ຈັນຍາບັນສຳຄັນສຳລັບການຄົ້ນຄວ້າວິໄຈ

196

ປັດຈຸບັນນີ້ ຜົນການວິໄຈໄດ້ມີ ຄວາມສໍາຄັນຕໍ່ການພັດທະນາເສດຖະກິດ ແລະ ສັງຄົມນັບມື້ຫຼາຍຂຶ້ນ ໂດຍສະເພາະໃນຂົງເຂດການເງິນ – ການທະນາຄານ ແລະ ຂົງເຂດອື່ນທີ່ກ່ຽວຂ້ອງ, ຖ້າມີການຄົ້ນຄວ້າວິໄຈໃຫ້ສັງຄົມ ຫຼື ປະຊາຊົນໄດ້ຮັບຮູ້ຖືກຕ້ອງ – ເກີດປະໂຫຍດນຳໃຊ້ໄດ້, ນໍາສະເໜີສິ່ງທີ່ເປັນຄວາມຈິງ ແລະ ສະທ້ອນໃຫ້ທັນສະພາບ, ບັນຫາທີ່ເກີດຂຶ້ນໄດ້ຢ່າງແທ້ຈິງ ຈະເປັນເງື່ອນໄຂໜຶ່ງ ເພື່ອປັບປຸງແກ້ໄຂບັນຫາໄດ້ໂດຍກົງ ແລະ ມີປະສິດທິພາບ.

ເພື່ອເຮັດໃຫ້ການຄົ້ນຄວ້າວິໄຈມີຄຸນນະພາບທີ່ດີນັ້ນ ຈໍາເປັນຕ້ອງມີອົງປະກອບສໍາຄັນຫຼາຍປະການ ນອກຈາກການດໍາເນີນຕາມລະບຽບວິທີການວິໄຈ ( Research Methodology ) ທີ່ມີຄຸນນະພາບແລ້ວ ໃນດ້ານຈັນຍາບັນຂອງນັກວິໄຈ ກໍແມ່ນປັດໄຈໜຶ່ງທີ່ມີຄວາມສໍາຄັນເຊັ່ນກັນ.

ຈັນຍາບັນ ( Ethics ) ເປັນປັດໄຈທີ່ພາກສ່ວນຄົ້ນຄວ້າວິໄຈມີ ຄວາມສົນໃຈເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນ ເຊິ່ງສັງເກດໄດ້ໃນໄລຍະຜ່ານມານີ້ຢູ່ຕ່າງປະເທດ ໄດ້ເກີດມີບັນຫາກ່ຽວກັບການເຮັດຄົ້ນຄວ້າວິໄຈ ໂດຍການນຳໃຊ້ຂໍ້ມູນປອມໃນການຢັ້ງຢືນທິດສະດີ ແລະ ສົມມຸດຖານ ( Theory and Hypo thesis ) ເພື່ອຫຼອກລໍ້ເອົາທຶນການຄົ້ນຄວ້າຈາກລັດຖະບານ ແລະ ຍັງພົບເຫັນສະພາບແບບນີ້ຍັງເກີດຂຶ້ນຫຼາຍ.

