ຈັບກະແສເສດຖະກິດໂລກ

34

ຫາກເພື່ອນຜູ້ອ່ານຕິດຕາມຂ່າວໂລກຈະເຫັນວ່າ: ເສດຖະກິດໂລກພົບກັບຄວາມສ່ຽງທີ່ຈະເຕີບໂຕຍ້ອນບັນຫາສົງຄາມພາກພື້ນ ເປັນຕົ້ນແມ່ນຢູ່ຕາເວັນອອກກາງໃນມໍ່ໆມານີ້ຮ້າຍແຮງຫຼາຍ.. ຖ້າສັງເກດຈະເຫັນວ່າລາຄາຄຳ; ນ້ຳມັນ ຖີບຕົວສູງຂຶ້ນ.. ຜູ້ຂຽນຂໍອະນຸຍາດນຳເອົາບົດວິເຄາະ ກ່ຽວກັບເສດຖະກິດໂລກເຊິ່ງ ( VOVWORLD ) ນຳສະເໜີໃນຫົວຂໍ້: “ ເສດຖະກິດທົ່ວໂລກ ບັນຫາຈຸດເດັ່ນ, ຄວາມສ່ຽງ…” ສະບັບລົງວັນທີ 19 ເມສາ 2024 ມາໃຫ້ຮູ້ດັ່ງນີ້:

ໃນບົດລາຍງານກ່ຽວກັບແງ່ຫວັງເສດຖະກິດໂລກ ທີ່ປະກາດຫວ່າງມໍ່ໆມານີ້, ບັນດາອົງການການເງິນໃຫຍ່ເກືອບທັງໝົດລ້ວນແຕ່ມີຂໍ້ສັງເກດວ່າ: ເສດຖະກິດໂລກ ໄດ້ຫຼຸດພົ້ນອອກຈາກໄພຖືກຊຸດໂຊມ ແລະ ມີການເຕີບໂຕເລັກໜ້ອຍໃນປີນີ້. ແຕ່ເຖິງຢ່າງໃດກໍຕາມ, ບັນດາປັດໄຈຄວາມສ່ຽງກ່ຽວກັບສະພາບເງິນເຟີ້, ຄວາມເຄັ່ງຕຶງດ້ານພູມສາດການເມືອງຍັງໃຫຍ່ຫຼວງພໍສົມຄວນ.

ບົດລາຍງານແງ່ຫວັງເສດຖະກິດໂລກສະບັບຫຼ້າສຸດຂອງກອງທຶນເງິນຕາສາກົນ ( IMF ), ປະກາດໃນວັນທີ 16 ເມສາ, ໄດ້ສະແດງໃຫ້ເຫັນການເຕີບໂຕຂອງເສດຖະກິດທົ່ວໂລກເພີ່ມຂຶ້ນເລັກໜ້ອຍ ເມື່ອທຽບໃສ່ການຄາດຄະເນໃນຕົ້ນປີຂອງອົງການນີ້.

