ໄຕມາດ I ເສດຖະກິດເອີໂຣໂຊນ ຂະຫຍາຍຕົວ 0,3%

14

ອົງການສະຖິຕິ ສະຫະພາບເອີຣົບ (Eurostat) ປະກາດໃນວັນທີ 30 ເມສາ ໄດ້ຊີ້ໃຫ້ເຫັນວ່າ ພື້ນຖານເສດຖະກິດພາກພື້ນນຳໃຊ້ສະກຸນເງິນລວມເອີຣົບ ຫຼື ເອີໂຣໂຊນ (Eurozone) ໄດ້ຫຼຸດພົ້ນອອກຈາກສະພາບຊຸດໂຊມ ດ້ວຍລະດັບການເຕີບໂຕໃນໄຕມາດທຳອິດຂອງ ປີ 2024 ສູງກວ່າການຄາດຄະເນກ່ອນໜ້ານັ້ນ ແລະ ໄພເງິນເຟີ້ຍັງຮັກສາເປັນປົກກະຕິໃນເດືອນ ເມສາ.

ເສດຖະກິດພາກພື້ນເອໂຣໂຊນ ລວມມີ 20 ປະເທດ ລະດັບການເຕີບໂຕໃນໄຕມາດທີ 1 ບັນລຸ 0,3% ເມື່ອທຽບໃສ່ໄຕມາດກ່ອນໜ້ານັ້ນ, ສູງກວ່າ 0,2%ເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ. ເອີໂຣໂຊນ ກ້າວເຂົ້າສູ່ໄລຍະຊຸດໂຊມດ້ານເຕັກນິກໃນ 6 ເດືອນທ້າຍປີ 2023, ພາຍຫຼັງການເຕີບໂຕເປັນລົບ ໃນ 2 ໄຕມາດທ້າຍປີ.

ໃນວັນດຽວກັນ, ຫ້ອງການສະຖິຕິສະຫະພັນ ເຢຍລະມັນ (Destatis) ປະກາດພື້ນຖານເສດຖະກິດ ເຢຍລະມັນ ໄດ້ຊີ້ໃຫ້ເຫັນຄວາມສາມາດຟື້ນຟູໜ້ອຍໜຶ່ງໃນຕົ້ນປີ 2024, ນຳມາເຊິ່ງຄວາມຫວັງວ່າ ເຢຍລະມັນ ຈະສາມາດຫຼຸດພົ້ນອອກຈາກສະພາບເສດຖະກິດທີ່ມືດມົວແກ່ຍາວ.