ໂດຍສະເພາະເລື່ອງການຜິດຈັນຍາບັນສຳລັບການເຮັດການຄົ້ນຄວ້າວິໄຈ ຫຼື ຜົນງານທາງວິຊາການ ບໍ່ພຽງແຕ່ເປັນການໃຊ້ຂໍ້ມູນປອມເທົ່ານັ້ນ ແຕ່ຍັງລວມໄປເຖິງການບໍ່ມີຄວາມຮູ້ ແລະ ປະສົບການພຽງພໍທີ່ຈະເຮັດຄົ້ນຄວ້າວິໄຈໃນເລື່ອງນັ້ນໆ, ວາງແນວທາງການວິໄຈຜິດພາດເຮັດໃຫ້ໄດ້ຮັບຜົນຜິດພາດ ແລະ ອາດເກີດບັນຫາໃນການນຳໃຊ້ຜົນການວິໄຈ, ການກຳນົດຂອບເຂດວິໄຈຜິດພາດ ຫຼື ເລືອກກຸ່ມຕົວຢ່າງຜິດ ເນື່ອງຈາກບໍ່ຮູ້ຈຳນວນປະຊາກອນທີ່ແທ້ຈິງ, ເລືອກລະບຽບວິທີວິໄຈຜິດ ຫຼື ນຳໃຊ້ຖືກແຕ່ມີການຖືເບົາບໍ່ເຂັ້ມງວດເທົ່າທີ່ຄວນ, ບໍ່ລະອຽດຮອບຄອບໃນການບັນທຶກ, ບໍ່ເຮັດຕາມແຜນການວິໄຈ ຫຼື ລະບຽບວິທີວິໄຈ, ອະທິບາຍຂໍ້ມູນຕາມໃຈເກີນ ຄວາມຈິງ, ບໍ່ຮັກສາຄວາມລັບຂອງຜູ້ໃຫ້ຂໍ້ມູນ, ໃຊ້ວິທີການວິເຄາະຂໍ້ມູນທີ່ບໍ່ເໝາະສົມ, ຂຽນລາຍງານບໍ່ກົງກັບຂໍ້ມູນຄວາມຈິງທີ່ໄດ້ຈາກການຜົນການວິເຄາະວິໄຈ, ບິດເບືອນຄວາມເປັນຈິງ, ຫຼອກລໍ້ຜູ້ອື່ນໃຫ້ເຂົ້າໃຈຜິດ ຫຼື ເພື່ອຜົນປະໂຫຍດໃດໜຶ່ງ, ແອບອ້າງເອົາຜົນງານຂອງຜູ້ອື່ນ ຫຼື ກ່າຍ ( Copy ) ຈາກຄົນອື່ນມາເປັນຂອງຕົນເອງ ໂດຍບໍ່ໄດ້ອ້າງອີງແຫຼ່ງທີ່ມາ, ບໍ່ເຄົາລົບສິດຂອງຜູ້ອື່ນ, ສ້າງຫຼັກຖານການເງິນ ແລະ ເອກະສານຕ່າງໆທີ່ບໍ່ຖືກຕ້ອງຕາມສະພາບຄວາມເປັນຈິງເປັນຕົ້ນ ເຫັນວ່າສະພາບພຶດຕິກຳເຫຼົ່ານີ້ໄດ້ພົບເຫັນຂ້ອນຂ້າງຫຼາຍ. ທັງໝົດນີ້ຖືວ່າ ເປັນແນວຄິດ, ພຶດຕິກຳທີ່ຜິດຫຼັກການ ແລະ ຈັນຍາບັນແທ້ຈິງ ໂດຍຂາດຄຸນນະທໍາ – ຄຸນນະພາບທີ່ນັກຄົ້ນຄວ້າວິໄຈຄວນຢຶດຖືເອົາໃຈໃສ່ເປັນຕົ້ນຕໍ.

ໃນໄລຍະຜ່ານມາ ການເຮັດບົດຄົ້ນຄວ້າວິໄຈ ໄດ້ເອົາໃຈໃສ່ໃຫ້ ຄວາມສໍາຄັນໜ້ອຍ ກ່ຽວກັບຄຸນຄ່າຂອງຜົນງານການຄົ້ນຄວ້າວິໄຈ ໂດຍສຸມໃສ່ສິ່ງທີ່ຕ້ອງການສຶກສາ ແລະ ຜົນການວິໄຈເທົ່ານັ້ນ ແຕ່ໃນປັດຈຸບັນນັກວິໄຈໄດ້ຮັບຮູ້ເຖິງຄຸນຄ່າຂອງສິ່ງທີ່ພວກເຂົາຄົ້ນຄວ້າ ແລະ ມີຄວາມສໍາຄັນໃນການເຮັດວິໄຈຫຼາຍຂຶ້ນ ແລະ ໃນການເຮັດການຄົ້ນຄວ້າວິໄຈຕ້ອງມີຄວາມເຂົ້າໃຈຢ່າງໜັກແໜ້ນເຖິງຖອງ ກ່ຽວກັບ   ສິດ – ໜ້າທີ່ສ່ວນຕົວຂອງແຕ່ລະຄົນ. ເຖິງຢ່າງໃດກໍຕາມ ຈັນຍາບັນໃນການວິໄຈ ແມ່ນອົງປະກອບພື້ນຖານທີ່ແນະນຳໃນການເຮັດການຄົ້ນຄວ້າວິໄຈ ແລະ ການຕັດສິນໃຈຂອງນັກວິໄຈ ເພື່ອໃຫ້ມີຄວາມໜັກແໜ້ນ, ດໍາເນີນການສຶກສາຄົ້ນຄວ້າວິໄຈທີ່ມີຄວາມຮັບຜິດຊອບ ແລະ ມີຈັນຍາບັນແທ້ຈິງ ໂດຍກ່ຽວຂ້ອງກັບຫຼັກການ ແລະ ມາດຕະຖານໃນຂະບວນການສ້າງຄວາມຮູ້ ເຊິ່ງບົດຄວາມນີ້ໄດ້ລົງເລິກໂດຍເນັ້ນຄວາມສໍາຄັນ ແລະ ບົດບາດໃນການຮັກສາຄວາມໜ້າເຊື່ອຖື ແລະ ຜົນກະທົບຕໍ່ສັງຄົມຂອງການວິໄຈ ດັ່ງນີ້:

