ເປັນຫຍັງການມີຜູ້ຕາງໜ້າເພດຍິງ ຈຶ່ງມີຄວາມສຳຄັນ? (4)

306

ທ່ານຜູ້ອ່ານທີ່ຮັກແພງ ມາອ່ານຕໍ່ນໍາກັນອີກ ໃນຫົວຂໍ້ກ່ຽວກັບແມ່ຍິງ ເຊິ່ງຕອນນີ້ແມ່ນຕໍ່ຈາກ ຫົວຂໍ້ ເປັນຫຍັງການມີຜູ້ຕາງໜ້າເພດຍິງ ຈຶ່ງມີຄວາມສຳຄັນ? (3) ແລະ ເປັນຕອນສຸດທ້າຍຂອງຫົວຂໍ້ນີ້ ເຊິ່ງເປັນການເວົ້າກ່ຽວກັບຄວາມສະເໝີພາບຍິງ-ຊາຍຕໍ່.

ຢູ່ໂຮງຮຽນກໍເລີ່ມຈາກໂຮງຮຽນອະນຸບານ ໂດຍການປະສານສົມທົບກັບການສິດສອນໃນຄອບຄົວ ເພື່ອເຮັດແນວໃດໃຫ້ມີການປະພຶດປະຕິບັດ, ການສຶກສາອົບຮົມ, ການຝຶກຝົນຄວາມຊິນເຄີຍ ແນໃສ່ເຮັດໃຫ້ເດັກນ້ອຍທີ່ຈະກາຍເປັນຜູ້ໃຫຍ່ໃນວັນຂ້າງໜ້າໄດ້ກາຍເປັນສຸພາບບຸລຸດສະມາຊິກທີ່ດີຂອງຄອບຄົວ, ຂອງສັງຄົມ ແລະ ວົງຄະນາຍາດປະເທດຊາດ.

ພາບປະກອບເທົ່ານັ້ນ

ເມື່ອຂຽນມາຮອດບ່ອນນີ້ໄດ້ເຮັດໃຫ້ຂ້າພະເຈົ້າຄິດເຖິງຄຳໂອວາດຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ທີ່ໄດ້ກ່າວໃນບາງຕອນໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ ວັນທີ 7 ກຸມພາ 2020 ໂດຍເວົ້າວ່າ: ການສົ່ງເສີມຄວາມສະເໝີພາບຂອງແມ່ຍິງລາວ ແມ່ນໄດ້ຮັບການເອົາໃຈໃສ່ຈາກພັກ – ລັດນັບແຕ່ຕົ້ນຕະຫຼອດມາ ເຊິ່ງອີກບໍ່ດົນພວກເຮົາກໍຈະໄດ້ສະເຫຼີມສະຫຼອງໃຫຍ່ ຄົບຮອບ 65 ປີ ຂອງການປະກາດໂຄງການການເມືອງ 12 ຂໍ້ ເຊິ່ງໜຶ່ງຂໍ້ໃນນັ້ນໄດ້ກຳນົດຈະແຈ້ງເຖິງການສົ່ງເສີມຄວາມສະເໝີພາບຍິງ – ຊາຍ.

ພາບປະກອບເທົ່ານັ້ນ

ນອກຈາກນີ້, ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ – ຊາຍທີ່ຖືກຮັບຮອງເອົາໃນສະພາແຫ່ງຊາດ ປີ 2019 ກໍຈະຖືກປະກາດໃຊ້ໃນປີ 2020 ນີ້, ແມ່ຍິງລາວຫວັງວ່າກົດໝາຍດັ່ງກ່າວຈະຊ່ວຍເຮັດໃຫ້ສະພາບຄວາມໜັກໜ່ວງສຳລັບແມ່ຍິງ ( ແມ່ຍິງທີ່ເປັນພະນັກງານທີ່ເກີດລູກກໍຕ້ອງໄດ້ລາພັກການ ແລະ ການເຮັດວຽກຕາມໜ້າທີ່ກໍບໍ່ຕໍ່ເນື່ອງ, ເມື່ອເກີດລູກມາແລ້ວ ກໍຕ້ອງໄດ້ແບ່ງເວລາໄປໃຫ້ນົມລູກ, ເວລາລູກເຈັບເປັນກໍຕ້ອງໄດ້ເບິ່ງແຍງທັງເວັນທັງຄືນ, ຂາດການ, ຍາມປົກກະຕິທຳມະດາກໍຕ້ອງໄດ້ໃຊ້ເວລາເບິ່ງແຍງລູກເຕົ້າ ແລະ ວຽກບ້ານການເຮືອນ ແລະ ເມື່ອລູກຮອດອາຍຸໄປໂຮງຮຽນກໍແມ່ນແມ່ຍິງແບກຫາບພາລະ 70% ຫາ 80% ອັນມີສ່ວນກະທົບໃສ່ວຽກງານຫ້ອງການ ) ຈະຄ່ອຍໆໄດ້ຮັບການແກ້ໄຂ ແລະ ສົ່ງເສີມໃຫ້ແມ່ຍິງລາວໄດ້ມີໂອກາດເຂົ້າເຖິງອຳນາດການເມືອງ, ເສດຖະກິດ ແລະ ຖານະທາງສັງຄົມດັ່ງດຽວກັບເພດຊາຍ.

