ການມີວິໄນທາງການເງິນສຳຄັນ ຫຼື ບໍ່? ພະຍາຍາມໃຊ້ຫລັກການ Pay Your Self First ຄືການອອມກ່ອນໃຊ້ຈ່າຍໃນພາຍຫລັງ ຈະຊ່ວຍນຳພາຊີວິດໄປສູ່ຄວາມອຸດົມສົມບູນ ແລະ ໝັ້ນຄົງ

580

ພຶດຕິກຳການມີວິໄນທາງການເງິນ ທີ່ເໝາະສົມ ສາມາດເປັນເຄື່ອງມືເພື່ອຊ່ວຍກະກຽມຄວາມພ້ອມ ແລະ ນຳພາຊີວິດໄປສູ່ຄວາມອຸດົມສົມບູນ ແລະ ໝັ້ນຄົງທາງດ້ານການເງິນ ໂດຍລວມແລ້ວແມ່ນເລີ່ມຈາກການປູກຝັງໃຫ້ມີວິໄນ ເອົາໃຈໃສ່ໃນການວາງແຜນການອອມ ແລະ ການໃຊ້ເງິນທີ່ເໝາະສົມ ນັບຕັ້ງແຕ່ອາຍຸຍັງນ້ອຍ (ເດັກນ້ອຍ, ໄວໜຸ່ມ) ເພື່ອຝຶກຝົນແອບໃຫ້ມີວິໄນທາງການເງິນໄວ້ກ່ອນຈະຮອດຕອນເປັນຜູ້ໃຫຍ່.

ຊຶ່ງຕ້ອງຮູ້ວິທີການວາງແຜນທາງການເງິນໃຫ້ພຽງພໍກັບການໃຊ້ຈ່າຍ ແລະ ອອມເງິນຕາມເປົ້າໝາຍຢ່າງເໝາະສົມ, ໃນເມື່ອມີຄອບຄົວ ພາລະຄວາມຮັບຜິດຊອບຄືຕ້ອງເບິ່ງແຍງຕົນເອງ ແລະ ຄອບຄົວ ເຮັດໃຫ້ຄວາມຮັບຜິດຊອບພາລະທາງການເງິນເພີ່ມຂຶ້ນ ແລະ ເຮັດໃຫ້ການວາງແຜນທາງການເງິນມີຄວາມສຳຄັນເພີ່ມຂຶ້ນເຊັ່ນກັນ ລວມທັງເມື່ອກ້າວໄປສູ່ກະສຽນອອກຮັບອຸດໜູນບຳນານ ກໍຍັງຕ້ອງວາງແຜນທາງການເງິນຕື່ມອີກ ຍ້ອນເປັນຊ່ວງອາວຸໂສ ອາດມີລາຍຮັບຫລຸດລົງ ແຕ່ຄ່າໃຊ້ຈ່າຍອາດເພີ່ມຂຶ້ນ ເຊັ່ນ: ການໃຊ້ຈ່າຍກິນຢູ່ ແລະ ປິ່ນປົວພະຍາດ ຖ້າບໍ່ມີການວາງແຜນທີ່ຮັດກຸມກໍອາດເກີດມີບັນຫາໄດ້.

