“ ຄູ ” ກັບການພັດທະນາຊັບພະຍາກອນມະນຸດໃນໄລຍະໃໝ່

26

ບົດບາດຂອງຄູ – ອາຈານ ໃນການກຳນົດອະນາຄົດຂອງຜູ້ຮຽນ ແລະ ສັງຄົມນັ້ນ ແມ່ນບໍ່ສາມາດປະຕິເສດແຍກອອກຈາກກັນໄດ້ ໃນຖານະທີ່ເປັນຜູ້ມີສ່ວນສຳຄັນໃນການພັດທະນາຊັບພະຍາກອນມະນຸດໂດຍກົງ. ຄູ – ອາຈານ ໄດ້ມີບົດບາດສຳຄັນຫຼາຍປະການ ບໍ່ວ່າຈະເປັນໃນເລື່ອງການຊ່ວຍເຫຼືອນັກຮຽນ – ນັກສຶກສາ, ການພັດທະນາເສດຖະກິດ – ສັງຄົມ ແລະ ຊຸກຍູ້ກໍ່ສ້າງຜູ້ຮຽນໃຫ້ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີແນວຄິດຈິດໃຈດີງາມ ແລະ ມີປະສິດທິຜົນໃນສັງຄົມ, ນອກນັ້ນ ການສິດສອນບໍ່ພຽງແຕ່ເປັນາຊີບເທົ່ານັ້ນ ແຕ່ເປັນວິຊາ ຄວາມຮູ້ອັນປະເສີດ ທີ່ມີບົດບາດສຳຄັນໃນໄລຍະຍາວ ເພື່ອພັດທະນາຊັບພະຍາກອນມະນຸດ -ສັງຄົມ.

ນອກນັ້ນໃນຍຸກສະໄໝໃໝ່ ຄູຍັງຕ້ອງມີຄວາມຮັບຜິດຊອບໃນການແລກປ່ຽນຮຽນຮູ້, ສົ່ງເສີມພັດທະນາຜູ້ຮຽນ ເພື່ອກະກຽມພວກເຂົາໃຫ້ມີຄວາມພ້ອມ, ມີຄວາມຮູ້, ທັກສະ ແລະ ຄ່ານິຍົມທີ່ຈຳເປັນຕໍ່ ຄວາມກ້າວໜ້າ ແລະ ມີຜົນສຳເລັດໃນອະນາຄົດທີ່ແຈ່ມໃສ ແລະ ບົດບາດສຳຄັນຂອງຄູ ຍັງລວມໄປເຖິງການພັດທະນາຊັບພະຍາກອນມະນຸດ ເນື່ອງຈາກມີສ່ວນຊ່ວຍໃນການພັດທະນາໃນດ້ານສາດ ແລະ ສິນ ໂດຍການສ້າງສະພາບແວດລ້ອມທີ່ຫຼໍ່ລ້ຽງການເປັນຢູ່ທີ່ດີທາງສະຕິປັນຍາ, ອາລົມ ແລະ ສັງຄົມ ເປັນຕົ້ນ. ໃນບົດຄວາມນີ້ຈະຂໍແລກປ່ຽນຮຽນຮູ້ໃນວຽກງານອາຊີບຄູ ທີ່ຕິດພັນກັບການພັດທະນາຊັບພະຍາກອນມະນຸດໃນໄລຍະໃໝ່ ດັ່ງນີ້:

1 ການຊອກຫາ ແລະ ຄັດເລືອກຄູ: ການພັດທະນາຊັບພະຍາກອນມະນຸດ ເລີ່ມຕົ້ນດ້ວຍການຊອກຫາ ແລະ ຄັດເລືອກບຸກຄົນທີ່ເປັນຄົນແທ້ຄົນຈິງ, ມີຄວາມຮູ້, ຄວາມສາມາດ ແລະ ມີນໍ້າໃຈເສຍສະຫຼະທຸ່ມເທເພື່ອເຂົ້າຮ່ວມໃນຂະບວນການວິຊາຊີບຄູ ເຊິ່ງສະຖາບັນການສຶກສາ ແລະ ພາກສ່ວນກ່ຽວຂ້ອງ ຈະຕ້ອງສ້າງຂະບວນການທີ່ເຂັ້ມງວດ ແລະ ໂປ່ງໃສ ເພື່ອກຳນົດນະໂຍບາຍມາດຕະຖານໃນການພັດທະນາກໍ່ສ້າງ ໂດຍສະເພາະບຸກຄົນຜູ້ທີ່ຄົບເງື່ອນໄຂມາດຕະຖານ, ທັກສະ ແລະ ພອນສະຫວັນພອນສະແຫວງໃນການສິດສອນທີ່ຈຳເປັນໃນແຕ່ລະລະດັບດ້ວຍການດຶງດູດ ແລະ ຄັດເລືອກຜູ້ສະໝັກທີ່ດີທີ່ສຸດ ( ຂອງແທ້ ) ເພື່ອຈະເປັນການວາງຮາກຖານສຳລັບລະບົບການສຶກສາທີ່ມີຄຸນນະພາບສູງຂຶ້ນ.

