ການກຳນົດສິ່ງຈູງໃຈໃນການເຮັດວຽກ

21

ໃນສະພາບ ແລະ ເງື່ອນໄຂຕົວຈິງພວກເຮົາຮູ້ວ່າ ພະນັກງານຈະມີຈິດໃຈ, ທັດສະນະ ແລະ ເຮັດວຽກໄດ້ດີ ຖ້າວ່າ (1) ພວກເຂົາມີເປົ້າໝາຍທີ່ຈະແຈ້ງ; (2) ພວກເຂົາເຊື່ອວ່າບັນລຸເປົ້າໝາຍນັ້ນໄດ້ ແລະ (3) ພວກເຂົາຮູ້ວ່າຈະໄດ້ຮັບອັນໃດແດ່ ຖ້າບັນລຸເປົ້າໝາຍນັ້ນ ເຊິ່ງທັງສາມປັດໄຈນີ້ເປັນເຄື່ອງມືທີ່ສຳຄັນສຳລັບການຈູງໃຈພະນັກງານ ຫຼື ເພື່ອນຮ່ວມງານດ້ວຍກັນ.

ການຈູງໃຈແຕກຕ່າງຈາກການໃຫ້ລາງວັນ – ຂອງຂວັນ, ການຈູງໃຈເປັນປັດໄຈທີ່ກຳນົດລ່ວງໜ້າ. ສ່ວນລາງວັນ – ຂອງຂວັນຈະໄດ້ຮັບຫຼັງຈາກມີຜົນງານ. ສິ່ງຈູງໃຈຍັງເປັນການກະຕຸ້ນພະນັກງານ ເຊິ່ງພະນັກງານຕ້ອງຮູ້ລ່ວງໜ້າ, ສະນັ້ນການກຳນົດສິ່ງຈູງໃຈ ຈຶ່ງຄວນເປັນສ່ວນໜຶ່ງຂອງຂະບວນການວາງແຜນການດຳເນີນງານ.

ໃນບາງຄັ້ງບໍ່ຄວນເຂົ້າໃຈຜິດວ່າ ສິ່ງຈູງໃຈຕ້ອງເປັນວັດຖຸສິ່ງຂອງທີ່ມີມູນຄ່າມະຫາສານເຖິງແມ່ນວ່າໂບນັດ ( Bonut ) ທີ່ໄດ້ຮັບຈະສາມາດປັບປຸງຜົນງານໃຫ້ດີຂຶ້ນກໍຕາມ ແຕ່ກໍມີໂບນັດ ຫຼື ຜົນປະໂຫຍດອື່ນໆ ທີ່ບໍ່ຫຼາຍປານໃດເຊັ່ນ: ການໄດ້ຮັບການຝຶກອົບຮົມໄດ້ຮັບການສະໜັບສະໜູນໃຫ້ເລື່ອນຕຳແໜ່ງ ຫຼື ໄດ້ຮັບເຊີນໃຫ້ກິນເຂົ້າຮ່ວມກັບຜູ້ບໍລິຫານລະດັບສູງ ເປັນຕົ້ນ. ປັດໄຈເຫຼົ່ານີ້ກໍເປັນສິ່ງຈູງໃຈທີ່ຄວນມີ ແລະ ສາມາດເຮັດໄດ້ເຊັ່ນກັນ. ກົງກັນຂ້າມການມີໂບນັດທີ່ຫຼາກຫຼາຍອາດມີຜົນໃນດ້ານລົບກໍເປັນໄປໄດ້ ຖ້າບໍ່ນຳໃຊ້ໃຫ້ເໝາະສົມຖືກຕ້ອງຕາມກາລະ – ເທສະ ແລະ ສະພາບການໃນແຕ່ລະໄລຍະ.

ໃນເລື່ອງຂອງສິ່ງຈູງໃຈນັ້ນ ໄດ້ມີໄລຍະເວລາທີ່ສຳຄັນ 2 ໄລຍະ ຄື: ການກຳນົດສິ່ງຈູງໃຈ ແລະ ການກຳນົດເກນມາດຕະຖານທີ່ໃຊ້ໃນການປະເມີນ. ໃນນັ້ນການກຳນົດສິ່ງຈູງໃຈ ເປັນສ່ວນໜຶ່ງຂອງການວາງແຜນການດຳເນີນງານ ແລະ ການກຳນົດສິ່ງຈູງໃຈ ອາດມີການເຈລະຈາປະສານງານຕໍ່ລອງເຊິ່ງກັນ ແລະ ກັນ, ທ່ານຕ້ອງໝັ້ນໃຈວ່າ ເປັນເກນທີ່ພະນັກງານສາມາດບັນລຸໄດ້ ຖ້າພວກເຂົາເຮັດວຽກໜັກ ແລະ ເຮັດວຽກຫຼາຍເກີນກວ່າທີ່ຄາດຫວັງຈາກຜົນງານປົກກະຕິ.

