ເສດຖະກິດ ເຢຍລະມັນ ສືບຕໍ່ຟື້ນຕົວ

22

ຂ່າວສານຫວຽດນາມລາຍງານວ່າ: ອີງຕາມຜົນການສໍາຫຼວດທີ່ປະກາດໃນວັນທີ 24 ເມສາ ຜ່ານມາ ຂອງ ສະຖາບັນຄົ້ນຄວ້າເສດຖະກິດ Ifo ໃຫ້ຮູ້ວ່າ: ຄວາມເຊື່ອໝັ້ນທາງທຸລະກິດໃນ ເຢຍລະມັນ ຍັງສືບຕໍ່ເພີ່ມຂຶ້ນ 3 ເດືອນຕິດຕໍ່ກັນໃນເດືອນເມສາ, ທ່າມກາງຄວາມຄາດຫວັງຂອງຕະຫຼາດທີ່ເພີ່ມຂຶ້ນ ຄາດວ່າພື້ນຖານເສດຖະກິດແຖວໜ້າຂອງເອີຣົບ ພວມຢູ່ໃນເສັ້ນທາງການຟື້ນຕົວ.

ດັດຊະນີຄວາມເຊື່ອໝັ້ນຂອງສະຖາບັນ Ifo, ອີງຕາມການສໍາຫຼວດຂອງບໍລິສັດປະມານ 9.000 ແຫ່ງ ເພີ່ມຂຶ້ນຈາກລະດັບ 87,9 ຄະແນນໃນເດືອນມີນາ ຂຶ້ນເປັນ 89,4 ຄະແນນ ໃນເດືອນເມສາ ຊຶ່ງສູງກວ່າທີ່ບັນດານັກວິເຄາະຄາດຄະເນໄວ້ເລັກໜ້ອຍ.

ດັດຊະນີເຊື່ອໝັ້ນທາງທຸລະກິດເພີ່ມຂຶ້ນໃນທົ່ວທຸກຂະແໜງການ, ລວມທັງການຜະລິດ, ການບໍລິການ, ການຄ້າ ແລະ ການກໍ່ສ້າງ.

ດ້ວຍໝາກຜົນດັ່ງກ່າວ ທ່ານ ຄລີເມນສ ເຟຣສ ປະທານ Ifo ໃຫ້ຄຳເຫັນວ່າ: ເສດຖະກິດຂອງ ເຢຍລະມັນ ພວມຄ່ອຍໆມີສະຖຽນລະພາບ. ເສດຖະກິດຂອງ ເຢຍລະມັນ ຫຼຸດລົງ 0,3% ໃນປີກາຍເນື່ອງຈາກລາຄາພະລັງງານເພີ່ມຂຶ້ນສູງ, ອັດຕາດອກເບ້ຍສູງ ແລະ ຄວາມຕ້ອງການທີ່ອ່ອນແອຈາກຄູ່ການຄ້າຕົ້ນຕໍ. ແຕ່ມີສັນຍານວ່າເສດຖະກິດ ເຢຍລະມັນ ເລີ່ມຟື້ນຕົວຂຶ້ນເລັກໜ້ອຍ, ຍ້ອນການປັບປຸງຜະລິດຕະພັນອຸດສາຫະກຳ ແລະ ການສົ່ງອອກ.