1). ການຍອມຮັບ: ການຍອມຮັບ ຫຼື ເຫັນດີ ເປັນຂໍ້ມູນພື້ນຖານຂອງການຄົ້ນຄວ້າວິໄຈ ເຊິ່ງນັກວິໄຈຕ້ອງໃຫ້ຂໍ້ມູນກັບຜູ້ທີ່ມີສ່ວນຮ່ວມໃນການສຶກສາ, ຈຸດປະສົງ, ຄວາມສ່ຽງທີ່ອາດຈະເກີດຂຶ້ນ ແລະ ຜົນປະໂຫຍດທີ່ຄາດວ່າຈະໄດ້ຮັບ. ຜູ້ເຂົ້າຮ່ວມຄວນຕົກລົງໃນການມີສ່ວນຮ່ວມແບບສະໝັກໃຈ ໂດຍບໍ່ມີການບັງຄັບ ເພື່ອຮັບປະກັນວ່າ ນັກວິໄຈ ຫຼື ທີມນັກວິໄຈ ສາມາດຮັບຮູ້ເຂົ້າໃຈກ່ຽວກັບການມີສ່ວນຮ່ວມ, ຍອມຮັບໃຫ້ຂໍ້ມູນ, ສ້າງ ຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບສິດຂອງບຸກຄົນ ໂດຍການປົກປ້ອງສິດຂອງພວກເຂົາ ຕະຫຼອດໄລຍະຂອງຂະບວນການຄົ້ນຄວ້າ.

2). ຄວາມສັດຊື່ໃນການເຮັດວິໄຈ: ຄວາມສັດຊື່ຈິງໃຈ ແມ່ນປັດໄຈສຳຄັນທີ່ສຸດ, ສຳລັບການຮັກສາ ຄວາມເຊື່ອຖື ແລະ ຄວາມຖືກຕ້ອງຂອງຜົນການຄົ້ນຄວ້າວິໄຈ ແລະ ນັກວິໄຈຕ້ອງຢຶດໝັ້ນໃນຄຸນນະພາບ ແລະ ມາດຕະຖານດ້ານຄວາມສັດຊື່, ຄວາມໂປ່ງໃສ ແລະ ຄວາມຖືກຕ້ອງໃນເຕັກນິກວິທີການສຶກສາ, ການສະຫຼຸບລາຍງານຜົນໄດ້ຮັບ ແລະ ການອະທິບາຍຊີ້ແຈ້ງຄວາມໝາຍ, ການເກັບກຳ – ວິເຄາະປັບປຸງຂໍ້ມູນເປັນຕົ້ນ, ໃນນັ້ນ ຖ້າວ່ານັກວິໄຈຖືເບົາໂດຍສະເພາະມີການປອມແປງ ຫຼື ການລ່ວງລະເມີດຂໍ້ມູນທຸກຮູບແບບ ກໍຈະເປັນການທໍາລາຍຄວາມເຊື່ອຖືຂອງການຄົ້ນຄວ້າ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງສັງຄົມໃນຂົງເຂດການຄົ້ນຄວ້າວິທະຍາສາດອີກດ້ວຍ.

3). ການຮັກສາຄວາມລັບ ແລະ ຄວາມເປັນສ່ວນຕົວ: ການຮັກສາ ຄວາມລັບ, ເຄົາລົບນັບຖືຄວາມເປັນສ່ວນຕົວຂອງຜູ້ເຂົ້າຮ່ວມການວິໄຈເປັນສິ່ງສໍາຄັນທີ່ສຸດ ນັກວິໄຈຕ້ອງໃຊ້ມາດຕະການເພື່ອປົກປ້ອງຂໍ້ມູນທີ່ເປັນ ຄວາມລັບ ເພື່ອຮັບປະກັນວ່າຕົວຕົນຂອງຜູ້ເຂົ້າຮ່ວມ ແລະ ຂໍ້ມູນທີ່ລະອຽດອ່ອນຂອງຜູ້ເຂົ້າຮ່ວມແມ່ນຈະໄດ້ຮັບການປົກປ້ອງເຖິງຄວາມເປັນສ່ວນຕົວ ໂດຍບໍ່ໃຫ້ ລະບຸຊື່ ແລະ ນາມສະກຸນ.

4). ຄວາມສະເໜີພາບ ແລະ ຄວາມຍຸຕິທໍາ: ນັກວິໄຈ ຄວນພິຈາລະນາໃນດ້ານອະຄະຕິທີ່ເປັນໄປໄດ້ໃນການອອກແບບການສຶກສາ ແລະ ການຄັດເລືອກຜູ້ເຂົ້າຮ່ວມ. ການຢັ້ງຢືນຄວາມຫຼາກຫຼາຍຂອງຕົວຢ່າງໃນການຄົ້ນຄວ້າສຶກສາ ຈະສົ່ງເສີມ ຄວາມສາມາດໃນການສະຫຼຸບຜົນການຄົ້ນຄວ້າ ແລະ ຊ່ວຍຫຼີກເວັ້ນການຈໍາແນກໂດຍບໍ່ໄດ້ຕັ້ງໃຈ ນັກວິໄຈຄວນພະຍາຍາມສ້າງສະພາບແວດລ້ອມການຄົ້ນຄວ້າວິໄຈທີ່ດີ ເພື່ອຕ້ອນຮັບຜູ້ເຂົ້າຮ່ວມຈາກທຸກພາກສ່ວນທີ່ມີວັດທະນະທໍາ ແລະ ຂໍ້ມູນປະຊາກອນທີ່ຫຼາກຫຼາຍ.

