ຮັກ ແລະ ໃຫ້ກຽດໃນໜ້າທີ່ວຽກງານ

132

ການຮັກ ແລະ ໃຫ້ກຽດໃນໜ້າທີ່ວຽກງານຂອງຜູ້ທີ່ກຳລັງຂົນຂວາຍສະແຫວງຫາຜົນສຳເລັດນັ້ນ ແມ່ນປາສະ ຈາກບໍ່ໄດ້ທີ່ຈະຕ້ອງພົບພໍ້ກັບອຸປະສັກ ແລະ ຄວາມລຳບາກໃດໜຶ່ງ, ຖ້າຕ້ອງການຊະນະເພື່ອກ້າວຂ້າມອຸປະສັກ ກໍຕ້ອງມີຫົວໃຈຮັກມັກ ແລະ ໃຫ້ກຽດໃນໜ້າທີ່ວຽກງານ. ຫົວໃຈທີ່ຮັກ ແລະ ໃຫ້ກຽດໃນໜ້າທີ່ວຽກງານ ເປັນປັດໄຈສຳຄັນອີກປັດໄຈໜຶ່ງ ທີ່ເຮັດໃຫ້ຜູ້ທີ່ໜັກແໜ້ນເຂັ້ມແຂງກວ່າໃນສັງຄົມການເຮັດວຽກ ສາມາດຢືນຢູ່ໃນຖັນແຖວ, ຕຳແໜ່ງນັ້ນໄດ້ຢ່າງສະຫງ່າຜ່າເຜີຍ ແລະ ເປັນຈຸດພິເສດໃນດ້ານວິຊາຊີບອີກດ້ວຍ. ກົງກັນຂ້າມສະເພາະຜູ້ທີ່ບໍ່ໜັກແໜ້ນເຂັ້ມແຂງ ເພື່ອກ້າວໄປເປັນຜູ້ທີ່ແຂງແຮງກວ່ານັ້ນ ຖ້າທ່ານເປັນຜູ້ທີ່ຮັກ ແລະ ໃຫ້ກຽດໃນໜ້າທີ່ວຽກງານ ຈົນກັບເກີດເປັນບຸກຄະລິກນິໄສສ່ວນຕົວແລ້ວ ທ່ານຈະໄດ້ຮັບປະໂຫຍດຈາກສິ່ງນີ້ຕະຫຼອດຊີວິດຂອງທ່ານ.

ການຮັກ ແລະ ໃຫ້ກຽດໃນໜ້າທີ່ວຽກງານ ຕາມຄວາມໝາຍ ແມ່ນການຮັກ ແລະ ເຄົາລົບ ແລະ ໃຫ້ຄວາມສຳຄັນຕໍ່ອາຊີບຂອງຕົນ ຖືເອົາອາຊີບວຽກງານເປັນຄືກັນກັບກິດຈະການສ່ວນຕົວຂອງທ່ານ ແລະ ເສຍສະຫລະທຸ່ມເທຄວາມພະຍາຍາມທັງໝົດຢ່າງສຸດໃຈ, ສະແດງຄວາມຕັ້ງໃຈ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ເອົາຈິງເອົາຈັງຕໍ່ລາຍລະອຽດທຸກຂັ້ນຕອນຂອງວຽກງານ ເຖິງວ່າຈະຕ້ອງໄດ້ລົງທຶນລົງແຮງຫຼາຍຂຶ້ນກໍຕາມ ເພື່ອສາມາດຍາດແຍ່ງຈັດ ການກັບບັນຫາອຸປະສັກຕ່າງໆ ຈົນຊຸກຍູ້ໃຫ້ ວຽກງານບຸກທະລຸກ້າວໜ້າ ສຳເລັດລຸລ່ວງໄດ້.