["]

ລັກສະນະພຶດຕິກໍາດັ່ງກ່າວໄດ້ສອດຄ່ອງກັບທິດທາງຂອງພັກ ແລະ ລັດຖະບານກຳນົດໄວ້ຄື ຕີຖອຍປະກົດການ ແລະ ພຶດຕິກຳຟຸມເຟືອຍ (ໝາຍວ່າໃຫ້ຮູ້ຈັກປະຢັດມັດທະຍັດ ຮູ້ໃຊ້ຮູ້ຈ່າຍ, ຮູ້ເຮັດຮູ້ຫາ) ຫຼື ໃຊ້ຈ່າຍແບບພໍປະມານຕາມສົມຄວນ ໂດຍອາໄສປັດໄຈພື້ນຖານຄື: ຄວາມຮູ້ ແລະ ການມີສະຕິ ຊຶ່ງນໍາໄປສູ່ການດໍາເນີນຊີວິດທີ່ໝັ້ນຄົງ-ຍືນຍົງໄດ້ ພ້ອມທັງສາມາດຫລຸດຜ່ອນຄວາມສ່ຽງໃນການດຳລົງຊີວິດຈາກບັນດາປັດໄຈດ້ານເສດຖະກິດ-ສັງຄົມ, ວັດທະນະທຳ ແລະ ການລະບາດຂອງພະຍາດໂຄວິດ-19 (Covid-19) ເປັນຕົ້ນ. ຊຶ່ງສະແດງອອກໃນຄວາມພໍພຽງ 3 ປະການຄື: (1) ດ້ານເສດຖະກິດ (ບໍລິໂພກຕາມຄວາມ ເໝາະສົມ, ຮູ້ຈັກກິນ-ຮູ້ຈັກໃຊ້ ແລະ ບໍ່ມີການໃຊ້ຈ່າຍຟຸມເຟືອຍໂລດໂຜນ), (2) ດ້ານການມີເຫດຜົນ (ໝາຍເຖິງການຕັດສິນໃຈໃນການໃຊ້ຈ່າຍທີ່ມີເຫດຜົນ ພິຈາລະນາຜົນທີ່ຄາດວ່າຈະເກີດຂຶ້ນຈາກພຶດຕິກຳທີ່ລະມັດລະວັງ ໃຊ້ເຫດຜົນຕາມຄວາມພໍພຽງ ເຊັ່ນ: ຖ້າໃຊ້ຈ່າຍເງິນຫລາຍເກີນຄວາມຈຳເປັນກໍອາດເຮັດໃຫ້ເກີດມີການກູ້ຢືມເງິນ ຫຼື ມີໜີ້ສິນໄດ້) ແລະ (3) ການມີຄວາມເຂັ້ມແຂງທີ່ດີ (ໝາຍເຖິງການມີການກະກຽມຄວາມພ້ອມປ້ອງກັນ ຫຼື ຫລຸດຜ່ອນຕໍ່ກັບຜົນກະທົບ ແລະ ການປ່ຽນແປງດ້ານຕ່າງໆ ທີ່ຈະເກີດຂຶ້ນ ໂດຍຄຳນຶງເຖິງຄວາມເປັນໄປໄດ້ຂອງເຫດການຕ່າງໆ ທີ່ຄາດວ່າຈະເກີດຂຶ້ນໃນອະນາຄົດ ເຊັ່ນການອອມເງິນໄວ້ໃຊ້ໃນຍາມຈຳເປັນ-ສຸກເສີນໃນອະນາຄົດ).


ນັກວິຊາການຫລາຍທ່ານ ຍັງໄດ້ຄົ້ນຄວ້າ ແລະ ໃຫ້ຄວາມໝາຍຂອງຄຳວ່າ: “ວິໄນ ໝາຍເຖິງລະບຽບແບບແຜນ, ກົດເກນ ແລະ ຂໍ້ບັງຄັບເພື່ອໃຫ້ເກີດພຶດຕິກຳທີ່ຖືກຕ້ອງໃນໄລຍະຍາວ ຫຼື ແມ່ນການຄວບຄຸມຕົນເອງໃຫ້ປະຕິບັດແຕ່ສິ່ງທີ່ຖືກຕ້ອງເໝາະສົມ.”
ສ່ວນຄຳວ່າ: “ວິໄນທາງການເງິນ ໝາຍເຖິງການວາງແຜນການໃຊ້ຈ່າຍການປະຢັດ ຮູ້ຈັກໃຊ້ຈ່າຍເງິນຢ່າງຖືກຕ້ອງ ເກີດປະໂຫຍດ ແລະ ມີເງິນເຫລືອສຳລັບເກັບອອມ ຫຼື ໝາຍເຖິງພຶດຕິກຳການອອມເງິນ, ການໃຊ້ຈ່າຍເງິນ ແລະ ການຊໍາລະໜີ້ທີ່ບຸກຄົນຕ້ອງບໍລິຫານນຳໃຊ້ໃຫ້ເໝາະສົມກັບສະພາບການຕົວຈິງຂອງຕົນເອງ.”