5). ການຫຼຸດຜ່ອນຄວາມເສຍຫາຍ: ນັກວິໄຈຕ້ອງຈັດລໍາດັບ ຄວາມສໍາຄັນຂອງສະຫວັດດີການຂອງຜູ້ເຂົ້າຮ່ວມ ແລະ ພະຍາຍາມຫຼຸດຜ່ອນຄວາມເສຍຫາຍທີ່ອາດຈະເກີດຂຶ້ນໃນການເຮັດຄົ້ນຄວ້າວິໄຈໃຫ້ໜ້ອຍທີ່ສຸດ ເຊິ່ງປະກອບມີການປະເມີນ ແລະ ຫຼຸດຄວາມສ່ຽງ, ການບໍລິຫານ – ປ້ອງກັນກັບຜົນກະທົບດ້ານລົບໃຫ້ທັນການ ແລະ ສະໜອງກົນໄກສະໜັບສະໜູນທີ່ເໝາະສົມ, ຢຶດຖືຫຼັກການ ( ບໍ່ມີອັນຕະລາຍ ) ທີ່ໂປ່ງໃສ ພ້ອມທັງເສີມຂະຫຍາຍຄວາມຮັບຜິດຊອບດ້ານຈັນຍາບັນ ໃນການຈັດລໍາດັບ ຄວາມສໍາຄັນຂອງຄວາມປອດໄພ ແລະ ສະຫວັດດີການຂອງທຸກພາກສ່ວນທີ່ກ່ຽວຂ້ອງ.

6). ຄວາມຮັບຜິດຊອບຕໍ່ສັງຄົມ: ການຄົ້ນຄວ້າວິໄຈມີຜົນກະທົບຢ່າງກວ້າງຂວາງຕໍ່ສັງຄົມ ແລະ ນັກວິໄຈເອງ ຕ້ອງມີຄວາມຮັບຜິດຊອບໃນການມີສ່ວນຮ່ວມໃນດ້ານບວກ, ສິ່ງນີ້ກ່ຽວຂ້ອງກັບການພິຈາລະນາຜົນກະທົບທີ່ອາດຈະເກີດຂຶ້ນຈາກການຄົ້ນຄວ້າວິໄຈຕໍ່ທ້ອງຖິ່ນ, ສິ່ງແວດລ້ອມ ແລະ ບຸກຄົນຮຸ່ນຕໍ່ໄປ. ສະນັ້ນ, ດ້ານຈັນຍາບັນ ໄດ້ແນໃສ່ການດໍາເນີນການສຶກສາໃນລັກສະນະທີ່ສ້າງສັນ, ເປັນປະໂຫຍດຕໍ່ສັງຄົມ. ພ້ອມດຽວກັນນັ້ນ, ກໍຍັງເປັນການຫຼຸດຜ່ອນຜົນກະທົບທາງດ້ານລົບໃຫ້ເຫຼືອໜ້ອຍທີ່ສຸດ.

7). ຄວາມຮັບຜິດຊອບ ແລະ ການຊີ້ນໍາ: ການສ້າງກົນໄກການປົກຄອງ ເຊັ່ນ: ຄະນະກຳມະການສະຖາບັນ ແລະ ຂະບວນການທົບທວນດ້ານຈັນຍາບັນ ສາມາດຊ່ວຍໃຫ້ກິດຈະກຳການຄົ້ນຄວ້າວິໄຈ ດຳເນີນໄປຕາມມາດຕະຖານ ແລະ ຫຼັກການທີ່ມີຈັນຍາບັນສູງ. ນັກວິໄຈເອງຄວນມີສ່ວນຮ່ວມໃນການພິຈາລະນາທົບທວນຕົນເອງ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ພ້ອມທັງຂໍຄວາມເຫັນຈາກຜູ້ຊ່ຽວຊານ, ເພື່ອນຮ່ວມງານ ແລະ ເປີດກ້ວາງຕໍ່ການພິຈາລະນາຢ່າງຮອບຄອບ ເຊິ່ງຄວາມຮັບຜິດຊອບນີ້ ຈະຊ່ວຍຮັກສາຄວາມໜ້າເຊື່ອຖືໃນທາດແທ້ວິທະຍາສາດ ແລະ ສົ່ງເສີມວັດທະນາທໍາ ຂອງການຄົ້ນຄວ້າວິໄຈທີ່ມີຄວາມຮັບຜິດຊອບໄດ້.

