ຄວາມສັດຊື່ ເປັນສິ່ງສຳຄັນຫຼາຍ ແລະ ສຳຄັນເທົ່າກັບການເຮັດວຽກງານໃດໜຶ່ງທີ່ຖືກຕ້ອງຊອບທຳ ບໍ່ວ່າຈະຢູ່ໃນຊ່ວງເວລາໃດ ຫຼື ຈະຢູ່ໃນສະພາບການໃດ ຄວາມສັດຊື່ສາມາດເຮັດໃຫ້ທ່ານໄດ້ຮັບ ຄວາມນັບຖື ແລະ ເຊື່ອ ໝັ້ນ ໄວ້ວາງໃຈຈາກການຈັດຕັ້ງ ຫຼື ບຸກຄົນອື່ນໄດ້ສະເໝີ.
ຕ້ອງໄດ້ຢໍ້າອີກວ່າ “ຄວາມສັດຊື່” ເປັນຄຸນນະທໍາທີ່ດີງາມປະການໜຶ່ງ ຖ້າມີຄວາມສັດຊື່ຕໍ່ບຸກຄົນຜູ້ອື່ນໆ ກໍຈະໄດ້ຮັບ ຄວາມເຊື່ອໝັ້ນໄວ້ວາງໃຈ ແລະ ການຖືກໃຫ້ກຽດຈາກຜູ້ອື່ນເຊັ່ນດຽວກັນ, ສະນັ້ນທ່ານຈະບໍ່ສາມາດເຮັດອັນໃດອັນໜຶ່ງໄດ້ ຍ້ອນວ່າໃນຊີວິດພຶດຕິກຳຕົວຈິງ ຈຳເປັນຕ້ອງໄດ້ເຮັດວຽກ ຫຼື ຮ່ວມວຽກງານຮ່ວມກັບຜູ້ອື່ນສະເໝີ.
ຕົວຢ່າງ: ໃນຍຸກທີ່ເສດຖະກິດຖົດຖອຍ ທ້າວ A (ນາມສົມມຸດ) ໄດ້ເດີນທາງເຂົ້າໄປຊອກຫາວຽກເຮັດງານທຳໃນຕົວເມືອງໃຫຍ່ ຫວັງວ່າຈະ ມີໂອກາດດີຂຶ້ນ, ມາໃນມື້ໜຶ່ງ ທີ່ໂຮງງານເຟີນີເຈີແຫ່ງໜຶ່ງ ໄດ້ປະກາດຮັບສະໝັກພະນັກງານຊ່າງເຟີນີເຈີ ລາວຈຶ່ງໄດ້ຕັດສິນໃຈໄປສະໝັກດ້ວຍຄວາມດີໃຈ ແລະ ກໍໄດ້ເຮັດວຽກນີ້ພ້ອມກັບຜູ້ອື່ນໆ, ໃນນັ້ນ ຜູ້ນຳຂອງຮ້ານເຟີນີເຈີ ໄດ້ກຳນົດຄ່າຈ້າງຕາມການເຮັດວຽກຂອງແຕ່ລະຄົນຄື ທຸກຄົນຈະໄດ້ຮັບຄ່າຈ້າງຕາມຈຳນວນວຽກຕົວຈິງທີ່ເຮັດໄດ້ ໂດຍຈະຈ່າຍຄ່າແຮງງານໃຫ້ເປັນປະຈຳແຕ່ລະອາທິດ ແຕ່ມີເງື່ອນໄຂວ່າ ວຽກທຸກຢ່າງຖ້າເຮັດແລ້ວ ຈະຕ້ອງຜ່ານການກວດກາໃຫ້ໄດ້ຖືກຕ້ອງຕາມມາດຕະຖານ ຈຶ່ງຈະໄດ້ຮັບຄ່າຈ້າງ ເປັນຕົ້ນ, ເນື່ອງຈາກທ້າວ A ຮູ້ວ່າ ໂອກາດທີ່ລາວຈະໄດ້ມີວຽກເຮັດງານທຳແບບນີ້ນັ້ນ ບໍ່ແມ່ນເລື່ອງງ່າຍ ລາວຈຶ່ງຕັ້ງໃຈຮຽນຮູ້ ຝຶກຝົນພັດທະນາຕົນເອງ ແລະ ອົດທົນພະຍາຍາມເຮັດວຽກຈົນກາຍເປັນບຸກຄົນໜຶ່ງ ທີ່ມີຜົນງານພົ້ນເດັ່ນຢູ່ໃນເປົ້າໝາຍ ຫຼື ຢູ່ໃນສາຍຕາເຈົ້າຂອງໂຮງງານ. ຍ້ອນຄວາມເອົາໃຈໃສ່ມີປະສົບການທີ່ພັດທະນາຂຶ້ນເລື້ອຍໆນັ້ນ ລາວຈຶ່ງມີຜົນງານພົ້ນເດັ່ນຫຼາຍກວ່າພະນັກງານຜູ້ອື່ນໆ ລວມທັງມີໜ້ອຍຄັ້ງທີ່ສຸດ ທີ່ລາວຈະເກີດຄວາມຜິດພາດໃນວຽກງານ.
