ການກັກບໍລິເວນຕົນເອງຢູ່ເຮືອນ ຈະຊ່ວຍຢຸດການກະຈາຍເຊື້ອພະຍາດໂຄວິດ – 19

2559

Social Distancing ແມ່ນຫຍັງ? ແລ້ວມັນຈະຊ່ວຍລ້າງບາງໂຄວິດ – 19 ( COVID – 19 ) ໄດ້ແນວໃດ? ມາອ່ານກັນເລີຍ!.
Social Distancing ຫຼື ການຫຼີກລຽງການຢູ່ໃກ້ກຸ່ມຄົນ ແມ່ນເຕັກນິກທີ່ໃຊ້ມາຫຼາຍທົດສະວັດແລ້ວໃນບ່ອນທີ່ມີການລະບາດຂອງພະຍາດແບບ covid – 19.

ເຮັດໄປເພື່ອຫຍັງ?

ປະເທດຈີນສາມາດຄວບຄຸມການແຜ່ຂະຫຍາຍຈົນສາມາດຄວບຄຸມໄດ້ແລ້ວໃນ ຕອນນີ້ ກໍຍ້ອນການນຳໃຊ້ເຕັກນິກ ນີ້.
ຫຼາຍປະເທດກໍປະຕິບັດເຕັກນິກດຽວກັນນີ້ຫຼາຍຂຶ້ນ ຈາກການເລີ່ມຍົກເລີກສາຍການບິນ, ປິດດ່ານ, ບໍ່ໃຫ້ຄົນນອກເຂົ້າ – ອອກເມືອງທີ່ມີ ຄວາມສ່ຽງ, ໃຜໄປ – ມາກໍໃຫ້ກັກຕົວເອງ 14 ວັນ ແລະ ສັ່ງຫ້າມກອງປະຊຸມ ຫຼື ງານ ໃຫຍ່ໆຕ່າງໆ ເພື່ອສ້າງເງື່ອນໄຂໃຫ້ covid – 19 ກະຈາຍຈາກຄົນໜຶ່ງໄປອີກຄົນໄດ້ຍາກທີ່ສຸດ.

ໄດ້ຜົນແທ້ບໍ?

ໄດ້ຜົນແທ້ເພາະວ່າ covid – 19 ຈະຢູ່ໃນຄົນໄດ້ດົນສຸດ 14 – 30 ວັນ ( ແລ້ວແຕ່ຄົນວ່າສະແດງອາການຊ້າ ຫຼື ໄວ ແລະ ຮ່າງກາຍອ່ອນແອ ຫຼື ແຂງແຮງ ຍັງບໍ່ມີໃຜສະຫຼຸບໄດ້ ).

ຄົນທີ່ມີເຊື້ອອາດຈະບໍ່ສະແດງອາການໄດ້ດົນສຸດ 14 ວັນທຳອິດ, 15 – 30 ວັນຕໍ່ມາ ແມ່ນມີອາການ ແລະ ເຫັນວ່າແຜ່ເຊື້ອໄດ້ດີກວ່າ 14 ວັນທຳອິດ, ແຕ່! ສິ່ງທີ່ອັນຕະລາຍພໍໆກັນແມ່ນຕອນ 14 ວັນຫັ້ນລະທີ່ເຮົາບໍ່ຮູ້ວ່າໃຜທີ່ມີເຊື້ອແນ່. ສະນັ້ນ, ຖ້າເຮົາຮ່ວມແຮງກັນສ້າງ social distancing ເຮັດໃຫ້ໄວຣັສນີ້ບໍ່ສາມາດແຜ່ກະຈາຍໃນ 1 – 2 ເດືອນ ມັນກໍຈະອຶດຕາຍໄປເອງ ນັ້ນແມ່ນ ຄວາມຫວັງ ແລະ ວິທີການຂອງນານາຊາດໃນຕອນນີ້.

ມັນແປວ່າຫຍັງສຳລັບຄົນລາວເຮົາ?
ເຮົາຍັງໂຊກດີທີ່ມີຄົນຕິດເຊື້ອໜ້ອຍ. ສະນັ້ນ, ເຮົາຄວນຈະຊ່ວຍກັນ ແລະ ກັນເຮັດຕາມມາດຕະການທີ່ທາງພັກລັດແຈ້ງອອກມາ.