ຈາກຄວາມໝາຍຂອງ “ວິໄນ” ແລະ “ວິໄນທາງການເງິນ” ສາມາດຜັນຂະຫຍາຍເປັນແນວທາງໃນການບໍລິຫານການເງິນ (ດ້ານການຊອກຫາລາບຮັບ, ການໃຊ້ຈ່າຍ ແລະ ການເກັບອອມ) ຂອງບຸກຄົນເຂົ້າໃນການດໍາລົງຊີວິດໄດ້ຢ່າງມີຄວາມສຸກ, ບໍ່ສ້າງໜີ້ສິນເກີນຄວາມສາມາດໃນການຊຳລະຄືນ. ຊຶ່ງສາມາດແບ່ງວິໄນທາງການເງິນອອກເປັນ 2 ດ້ານຄື:

(1) ວິໄນດ້ານການອອມ: ໝາຍເຖິງການເກັບອອມຢ່າງສະໝໍ່າສະເໝີ ໃນດ້ານໄລຍະເວລາ ແລະ ມູນຄ່າຂອງການອອມເງິນ ຕາມຈຳນວນທີ່ເໝາະສົມກັບອາຍຸ ແລະ ຄວາມສາມາດ, ການອອມເພື່ອຊື້ສິນຄ້າທີ່ຈຳເປັນໃນການດຳລົງຊີວິດ ແລະ ອອມເກັບໄວ້ໃຊ້ໃນຍາມກະສຽນອອກຮັບບຳນານ ເປັນຕົ້ນ
(2) ວິໄນດ້ານການໃຊ້ຈ່າຍ: ໝາຍເຖິງການວາງແຜນການເງິນເພື່ອນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ໂດຍພິຈາລະນາເຖິງຄວາມຈຳເປັນໃນການໃຊ້ຈ່າຍ ແລະ ເປັນການໃຊ້ຈ່າຍທີ່ເໝາະສົມກັບສະພາບການດຳລົງຊີວິດປະຈຳວັນ ເຊັ່ນ: ບໍ່ຊື້ສິນຄ້າ ແລະ ບໍລິການທີ່ມີລາຄາແພງ ຫຼື ຟຸມເຟືອຍ ຫຼື ສິນຄ້າທີ່ບໍ່ຈຳເປັນໃນການດຳລົງຊີວິດປະຈຳວັນ, ການຮູ້ຈັກເລືອກຊຶ້ສິນຄ້າ ແລະ ບໍລິການທີ່ມີປະໂຫຍດຕໍ່ຕົນເອງ, ບໍ່ສ້າງໜີ້ (ຖ້າບໍ່ຈໍາເປັນແທ້ໆ), ນອກນັ້ນ ວິໄນດ້ານການໃຊ້ຈ່າຍ ຍັງກ່ຽວຂ້ອງກັບການຫາເງິນ, ໃຊ້ເງິນ, ເກັບອອມເງິນ ຫຼື ຕໍ່ຍອດເງິນເຫລົ່ານັ້ນຢ່າງເປັນລະບົບມີແບບແຜນ ໂດຍເອົາໃຈໃສ່ຕັ້ງໃຈຄົ້ນຄວ້າອອກ ແຮງເຮັດວຽກ ຫຼື ເຮັດທຸລະກິດ (ທີ່ບໍ່ຜິດກົດໝາຍ ແລະ ບໍ່ຜິດຮີດຄອງປະເພນີ) ຢ່າງດຸໝັ່ນ, ອົດທົນ, ບໍ່ຂີ້ຄ້ານມັກງ່າຍ, ມີການວາງແຜນການເງິນທີ່ດີ, ຄິດລະອຽດຖີ່ຖ້ວນກ່ອນຈະໃຊ້ຈ່າຍ, ຈັດສັນລາຍຮັບສໍາລັບຄ່າໃຊ້ຈ່າຍແຕ່ລະປະເພດ, ຫລຸດການໃຊ້ຈ່າຍທີ່ບໍ່ຈໍາເປັນ ແລະ ມີການບັນທຶກລາຍຮັບ-ລາຍຈ່າຍໃນແຕ່ລະກິດຈະກຳຂອງແຕ່ລະເດືອນ ເປັນຕົ້ນ.