ເມື່ອເວລາໄດ້ຜ່ານໄປ ເຈົ້າຂອງໂຮງງານເຟີນີເຈີ ຕ້ອງການຊອກຫາເປົ້າໝາຍພະນັກງານສືບທອດ ຫຼື ຄຸ້ມຄອງເບິ່ງແຍງທຸລະກິດ ແລະ ພະນັກງານທັງໝົດໃນໂຮງງານ, ເຊິ່ງເຈົ້າຂອງໂຮງງານ ຈຶ່ງຄິດເຫັນແຕ່ ທ້າວ A, ແຕ່ເພື່ອໃຫ້ໝັ້ນໃຈວ່າ ທ້າວ A ຈະເປັນຫົວໜ້າທີ່ສັດຊື່ໃນໜ້າທີ່ ຫຼື ບໍ?. ເຈົ້າຂອງໂຮງງານ ຈຶ່ງເອີ້ນພະນັກງານທັງໝົດມາປະຊຸມກັນ ແລະ ໄດ້ແຈ້ງວ່າ ມີຕັ່ງຈຳນວນໜຶ່ງ ທີ່ຈະຕ້ອງຮີບຮ້ອນເຮັດໃຫ້ແລ້ວຕາມກຳນົດເວລາ ແຕ່ເພື່ອໃຫ້ເກີດຄວາມວ່ອງໄວ ຈຶ່ງຂໍຍົກເລີກເງື່ອນໄຂຂໍ້ກຳນົດອັນເກົ່າເປັນການຊົ່ວຄາວ ໝາຍວ່າພະນັກງານທຸກຄົນ ຈະໄດ້ຮັບຄ່າຈ້າງຕາມຈຳນວນຕັ່ງທີ່ເຮັດໄດ້ ໂດຍບໍ່ຈຳເປັນຕ້ອງຜ່ານການກວດກາ. ເມື່ອທຸກຄົນໄດ້ຮັບຮູ້ຄືແນວນັ້ນ ຈຶ່ງແຂ່ງຂັນກັນເຮັດຢ່າງວ່ອງໄວ ເພື່ອໃຫ້ໄດ້ຄ່າຈ້າງຫຼາຍທີ່ສຸດ ໂດຍບໍ່ຄິດຄຳນຶງວ່າ: ຄຸນນະພາບຂອງວຽກຈະເປັນແນວໃດ?. ເຖິງແມ່ນວ່າຈະຢູ່ໃນເງື່ອນໄຂໃໝ່ກໍຕາມ ແຕ່ວຽກງານທີ່ທ້າວ A ເຮັດຍັງມີຄຸນນະພາບໄດ້ມາດຕະຖານດີຄືເກົ່າ ແລະ ລາວຈຶ່ງຖືກພິຈາລະນາເລືອກໃຫ້ເປັນຫົວໜ້ານໍາພາໃນໂຮງງານແຫ່ງນີ້. ອີກຫຼາຍປີຕໍ່ມາ ເສດຖະກິດເລີ່ມຟື້ນຕົວດີຂຶ້ນ ເຮັດໃຫ້ໂຮງງານເຟີນີເຈີແຫ່ງນີ້ ໄດ້ຈະເລີນກ້າວໜ້າຂະຫຍາຍຕົວຂຶ້ນເປັນກ້າວໆ ລາວຈຶ່ງຖືກພິຈາລະນາເລື່ອນຕຳແໜ່ງຂຶ້ນເປັນຜູ້ບໍລິຫານຂອງໂຮງງານ ເຊິ່ງເປັນອີກຄັ້ງໜຶ່ງທີ່ລາວໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈ. ທັງໝົດນີ້ ແມ່ນຍ້ອນຄວາມສັດຊື່ບໍລິສຸດ, ໜັກແໜ້ນ, ທ່ຽງທຳ ແລະ ບໍ່ຄອນແຄນ ຈຶ່ງເຮັດໃຫ້ລາວໄດ້ມີວຽກເຮັດ ແລະ ໄດ້ຮັບ ຄວາມເຊື່ອໝັ້ນໄວ້ວາງໃຈສູງສຸດ.