ສຳຄັນສຸດແລ້ວແມ່ນໄທເຮົາເຈົ້າຂ້ອຍນີ້ລະທີ່ຈະປະຕິບັດຕາມມາດຕະການ ແລະ ຂໍ້ແນະນຳຕ່າງໆ ເຊັ່ນ:

ຖ້າໄຂ້ກໍໃຫ້ກັກຕົນເອງ, ຮັກສາບໍ່ໃຫ້ຕົນເອງໄປປ່ອຍເຊື້ອໃສ່ໃຜ ແລະ ໄປກວດວ່າແມ່ນເຊື້ອຫຍັງແທ້.

ລ້າງມືເລື້ອຍໆ, ໃຊ້ບ່ວງກາງ ( ດີສຸດແມ່ນແຍກຊຸດກິນເຂົ້າກັນເລີຍ ) ແລະ ກິນສຸກ ແລະ ຮ້ອນ.

ຫຼີກລຽງການເຕົ້າໂຮມກັນໃນສະຖານທີ່ແອອັດ.

ຖ້າຈາມກໍພະຍາຍາມອັດປາກ, ໃຊ້ເຈ້ຍ, ແນໃສ່ພື້ນ ແລະ ກົ້ມຕົວລົງໃຫ້ຕ່ຳສຸດໆ ຫຼື ອັດເຂົ້າສອກຕົວເອງເອົາ ເພື່ອບໍ່ໃຫ້ນ້ຳລາຍຕົນກະຈາຍເປັນວົງກວ້າງ ເພາະພະຍາດສາມາດໄປນຳນ້ຳລາຍເຮົາໄດ້ໄກຮອດ 1 ແມັດ.

ໄປຕ່າງປະເທດມາກໍໃຫ້ກັກຕົວເອງ 14 ວັນຢູ່ເຮືອນ ແລະ ບໍ່ໃຫ້ເຮົາມີພຶດຕິກຳທີ່ສາມາດແຜ່ເຊື້ອໄດ້.

ງົດການກະຈາຍຂ່າວປອມຂ່າວລືທີ່ບໍ່ມີມູນ ແລະ ທີ່ອ້າງອີງທີ່ໜ້າເຊື່ອຖື ເພື່ອໃຫ້ຂ່າວຈິງຈາກພາກສ່ວນທີ່ມີມູນຄວາມຈິງສາມາດກະຈາຍຂ່າວໄດ້ດີຂຶ້ນ ເພື່ອເຮົາຈະຊ່ວຍກັນປ້ອງກັນແບບຖືກວິທີ.

ຖ້າບໍ່ເຮັດແນວນີ້ຈະເກີດຫຍັງຂຶ້ນ?

ເຮົາເຫັນຕົວຢ່າງແລ້ວຫຼາຍປະເທດໃນເຂດເອີຣົບ ທີ່ພະຍາດແຜ່ເຊື້ອໄດ້ຢ່າງໄວວາ, 4 ຢ່າງຫຼັກໆທີ່ອາດຈະເກີດຂຶ້ນ:
1 ການແຜ່ເຊື້ອຂອງ covid – 19 ບໍ່ແມ່ນການທະວີຄູນ ມັນແມ່ນການຂຶ້ນກຳລັງ.
ຍົກຕົວຢ່າງ: ຖ້າທະວີຄູນແມ່ນ: 2×3=6, 2×4=8, 2×5=10; ຖ້າຂຶ້ນກຳລັງແມ່ນ: 2^3=8, 2^4=16, 2^5=32.

ເຫັນບໍ່ວ່າມັນເບິ່ງຄືວ່າໜ້ອຍດຽວຕອນທຳອິດ ແລະ ມັນກາຍເປັນຝັນຮ້າຍຕອນທີ່ມັນຂຶ້ນກຳລັງເພາະຄົນໜຶ່ງສາມາດແຜ່ເຊື້ອໃຫ້ໄດ້ຫຼາຍຄົນ.