ການມີວິໄນທາງການເງິນເຂັ້ມງວດ ແລະ ເໝາະສົມ ຈະສາມາດຊ່ວຍໃຫ້ເກີດການບໍລິຫານເງິນທີ່ມີປະສິດທິພາບ, ມີບຸກຄົນຈຳນວນໜຶ່ງ ລຶ້ງເຄີຍກັບການໃຊ້ເງິນກ່ອນທີ່ຈະຫາເງິນໄດ້ ເນື່ອງຈາກ ພໍ່-ແມ່, ຜູ້ປົກຄອງຫາເງິນໃຫ້ໃຊ້ຕັ້ງແຕ່ຍັງນ້ອຍ ຈຶ່ງເກີດມີທັດສະນະຄະຕິ ຫຼື ນິດໄສ ທີ່ມີຄວາມສຸກຄວາມສະບາຍຈາກການໃຊ້ເງິນທັງທີ່ຍັງຫາເງິນບໍ່ໄດ້; ຕໍ່ມາເມື່ອບຸກຄົນດັ່ງກ່າວ ສາມາດຫາເງິນເອງຈາກການເຮັດວຽກ ຈຶ່ງອາດເກີດມີບັນຫາທາງການເງິນ ເນື່ອງຈາກມີທັດສະນະຄະຕິທາງດ້ານການເງິນທີ່ວ່າ: “ການທີ່ຫາເງິນໄດ້ຫລາຍຂຶ້ນ ຈະສາມາດສ້າງຄວາມສຸກ, ຄວາມສະບາຍໃນການດຳລົງຊີວິດໄດ້ຫລາຍຂຶ້ນ ແຕ່ກົງກັນຂ້າມຄືເງິນທີ່ຫາມາໄດ້ເພີ່ມຂຶ້ນ ບໍ່ພຽງພໍກັບຄ່າໃຊ້ຈ່າຍທີ່ເກີດຂຶ້ນເລີຍ” ຍ້ອນເຫດຜົນດັ່ງກ່າວຈຶ່ງເຮັດໃຫ້ບໍ່ສາມາດທີ່ຈະບັນລຸເປົ້າໝາຍທາງການເງິນຂອງຕົນເອງໄດ້ ແລະ ມີສາເຫດມາຈາກການບໍ່ມີວິໄນທາງການເງິນກໍເປັນໄດ້. ສະນັ້ນ ສຳຄັນທີ່ສຸດ ເຮົາຕ້ອງຮຽນຮູ້ການຄວບຄຸມສະຕິ, ອາລົມ ຫລື ຈິດໃຈຂອງຕົນເອງກ່ອນຈະມີການໃຊ້ຈ່າຍຕ່າງໆ ແລະ ຖ້າບໍ່ຮູ້ລະງັບດັບມອດຄວາມຕ້ອງການ ຫຼື ອາລົມຢາກໄດ້ຂອງຕົນເອງເມື່ອເຫັນຜູ້ອື່ນມີກໍຢາກມີ, ເມື່ອເຫັນຂອງທີ່ມີຄຸນນະພາບ ຫຼື ວັດຖຸສິ່ງຂອງທີ່ສະແດງເຖິງບົດບາດຖານະຕ່າງໆ (ທັງແນວດີ ຫຼື ແນວບໍ່ດີ) ກໍຄິດຢາກໄດ້ຢາກເປັນ, ການໃຊ້ເງິນໂດຍບໍ່ມີເປົ້າໝາຍທາງການເງິນຢ່າງເໝາະສົມ, ການບໍ່ຮູ້ບໍ່ສະແຫວງຫາທາງເລືອກໃນການຮັກສາ ແລະ ເພີ່ມມູນຄ່າເງິນ ອາດເຮັດໃຫ້ບຸກຄົນຕ້ອງເສຍປຽບ, ຂາດເຂີນ ແລະ ເຮັດວຽກໜັກໄປຕະຫລອດຊີວິດ ເພື່ອຕອບສະໜອງໃຫ້ມີເງິນໃຊ້ຈ່າຍສະເພາະໜ້າ ແລະ ຖ້າຫ້າມຈິດໃຈຕົນເອງບໍ່ໄດ້ (ບໍ່ທຸ່ນທ່ຽງ, ຂາດສະຕິ ຫຼື ຫລົງເຮັດໄປໃນທາງທີ່ຜິດລະບຽບກົດໝາຍ, ຜິດຮີດຄອງປະເພນີ) ເຮັດໃຫ້ມີການໃຊ້ຈ່າຍເກີນຕົວ ແລະ ຮັກສາລະບຽບວິໄນບໍ່ໄດ້ ຮ້າຍແຮງກວ່ານັ້ນອາດສ້າງປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນ ຊຶ່ງເປັນການສ້າງຄວາມຫຍຸ້ງຍາກເສຍຫາຍໃຫ້ກັບຕົນເອງ, ຄອບຄົວ ແລະ ສັງຄົມ ພ້ອມກັບຖືກປະຕິບັດວິໄນຕາມລະບຽບກົດໝາຍ ແລະ ຂະບວນການຍຸຕິທຳຕໍ່ໄປ. ການສ້າງວິໄນທາງການເງິນ ສາມາດປະຕິບັດໄດ້ດັ່ງນີ້:

1) ການວາງແຜນທາງການເງິນ ເປັນການສ້າງແຜນງົບປະມານ ເພື່ອໃຫ້ຮູ້ວ່າໃນແຕ່ລະເດືອນຈະມີລາຍຮັບ-ລາຍຈ່າຍ ຈຳນວນເທົ່າໃດ ແລະ ຊ່ວງໃດໃນແຕ່ລະເດືອນ ເພື່ອໃຫ້ສາມາດບໍລິຫານເງິນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ ໂດຍໃຊ້ວິທີການເຮັດບັນຊີງົບປະມານລາຍຮັບ-ລາຍຈ່າຍ ເປັນປະຈຳວັນ, ອາທິດ ແລະ ປະຈຳແຕ່ລະເດືອນລ່ວງໜ້າເປັນປີ ໃນງົບປະມານນັ້ນ, ມີການສໍາຮອງເງິນໄວ້ອອມ ແລະ ສໍາລັບການລົງທຶນ.
2) ຕ້ອງສາມາດຄວບຄຸມສະຕິ, ຈິດໃຈຂອງຕົນເອງໃນການໃຊ້ຈ່າຍ ບໍ່ໃຊ້ຈ່າຍຟຸມເຟືອຍເກີນຄວາມຈຳເປັນ ຫຼື ຖານະ ແລະ ລາຍຮັບ ຕ້ອງຄບຄຸມການໃຊ້ຈ່າຍຢູ່ໃນແຜນງົບປະມານທີ່ກຳນົດໄວ້.
3) ໃຊ້ຫລັກການ Pay Your Self First ຄືການອອມກ່ອນໃຊ້ຈ່າຍໃນພາຍຫລັງ ໂດຍຫັກເອົາເງິນລົງທຶນຈາກບັນຊີເງິນເດືອນ ຫຼື ຈາກແຫລ່ງລາຍຮັບອື່ນໆ ເປັນເງິນອອມດ້ວຍຈຳນວນທີ່ແນ່ນອນໃນແຕ່ລະຄັ້ງ ຫຼື ແຕ່ລະເດືອນ ເຊັ່ນ: ຖ້າໄດ້ຮັບເງິນເດືອນ 15.000 ກີບ ຄວນເກັບອອມໄວ້ 3.750 ກີບ ຫຼື ປະມານ 15-25% ຂອງລາຍຮັບທັງໝົດໃນແຕ່ລະຄັ້ງ ເປັນຕົ້ນ.