■ ຈຸດເດັ່ນຂອງເສດຖະກິດທົ່ວໂລກ

ຈຸດເດັ່ນທໍາອິດໃນບົດລາຍງານແງ່ຫວັງຂອງເສດຖະກິດໂລກຂອງ IMF ແມ່ນການເຕີບໂຕເສດຖະກິດທົ່ວໂລກ ອາດຈະບັນລຸລະດັບ 3,2% ໃນປີ 2024, ສູງກວ່າ 0,1% ເມື່ອທຽບໃສ່ການຄາດຄະເນທີ່ IMF ຍົກອອກມາໃນເດືອນມັງກອນຜ່ານມາ. ໃນປີ 2025, ຄາດວ່າການເຕີບໂຕເສດຖະກິດທົ່ວໂລກກໍ່ບັນລຸ 3,2%. ຈຸດເດັ່ນທີສອງ ໃນບົດລາຍງານຂອງ IMF ແມ່ນເງິນເຟີ້ສືບຕໍ່ມີທ່າອ່ຽງຫຼຸດລົງ, ໃນຂອບເຂດທົ່ວໂລກ, ເງິນເຟີ້ ໄດ້ຄາດຄະເນຈະຫຼຸດແຕ່ 5,9% ໃນປີ 2024 ລົງເຫຼືອພຽງ 4,5% ໃນປີ 2025, ຍ້ອນວ່າບັນດາປະເທດໃນໂລກ ຮັກສາອັດຕາດອກເບ້ຍທະນາຄານຢູ່ໃນລະດັບສູງ. ຕາມທ່ານ Pierre-Olivier Gourinchas ຫົວໜ້ານັກຊ່ຽວຊານເສດຖະກິດຂອງ IMF ແລ້ວ, ເຖິງວ່າລະດັບຄາດຄະເນການເຕີບໂຕຂອງເສດຖະກິດທົ່ວໂລກໃນປີ 2024 ແລະ 2025 ຍັງຢູ່ໃນລະດັບຂ້ອນຂ້າງຕ່ຳກວ່າຫຼາຍ ເມື່ອທຽບໃສ່ລະດັບການເຕີບໂຕກ່ອນເກີດພະຍາດລະບາດໂຄວິດ – 19 ກໍຕາມ ແຕ່ພິຈາລະນາເຖິງສະພາບການໂລກທີ່ມີການຜັນແປໃນກວ່າ 2 ປີຜ່ານມາ, ນັ້ນຍັງແມ່ນຕົວເລກທີ່ເປັນໜ້າສົ່ງເສີມ:

“ ສ່ວນສໍາລັບຈຸດເດັ່ນທີສາມ, ນັ້ນແມ່ນພວກຂ້າພະເຈົ້າເຫັນວ່າ ສ່ວນຫຼາຍບັນດາພາກພື້ນໃນໂລກບໍ່ມີຄວາມວິຕົກກັງວົນຫຼາຍກ່ຽວກັບວິກິດການໃນ 4 ປີຜ່ານມາ ແມ່ນພະຍາດລະບາດ ແລະ ຄ່າຄອງຊີບ. ບັນດາວິກິດການນີ້ໄດ້ຢຸດຕິທ່າອ່ຽງການເຕີບໂຕຂອງເສດຖະກິດທົ່ວໂລກກ່ອນເກີດພະຍາດລະບາດໂຄວິດ ແລະ ພວກເຮົາຍັງຢູ່ໃນລະດັບຕໍ່າກວ່າເວລານັ້ນ; ແຕ່ປັດຈຸບັນ, ພວກຂ້າພະເຈົ້າເຫັນວ່າຫຼາຍພາກພື້ນພວມຮັດແຄບຊ່ອງ       ຫວ່າງ, ກໍາໄດ້ທ່າອ່ຽງການເຕີບໂຕໃນເມື່ອກ່ອນ ”.

