ລົດເມໃໝ່ 20 ຄັນກຽມພ້ອມຮັບໃຊ້ພີ່ນ້ອງແຂວງບໍລິຄຳໄຊ

85
ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ ໄດ້ມອບລົດເມ 20 ຄັນ ໃຫ້ສະມາຄົມລົດໂດຍສານປະຈຳແຂວງ ແລະ ເມືອງ ເມື່ອບໍ່ດົນມານີ້ ຕາງໜ້າມອບໂດຍທ່ານ ໂຄສະຈານ ແສງທະວິໄຊ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ກ່າວຮັບໂດຍບັນດາປະທານສະມາຄົມລົດໂດຍສານແຂວງ ແລະ ເມືອງ 7 ຕົວເມືອງ.
May be an image of 1 person and text
ລົດເມ ຈໍານວນດັ່ງກ່າວ ແມ່ນໄດ້ມາຈາກການຊ່ວຍເຫລືອຂອງ ບໍລິສັດ ບູຢອງລາວ ຈຳກັດ ເພື່ອໄປນໍາໃຊ້ບໍລິການຂົນສົ່ງຢູ່ພາຍໃນແຂວງ ແລະ ເມືອງ ໃນນີ້, ມອບໃຫ້ຜູ້ປະກອບການ ຂົນສົ່ງຢູ່ແຕ່ລະສະຖານີ ນໍາໃຊ້ບໍລິການຂົນສົ່ງແຕ່ລະສາຍທາງ ຈຳນວນ 13 ຄັນ ເພື່ອນໍາໃຊ້ບໍລິການຂົນສົ່ງໂດຍສານ ເປັນຕົ້ນ ມອບໃຫ້ ວິສາຫະກິດລວມໝູ່ ບໍລິການຄິວລົດຂົນສົ່ງໂດຍສານບໍລິຄໍາໄຊ ຈໍານວນ 5 ຄັນ (ຄິວ ລົດປາກຊັນ) ນໍາໃຊ້ບໍລິການຂົນສົ່ງໂດຍສານ 3 ສາຍທາງຄື: ສາຍທາງປາກຊັນ-ນະຄອນຫລວງວຽງຈັນ, ສາຍທາງປາກຊັນ-ທາງແບ່ງຫລັກ20 ແລະ ສາຍທາງປາກຊັນ-ວຽງທອງ; ໃຫ້ວັດຖາບໍລິການຄິວລົດໂດຍສານທາງບົກ ສ່ວນບຸກຄົນ (ຄິວລົດເມືອງທ່າພະບາດ) ຈໍານວນ 1 ຄັນ ເພື່ອນໍາໃຊ້ແລ່ນສາຍທາງທ່າບົກ-ນະຄອນຫລວງວຽງຈັນ; ໃຫ້ວົງສຸວັນ ບໍລິການຄິວລົດໂດຍສານ ສ່ວນບຸກຄົນ (ຄິວລົດເມືອງບໍລິຄັນ) ຈຳນວນ 1 ຄັນ ເພື່ອນໍາໃຊ້ແລ່ນສາຍທາງບໍລິຄັນ-ນະຄອນຫລວງວຽງຈັນ; ໃຫ້ບໍລິສັດ ຮ່ວມມິດຂົນສົ່ງໂດຍສານທາງບົກ-ທາງນໍ້າ ຈຳກັດ (ຄິວລົດເມືອງປາກກະດິງ) ຈໍານວນ 1 ຄັນ ເພື່ອນໍາໃຊ້ແລ່ນສາຍທາງ ທາງແບ່ງຫລັກ20-ທ່າແຂກ; ໃຫ້ວິສາຫະກິດສ່ວນບຸກຄົນ ລັດຕະນະວົງ ຂົນສົ່ງໂດຍສານຫລັກ20 (ຄິວລົດເມືອງຄຳເກີດ) ຈໍານວນ 1 ຄັນ ເພື່ອນໍາໃຊ້ແລ່ນສາຍທາງ ຫລັກ 20-ນະຄອນຫລວງວຽງຈັນ; ໃຫ້ບໍລິສັດ ວຽງໄຊຈະເລີນຊັບ ພັດທະນາຄົບວົງຈອນ ຈຳກັດຜູ້ດຽວ (ຄິວລົດເມືອງວຽງທອງ) ຈໍານວນ 1 ຄັນ ເພື່ອນໍາໃຊ້ແລ່ນສາຍທາງ ວຽງທອງ-ຊຽງຂວາງ; ໃຫ້ບໍລິສັດ ໃຈປະສົງ ຂົນສົ່ງໂດຍສານ ຈຳກັດຜູ້ດຽວ (ຄິວລົດເມືອງໄຊຈຳພອນ) ຈໍານວນ 1 ຄັນ ເພື່ອນໍາໃຊ້ແລ່ນສາຍທາງ ໄຊຈຳພອນ-ປາກຊັນ. ພ້ອມນີ້, ກໍໄດ້ແຮ່ລົດໄວ້ ຈຳນວນ 2 ຄັນ ເພື່ອນໍາໃຊ້ບໍລິການແລ່ນໄປ-ກັບ (shuttle bus) ຜ່ານຂົວນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5.