ຄວາມສັດຊື່ ບໍ່ໄດ້ມີແຕ່ຄຸນຄ່າໃນດ້ານຄຸນນະທຳ ແຕ່ຍັງມີຄຸນຄ່າໃນດ້ານເສດຖະກິດ ແລະ ສັງຄົມອີກດ້ວຍ. ໃນນັ້ນ ພະນັກງານທີ່ສັດຊື່ໜຶ່ງຄົນ ສາມາດໃຫ້ຄວາມຮູ້ສຶກທີ່ເຊື່ອໝັ້ນໄວ້ວາງໃຈຕໍ່ບຸກຄົນອື່ນໄດ້ ພ້ອມທັງເຮັດໃຫ້ທ້າວ A ໄດ້ຖືກຍ້ອງຍໍຍອມຮັບໃນສາຍຕາຂອງຜູ້ນໍາ. ຕະຫລອດໄລຍະທີ່ໄດ້ຮັບຄວາມໄວ້ວາງໃຈຈາກຜູ້ນໍາ ສາມາດປະເມີນຕີລາຄາ ໄດ້ວ່າ: ທ້າວ A ໄດ້ນໍາເອົາຜົນງານ-ຜົນດີທີ່ເປັນປະໂຫຍດ ມາສູ່ຊີວິດການເຮັດວຽກຂອງຕົນເອງດ້ວຍ.
ກໍລະນີກົງກັນຂ້າມ ຖ້າບຸກຄົນໃດໜຶ່ງ ໄດ້ສູນເສຍທັດສະນະແນວຄິດຫລັກໝັ້ນ, ເສຍທາດຂາດຄຸນ, ເສຍຄວາມສັດຊື່ຕໍ່ຕົນເອງ ແລະ ການຈັດຕັ້ງແລ້ວ ກໍຄືໄດ້ສູນເສຍໂອກາດທັງໝົດທີ່ຈະນຳໄປສູ່ຜົນສຳເລັດທີ່ດີກວ່າໃນຕໍ່ໜ້າ, ບຸກຄົນ ຫຼື ກຸ່ມຄົນ ທີ່ບໍ່ສັດຊື່ໜຶ່ງຄົນ ຫຼື ໜຶ່ງກຸ່ມ (ສະເພາະຜູ້ທີ່ບໍ່ໃຫ້ກຽດ-ບໍ່ເຄົາລົບນັບຖືຕົນເອງ) ຈະສູນເສຍບົດບາດໜ້າຕາຊື່ສຽງກຽດສັກສີຂອງຕົນ ແລະ ຄອບຄົວ, ຈະສູນເສຍໝູ່ກອງເພື່ອນສະຫາຍທີ່ຮັກແພງ, ເສຍຄວາມຮັກຄວາມແພງຈາກລູກຄ້າ-ຂາຫຸ້ນ ແລະ ໜ້າທີ່ວຽກງານ ຍ້ອນບໍ່ມີໃຜຍອມຮ່ວມເຮັດວຽກ ຫຼື ບໍ່ວ່າແຕ່ຈະໄປມາຫາສູ່-ຄົບຄ້າສະມາຄົມກັບຜູ້ໃດກໍຕາມ ທີ່ບໍ່ມີຄວາມສັດຊື່ ອັນເປັນຄຸນນະທຳປະຈຳໃຈ.
ພະນັກງານຜູ້ໃດ ທີ່ບໍ່ມີ ຄວາມສັດຊື່ບໍລິສຸດແລ້ວ, ຜູ້ນຳອົງກອນອາດພຽງຕ້ອງການໃຊ້ຄວາມສາມາດຂອງພວກເຂົາ ເພື່ອຄວາມຈຳເປັນແບບຊົ່ວຄາວ, ຖ້າຜ່ານໄລຍະເວລາຂອງຄວາມຈຳເປັນແລ້ວ ເຖິງແມ່ນວ່າພວກເຂົາຈະສະຫລຽວສະຫລາດປານໃດກໍຕາມ ກໍຈະເກີດຄວາມລະແວງສົງໄສ ຖືກຄົ້ນຄວ້າຕີລາຄາຄືນຫຼາຍຫລົບຫຼາຍຕ່າວ ແລະ ຖືກປະຕິເສດທັນທີທັນໃດ ຍ້ອນວ່າຜູ້ທີ່ບໍ່ມີຄວາມສັດຊື່ນັ້ນ ຈະເປັນພິດໄພອັນຕະລາຍ ຫຼື ເປັນສັດຕູພາຍໃນ ທີ່ແອບແຝງຝັງຢູ່ໃນອົງກອນ ຫຼື ການຈັດຕັ້ງແບບບໍ່ຕ້ອງສົງໄສ, ບໍ່ມີຜູ້ນຳອົງກອນໃດ ກ້າຂໍຄວາມຊ່ວຍເຫລືອໃຊ້ວຽກ ຫຼື ມອບໝາຍ ໜ້າທີ່ວຽກງານອັນມີກຽດສຳຄັນໆໃຫ້ກັບບຸກຄົນ ຫຼື ກຸ່ມຄົນປະເພດນີ້ຮັບຜິດຊອບເປັນເດັດຂາດ.
