າຕັດສິນຊີ້ຂາດໃນ NATO. ດັ່ງນັ້ນ, ບໍ່ວ່າການປ່ຽນແປງໃດກ່ຽວກັບນະໂຍບາຍພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງຂອງບັນດາອໍານາດການປົກຄອງ ອາເມຣິກາ ລ້ວນແຕ່ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການຈັດຕັ້ງ ແລະ ເຄື່ອນໄຫວຂອງ NATO. ຕາມທ່ານ Nicholas Lokker ນັກຄົ້ນຄວ້າສັງກັດສູນປ້ອງກັນຄວາມສະຫງົບ ອາເມຣິກາ ແລ້ວ, ທ່ານປະທານາທິບໍດີ ອາເມຣິກາ ຄົນປັດຈຸບັນ, Joe Biden ເປັນນັກການເມືອງຕາມລັດທິອັດລັງຕິກຕົວແບບ, ສະນັ້ນ ໄດ້ຖືບົດບາດຂອງ NATO ເປັນສໍາຄັນ. ແຕ່ທ່ານ Nicholas Lokker ກໍຖືວ່າບັນດາພັນທະມິດ NATO ຂອງ ອາເມຣິກາ ອາດຈະມີຄວາມວິຕົກກັງວົນຕໍ່ອະນາຄົດຂອງສໍາພັນທະມິດການທະຫານນີ້ ຖ້າຫາກວ່າ ທ່ານອະດີດປະທານາທິບໍດີ ອາເມຣິກາ Donald Trump ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມຣິກາ ເຊິ່ງຈະຈັດຂຶ້ນໃນທ້າຍປີ 2024 ນີ້.

ນັກຊ່ຽວຊານຂອງສູນປ້ອງກັນຄວາມສະຫງົບອາເມຣິກາ ຖືວ່າເລື່ອງເກີດມີຄວາມວິຕົກກັງວົນນີ້ກໍເປັນສິ່ງທີ່ເຂົ້າໃຈໄດ້ງ່າຍ ເພາະວ່າໃນອາຍຸການກ່ອນ ( 2016 – 2020 ), ທ່ານ Donald Trump ໄດ້ຕໍາໜິຕິຕຽນການຈັດຕັ້ງຂອງ NATO ກໍຄືບາງສະມາຊິກຫຼັກແຫຼ່ງຂອງກຸ່ມເປັນຫຼາຍຄັ້ງ ເຊິ່ງກ່ຽວຂ້ອງເຖິງເລື່ອງປະກອບສ່ວນດ້ານການເງິນ ເຂົ້າ NATO. ໃນໄລຍະດໍາເນີນການຫາສຽງເລືອກຕັ້ງຫວ່າງມໍ່ໆມານີ້, ທ່ານ Donald Trump ຍັງສືບຕໍ່ຍົກອອກຖະແຫຼງການທີ່ເຮັດໃຫ້ບັນດາພັນທະມິດ NATO ມີຄວາມວິຕົກວັງຕົນຕໍ່ເລື່ອງ ອາເມຣິກາ ອາດຈະຍົກເລີກບາງຄໍາໝັ້ນສັນຍາດ້ານຄວາມໝັ້ນຄົງ ກັບ NATO ຖ້າຫາກວ່າທ່ານໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງນີ້. ເຖິງຢ່າງໃດກໍຕາມ, ນັກສັງເກດການສ່ວນຫຼາຍຖືວ່າ ການເລືອກຕັ້ງປະທານາທິບໍດີອາເມຣິກາໃນປີນີ້ ຍາກທີ່ຈະຄາດຄະເນໄດ້ ແລະ ໃນສະພາບການຄວາມໝັ້ນຄົງທົ່ວໂລກເກີດມີຄວາມຂາດສະຖຽນລະພາບຫຼາຍຢ່າງໃນປັດຈຸບັນ, ບົດບາດຂອງ NATO ຍັງເປັນສິ່ງທີ່ຈໍາເປັນທີ່ສຸດສໍາລັບປະເທດ ອາເມຣິກາ ເອງ…

ເມື່ອເປັນເຊັ່ນນີ້ພວກເຮົາຕ້ອງຕິດຕາມເບິ່ງວ່າຈຸດຮ້ອນຂອງໂລກຄື: ຂໍ້ຂັດແຍ່ງຣັດເຊຍ – ອູແກຣນ; ບັນດາຕາເວັນອອກກາງຈະເປັນສາເຫດໃຫ້ເກີດສົງຄາມໂລກຄັ້ງທີສາມ ຫຼື ບໍ່ນັ້ນ ກຸ່ມ NATO ກໍເປັນໜຶ່ງໃນຜູ້ທີ່ຈະໃຫ້ຄຳຕອບ.