4) ຖ້າຕ້ອງມີການໃຊ້ຈ່າຍ ແມ່ນພະຍາຍາມໃຫ້ມີການເສຍຄ່າໃຊ້ຈ່າຍໜ້ອຍທີ່ສຸດ ແຕ່ໃຫ້ໄດ້ປະໂຫຍດຫລາຍທີ່ສຸດ ໂດຍການສຳຫລວດທົບທວນຄືນ ກ່ຽວກັບຄ່າໃຊ້ຈ່າຍທີ່ບໍ່ຈຳເປັນໃນແຕ່ລະໄລຍະ ເພື່ອປະຢັດງົບປະມານໃຫ້ໄດ້ຫລາຍທີ່ສຸດ, ບໍ່ໃຊ້ຈ່າຍຊື້ສິ່ງຂອງທີ່ບໍ່ຈໍາເປັນ ຍ້ອນເຫດຜົນທີ່ວ່າລາຄາຖືກ ຫຼື ອວດອ້າງ ທັງທີ່ຍັງບໍ່ມີຄວາມຈໍາ ເປັນຕ້ອງໃຊ້ ຫຼື ຍັງມີວຽກອື່ນໆທີ່ສຳຄັນຈຳເປັນຫລາຍກວ່າ ເປັນຕົ້ນ.
5) ຫລຸດຜ່ອນ ຫຼື ປະຕິເສດການສ້າງໜີ້ສິນຕ່າງໆ ທີ່ບໍ່ຈຳເປັນທັງໃນໄລຍະສັ້ນ ແລະ ໄລຍະຍາວ ແລະ ຖ້າເປັນໜີ້ແລ້ວ ຄວນມີການວາງແຜນການຊຳລະໜີ້ສິນທີ່ມີ ໃຫ້ກັບສະຖາບັນການເງິນ ຫຼື ເຈົ້າໜີ້ ຕາມສັນຍາ ແລະ ພາຍໃນໄລຍະເວລາທີ່ຕົກລົງກັນໄວ້.

ສະຫລຸບແລ້ວ ການມີວິໄນທາງການເງິນ ຈະຊ່ວຍໃຫ້ຊີວິດມີຄວາມສຸກ ຮູ້ພິຈາລະນາຊັ່ງຊາຕົນເອງ, ຄອບຄົວໝັ້ນຄົງ, ສັງຄົມສ່ວນລວມກໍສະຫງົບ, ປອດໄພ ແລະ ໝັ້ນຄົງເຊັ່ນກັນ, ໃນນັ້ນ ສິ່ງສຳຄັນທີ່ສຸດຂອງການສ້າງວິໄນທາງການເງິນຄື: ການເກັບອອມເງິນຢ່າງສະໝໍ່າສະເໝີ ແລະ ໃຊ້ຈ່າຍເທົ່າທີ່ຈຳເປັນ ໂດຍຄວນມີເງິນສຳຮອງໄວ້ ຢ່າງໜ້ອຍ 6 ເທົ່າຂອງເງິນທີ່ຕ້ອງໃຊ້ຈ່າຍໃນແຕ່ລະເດືອນ ເພື່ອໃຫ້ມີເງິນສຳຮອງໄວ້ເພື່ອກຽມເອົາໄວ້ໃຊ້ຈ່າຍບໍລິຫານໃນຍາມສຸກເສີນ ແລະ ຈຳເປັນແທ້ໆ ພ້ອມທັງບັນລຸເປົ້າໝາຍທາງການເງິນຕາມທີ່ຕ້ອງການ ບົນພື້ນຖານການມີຂະໜາດຊັບສິນລວມຫັກອອກດ້ວຍໜີ້ສິນ ແລະ ສາມາດສ້າງຄວາມອຸດົມສົມບູນ ໄດ້ຈາກ 4 ວິທີການພື້ນຖານທີ່ສຳຄັນຄື:
