ບຸກຄະລາກອນທາງການສຶກສາ

28

ການເພີ່ມຄວາມອາດສາມາດຂອງບຸກຄະລາກອນທາງການສຶກສາ ເລີ່ມຈາກຜູ້ກຳນົດນະໂຍບາຍການສຶກສາ, ຜູ້ບໍລິຫານການສຶກສາໃນລະດັບຂົງເຂດ ແລະ ໃນໂຮງຮຽນ ຄູ – ອາຈານ ແລະ ພາກສ່ວນທີ່ໃຫ້ການສະໜັບສະໜູນ ເຊິ່ງທຸກພາກສ່ວນຕ້ອງໄດ້ປະສານງານເຮັດວຽກຮ່ວມກັນຢ່າງເປັນເອກະພາບ, ສ້າງເປົ້າໝາຍ ແລະ ເຮັດສໍາເລັດໃນການຮຽນຂອງຜູ້ຮຽນ ເຊິ່ງສອດຄ່ອງກັບເປົ້າໝາຍຂອງການຮຽນຮູ້ ແລະ ທັກສະທີ່ຈໍາເປັນສໍາລັບບຸກຄະລາກອນທີ່ສັງຄົມ ແລະ ປະເທດຊາດຕ້ອງການ.

ໃນນັ້ນ, ການກໍານົດເປົ້າໝາຍ ຫຼື ຄຸນລັກສະນະທີ່ເໝາະສົມຂອງຜູ້ຮຽນທີ່ມີ ຄວາມໜັກແໜ້ນ ເຂັ້ມແຂງ ແມ່ນເປັນຫົວໃຈຫຼັກທີ່ບຸກຄະລາກອນທາງການສຶກສາທຸກລະດັບຕ້ອງເຂົ້າໃຈຄືກັນ ເຊິ່ງອາດຈຳເປັນຕ້ອງເຫັນ ແລະ ຮັບຮູ້ຕົວຈິງໃນສະພາບຄວາມຕ້ອງການຂອງອຸດສາຫະກຳ ແລະ ບໍລິບົດຂອງສັງຄົມ ບໍ່ແມ່ນອ່ານຕາມປຶ້ມຕຳລາ ແລ້ວມາປະຍຸກໃຊ້ໃນຫ້ອງຮຽນ ເຊິ່ງອາດເຮັດໄດ້ຈາກການຜ່ານຂະບວນການລົງເລິກສຶກສາສະພາບການຕົວຈິງ ແລະ ມີສ່ວນຮ່ວມກຳນົດເປົ້າໝາຍ ແລະ ຄຸນລັກສະນະຈາກຜູ້ຈ້າງງານ ( ນາຍຈ້າງ ) ນັກຮຽນ – ນັກສຶກສາແທ້ຈິງ.

ຄູ – ອາຈານ ເວົ້າໄດ້ວ່າ ເປັນບຸກຄະລາກອນທາງການສຶກສາທີ່ສຳຄັນທີ່ສຸດ ຍ້ອນ ຄູ – ອາຈານ ຈະສ້າງວິທີ ການທີ່ເໝາະສົມສຳລັບການຮຽນຮູ້ຂອງນັກຮຽນໃນລະບົບການສຶກສາ, ຈັດຮູບແບບການຮຽນຮູ້ ໂດຍປະຍຸກໃຊ້ເຕັກໂນໂລຊີໃນດ້ານຕ່າງໆ ໃຫ້ຜູ້ຮຽນເກີດແຮງຈູງໃຈ ແລະ ສົນໃຈທີ່ຈະຮຽນຮູ້ ( Motivation ) ສ້າງກິດຈະກໍາທີ່ຈະເຮັດໃຫ້ຜູ້ຮຽນເກີດມີສ່ວນຮ່ວມໃນບົດຮຽນ ( Engagement ) ຕະຫຼອດຮອດທີ່ຈະສາມາດເຮັດໃຫ້ເກີດການຄິດໃນລວງເລິກກ່ຽວກັບບົດຮຽນໄດ້ ແລະ ເປັນຜູ້ສ້າງແບບປະເມີນ ແລະ ການວັດປະເມີນຜົນ ( Learning Assessment ) ທີ່ເໝາະສົມກັບບໍລິບົດຂອງບົດຮຽນ ເຊິ່ງສາມາດສະທ້ອນເຖິງຄວາມສາມາດໃນການຮຽນຮູ້ຂອງຜູ້ຮຽນ ເພື່ອໃຫ້ຜູ້ຮຽນໄດ້ຮຽນຮູ້ຢ່າງເຕັມສ່ວນໄດ້.