ກ່ຽວກັບແງ່ຫວັງການເຕີບໂຕລະອຽດຂອງແຕ່ລະປະເທດ ແລະ ພາກພື້ນ IMF ຖືວ່າ: ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກແມ່ນ ອາເມຣິກາ ຍັງຈະເຕີບໂຕຢ່າງສະຖຽນລະພາບຢູ່ລະດັບ 2,7% ໃນປີ 2024 ນີ້, ສູງກວ່າລະດັບຄາດຄະເນ 2,1% ໃນເດືອນມັງກອນ ແຕ່ຈະບັນລຸພຽງ 1,9% ໃນປີ 2025 ເທົ່ານັ້ນ. ໃນຂະນະນັ້ນ, IMF ຕີລາຄາບໍ່ຕັ້ງໜ້າປານໃດ ກ່ຽວກັບການເຕີບໂຕຂອງ Eurozone, ຂະນະທີ່ໄດ້ຄາດຄະເນວ່າພາກພື້ນນີ້ຈະເຕີບໂຕ ພຽງ 0,8% ໃນປີ 2024 ນີ້, ຕໍ່າກວ່າລະດັບຄາດຄະເນໃນເດືອນມັງກອນ ( ແມ່ນ 0,9% ). ພິເສດ, IMF ໄດ້ຫຼຸດ ລະດັບການຄາດຄະເນການເຕີບໂຕຂອງພື້ນຖານເສດຖະກິດອັນດັບໜຶ່ງໃນ Eurozone ນັ້ນແມ່ນ ເຢຍລະມັນ ລົງເຫຼືອພຽງ 0,2%, ຈາກລະດັບ 0,5% ກ່ອນນີ້ 3 ເດືອນ. ສໍາລັບ ຈີນ, ພື້ນຖານເສດຖະກິດອັນດັບ 2 ໃນໂລກ, IMF ຄາດຄະເນວ່າ ຈີນ ເຕີບໂຕ 4,6% ໃນປີ 2024 ນີ້ ແຕ່ໃຫ້ຮູ້ ວ່າພ້ອມແລ້ວທີ່ຈະຍົກລະດັບຄາດຄະເນສໍາລັບບັນດາຕົວເລກທີ່ປະເອີບໃຈຫວ່າງມໍ່ໆມານີ້ຂອງເສດຖະກິດປະເທດນີ້. ສໍາລັບຫຼາຍພື້ນຖານເສດຖະກິດທີ່ພວມພັດທະນາຢູ່ອາຊີ, IMF ກໍໄດ້ຍົກອອກການຕີລາຄາທີ່ຕັ້ງໜ້າ, ສິ່ງດັ່ງກ່າວເໝາະສົມກັບຂໍ້ສັງເກດໂດຍທ່ານ Li Baodong ເລຂາທິການໃຫຍ່ເວທີປາໄສ ອາຊີ (  BFA: BOAOFORUM FOR ASIA ANNUAL CONFERENCE, 2024 ) ທີ່ເມືອງ ໂປ່ອາວ ມົນທົນໄຫຫຼໍາ ສປ ຈີນ ລະຫວ່າງວັນທີ 26 – 29 ມີນາ ຜ່ານມາວ່າ:

“ ພວມມີການເພີ່ມຂຶ້ນຂອງບັນດາປັດໄຈຂາດສະຖຽນລະພາບຂອງບັນດາພື້ນຖານເສດຖະກິດອາຊີ, ແຕ່ບັນດາພື້ນຖານເສດຖະກິດນີ້ກໍໄດ້ສະແດງໃຫ້ເຫັນກໍາລັງຟື້ນຟູທີ່ດີຫຼາຍ. ບົດລາຍງານຂອງເວທີປາໄສອາຊີ ຄາດຄະເນການເຕີບໂຕເສດຖະກິດ ແລະ ການເຊື່ອມໂຍງເສດຖະກິດພາກພື້ນຍັງຮັກສາລະດັບສູງໃນປີ 2024 ນີ້, ດ້ວຍແງ່ຫວັງທີ່ດີຫຼາຍສໍາລັບ: ຈີນ, ອິນເດຍ, ອິນໂດເນເຊຍ, ອາຣັບບີ ຊາອຸດິ ແລະ ບັນດາພື້ນຖານເສດຖະກິດທີ່ພວມພັດທະນາອື່ນໆຂອງອາຊີ ”.