May be an image of 7 people, van, ambulance and text
ນອກຈາກນີ້, ກໍຍັງໄດ້ມອບລົດເມ ໃຫ້ພະແນກສຶກສາທິການ ແລະ ກິລາ, ໂຮງຮຽນເຕັກນິກ-ວິຊາຊີບບໍລິຄຳໄຊ ຈຳນວນ 4 ຄັນ ເພື່ອທົດລອງນໍາໃຊ້ໃນການຮັບສົ່ງນັກຮຽນ ຢູ່ເທສະບານເມືອງປາກຊັນ ໃນນີ້, ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ຈຳນວນ 1 ຄັນ ເພື່ອນໍາໃຊ້ສໍາລັບຄູອາຈານ ລົງເຄື່ອນໄຫວເຮັດວຽກງານສຶກສາ ແລະ ກິລາ ໃນການຮັບໃຊ້ສົ່ງນັກກິລາໃນເວລາມີງານແຂ່ງຂັນກິລາ ແລະ ຮັບ-ສົ່ງ ນັກຮຽນຮັບໃຊ້ຂະບວນການກິດຈະກຳອື່ນໆ ທີ່ຕິດພັນກັບວຽກງານສຶກສາ, ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ຈຳນວນ 2 ຄັນ ເພື່ອທົດລອງນໍາໃຊ້ ໃນການຮັບ-ສົ່ງນັກຮຽນ ຢູ່ພາຍໃນເທສະບານເມືອງປາກຊັນ ໃນ 2 ສາຍທາງ ຄື: ສາຍທາງແຕ່ໂຮງຮຽນ ມສ ສີທ່ານາໄຊ-ບ້ານປາກກະດັນ ຕາມເສັ້ນທາງເລກທີ 13 ໃຕ້ ແລະ ສາຍທາງແຕ່ໂຮງຮຽນ ມສ ປາກງຽບ ຫາ ບ້ານທົ່ງ ຕາມເສັ້ນທາງເລກທີ 13 ໃຕ້ ແລະ ເສັ້ນທາງເລກທີ 21, ໃຫ້ໂຮງຮຽນເຕັກນິກ-ວິຊາຊີບບໍລິຄໍາໄຊ ຈໍານວນ 1 ຄັນ ເພື່ອທົດລອງນໍາໃຊ້ ນໍາພານັກສຶກສາ ລົງຝຶກງານຢູ່ສະຖານທີ່ຕົວຈິງ, ທັດສະນະສຶກສາ ແລະ ຮັບໃຊ້ວຽກທີ່ຈໍາເປັນຢູ່ໃນໂຮງຮຽນ; ອີກ 3 ຄັນ ແມ່ນໃຫ້ຫ້ອງວ່າການແຂວງ (ພະແນກ ຍທຂ) ເພື່ອແຮໄວ້ສໍາລັບແຈກຢາຍໃນໄລຍະຜ່ານການທົດລອງ ພາຍຫລັງທີ່ໄດ້ມີການປະເມີນຜົນ ການຄຸ້ມຄອງນໍາໃຊ້ 1 ປີ ແລ້ວຈຶ່ງແບ່ງປັນໄປຕາມຜົນການປະເມີນນັ້ນຕື່ມອີກ.
May be an image of 5 people, van and text
ຂ່າວ-ພາບ: ໜັງສືພິມບໍລິຄຳໄຊ