ດ້ວຍຮູບແບບການຮຽນຮູ້ທີ່ຫຼາກ ຫຼາຍໃນປັດຈຸບັນ ເຊັ່ນ: ການຮຽນຮູ້ຜ່ານການເຮັດໂຄງງານ ( Project base Learning ), ການຮຽນຮູ້ຜ່ານປະສົບການ ( Experience base Learning ) ເປັນຕົ້ນ ອາດເຮັດໃຫ້ຄູ – ອາຈານ ເກີດຄວາມສັບສົນບໍ່ເຂົ້າໃຈໄດ້ ຍ້ອນຜູ້ບໍລິຫານຕ້ອງການຊຸກດັນວິທີການຮຽນຮູ້ທີ່ຕົນເອງຕ້ອງການ ເຮັດໃຫ້ຄູ – ອາຈານ ຜູ້ທີ່ປະຕິບັດຂາດຫຼັກເກນໃນການນຳໃຊ້ໄດ້. ເຖິງຢ່າງໃດກໍຕາມສິ່ງສຳຄັນທີ່ສຸດຂອງຄູ – ອາຈານ ກໍຄືການເອົາໃຈໃສ່ໃນຕົວຜູ້ຮຽນ ໂດຍການບໍລິຫານການຮຽນຮູ້ ບໍ່ວ່າຈະເປັນແບບໃດກໍຕາມ ຕ້ອງໃຫ້ເໝາະສົມກັບສະພາບຕົວຈິງຂອງສະພາບການ ແລະ ຈຸດພິເສດຂອງຜູ້ຮຽນ ໂດຍວິທີການຈັດການສຶກສາ ເປັນພຽງເຕັກນິກໜຶ່ງ ເຊິ່ງຕ້ອງດັດປັບໃຫ້ເໝາະສົມກັບຜູ້ຮຽນ ແລະ ກຸ່ມຜູ້ຮຽນນັ້ນໆເຊັ່ນກັນ.

ສະນັ້ນຄວາມສາມາດໃນການເຂົ້າໃຈຜູ້ຮຽນ ເຊິ່ງເປັນທັກສະທີ່ສຳຄັນຂອງຄູ – ອາຈານ ເຊິ່ງຈຳເປັນຕ້ອງຝຶກຝົນ ແລະ ເກັບກ່ຽວປະສົບການ ຄູ – ອາຈານຈຳເປັນຕ້ອງຮູ້ວິທີການໃນຫຼາຍວິທີ ເພື່ອເຂົ້າເຖິງຈິດໃຈ ແລະ ຄວາມຄິດຂອງຜູ້ຮຽນ ໂດຍສະເພາະຖ້າຄູ – ອາຈານ ສາມາດຮູ້ໄດ້ວ່າຜູ້ຮຽນມີລຳດັບຂັ້ນຕອນໃນການຄິດແນວໃດ ກໍຈະສາມາດຊ່ວຍເຫຼືອຜູ້ຮຽນໄດ້, ສາມາດວິເຄາະວິທີການຄິດຂອງຜູ້ຮຽນ ແລະ ໃຫ້ຄໍາປຶກສາທີ່ກໍ່ໃຫ້ເກີດການຮຽນຮູ້ໄດ້ ເຊິ່ງທັກສະເຫຼົ່ານີ້ເກີດໄດ້ຈາກການວິເຄາະວິທີການຮຽນຮູ້ຂອງຕົນເອງ, ການວິເຄາະບົດສົນທະນາກັບຜູ້ຮຽນ, ການສັງເຄາະວິທີການຮຽນຮູ້ຂອງຜູ້ອື່ນຈາກການແລກປ່ຽນສົນທະນາ ເຊັ່ນ: ສົນທະນາກັບ ຄູ – ອາຈານດ້ວຍກັນ, ກັບຜູ້ປົກຄອງ, ກັບຜູ້ບໍລິຫານໂຮງຮຽນ ທັງໝົດນີ້ສາມາດເກີດຂຶ້ນໄດ້ຈາກການຮຽນຮູ້ດ້ວຍຕົນເອງຜ່ານສັງຄົມນັກປະຕິບັດ ( Community of Practice ) ແລະ ພັດທະນາວິຊາຊີບຄູ – ອາຈານຢ່າງຕໍ່ເນື່ອງ ( Professional Development ).