ພະນັກງານທີ່ຮັກ ແລະ ໃຫ້ກຽດໃນໜ້າທີ່ວຽກງານ ຈະບໍ່ພຽງແຕ່ເຮັດວຽກງານນັ້ນ ເພື່ອເປັນການສະແດງຄວາມຮັບຜິດຊອບຕໍ່ການຈັດຕັ້ງ ຫຼື ຄະນະຜູ້ບໍລິຫານເທົ່ານັ້ນ ສິ່ງສຳຄັນກວ່ານັ້ນ ແມ່ນຖືວ່າການຮັກ ແລະ ໃຫ້ກຽດໃນໜ້າທີ່ວຽກງານເປັນພັນທະໜ້າທີ່ອີກຢ່າງໜຶ່ງ ເປັນຄຸນນະທຳ ແລະ ຈັນຍາບັນວິຊາຊີບທີ່ຄົນເຮັດວຽກທຸກຄົນຄວນຈະມີ. ໃນນັ້ນ ຈາກອະດີດຈົນເຖິງປັດຈຸບັນ ໃນຄຸນນະທຳ, ຈັນຍາບັນວິຊາຊີບ ເປັນຫຼັກການພຶດຕິກຳຕົວຈິງ ໃນການເຮັດວຽກຂອງຄົນເຮົາມາແຕ່ດົນນານ, ໃນສະພາບປັດຈຸບັນຂອງທຸກມື້ນີ້ທີ່ມີການພັດທະນາຢ່າງວ່ອງໄວ ແລະ ບໍ່ຢຸດຢັ້ງນັ້ນ ຈັນຍາບັນວິ ຊາຊີບ ຈຶ່ງກາຍເປັນເງື່ອນໄຂທີ່ຂາດບໍ່ໄດ້ເລີຍສຳລັບຜູ້ທີ່ຕ້ອງການສ້າງສາພັດທະນາ ແລະ ປະຜົນງານຜົນສຳເລັດທີ່ດີງາມໃຫ້ກັບໂລກນີ້.

ໃນສັງຄົມຍຸກສະໄໝໃໝ່ ທີ່ມີການພັດທະນາກ້າວໜ້າ, ແຂ່ງຂັນກັນຢ່າງຮຸນແຮງ ອາດເວົ້າໄດ້ວ່າ: ຄວາມຢູ່ລອດຂອງອົງກອນນັ້ນ ຂຶ້ນຢູ່ກັບລະດັບຄວາມໃຫ້ກຽດຕໍ່ວຽກງານຂອງພະນັກງານໃນອົງກອນ ຍ້ອນວ່າຄວາມສັດຊື່ເອົາໃຈໃສ່ໃນໜ້າທີ່ ແລະ ການໃຫ້ກຽດຕໍ່ໜ້າທີ່ວຽກງານທີ່ຮັບຜິດຊອບ ຈະສາມາດໃຫ້ບໍລິການລູກຄ້າໄດ້ ແລະ ສາມາດສ້າງສັນຜະລິດຕະພັນທີ່ມີຄຸນຄ່າ-ຄຸນນະພາບດີອອກມາໄດ້. ຖ້າຂະຫຍາຍໃຫ້ກວ້າງຂວາງອອກໃນລະດັບປະເທດ ສິ່ງທີ່ສາມາດກຳນົດຄວາມອຸດົມສົມບູນ ແລະ ຄວາມຈະເລີນກ້າວໜ້າຂອງປະເທດໜຶ່ງໄດ້ ພື້ນຖານກໍຄືທ່າແຮງໃນການຮັກ ແລະ ໃຫ້ກຽດຕໍ່ໜ້າທີ່ວຽກງານຂອງປະຊາຊົນພາຍໃນປະເທດ.

ແຕ່ໃນສັງຄົມການເຮັດວຽກ ມັກຈະມີພະນັກງານບາງຄົນທີ່ຖືເບົາ, ເສຍທາດຂາດຄຸນ, ຂີ້ຄ້ານມັກງ່າຍ, ຄາດຫວັງອາໄສເອື່ອຍອີງແຕ່ການຈັດຕັ້ງຝ່າຍດຽວ, ຂາດ ຄວາມຮັບຜິດຊອບ, ບໍ່ກະຕືລືລົ້ນ, ບໍ່ມີຫົວຄິດປະດິດສ້າງອັນໃໝ່ ແລະ ພາຍໃນແນວຄິດທັດສະນະຂອງພວກເຂົາ ຂາດຄວາມເຂົ້າໃຈຕໍ່ຄວາມໝາຍຂອງການຮັກ ແລະ ໃຫ້ກຽດໃນໜ້າທີ່ວຽກງານ ຈຶ່ງບໍ່ສາມາດຜັນຂະຫຍາຍແຜນງານ, ເປົ້າໝາຍ ແລະ ບໍ່ເຂົ້າໃຈວ່າການຮັກ ແລະ ໃຫ້ກຽດໃນໜ້າທີ່ວຽກງານນັ້ນ ເປັນພາລະກິດທີ່ສຳຄັນ ແລະ ສັກສິດ. ໃນນັ້ນ ສິ່ງທີ່ຊີ້ບອກໃນລັກສະນະການຮັກ ແລະ ໃຫ້ກຽດໃນໜ້າທີ່ວຽກງານຂອງພະນັກງານແຕ່ລະຄົນ ທີ່ສົ່ງຜົນໂດຍກົງຫຼາຍທີ່ສຸດຄື: “ ການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງຂອງອົງກອນ ແລະ ຄວາມສຳເລັດໃນອາຊີບວຽກງານສ່ວນຕົວຂອງພະນັກງານຜູ້ນັ້ນເອງ”.