ຍ້ອນເຫດຜົນດັ່ງກ່າວນີ້ ຈຶ່ງໄດ້ມີການແລກປ່ຽນກັນທາງດ້ານຈັນຍາບັນການຄົ້ນຄວ້າວິໄຈຂຶ້ນ, ໂດຍນັກວິໄຈຕ້ອງພິຈາລະນາເຖິງຈັນຍາບັນ ຄວນຖືເປັນພັນທະ, ໜ້າທີ່, ຄວາມຮັບຜິດຊອບຂອງນັກວິໄຈໃນການນໍາໃຊ້ວິທີການຕ່າງໆ ເພື່ອເຮັດການຄົ້ນ ຄວ້າວິໄຈ ທີ່ຖືກຕ້ອງເໝາະສົມ ແລະ ເກີດມີຄຸນຄ່າຫຼາຍທີ່ສຸດ. ໃນນັ້ນ ຄະນະກຳມະການມາດຕະຖານຈັນຍາບັນໃນການວິໄຈທາງຈິດຕະວິທະຍາອາເມລິກາ (American Psychological Association: APA) ໄດ້ຄົ້ນ ຄວ້າສຶກສາ, ເຜີຍແຜ່ ແລະ ຍອມຮັບຫຼັກການຈັນຍາບັນນັກວິໄຈ, ເຊິ່ງປະກອບມີ 10 ຫຼັກການທີ່ສຳຄັນ ຄື:

1). ຫຼັກການ A: ໃນການວາງແຜນການວິໄຈ ນັກວິໄຈຕ້ອງມີ ຄວາມຮັບຜິດຊອບ ທີ່ຈະຕ້ອງປະເມີນການຍອມຮັບທາງດ້ານຈັນຍາບັນຢ່າງລະມັດລະວັງ. ນັກວິໄຈຈະຕ້ອງສົມທຽບນໍ້າໜັກ ຄວາມສໍາຄັນລະຫວ່າງ ຄຸນຄ່າທາງດ້ານວິທະຍາສາດ ແລະ ຄຸນຄ່າຄວາມເປັນມະນຸດ ແລະ ມີໜ້າທີ່ໃນການສະແຫວງຫາຄໍາແນະນໍາທາງດ້ານຈັນຍາບັນ ພ້ອມທັງການປົກປ້ອງສິດຂອງຜູ້ມີສ່ວນຮ່ວມໃນການເຮັດຄົ້ນຄວ້າວິໄຈ.

2). ຫຼັກການ B: ນັກວິໄຈ ຕ້ອງຖືເປັນໜ້າທີ່ບູລິມະສິດຕົ້ນຕໍ ໃນການພິຈາລະນາວ່າຜູ້ມີສ່ວນຮ່ວມໃນການວິໄຈ ທີ່ໃຊ້ໃນການສຶກສາແມ່ນ “ກຸ່ມຕົວຢ່າງທີ່ມີ ຄວາມສ່ຽງຫຼາຍ ” ຫຼື “ກຸ່ມຕົວຢ່າງທີ່ມີຄວາມສ່ຽງໜ້ອຍທີ່ສຸດ” ຫຼື ບໍ? ຕາມມາດຕະຖານທີ່ໄດ້ຮັບການຍອມຮັບໂດຍທົ່ວໄປ.

3). ຫຼັກການ C: ນັກວິໄຈ ຕ້ອງມີຄວາມຮັບຜິດຊອບໃນການດໍາເນີນການຄົ້ນຄ້ວາວິໄຈຕາມຫຼັກຈັນຍາບັນ. ນອກນັ້ນ ຕ້ອງຮັບຜິດຊອບໃນການບໍລິຫານ ຕໍ່ກັບຜູ້ມີສ່ວນຮ່ວມໃນການວິໄຈຢ່າງຖືກຕ້ອງຕາມຫຼັກຈັນຍາບັນ ບໍ່ສະເພາະແຕ່ການປະຕິບັດນັ້ນຈະເຮັດໂດຍທີມຄົ້ນຄວ້າ, ນັກສຶກສາ, ພະນັກງານ ແລະ ບຸກຄົນອື່ນໆ. ພ້ອມທັງມີໜ້າທີ່ຕ້ອງປະຕິບັດຕາມຫຼັກຈັນຍາບັນເຊັ່ນດຽວກັນ.