ຕໍ່ມາຜູ້ບໍລິຫານການສຶກສາ ຕ້ອງຕິດຕາມເບິ່ງຜົນການຮຽນຂອງຜູ້ຮຽນເຊັ່ນກັນ ໂດຍເຊື່ອມໂຍງກັບຄຸນລັກສະນະ ທີ່ເໝາະສົມ ທີ່ຈະເຮັດໃຫ້ຜູ້ຮຽນນຳເອົາໄປໃຊ້ປະກອບອາຊີບໄດ້ແທ້ຈິງ ໂດຍຜູ້ບໍລິຫານການສຶກສາຕ້ອງມີວິໄສທັດທີ່ຈະເຊື່ອມໂຍງນະໂຍບາຍການສຶກສາກັບສະພາບຕົວຈິງທີ່ເກີດຂຶ້ນໃນສະຖານການສຶກສາໃຫ້ໄດ້ ຍ້ອນວ່າຜູ້ບໍລິຫານຈະຕ້ອງໃຫ້ຄຸນຄ່າກັບວຽກງານວິຊາການ, ມີ ຄວາມສາມາດໃນການສື່ສານປະຊາສຳພັນກັບບຸກຄະລາກອນທີ່ກ່ຽວຂ້ອງໃນທຸກສາຂາໂດຍບໍລິຫານການສຶກສາແບບເນັ້ນເປົ້າໝາຍ ແລະ ມີທິດທາງທີ່ຈະແຈ້ງ, ສ້າງໂອກາດໃນການຮຽນຮູ້ໃຫ້ພະນັກງານ, ຄູ – ອາຈານທີ່ຂຶ້ນກັບຕົນ ແລະ ລວມໄປເຖິງຜູ້ຮຽນອີກດ້ວຍ ໂດຍລວມຜູ້ບໍລິຫານສະຖານສຶກສາ ແມ່ນມີໜ້າທີ່ໃນການສ້າງສັງຄົມແຫ່ງການຮຽນຮູ້ ( Learning Community ) ທີ່ເໝາະສົມກັບເງື່ອນໄຂຕົວຈິງໃນສະພາບສັງຄົມປັດຈຸບັນ.

ພາກສ່ວນທີ່ໃຫ້ການສະໜັບສະໜູນຕ້ອງເຂົ້າໃຈສະພາບຂອງຜູ້ຮຽນ ແລະ ໂຮງຮຽນ ເພື່ອຈັດວາງລະບົບທີ່ຈະກໍ່ໃຫ້ເກີດການຮຽນຮູ້ ຊ່ວຍສະໜັບສະໜູນການພັດທະນາຜູ້ຮຽນແບບເປັນເອກະພາບເຮັດວຽກຮ່ວມກັບຄູ – ອາຈານ ແລະ ນັກຮຽນ ເພື່ອໃຫ້ການຮຽນຮູ້ໃນຫ້ອງຮຽນ ແລະ ນອກຫ້ອງຮຽນເກີດຂຶ້ນແບບມີປະສິດທິພາບສູງສຸດ. ສໍາລັບຜູ້ກໍານົດນະໂຍບາຍການສຶກສາ ຈຳເປັນຕ້ອງເຂົ້າໃຈສະພາບການບໍລິຫານການສຶກສາໃນປັດຈຸບັນທີ່ສາມາດປ່ຽນແປງໄດ້ໄວນັ້ນ ແລະ ສາມາດເຊື່ອມໂຍງກັບຍຸດທະສາດການພັດທະນາເສດຖະກິດ – ສັງຄົມ ແລະ ຍຸດທະສາດການສ້າງຄວາມສາມາດໃນການແຂ່ງຂັນໄດ້, ກຳນົດຍຸດທະສາດທາງການສຶກສາໃຫ້ກວມລວມໃນທຸກດ້ານ ທັງໃນດ້ານການສະໜັບສະໜູນການພັດທະນາຫຼັກສູດ, ການພັດທະນາບຸກຄະລາກອນທາງການສຶກສາ, ການກຳນົດໂຄງສ້າງພື້ນຖານທີ່ເໝາະສົມກັບການຮຽນຮູ້ ແລະ ການສ້າງກົນໄກການມີສ່ວນຮ່ວມດ້ານການສຶກສາຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ.

ເຖິງຢ່າງໃດກໍຕາມ, ບຸກຄະລາກອນທາງການສຶກສາ ແມ່ນມີຄວາມຈຳເປັນ ແລະ ຕ້ອງໄດ້ຮັບການຍົກສູງທາງດ້ານປະລິມານ ແລະ ຄຸນນະພາບ ມີມາດຕະຖານການສຶກສາ ເພື່ອສ້າງໂອກາດທາງການສຶກສາ ແລະ ຮຽນຮູ້ເພື່ອພັດທະນາຜູ້ຮຽນ, ສະຖານການສຶກສາແຫຼ່ງຮຽນຮູ້, ສະພາບແວດລ້ອມຫຼັກສູດ ແລະ ເນື້ອໃນພັດທະນາວິຊາຊີບຄູ – ອາຈານ ໃຫ້ເປັນວິຊາຊີບທີ່ມີຊີວິດຊີວາຫຼາຍຂຶ້ນກວ່າເກົ່າ, ມີຄຸນນະທຳ, ຈັນຍາບັນ, ເປັນແບບຢ່າງນຳໜ້າ ແລະ ມີຄຸນຄ່າ ສາມາດດຶງດູດ, ກໍ່ສ້າງພັດທະນາຄົນເກັ່ງ – ຄົນດີ ແລະ ມີຈິດໃຈຮັກມັກໃນອາຊີບຄູ ເຂົ້າມາເປັນຄູ – ອາຈານໄດ້ຢ່າງໂປ່ງໃສ, ຍືນຍົງ ບົນພື້ນຖານລະບົບການບໍລິຫານຈັດການທີ່ມີຄຸນນະພາບ ມີປະສິດທິພາບແທ້ຈິງ.