ກໍລະນີການມີຈິດໃຈໃນການຮັກ ແລະ ໃຫ້ກຽດໃນໜ້າທີ່ວຽກງານ ໄດ້ເຊື່ອມຊຶມຝັງເລິກໃນຈິດໃຈແລ້ວ ພະນັກງານສ່ວນຫລາຍ ຈະເຮັດວຽກງານດ້ວຍຈິດໃຈທີ່ເບີກບານມ່ວນຊື່ນ, ມີຄວາມກະຕືລືລົ້ນ ແລະ ຍິນດີທຸ່ມເທສະຕິປັນຍາເຮັດວຽກຢູ່ສະເໝີ ແລະ ຈະໄດ້ຮັບຄວາມສຸກຈາກພຶດຕິກຳການກະທຳໃນສິ່ງນັ້ນໆດ້ວຍ, ພ້ອມທັງໄດ້ຮັບປະສົບການທີ່ຫຼາຍຂຶ້ນ ແລະ ມີຜົນສຳເລັດຫຼາຍຂຶ້ນ.

ແນ່ນອນວ່າການຈະໄດ້ມາເຊິ່ງຜົນສຳເລັດນັ້ນ ຕ້ອງອາໄສຄວາມພະຍາຍາມ ທີ່ສະສົມມາເປັນເວລາຫຼາຍພໍສົມຄວນ ແລະ ເປັນໄປບໍ່ໄດ້ທີ່ຈະເຫັນຜົນໃນໄລຍະສັ້ນມື້ໜຶ່ງຄືນດຽວ ແຕ່ຖ້າປາສະຈາກບໍ່ມີຈິດໃຈຮັກ ແລະ ໃຫ້ກຽດໃນໜ້າທີ່ວຽກງານ ກໍຍາກທີ່ຈະປະສົບຜົນສຳເລັດ. ໃນນັ້ນ ຄວາມປະໝາດ, ເລິ່ນເລີ້ຂາດສະຕິ, ເຈດຕະນາສ້າງບັນຫາມີ ຄວາມບົກຜ່ອງໃນໜ້າທີ່ວຽກງານ ບາງຄັ້ງອາດຈະບໍ່ສາມາດສົ່ງຜົນກະທົບໃນຂັ້ນຮ້າຍແຮງຕໍ່ອົງກອນໄດ້ກໍຕາມ ແຕ່ຖ້າເກີດຂຶ້ນເລື້ອຍໆ ອາດສົ່ງຜົນກະທົບຕໍ່ອະນາຄົດຂອງທ່ານຢ່າງແນ່ນອນ.

ໄດ້ມີນັກຂຽນບາງທ່ານໄດ້ເວົ້າວ່າ: “ເຖິງແມ່ນວ່າທ່ານຈະບໍ່ມີຄວາມສາມາດທີ່ເກັ່ງທີ່ສຸດ ແຕ່ຖ້າທ່ານມີຈິດໃຈທີ່ຮັກ ແລະ ໃຫ້ກຽດໃນໜ້າທີ່ວຽກງານ ກໍຈະໄດ້ຮັບການຍອມຮັບຈາກຄົນໃນສັງຄົມໄດ້ ເຖິງວ່າທ່ານຈະມີຄວາມສາມາດທີ່ເກັ່ງກ້າ ບໍ່ມີຜູ້ໃດອາດຈະເທົ່າທຽມໄດ້ກໍຕາມ ຖ້າຂາດຄຸນນະທຳຈັນຍາບັນໃນອາຊີບວຽກງານແລ້ວ ກໍຈະຖືກຖິ້ມຈາກສັງຄົມ”. ນອກນັ້ນ ນັກຂຽນບາງທ່ານ ຍັງໄດ້ເວົ້າເພີ່ມເຕີມອີກວ່າ: “ຍ້ອນເຫດຜົນຫຍັງ ການເຮັດວຽກຈຶ່ງເປັນທີ່ມາຂອງ ຄວາມເພິ່ງພໍໃຈສຳລັບບຸກຄົນ? ຄຳຕອບສຳຄັນປະການໜຶ່ງກໍຄື ຄວາມສຳເລັດທີ່ໄດ້ຈາກວຽກງານ ແລະ ການເຮັດວຽກນັ້ນ ສາມາດກະຕຸ້ນ ຫຼື ຊຸກຍູ້ໃຫ້ເກີດ ຄວາມພູມໃຈໄດ້” ເປັນຕົ້ນ.