■ ຍັງມີຄວາມສ່ຽງຫຼາຍຢ່າງ

ເຖິງວ່າມີຂໍ້ສັງເກດທີ່ປະເອີບໃຈພໍສົມຄວນ ກ່ຽວກັບການເຕີບໂຕເສດຖະກິດໂລກໃນປີນີ້, ແຕ່ IMF ຍັງຍົກອອກຫຼາຍຂໍ້ກ່າວເຕືອນ, ຕາມ IMF ແລ້ວ, ເງິນເຟີ້ ພວມມີທ່າອ່ຽງຫຼຸດລົງໃນເກືອບທຸກປະເທດ ແຕ່ມີລະດັບຊັກຊ້າກວ່າ ເມື່ອທຽບໃສ່ຫຼາຍການຄາດຄະເນກ່ອນນັ້ນ ໂດຍບັງຄັບໃຫ້ບັນດາທະນາຄານກາງ ຕ້ອງຮັກສາອັດຕາດອກເບ້ຍສູງດ້ວຍເວລາດົນກວ່າ ແລະ ສິ່ງດັ່ງກ່າວຈະສົ່ງຜົນກະທົບເຖິງການເຕີບໂຕເສດຖະກິດໃນໄລຍະກາງ. ຄໍາກ່າວເຕືອນດັ່ງກ່າວເໝາະສົມກັບຂໍ້ສັງເກດໂດຍທ່ານ ເຈີໂຣມ ພາວເວລ ປະທານທະນາຄານກາງ ອາເມຣິກາ ( FED ) ຍົກອອກມາໃນວັນທີ 17 ເມສາ ເມື່ອຖືວ່າຍັງບໍ່ທັນຫຼຸດລະດັບດອກເບ້ຍຢູ່ ອາເມຣິກາ ໂດຍໄວໄດ້ ໃນຂະນະທີ່ເປົ້າໝາຍນໍາ ລະດັບເງິນເຟີ້ລົງລະດັບເປັນ 2% ຈະເສຍເວລາຫຼາຍກວ່າການຄາດຄະເນ, IMF ເນັ້ນໜັກສະພາບຂາດດຸນງົບປະມານຂອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ໄດ້ກໍ່ໃຫ້ເກີດຄວາມສ່ຽງຫຼາຍພໍສົມຄວນສໍາລັບການຄິດໄລ່ການໃຊ້ຈ່າຍພື້ນຖານຂອງບັນດາພື້ນຖານເສດຖະກິດອື່ນ ກໍຄືຄວາມສະຖຽນລະພາບດ້ານການເງິນທົ່ວໂລກ.

ຄວາມຂາດສະຖຽນລະພາບດ້ານພູມສາດການເມືອງ, ດ້ວຍບັນດາການປະທະກັນຢູ່ ອູແກຣນ, ເຂດ ກາຊາ ແລະ ສະພາບຄວາມເຄັ່ງຕຶງລະຫວ່າງ ອີຣານ – ອິດສະຣາແອນ ຢູ່ຕາເວັນອອກກາງ ເພີ່ມຂຶ້ນ ກໍໄດ້ສ້າງຄວາມສ່ຽງໄລຍະສັ້ນ ແລະ ໄລຍະກາງ ສໍາລັບເສດຖະກິດໂລກ; ຕາມ IMF ແລ້ວ, ຖ້າຫາກມີການຕັດຕອນກ່ຽວກັບການສະໜອງນໍ້າມັນຢູ່ ຕາເວັນອອກກາງນັ້ນ, ລາຄານໍ້າມັນຂອງໂລກອາດຈະເພີ່ມຂຶ້ນປະມານ 15% ແລະ ໃນຂະນະນັ້ນໄພເງິນເຟີ້ທົ່ວໂລກຈະເພີ່ມຂຶ້ນ 0,7%.

ໂດຍມີຂໍ້ສັງເກດລວມກ່ຽວກັບຄວາມສ່ຽງຈາກການຈັດແບ່ງເສດຖະກິດນັ້ນ, ໃນບົດລາຍງານແງ່ຫວັງການຄ້າທົ່ວໂລກ ໄດ້ປະກາດໃນວັນທີ 11 ເມສາ, ອົງການການຄ້າໂລກ ( WTO ) ໃຫ້ຮູ້ວ່າ: ແຕ່ປີ 2018, ການຄ້າລະຫວ່າງ ສອງພື້ນຖານເສດຖະກິດໃຫຍ່ໃນໂລກແມ່ນ ອາເມຣິກາ ແລະ ຈີນ ເຕີບໂຕຊັກຊ້າກວ່າ 30% ເມື່ອທຽບໃສ່ການເຕີບໂຕການຄ້າຂອງ 2 ປະເທດນີ້ ກັບບັນດາປະເທດອື່ນໃນໂລກ, ເພີ່ມຄວາມເປັນຫ່ວງກ່ຽວກັບການແບ່ງແຍກດ້ານເສດຖະກິດໃນຂອບເຂດທົ່ວໂລກ…

ນັ້ນແມ່ນການວິເຄາະເສດຖະກິດໂລກໂດຍແມ່ນ IMF ແລະ WTO ເປັນຜູ້ໃຫ້ຂໍ້ມູນ.. ສະນັ້ນ ພວກເຮົາກໍຕ້ອງໄດ້ຕິດຕາມນຳກັນວ່າ ເສດຖະກິດໂລກໃນປີ 2024 ຈະເປັນຢ່າງໃດ?.