ສິ່ງທີ່ຈະຕາມມາແມ່ນໂຮງໝໍທີ່ມີເຄື່ອງຊ່ວຍຫາຍໃຈມີຈຳກັດ ບໍ່ສາມາດຮອງຮັບຄົນເຈັບຫຼາຍປານນັ້ນໄດ້, ໝໍຢູ່ອິຕາລີ ຕ້ອງໄດ້ເລືອກວ່າຈະໃຫ້ໃຜຢູ່ ແລະ ໃຜຕາຍ, ຖາມວ່າເຮົາຢາກໃຫ້ໝໍເຮັດແນວນັ້ນນຳເຮົາ ຫຼື ຄົນທີ່ເຮົາຮັກບໍ່ລະ? ເປັນຄຳຖາມທີ່ບໍ່ມີໃຜຢາກຮູ້ຄຳຕອບ, ບໍ່ຢາກເປັນຄົນຕັດສິນ ແລະ ບໍ່ຢາກເປັນຄົນທີ່ຕ້ອງຮັບອີກເນາະ.

2 ຄວາມໂສກເສົ້າທີ່ຈະຕາມມາຖ້າມີຄົນເສຍຊີວິດຫຼາຍໆຄົນ ຄິດງ່າຍໆຄົນເສຍໃຈຊ່ຳໃດກັບເຮືອນດີເຮືອນໜຶ່ງ. ຈິນຕະນາການນຳກັນບາດນີ້ວ່າຈັກພັນເຮືອນດີໃນອູຫັ້ນບາດນິ… ນັ້ນລະ.

3 ເສດຖະກິດຖົດຖອຍແນ່ນອນຖ້າງົບປະມານລັດຕ້ອງໄດ້ສຸມໃສ່ການຄວບຄຸມພະຍາດລະບາດ, ປະຊາກອນທີ່ປະກອບສ່ວນໃນສັງຄົມເສຍຊີວິດ ແລະ ຄົນທີ່ຍັງຢູ່ບໍ່ມີກຳລັງໃຈທຳມາຫາກິນ, ລວມເຂົ້າກັບການອ່ອນຕົວຂອງເສດຖະກິດ ແລະ ຄ່າເງິນຕອນນີ້ໃນບ້ານເຮົາຖ້າພົບພໍ້ບັນຫາດັ່ງກ່າວນີ້ອີກຈະເປັນແນວໃດ?.

4 ການຟື້ນຕົວຂອງເສດຖະກິດກໍຈະລຳບາກໄປກວ່າເກົ່າອີກ, ອິຕາລີ ຕອນນີ້ວິເຄາະແລ້ວວ່າເສດຖະກິດເຂົາຈະຖອຍຫຼັງໄປຫຼາຍປີ, ເຮົາຍິ່ງເປັນປະເທດທີ່ກຳລັງເຕີບໂຕເພື່ອແກ້ໄຂຄວາມທຸກຍາກ ນີ້ແມ່ນສິ່ງສຸດທ້າຍທີ່ເຮົາອາດຈະຢາກພໍ້.
ສະນັ້ນ, ຕອນນີ້ເຮົາຍັງມີທາງເລືອກວ່າເຮົາຈະເຮັດແນວໃດດີລະຫວ່າງ:

ກ ໂອ້ຍ, ເວົ້າຫຼາຍ! ມັນກໍຄືໄຂ້ປົກກະຕິຫັ້ນລະ, ອັດຕາຕາຍຕ່ຳໆໜຶ່ງບໍ່ຖືກຄອບຄົວເຮົາດອກ.

ຂ ການສູ້ຄັ້ງນີ້ແມ່ນການຕໍ່ຕ້ານຕໍ່ເຊື້ອລະບາດຂອງມະນຸດຊາດ ແລະ ເຮົາຄວນຈະມີສ່ວນຮ່ວມໃນການຕໍ່ສູ້ມັນນຳກັນ ບົນພື້ນຖານຈັນຍາບັນຂອງຄົນທີ່ຢູ່ຮ່ວມສັງຄົມດຽວກັນ.

ຝາກໄວ້ໃຫ້ຄິດຮ່ວມກັນ ເຮົາມີທາງເລືອກສະເໝີ

( ໂດຍ: ຂວັນສີລິ )