4). ຫຼັກການ D: ຍົກເວັ້ນການຄົ້ນຄວ້າວິໄຈທີ່ມີຄວາມສ່ຽງໜ້ອຍທີ່ສຸດ ນັກວິໄຈຕ້ອງສ້າງຂໍ້ຕົກລົງ ຫຼື ສັນຍານທີ່ຈະແຈ້ງ ແລະ ຍຸຕິທໍາກັບພາກສ່ວນກ່ຽວຂ້ອງທີ່ເຂົ້າຮ່ວມໃນການວິໄຈ, ໃຈ້ແຍກໜ້າທີ່ ແລະ ຄວາມຮັບຜິດຊອບຂອງແຕ່ລະຝ່າຍ, ນັກວິໄຈມີຫນ້າທີ່ປະຕິບັດຕາມເງື່ອນໄຂ ແລະ ກົດລະບຽບ ທີ່ກຳນົດໄວ້ໃນສັນຍາ. ນັກວິໄຈຕ້ອງແຈ້ງໃຫ້ຜູ້ທີ່ມີສ່ວນຮ່ວມໃນການວິໄຈ ຮັບຊາບກ່ຽວກັບເງື່ອນໄຂຕ່າງໆໃນການເຮັດຄົ້ນຄວ້າວິໄຈ ເຊິ່ງຕ້ອງສະແດງເຫດຜົນທີ່ຜູ້ມີສ່ວນຮ່ວມໃນການວິໄຈຈະຕ້ອງເຂົ້າຮ່ວມ ແລະ ອະທິບາຍລາຍລະອຽດຕ່າງໆ ໃຫ້ຜູ້ທີ່ມີສ່ວນຮ່ວມໃນການຄົ້ນຄວ້າຮັບຮູ້. ໃນກໍລະນີທີ່ບໍ່ສາມາດເປີດເຜີຍຂໍ້ມູນທັງໝົດໄດ້ ນັກຄົ້ນຄວ້າວິໄຈ ຈະຕ້ອງກໍານົດມາດຕະການໃນການປົກປ້ອງຄຸ້ມຄອງສະຫວັດດີການ ແລະ ກຽດສັກສີຂອງຜູ້ທີ່ມີສ່ວນຮ່ວມໃນການວິໄຈ,  ການດໍາເນີນການວິໄຈກັບເດັກນ້ອຍ ແລະ ຄົນພິການ ເຊິ່ງມີຂໍ້ຈໍາກັດໃນຄວາມເຂົ້າໃຈ ແລະ ດ້ານການສື່ສານ ຕ້ອງໄດ້ມີມາດຕະການປົກປ້ອງພິເສດ.

5). ຫຼັກການ E: ການດໍາເນີນການວິໄຈທີ່ກໍານົດໄວ້ໃນການສຶກສາ ບາງດ້ານຈໍາເປັນຕ້ອງມີການຮັກສາ (ເຊື່ອງອໍາ) ແລະ ຫຼອກລໍ້ຜູ້ເຂົ້າຮ່ວມໃນການວິໄຈ ກ່ອນທີ່ຈະດໍາເນີນການສຶກສາ ນັກວິໄຈຕ້ອງຮັບຜິດຊອບຄື: (1) ພິຈາລະນາວ່າການຕັດສິນໃຈນໍາໃຊ້ເຕັກນິກດັ່ງກ່າວ ມີຄຸນຄ່າທາງວິທະຍາສາດທາງການສຶກສາ ຫຼື ການປະຍຸກ (ໝູນໃຊ້) ຫຼື ບໍ?, (2) ພິຈາລະນາວ່າວິທີການອື່ນທີ່ບໍ່ຄວນຮັກສາ (ບໍ່ເຊື່ອງອໍາ) ຫຼື ຫລອກລໍ້ໃຫ້ຜູ້ມີສ່ວນຮ່ວມໃນການຄົ້ນຄວ້າໃຫ້ເລືອກຕື່ມອີກ ຫຼື ບໍ? (3) ໃຫ້ ຄວາມເຊື່ອໜັ້ນວ່າ ຜູ້ທີ່ມີສ່ວນຮ່ວມໃນການຄົ້ນຄວ້າວິໄຈ ຈະໄດ້ຮັບຄໍາອະທິບາຍທີ່ພຽງພໍ ແລະ ວ່ອງໄວເທົ່າທີ່ຄວນຈະເປັນ.

6). ຫຼັກການ F: ນັກຄົ້ນຄວ້າວິໄຈ ຕ້ອງເຄົາລົບສິດເສລີພາບຂອງຜູ້ທີ່ເຂົ້າຮ່ວມການຄົ້ນຄວ້າ ທີ່ອາດຈະບໍ່ໃຫ້ການຮ່ວມມື ຫຼື ປະຕິເສດ-ລາອອກຈາກການຄົ້ນຄວ້າໄດ້ຕະຫລອດເວລາ, ນັກວິໄຈມີໜ້າທີ່ໃນການປົກປ້ອງສິດເສລີພາບນີ້ຢ່າງເຂັ້ມງວດ. ນັກຄົ້ນຄວ້າວິໄຈມີສິດ ແລະ ມີອິດທິພົນຫຼາຍກວ່າຜູ້ທີ່ເຂົ້າຮ່ວມໃນການຄົ້ນຄວ້າ ບໍ່ພຽງແຕ່ໃນກໍລະນີທົ່ວໆໄປ ແຕ່ລວມເຖິງສະພາບການ ທີ່ຜູ້ມີສ່ວນຮ່ວມໃນການວິໄຈ ເປັນນັກວິໄຈ, ນັກສຶກສາ, ລູກຄ້າ ຫຼື ພະນັກງານຂອງນັກວິໄຈ.