ພາບປະກອບເທົ່ານັ້ນ

ແມ່ນແລ້ວການສຶກສາອົບຮົມເພື່ອສົ່ງເສີມຄວາມສະເໝີພາບຍິງ – ຊາຍ, ການສຶກສາອົບຮົມໃຫ້ມີຄວາມຕື່ນຕົວຂອງເພດຊາຍໃນການລົບລ້າງຄວາມຊິນເຄີຍເກົ່າແກ່, ຊິນເຄີຍຫຼ້າຫຼັງແມ່ນຂະບວນການທີ່ຕ້ອງໃຊ້ເວລາ. ແຕ່ວ່າເຖິງຢ່າງໃດກໍຕາມ, ຂ້າພະເຈົ້າມີຄວາມຫວັງດ້ວຍຄວາມໝັ້ນໃຈວ່າຄຽງຄູ່ກັບການແບ່ງປັນໂກຕາ ( Quota ) 50% ໃຫ້ແມ່ຍິງລາວ ໄດ້ເປັນສະມາຊິກສະພາແຫ່ງຊາດ ໃນປີ 2030 ຕາມເປົ້າໝາຍຂອງການພັດທະນາແບບຍືນຍົງ ( SDG: Sustainable Development Goals ) ຂອງ ສປຊ ແລະ ການລົງມືຈັດຕັ້ງປະຕິບັດກົດໝາຍກ່ຽວກັບ ຄວາມສະເໝີພາບຍິງ – ຊາຍຢ່າງເຖິງຖອງ ໂດຍເອົາເຂົ້າເປັນຫຼັກສູດໜຶ່ງໃນໂຮງຮຽນ, ຍົກຂຶ້ນກວດກາໃນກອງປະຊຸມປະຈໍາເດືອນຂອງພະນັກງານລັດ ແລະ ກອງປະຊຸມປະຈໍາເດືອນຂອງພາກທຸລະກິດເອກະຊົນ ກໍຄືການເຜີຍແຜ່ໃຫ້ກວ້າງຂວາງໃນສື່ມວນຊົນທຸກຮູບແບບ ແລະ ໃນທຸກລະດັບອຳນາດການປົກຄອງນັບແຕ່ຂັ້ນບ້ານ

ພາບປະກອບເທົ່ານັ້ນ

ຄຽງຄູ່ໄປກັບການປະຕິບັດນະໂຍບາຍ 3 ສ້າງ; ຂ້າພະເຈົ້າເຊື່ອໝັ້ນຢ່າງແຮງກ້າວ່າເຖິງແມ່ນວ່າຮີດຄອງເກົ່າແກ່ຫຼ້າຫຼັງຂອງສັກດີນາທີ່ຍັງຕົກຄ້າງຢູ່ໃນແນວຄິດຈິດໃຈ ກໍຄື ຄວາມຊິນເຄີຍໃນການດຳລົງຊີວິດຄອບຄົວ ( ເພດຊາຍເປັນຈຸດໜັກ ) ກໍຈະຖືກລົບລ້າງໄປຈາກແນວຄິດຈິດໃຈຫຼ້າຫຼັງເປັນເທື່ອລະກ້າວ ແລະ ຈະຄ່ອຍໆໝົດສິ້ນໄປ. ທັງໝົດນີ້ກໍເພື່ອແນໃສ່ເຮັດໃຫ້ອະນຸຊົນຄົນເກີດໃໝ່ໃຫຍ່ລຸນ ຮຸ່ນ Alpha ( ຮຸ່ນເກີດຫຼັງປີ 2010 ) ໄດ້ມີໂອກາດຊົມໃຊ້ ແລະ ມີຊີວິດຢ່າງເບີກບານມ່ວນຊື່ນກັບໝາກຜົນຂອງກົດໝາຍ ວ່າດ້ວຍຄວາມສະເໝີພາບຍິງ – ຊາຍ ກໍຄືໝາກຜົນຂອງການຕໍ່ສູ້ຂອງບັນພະບຸລຸດຮຸ່ນພໍ່ແມ່ເຖົ້າແກ່, ແມ່ປ້າ, ນ້າສາວຂອງຕົນທີ່ໄດ້ສ້າງໄວ້ໃນປະເທດ ທີ່ຈະໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ.

ພາບປະກອບເທົ່ານັ້ນ

ສຸດທ້າຍນີ້ເນື່ອງໃນໂອກາດວັນແມ່ຍິງສາກົນ 8 ມີນາ 2020 ຂ້າພະເຈົ້າຂໍຖືເອົາລືກງາມຍາມດີນີ້ອວຍພອນມາຍັງ ສູນກາງສະຫະພັນແມ່ຍິງລາວ ພ້ອມສະມາຊິກ ແລະ ແມ່ຍິງທັງໝົດ ຈົ່ງປະສົບຄວາມສຳເລັດໃນການຕໍ່ສູ້ເອົາຄວາມສະເໝີພາບທາງເພດ, ຂໍໃຫ້ທຸກໆທ່ານຈົ່ງປະສົບແຕ່ຄວາມສຸກ, ຄວາມອຸດົມສົມບູນ, ຄວາມຈະເລີນຮຸ່ງເຮືອງຂອງຊີວິດທີ່ພວມກ້າວເຂົ້າສູ່ຄວາມສະເໝີພາບຍິງ – ຊາຍຢ່າງເຕັມສ່ວນດ້ວຍເທີ້ນ! ຕາມທິດຂອງຄຳຂວັນວັນແມ່ຍິງສາກົນ 8 ມີນາ 2020 ປີນີ້ທີ່ກຳນົດວ່າ “ Each for Equal ” ( ແຕ່ລະຄົນເພື່ອຄວາມເທົ່າທຽມ )

ໂດຍ: ທູດ ມະໄລວຽງ ສາກົນນິຍົມ ຜູ້ຕາງໜ້າ ສປປ ລາວ ປະຈຳກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ( ບົດຂຽນເນື່ອງໃນໂອກາດວັນແມ່ຍິງສາກົນ 8 ມີນາ 2020 )