1) ຮູ້ຫາ (How to Earn): ແມ່ນການຮູ້ວິທີນໍາໃຊ້ຄວາມອາດສາມາດຂອງຕົນ ເພື່ອຊອກຫາລາຍຮັບ (ຕ້ອງຊອກຫາແບບສັດຊື່ສຸດຈະລິດ, ບໍ່ຍັກຍອກສໍ້ໂກງ, ບໍ່ສໍ້ລາດບັງຫລວງ ແລະ ບໍ່ຜິດລະບຽບ-ກົດໝາຍ), ໂດຍລວມຜູ້ທີ່ມີລາບຮັບຈາກເງິນເດືອນ ຫຼື ຈາກການລົງທຶນໃດໜຶ່ງ ຫາກປະສົບຜົນສຳເລັດໃນວຽກງານ ກໍຈະມີລາຍຮັບສູງຂຶ້ນ ມີຜົນໃຫ້ຄວາມສາມາດທີ່ຈະເກັບອອມເງິນກໍມີໂອກາດຫລາຍຂຶ້ນ. ຊຶ່ງເປັນພື້ນຖານທີ່ໜັກແໜ້ນຂອງການສ້າງຄວາມໝັ້ນຄົງໃຫ້ເກີດຂຶ້ນໄດ້, ນອກຈາກນີ້ຍັງສາມາດມີລາຍຮັບຈາກການເປັນຜູ້ປະກອບການ ເຮັດໃຫ້ມີໂອກາດຈະໄດ້ຮັບຜົນຕອບແທນທີ່ສູງ ຊຶ່ງເປັນພື້ນຖານຂອງການອອມໄດ້ເຊັ່ນກັນ.
2) ຮູ້ອອມ (How to Save): ເປັນການແບ່ງລາຍຮັບເພື່ອເກັບອອມ ໂດຍແບ່ງໄວ້ທັນທີເມື່ອມີລາຍຮັບ ແລ້ວຈຶ່ງໃຊ້ຈ່າຍຫລັງຈາກຫັກເປັນເງິນອອມແລ້ວ, ພຶດຕິກຳນີ້ເປັນການສ້າງວິໄນທາງການເງິນ ເພື່ອໃຫ້ຖານຂອງເງິນອອມນັບມື້ຂະຫຍາຍຕົວເພີ່ມຂຶ້ນ, ຮອງຮັບການສ້າງຄວາມເຂັ້ມແຂງ-ອຸດົມສົມບູນໃນອະນາຄົດ ແລະ ຄວນມີການແບ່ງເງິນອອມອອກເປັນແຕ່ລະບ້ວງ ຕາມຈຸດປະສົງຂອງການອອມ-ການໃຊ້ຈ່າຍທັງໃນໄລຍະສັ້ນ ແລະ ໄລຍະຍາວ.
3) ຮູ້ໃຊ້ (How to Spend): ແມ່ນມີແຜນການຮັດກຸມໃນການໃຊ້ຈ່າຍໃນສິ່ງທີ່ຈໍາເປັນ, ບໍ່ໃຊ້ຈ່າຍຟຸມເຟືອຍ ແລະ ຍັງເປັນຂໍ້ຄິດພຶດຕິກໍາສໍາຄັນ ເພື່ອໃຫ້ລາຍຮັບທີ່ເຫລືອ ເປັນເງິນອອມທີ່ພຽງພໍທີ່ຈະໃຊ້ຂະຫຍາຍຖານເງິນອອມຂອງບຸກຄົນ ເພື່ອສ້າງຄວາມເຂັ້ມແຂງ ຮັ່ງມີລໍ້າລວຍໃນອະນາຄົດ.
4) ຮູ້ຂະຫຍາຍໃຫ້ເກີດດອກອອກຜົນ ຫຼື ລົງທຶນ (How to Invest): ເປັນການຮູ້ລົງທຶນສະແຫວງຫາຜົນກຳໄລເພີ່ມເຕີມ ໂດຍເອົາເງິນອອມໄປລົງທຶນໃນລະດັບຄວາມສ່ຽງທີ່ຍອມຮັບໄດ້ ແລະ ມີຜົນຕອບແທນທີ່ເໝາະສົມໃນແຕ່ລະໄລຍະ.

ໂດຍ:ອາຈານ ສີລິມຸງຄຸນ ຫລວງລາດ, ສະຖາບັນການທະນາຄານ