7). ຫຼັກການ G: ນັກວິໄຈຕ້ອງປົກປ້ອງຜູ້ທີ່ເຂົ້າຮ່ວມໃນການຄົ້ນຄວ້າ ຈາກຜົນກະທົບທາງດ້ານຮ່າງກາຍ ແລະ ຈິດໃຈ ເຊິ່ງອາດຈະໄດ້ຮັບຈາກດໍາເນີນການຄົ້ນຄ້ວາວິໄຈ. ຖ້າວ່າມີຄວາມສ່ຽງທີ່ເກີດຈາກການກະທຳນັ້ນ ນັກວິໄຈຕ້ອງແຈ້ງໃຫ້ຜູ້ທີ່ມີສ່ວນຮ່ວມໃນການຄົ້ນຄວ້າຮັບຊາບຕາມຄວາມເປັນຈິງ ເຊິ່ງຂະບວນການຄົ້ນຄວ້າທີ່ເຮັດໃຫ້ເກີດອັນຕະລາຍທີ່ຮຸນແຮງ ແລະ ຍາວນານນັ້ນ ນັກວິໄຈບໍ່ຄວນເອົາມານຳໃຊ້ ນອກຈາກຖ້າບໍ່ແມ່ນວິທີການທີ່ຖືກຕ້ອງແລ້ວ ຈະເຮັດໃຫ້ຜູ້ມີສ່ວນຮ່ວມໃນການວິໄຈມີ ຄວາມສ່ຽງຕໍ່ກັບອັນຕະລາຍຫຼາຍຂຶ້ນ ຫຼື ນອກຈາກການວິໄຈນີ້ຈະເປັນປະໂຫຍດຫຼາຍກວ່າ ແລະ ຜູ້ມີສ່ວນຮ່ວມໃນການວິໄຈແຕ່ລະຄົນຕ້ອງມີການຮັບຮູ້ ແລະ ຍອມຮັບແລ້ວ. ຜູ້ມີສ່ວນຮ່ວມໃນການວິໄຈຕ້ອງໄດ້ຮັບຮູ້ຂໍ້ມູນກ່ຽວກັບການດຳເນີນການວິໄຈ ເພື່ອຖາມນັກວິໄຈໃນກໍລະນີທີ່ຜູ້ມີສ່ວນຮ່ວມໃນການວິໄຈອາດບໍ່ເຂົ້າໃຈ, ເປັນອັນຕະລາຍ ຫຼື ກ່ຽວກັບຄຳຖາມ ຫຼື ຂໍຂ້ອງໃຈທີ່ອາດເກີດຂຶ້ນຕາມມາໃນພາຍຫລັງ.

8). ຫຼັກການ H: ຫຼັງຈາກເກັບກໍາຂໍ້ມູນສໍາເລັດ ນັກຄົ້ນຄວ້າວິໄຈຕ້ອງໃຫ້ຄໍາແນະນໍາກ່ຽວກັບສິ່ງທີ່ໄດ້ສຶກສາ ແລະ ອະທິບາຍຊີ້ແຈງ ແກ້ໄຂຄວາມເຂົ້າໃຈຜິດຕ່າງໆ ທີ່ອາດເກີດຂຶ້ນກັບຜູ້ມີສ່ວນຮ່ວມການການຄົ້ນຄວ້າ, ແຕ່ຖ້າຄຸນຄ່າທາງວິທະຍາສາດ ແລະ ຄຸນຄ່າຄວາມເປັນມະນຸດ ເຮັດໃຫ້ມີສະພາບກົດດັນ ຫຼື ຖ່ວງດຶງ ຫຼື ປິດກັ້ນຂໍ້ມູນໄວ້ ນັກວິໄຈຄວນຮັບຜິດຊອບເປັນພິເສດໃນການຄຸ້ມຄອງຕິດຕາມຜົນການຄົ້ນຄວ້າວິໄຈ ແລະ ໃຫ້ໝັ້ນໃຈໄດ້ວ່າ ຈະບໍ່ມີຜົນກະທົບທາງລົບຕໍ່ຜູ້ທີ່ກ່ຽວຂ້ອງ.

9). ຫຼັກການ I: ຖ້າຜົນການຄົ້ນຄວ້າວິໄຈທີ່ໄດ້ຮັບນັ້ນ ບໍ່ເປັນໄປຕາມຈຸດປະສົງທີ່ປາຖະໜາ ສໍາລັບຜູ້ເຂົ້າຮ່ວມການຄົ້ນຄວ້າແຕ່ລະຄົນໃນພາຍຫຼັງ ນັກວິໄຈຈະຕ້ອງຮັບຜິດຊອບ ໂດຍດຳເນີນການທົບທວນ, ກວດສອບ ແລະ ແກ້ໄຂຈຸດຜິດພາດໃຫ້ຖືກຕ້ອງ ພ້ອມທັງຜົນທີ່ອາດຈະເກີດຂຶ້ນໃນໄລຍະຍາວ.