ຕົວຢ່າງ: ມີພະນັກງານຄົນໜຶ່ງ ເຮັດວຽກໃນພາກສ່ວນບໍລິຫານໃນອົງກອນນ້ອຍໆແຫ່ງໜຶ່ງ ເຖິງວ່າລາວຈະຄິດວ່າ ຕົນເອງມີຄວາມສາມາດ ແລະ ມີປະສົບການຫຼາຍສົມຄວນ ພໍທີ່ຈະໄດ້ຮັບການມອບໝາຍວຽກງານທີ່ສຳຄັນຫຼາຍຂຶ້ນ, ແຕ່ຍ້ອນລາວຂາດຄວາມກະຕືລືລົ້ນ ແລະ ມັກປະໝາດ-ບໍ່ໃຫ້ກຽດໃນໜ້າທີ່ວຽກງານຂອງຕົນເອງແລ້ວ ຈຶ່ງເຮັດວຽກໄປຕາມໜ້າທີ່ (ລະດັບປານກາງ, ບໍ່ມີຫຍັງດີຂຶ້ນ ຫຼື ບໍ່ມີຜົນງານພົ້ນເດັ່ນຫຼາຍຂຶ້ນ) ໃນແຕ່ລະມື້ເທົ່ານັ້ນ ເມື່ອອົງກອນຖືກຄວບລວມກິດຈະການເຂົ້າກັນກັບບໍລິສັດທີ່ ໃຫຍ່ກວ່າ, ລາວຈຶ່ງຄາດຫວັງອີກຄັ້ງວ່າ ຈະມີໂອກາດໄດ້ເຮັດວຽກທີ່ສຳຄັນ ແຕ່ພັດກົງກັນຂ້າມເມື່ອຜູ້ນຳອົງກອນຜູ້ໃໝ່ ໄດ້ກວດສອບຕີລາຄາຄືນການເຮັດວຽກຂອງພະນັກງານທຸກຄົນໃນອົງກອນເກົ່າ ເພື່ອເຮັດການປັບປຸງປ່ຽນແປງຕຳແໜ່ງໜ້າທີ່ນັ້ນ ພຶດຕິກຳຂອງລາວທີ່ຜ່ານມາ ເປັນສາເຫດເຮັດໃຫ້ລາວຖືກປັບປຸງສັບຊ້ອນກ້າວລົງສູ່ລະດັບໜ້າທີ່ຕຳແໜ່ງທີ່ຕໍ່າກວ່າເກົ່າ ເຖິງວ່າລາວຈະຊອກວຽກໃໝ່ທີ່ດີກວ່າ ແຕ່ເນື່ອງຈາກແນວຄິດພຶດຕິກຳທີ່ບໍ່ສອດຄ່ອງຂອງລາວ ທີ່ຍັງບໍ່ຍອມປັບປຸງປ່ຽນແປງຕົນເອງ ຈຶ່ງບໍ່ມີວຽກໃດທີ່ລາວຮູ້ສຶກພໍໃຈເລີຍ ແລະ ລາວຈຶ່ງໄດ້ສືບຕໍ່ເຮັດວຽກທີ່ລາວເບິ່ງຄືວ່າ: ເປັນວຽກນ້ອຍຕໍ່າຕ້ອຍ ຕໍ່ໄປ.