ກໍລະນີ ຖ້າທ່ານນຳໃຊ້ເກນທີ່ພະນັກງານບໍ່ສາມາດເຮັດໄດ້ ສິ່ງຈູງໃຈກໍຈະບໍ່ມີຜົນຫຍັງ ( ບໍ່ມີຄຸນຄ່າ ) ແລະ ຢ່າລືມວ່າ ເງິນເດືອນນັ້ນຈ່າຍສຳລັບ “ ຜົນ ງານປົກກະຕິ ” ສ່ວນສິ່ງຈູງໃຈເປັນລາງວັນ – ຂອງຂວັນສໍາລັບ “ ຜົນງານທີ່ດີກວ່າປົກກະຕິ ”. ເພື່ອຮັບປະກັນໃນການກຳນົດສິ່ງຈູງໃຈໃນການເຮັດວຽກ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນນັ້ນ ມີບາງປັດໄຈທີ່ສາມາດນຳໃຊ້ເປັນເຄື່ອງພື້ນຖານດັ່ງນີ້:

1. ກຳນົດຫຼັກເກນສຳລັບກຸ່ມ ແລະ ສຳລັບບຸກຄົນ:

ທ່ານຄວນເຊື່ອມໂຍງ ສິ່ງຈູງໃຈ ແລະ ຜົນສຳເລັດສ່ວນບຸກຄົນ ແລະ ຜົນສຳເລັດຂອງໜ່ວຍງານ, ພະແນກ ຫຼື ອົງກອນພະນັກງານຈະໄດ້ຮັບປະໂຫຍດ ຖ້າພວກເຂົາບັນລຸເປົ້າໝາຍຂອງພວກເຂົາເຫຼົ່ານັ້ນ ແລະ ພະນັກງານກໍຈະໄດ້ຮັບຜົນປະໂຫຍດ ເມື່ອເປົ້າໝາຍຂອງໜ່ວຍງານ, ພະແນກ ຫຼື ອົງກອນບັນລຸເຊັ່ນດຽວກັນ. ການເຊື່ອມໂຍງສິ່ງຈູງໃຈກັບຜົນສຳເລັດຂອງອົງກອນ ເວົ້າລວມກໍຈະຊ່ວຍສ້າງ ຄວາມຮູ້ສຶກທີ່ວ່າ: “ ພວກເຮົາມີຄວາມສາມັກຄີ ອົບອຸ່ນຢູ່ໃນເຮືອລຳດຽວກັນ ”.

2. ສິ່ງຈູງໃຈລາຍບຸກຄົນ:

ສິ່ງຈູງໃຈຈະໄດ້ຜົນ ຖ້າພະນັກງານຕ້ອງການຜົນປະໂຫຍດທີ່ອົງກອນສະເໜີໃຫ້, ສະນັ້ນທ່ານຄວນກະກຽມຄວາມພ້ອມທີ່ຈະຕໍ່ລອງສິ່ງຈູງໃຈກັບພະນັກງານເປັນສະເພາະຕົວບຸກຄົນ, ຖ້າພະນັກງານສາມາດເລືອກລາງວັນ – ຂອງຂວັນທີ່ຕ້ອງການໄດ້ ສິ່ງທີ່ພວກເຂົາເລືອກຈະເປັນແຮງຈູງໃຈໄດ້ດີພໍສົມຄວນ.

3. ພະຍາຍາມຫຼີກຫຼັກເກນທີ່ຫຍຸ້ງຍາກ:

ການນໍາໃຊ້ຫຼັກເກນທີ່ຫຍຸ້ງຍາກສັບສົນ ມີໂອກາດຈະນໍາໄປສູ່ຜົນເສຍຫາຍຫຼາຍກວ່າ, ສະນັ້ນ ຄວນກຳນົດເປົ້າໝາຍທີ່ຈະແຈ້ງ ແລະ ຕີລາຄາປະເມີນໄດ້, ພະຍາຍາມຫຼົບ ຫຼີກ ຫຼື ບໍ່ຄວນເຊື່ອມໂຍງຜົນງານກັບສິ່ງຈູງໃຈດ້ວຍຫຼັກເກນຕີລາຄາປະເມີນທີ່ຫຍຸ້ງຍາກ – ບໍ່ສອດຄ່ອງກັບສະພາບຕົວຈິງ ແລະ ສຳຄັນຄືມີຄວນໝັ້ນໃຈຕື່ມວ່າ ທ່ານ ແລະ ພະນັກງານເຂົ້າໃຈລາຍລະອຽດຂອງຫຼັກເກນການຕີລາຄາປະເມີນຖືກຕ້ອງສອດຄ່ອງໄປໃນລວງດຽວກັນ ແລະ ຈື່ໄວ້ວ່າ: “ ໜ້າທີ່ຂອງທ່ານ ຄືຊ່ວຍໃຫ້ພະນັກງານບັນລຸເປົ້າໝາຍ, ໄດ້ຮັບລາງວັນ – ຂອງຂວັນ ແລະ ໄດ້ຮັບການສະໜັບສະໜູນ ” ຈາກຜົນງານການເຄື່ອນໄຫວຕົວຈິງທີ່ຖືກຕ້ອງຕາມລະບຽບຫຼັກການ, ເປັນທໍາ, ໂປ່ງໃສ, ເປັນຜົນງານທີ່ຜ່ານການປະເມີນ ແລະ ສາມາດກວດສອບໄດ້.

ອ້າງອີງ: Robert Becal, How to Manage Performance, 2017.

ຄົ້ນຄວ້າ ແລະ ແປໂດຍ
ອາຈານ ສີລິມຸງຄຸນ ຫຼວງລາດ
ອາຈານ ຈັນສະໄໝ ດາຫຼວງ