10). ຫຼັກການ J: ຂໍ້ມູນທີ່ໄດ້ຮັບກ່ຽວກັບຜູ້ເຂົ້າຮ່ວມໃນການຄົ້ນຄວ້າໃນໄລຍະທີ່ກໍາລັງສຶກສານັ້ນ ຕ້ອງຖືເປັນຄວາມລັບ, ນັກຄົ້ນຄວ້າວິໄຈຕ້ອງບໍ່ເອົາໄປເປີດເຜີຍ ພາຍຫຼັງສຳເລັດການຄົ້ນຄວ້າວິໄຈ. ນັກຄົ້ນຄວ້າວິໄຈຕ້ອງຮັບຜິດຊອບ ແລະ ອະທິບາຍການວາງແຜນສໍາລັບການປົກປ້ອງການຮົ່ວໄຫລຂອງ ຄວາມລັບໃຫ້ກັບຜູ້ທີ່ມີສ່ວນຮ່ວມໃນການຄົ້ນຄວ້າຮັບຮູ້ ເຊິ່ງເປັນສ່ວນໜຶ່ງໃນການທີ່ຈະເຮັດໃຫ້ຜູ້ມີສ່ວນຮ່ວມ ຍອມຮັບໃຫ້ການຮ່ວມມືໃນການຄົ້ນຄວ້າວິໄຈ.  ( ອ້າງອີງ: ຖິປັດ ໂສດທິວັນ, 2010 ).

ສະນັ້ນ, ຈັນຍາບັນນັກວິໄຈ ແມ່ນຄຸນລັກສະນະການປະຕິບັດ ຫຼື ພຶດຕິກຳທີ່ຄວນເຮັດສຳລັບນັກຄົ້ນຄວ້າວິໄຈ, ຈັນຍາບັນນັກວິໄຈ ຈຶ່ງເປັນຂໍ້ກຳນົດລວມໆ ທີ່ນັກວິໄຈທຸກຄົນຕ້ອງໄດ້ເອົາໃຈໃສ່ປະຕິບັດຕາມ, ຕັກເຕືອນສະຕິຂອງນັກວິໄຈທຸກຄົນໃຫ້ປະຕິບັດເປັນແນວທາງໃນລວງດຽວກັນ ເພື່ອຄວາມຖືກຕ້ອງຈົບງາມ ແລະ ເປັນມາດຖານທີ່ຍອມຮັບຈາກສັງຄົມ ເຊັ່ນ: ການຍອມຮັບ ຫຼື ບໍ່ລະເມີດສິດຕາມທີ່ໄດ້ກຳນົດໄວ້, ການຮັບຜິດຊອບຕໍ່ພຶດຕິກຳ ແລະ ຜົນການດຳເນີນການວິໄຈ, ການຮັກສາຄຸນນະພາບການວິໄຈ, ການຮັບຜິດຊອບຕໍ່ຜູ້ມີສ່ວນກ່ຽວຂ້ອງກັບໂຄງການວິໄຈ ແລະ ສັງຄົມ, ຄຸນນະທຳຄວາມສັດຊື່, ການເຜີຍແຜ່ ແລະ ການນຳໃຊ້ຜົນການວິໄຈ ເປັນຕົ້ນ. ນອກນັ້ນ ນັກວິໄຈ ຍັງມີສ່ວນສະໜັບສະໜູນໃນໜ້າທີ່ພື້ນຖານການຄົ້ນຄວ້າ ບໍ່ສະເພາະພຽງແຕ່ມີຄວາມໜັກແໜ້ນເຂັ້ມແຂງ, ເຂັ້ມງວດ, ໂປ່ງໃສດ້ານວິຊາການເທົ່ານັ້ນ ແຕ່ຍັງມີເຫດຜົນທາງດ້ານຈັນຍາບັນອີກດ້ວຍ ແລະ ການຄົ້ນຄວ້າສອດຄ່ອງຕາມຫຼັກການ ແລະ ຈັນຍາບັນ ແມ່ນການເນັ້ນໜັກເອົາໃຈໃສ່ໃນການພັດທະນາ ຄວາມຮູ້ຮ່ວມກັນ ພ້ອມດຽວກັນນັ້ນ ຕ້ອງເຄົາລົບສິດ ແລະ ສະຫວັດດີການ ການເປັນຢູ່ທີ່ດີຂອງບຸກຄົນ ຫຼື ທຸກພາກສ່ວນທີ່ກ່ຽວຂ້ອງ.

ອ້າງອີງຂໍ້ມູນ: ຖິປັດ ໂສດທິວັນ, Factors affecting the ethics of researcher of the graduate students of Institute of Private Tertiary Education, 2010 ແລະ Sasakorn Krissanasatian, The Technique way of Learning researcher ethic to use for developing the attitude of market learning effectively, 2009.