OECD ຍົກລະດັບການຄາດຄະເນການເຕີບໂຕເສດຖະກິດໂລກປີ 2024

12

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ວັນທີ 2 ພຶດສະພາ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ປັບເພີ່ມການຄາດຄະເນການເຕີບໂຕເສດຖະກິດທົ່ວໂລກໃນປີ 2024 ຂຶ້ນສູ່ລະດັບ 3,1%, ສູງກວ່າລະດັບ 2,9% ທີ່ໄດ້ຄາດຄະເນໃນເດືອນກຸມພາຜ່ານມາ.

OECD ຊີ້ວ່າ: ລະດັບການເຕີບໂຕນີ້ໄດ້ຍົກອອກມາ ແມ່ນອີງຕາມປັດໄຈຄວາມເປັນໄປໄດ້ ແລະ ລະມັດລະວັງຂອງ ພື້ນຖານເສດຖະກິດທົ່ວໂລກ ເລີ່ມກວມເອົາທ່າໄດ້ປຽບ  ໂດຍບໍ່ຫົວຊາຕໍ່ລະດັບເຕີບໂຕບໍ່ຫຼາຍປານໃດ ແລະ ຜົນກະທົບທີ່ແກ່ຍາວຂອງ ບັນດາຄວາມສ່ຽງດ້ານພູມີສາດການເມືອງ.

ເຖິງຢ່າງໃດກໍຕາມ, OECD ໄດ້ໃສ່ໃຈກ່ຽວກັບການຟື້ນຟູ ທີ່ພວມດຳເນີນບໍ່ສະໝ່ຳສະເໝີລະຫວ່າງບັນດາພາກພື້ນ, ພ້ອມທັງ ຄາດຄະເນວ່າ: “ສະພາບການເສດຖະກິດມະຫາພາກສືບຕໍ່ປະເຊີນໜ້າກັບບັນດາການຜັນແປທີ່ກົງກັນຂ້າມກັນ, ດ້ວຍໄພເງິນເຟີ້ ແລະ ອັດຕາດອກເບ້ຍ ຫຼຸດລົງ ຢູ່ໃນລະດັບທີ່ແຕກຕ່າງກັນ ກໍຄືຄວາມຕ້ອງການໃນການປັບປຸງສະພາບການການເງິນ ກໍ່ແຕກຕ່າງກັນ”.