ດັດຊະນີ CPI ຂອງສະຫະລັດອາເມຣິກາ ໃຊ້ເພື່ອສະທ້ອນເຖິງ ອັດຕາເງິນເຟີ້ ໃນເດືອນເມສາເພີ່ມຂຶ້ນ 0,3% ຕໍ່ເດືອນ ຕໍ່າກວ່າການຄາດການຂອງນັກວິເຄາະ ແລະ ເພີ່ມຂຶ້ນ 3,4% ທຽບປີຕໍ່ປີ ເຊິ່ງສອດຄ່ອງກັບການຄາດຄະເນຂອງນັກວິເຄາະ.
ກະຊວງແຮງງານຂອງສະຫະລັດ ອາເມຣິກາ ໄດ້ເປີດເຜີຍດັດຊະນີລາຄາຜູ້ບໍລິໂພກ (CPI) ເຊິ່ງເປັນຕົວວັດແທກອັດຕາເງິນເຟີ້ຈາກການໃຊ້ຈ່າຍຂອງຜູ້ບໍລິໂພກ ປະຈຳເດືອນເມສາ ເຊິ່ງດັດຊະນີທົ່ວໄປທີ່ລວມໝວດອາຫານ ແລະ ພະລັງງານ ເພີ່ມຂຶ້ນ 3,4% ເມື່ອທຽບໃສ່ປີຕໍ່ປີ ສອດຄ່ອງກັບນັກວິເຄາະຄາດການໄວ້.
ຂະນະທີ່ເມື່ອທຽບເປັນລາຍເດືອນ ດັດຊະນີ CPI ເພີ່ມຂຶ້ນ 0,3% ໃນເດືອນເມສາ ຕໍ່າກວ່າການຄາດດການຂອງນັກວິເຄາະເລັກໜ້ອຍທີ່ຄາດວ່າຈະເພີ່ມຂຶ້ນ0,4%
ດ້ານດັດຊະນີ CPI ພື້ນຖານ ເຊິ່ງບໍ່ລວມເອົາໝວດ ອາຫານ ແລະ ພະລັງງານໃນເດືອນເມສາ ເພີ່ມຂຶ້ນ 3,6% ເມື່ອທຽບໃສ່ປີຕໍ່ໄປ ແລະ ເພີ່ມຂຶ້ນ 0,3% ເມືອທຽບເປັນລາຍເດືອນ.
ນັກວິເຄາະຄາດຄະເນວ່າ ທະນາຄານກາງສະຫະລັດ ຈະໃຫ້ຄວາມສຳຄັນກັບອັດຕາເງິນເຟີ້ ທີ່ແທ້ຈິງ ເພື່ອໃຊ້ໃນການຕັດສິນໃຈເວລາທີ່ເໝາະສົມ ເພື່ອເລີ່ມຕົ້ນການປັບຫຼຸດອັດຕາດອກເບ້ຍນະໂຍບາຍ.