2 ການພັດທະນາ ແລະ ການຝຶກອົບຮົມທາງດ້ານວິຊາຊີບ: ເມື່ອໄດ້ມີການຄັດເລືອກຄູແລ້ວ ໂປຣແກຣມການພັດທະນາວິຊາຊີບ – ວິຊາສະເພາະ, ການຝຶກອົບຮົມຢ່າງຕໍ່ເນື່ອງ ໄດ້ກຳນົດເປັນບຸລິມະສິດຕົ້ນຕໍອັນໜຶ່ງທີ່ສຳຄັນ ສຳລັບການເຕີບໃຫຍ່ຂະຫຍາຍຕົວ ແລະ ປະສິດທິຜົນຂອງພວກເຂົາ. ການສ້າງໂອກາດໃຫ້ຄູໄດ້ມີການຮຽນຮູ້ຢ່າງຕໍ່ເນື່ອງ ຈະຊ່ວຍໃຫ້ຄູສາມາດພັດທະນາທັກສະການສອນທີ່ທັນສະໄໝ, ຕິດຕາມທ່າອ່ຽງການສຶກສາທີ່ເກີດຂຶ້ນ ແລະ ພັດທະນາວິທີການສອນທີ່ເປັນນະວັດຕະກຳອັນໃໝ່ ແລະ ການລົງທຶນໃນການຝຶກອົບຮົມຄູ ບໍ່ພຽງແຕ່ຈະຊ່ວຍມີການປັບປຸງປະສິດທິຜົນຂອງແຕ່ລະຄົນເທົ່ານັ້ນ ແຕ່ຍັງຊ່ວຍຍົກລະດັບຄຸນນະພາບການສຶກສາໂດຍລວມໃນປະເທດອີກໃຫ້ດີຂຶ້ນອີກດ້ວຍ.

3 ມີລະບົບການໃຫ້ຄຳປຶກສາ ແລະ ສະໜັບສະໜູນ: ການສ້າງລະບົບໃຫ້ຄໍາປຶກສາ ແລະ ສະໜັບສະໜູນພາຍໃນສະຖາບັນການສຶກສານັ້ນ ມີຄວາມສຳຄັນຫຼາຍຕໍ່ການສົ່ງເສີມພັດທະນາອາຊີບຄູ, ຄູຜູ້ທີ່ມີປະສົບການ ສາມາດເຮັດໜ້າທີ່ເປັນທີ່ປຶກສາເພື່ອຊີ້ແນະ ແລະ ໃຫ້ຂໍ້ມູນທີ່ຖືກຕ້ອງເລິກເຊິ່ງທີ່ມີຄຸນຄ່າແກ່ຄູໃໝ່. ໃນນັ້ນ ໂປຣແກຣມການໃຫ້ຄຳປຶກສາເຫຼົ່ານີ້ຈະສົ່ງເສີມນະວັດຕະກຳຂອງການເຮັດວຽກຮ່ວມກັນ, ຄວາມກ້າວໜ້າທາງດ້ານອາຊີບ ແລະ ການແບ່ງປັນຄວາມຮູ້ ຈະຊ່ວຍປັບປຸງແນວທາງການສອນ ແລະ ຄຳຕອບທີ່ເປັນປະໂຫຍດໃຫ້ກັບຜູ້ຮຽນໄດ້. ນອກນັ້ນ, ທາດແທ້ຂອງການສະໜັບສະໜູນຍັງສາມາດໃຫ້ການສະໜັບສະໜູນດ້ານອາລົມ ແລະ ການແລກປ່ຽນຂໍ້ມູນຂ່າວສານແກ່ຄູ ເພື່ອໃຫ້ໝັ້ນໃຈວ່າ: ຄູມີຊັບພະຍາກອນ, ຂໍ້ມູນ ແລະ ກຳລັງໃຈທີ່ຈຳເປັນໃນການເອົາຊະນະສິ່ງທ້າທາຍ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ມີກຽດນັ້ນໄດ້.