ສະນັ້ນ, ໃນບາງຄັ້ງບາງໂອກາດ ແລະ ບໍ່ໄດ້ເປັນບັນຫາໃໝ່ໆຂອງນັກຮຽນ-ນັກສຶກສາຈຳນວນຫຼາຍໃນສັງຄົມທີ່ກຳລັງພັດທະນາ ລວມທັງບັນດາປະເທດຕ່າງໆໃນໂລກ, ເຖິງວ່າຈະມີຈຳນວນບໍ່ຫຼາຍທີ່ເປັນນັກຮຽນ-ນັກສຶກສາ ແລະ ມີລະດັບຜົນການຮຽນທີ່ເກັ່ງ ແຕ່ວ່າເມື່ອກ້າວເຂົ້າສູ່ວົງການສັງຄົມການເຮັດວຽກ (ເປັນພະນັກງານ) ກໍມັກຈະຖືກກະແສຂອງການເຮັດວຽກ ໃນລັກສະນະເພື່ອກຽດຊື່ສຽງ, ພາບພົດໜ້າຕາ, ເງິນ-ຄຳ ແລະ ຄວາມຄາດຫວັງຕາມໃຈຕົນເອງສ່ວນຕົວ ຫຼາຍກວ່າປັດໄຈອື່ນ ຈົນຂາດຄວາມຮັກສັດທາ ແລະ ໃຫ້ກຽດໃນໜ້າທີ່ວຽກງານທີ່ຕົນເອງກຳລັງຮັບຜິດຊອບຢູ່ນັ້ນ. ການຂາດຄວາມເອົາໃຈໃສ່, ຄວາມກະຕືລືລົ້ນ ແລະ ເປົ້າໝາຍໃນການເຮັດວຽກ ເປັນສາເຫດເຮັດໃຫ້ເກີດ ຄວາມຜິດພາດ ແລະ ບໍ່ມີໂອກາດແຫ່ງຜົນສຳເລັດນັ້ນໆ ເຊິ່ງເປັນຕາເສຍດາຍທີ່ສຸດ.

ເຖິງຢ່າງໃດກໍຕາມ ບໍ່ວ່າຈະຢູ່ໃນຂົງເຂດສາຂາວິຊາອາຊີບໃດ ຂໍພຽງແຕ່ທ່ານເຮັດວຽກດ້ວຍຄວາມຈິງໃຈເອົາໃຈໃສ່ ເຮັດສຸດຄວາມສາມາດ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກໍຄືແນວທາງນະໂຍ ບາຍຂອງອົງກອນຕາມບົດບາດໜ້າທີ່ ທ່ານກໍຈະສາມາດເປັນຜູ້ມີກຽດ-ພົ້ນເດັ່ນໄດ້ໃນຂອບເຂດອາຊີບຂອງທ່ານ. ສະ ເພາະຜູ້ທີ່ມີຫົວໃຈຮັກ ແລະ ໃຫ້ກຽດໃນໜ້າທີ່ວຽກງານ ຈະສະແດງອອກໄດ້ດີກວ່າຕາມບົດບາດໜ້າທີ່ຂອງພວກເຂົາ ແລະ ບໍ່ວ່າຈະເປັນການຈັດຕັ້ງ ຫຼື ຜູ້ນຳອົງກອນ ລ້ວນແລ້ວແຕ່ມີຄວາມປາຖະໜາທີ່ຈະເຫັນການຈັດຕັ້ງ, ອົງກອນ ແລະ ທຸລະກິດຂອງຕົນເອງ ຈະເລີນຮຸ່ງເຮືອງ, ກ້າວ ໜ້າພັດທະນາ ເປັນຕົ້ນ ແລະ ເປັນເລື່ອງປົກກະຕິທຳມະດາ ທີ່ບັນດາຜູ້ນຳ-ຜູ້ບໍລິຫານອົງກອນ ຕ້ອງການພະນັກງານໜຶ່ງຄົນ-ຫຼາຍຄົນ ຫຼື ຈຳນວນຫລາຍທີ່ຍອມເອົາໃຈໃສ່, ເຮັດວຽກໜັກເຮັດວຽກສະຫລຽວສະຫຼາດ ( SMART Goals ), ມີຈິດສຳນຶກທີ່ຮັກ ແລະ ໃຫ້ກຽດໃນໜ້າທີ່ວຽກງານ ແລະ ເອົາໃຈໃສ່ໃນໜ້າທີ່ຄວາມຮັບຜິດຊອບ ທີ່ຕາມທິດປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ.

ອ້າງອີງ: Excellent Employee Book, 2000, P.209-212.