ຄວາມສັດຊື່ສົມທຽບໄດ້ຄືກັນກັບອາກາດດີສົດຊື່ນ ຖ້າໄດ້ຢູ່ໃນອົງກອນທີ່ອ້ອມຂ້າງດ້ວຍການມີເລ່ກົນອຸບາຍແລ້ວ ອາກາດທີ່ສົດຊື່ນນີ້ ກໍເພີ່ມທະວີຟົ້ງກະຈາຍໄດ້ກວ້າງຂວາງທົ່ວເຖິງ, ພະນັກງານທີ່ມີລັກສະນະຄືກັບອາກາດທີ່ສົດຊື່ນນີ້ ຈຶ່ງເປັນຜູ້ທີ່ຖືກໄວ້ເນື້ອເຊື່ອໃຈຈາກການຈັດຕັ້ງ, ອົງກອນ ຫຼື ຫົວໜ້າຂອງພວກເຂົາ ແລະ ພ້ອມຈະຖືກມອບໝາຍວຽກງານສຳຄັນໆໃຫ້ແບບບໍ່ຕ້ອງໄດ້ຄິດຍາກ ແລະ ລະແວງສົງໄສຫຍັງເລີຍ.
ສະນັ້ນ, ໃນການເປັນພະນັກງານຂອງການຈັດຕັ້ງໃດໜຶ່ງແລ້ວ ຖ້າວ່າທ່ານເປັນຜູ້ທີ່ມີຄຸນນະທຳຂອງຄວາມສັດຊື່ບໍລິສຸດແທ້ຈິງແລ້ວ ຂໍໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມດັ່ງກ່າວ, ບໍ່ຕ້ອງງໍ້ງ່ຽງ-ປ່ອຍວາງ ຄວາມດີຄວາມງາມເຫລົ່ານັ້ນ ຍ້ອນເຫດຜົນທີ່ວ່າຜູ້ອື່ນເຫັນວ່າທ່ານ ເປັນຄົນສັດຊື່ໝັ້ນທ່ຽງເກີນໄປ. ທ່ານຕ້ອງຮູ້ວ່າໃນສັງຄົມການເຮັດວຽກນັ້ນ ບໍ່ມີສິ່ງໃດທີ່ມີຄຸນຄ່າຫຼາຍກວ່າ ຄວາມສັດຊື່ບໍລິສຸດ, ຄວາມສັດຊື່ຂອງທ່ານ ສາມາດເຮັດໃຫ້ທ່ານໄດ້ມີບົດບາດ ມີກຽດສັກສີ, ເກີດເປັນໜໍ່ແໜງ ຫຼື ສົມທຽບໄດ້ຄືກັບດວງດາວທີ່ມີຄວາມງາມ ແລະ ແສງສະ ຫວ່າງໃນຂົງເຂດອາຊີບ-ວຽກງານຂອງທ່ານ. ຄວາມສັດຊື່ຍັງເປັນຈຸດແຂງຂໍ້ໄດ້ປຽບ ແລະ ເປັນຊັບສິນຂອງທ່ານ ເຊິ່ງຈະເປັນມິດຕະພາບທີ່ສະອາດຈົບງາມ ຕິດຕົວທ່ານໄປຈົນຮອດມື້ແຫ່ງຜົນສຳເລັດໄດ້. ດັ່ງຄໍາເວົ້າບາງຕອນທີ່ກ່ຽວຂ້ອງຂອງ ປະທານໄກສອນ ພົມວິຫານ ທີ່ວ່າ: “ ພວກເຮົາບໍ່ສາມາດຝາກຝັງທຶນຮອນອັນປະເສີດຂອງຊາດ ໄວ້ນຳບຸກຄົນ ຜູ້ທີ່ບໍ່ມີຄຸນສົມບັດ ແລະ ຄວາມສາມາດພຽງພໍ ” ແລະ ບາງຄໍາເວົ້າຂອງ ທ່ານ ສຸພານຸວົງ ທີ່ວ່າ: “ ຄົນສັດຊື່ ເງີຍໜ້າບໍ່ອາຍຟ້າ ກົ້ມໜ້າບໍ່ອາຍດິນ ”.