ຝົນຈະມາແທ້ໆລະເດີ້ ພ້ອມໝາກເຫັບຕົກ ແລະ ລົມພັດແຮງ 03 ຫາ 06 ພຶດສະພານີ້

250

ເນື່ອງຈາກວ່າມວນອາກາດຮ້ອນເອົ້າ ຫຼື ຄື້ນຄວາມຮ້ອນ ຍັງຈະມີກໍາລັງແຮງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນເອົ້າ ຢູ່ຕື່ມອີກ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ ລະພາກ ໃນໄລຍະວັນທີ 03 ຫາ 06 ພຶດສະພາ 2024 ນີ້.

No photo description available.
ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຮ້ອນ ແລະ ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ໂດຍສະເພາະ ແຂວງ ຜົ້ງສາລີ ແລະຊຽງຂວາງ;

ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດ ຮ້ອນເອົ້າຫຼາຍ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ພ້ອມຈະມີລົມພັດແຮງຢູ່ບາງ ທ້ອງຖິ່ນ ໂດຍສະເພາະ ແຂວງ ຫຼວງນໍ້າທາ, ອຸດົມໄຊ ແລະ ບໍ່ແກ້ວ;

No photo description available.

ພາກກາງ (ແຂວງ ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນເອົ້າ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ໂດຍສະເພາະ ແຂວງ ບໍລິຄຳໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ;

ພາກໃຕ້ (ແຂວງ ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື): ອາກາດຮ້ອນເອົ້າ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ;

No photo description available.

ນະຄອນຫຼວງວຽງຈັນ: ອາກາດຮ້ອນເອົ້າ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ໝາກເຫັບຕົກ ພ້ອມຈະມີລົມ ພັດແຮງຢູ່ບາງບໍລິເວນ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງທີ່ຈະເຮັດໃຫ້ເກີດມີ ຕົ້ນໄມ້ໃຫຍ່ຫັກລົ້ມ, ຫຼັງຄາເຮືອນເປ່ເພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກ ກະສາດ ຢ່າງຕໍ່ເນື່ອງ.