4 ການຮັບຮູ້ ແລະ ຂອງຂວັນ – ລາງວັນ: ການຮັບຮູ້ ແລະ ການໃຫ້ຂອງຂວັນລາງວັນກັບແນວທາງການສອນທີ່ເປັນແບບຢ່າງ ແມ່ນມີສ່ວນສຳຄັນຂອງການພັດທະນາຊັບພະຍາກອນມະນຸດໃນດ້ານການສຶກສາ ການຍ້ອງຍໍຄູ – ອາຈານ ທີ່ເປັນແບບຢ່າງທີ່ດີມີຜົນງານພົ້ນເດັ່ນໃນລັກສະນະທີ່ເປັນຂອງຂວັນ – ລາງວັນ, ສິ່ງຈູງໃຈ ແລະ ໂອກາດໃນການກ້າວໜ້າໃນອາຊີບນັ້ນ ບໍ່ພຽງແຕ່ຊ່ວຍສ້າງກຳລັງໃຈ ແຕ່ຍັງສ້າງວັດທະນະທຳແຫ່ງຄວາມເປັນເລີດທາງດ້ານຈິດໃຈໃນອາຊີບຄູອີກດ້ວຍ. ການຍ້ອງຍໍຊົມເຊີຍດັ່ງກ່າວ ສາມາດເປັນແຮງບັນດານໃຈໃຫ້ຄູຮັບຮູ້ ແລະ ກະຕືລືລົ້ນໃນການພັດທະນາຢ່າງຕໍ່ເນື່ອງ ແລະ ກະຕຸ້ນໃຫ້ຜູ້ອື່ນເຫັນຄວາມເປັນແບບຢ່າງ ສາມາດປະຕິບັດຕາມ ພ້ອມທັງຈະຊ່ວຍໃຫ້ການຍົກລະດັບຄຸນນະພາບການສຶກສາ ໂດຍລວມນັ້ນມີບັນຍາກາດ, ມີ ຄວາມສາມັກຄີດີຂຶ້ນ.

5 ຄວາມສົມດຸນລະຫວ່າງຊີວິດ, ການເຮັດວຽກ ແລະ ການເປັນຢູ່ທີ່ດີ: ການຮັກສາຄວາມສົມດຸນດັ່ງກ່າວ ເປັນປັດໄຈສຳຄັນສຳລັບການເປັນຢູ່ທີ່ດີ ແລະ ຄວາມຍືນຍົງໃນອາຊີບຄູທັງໃນໄລຍະສັ້ນ ແລະ ໄລຍະຍາວ, ສະຖາບັນການສຶກສາຄວນກຳນົດນະໂຍບາຍທີ່ສົ່ງເສີມໃນອາຊີບຄູ ໂດຍສະເພາະກ່ຽວຂ້ອງກັບປະລິມານວຽກ ແມ່ນຕ້ອງໃຫ້ຄູສາມາດບໍລິຫານຈັດການໄດ້, ສົ່ງເສີມການເບິ່ງແຍງຕົນເອງ ແລະ ຈັດໃຫ້ມີຫຼາຍຊ່ອງທາງສຳລັບຟື້ນຟູວິຊາອາຊີບ ເປັນຕົ້ນ. ຖ້າຄູ – ອາຈານ ປະສົບພົບພໍ້ກັບຄວາມສົມດຸນລະຫວ່າງຊີວິດການເຮັດວຽກ ແລະ ການເປັນຢູ່ທີ່ດີແລ້ວ ຄູກໍຈະມີຄວາມພ້ອມຫຼາຍຂຶ້ນ ເພື່ອຖ່າຍທອດມອບການສຶກສາທີ່ມີຄຸນນະພາບ, ສ້າງປະໂຫຍດສູງສຸດ, ສ້າງຄວາມສຳພັນທີ່ດີມີຄວາມໝາຍກັບຜູ້ຮຽນ ແລະ ສ້າງຜົນກະທົບໃນດ້ານບວກຕໍ່ຊີວິດຂອງພວກເຂົາ ແລະ ສັງຄົມ.

6 ຄວາມຮ່ວມມື, ການວິໄຈ ແລະ ພັດທະນາ: ການສົ່ງເສີມການເຮັດວຽກຮ່ວມກັນລະຫວ່າງຄູດ້ວຍກັນ ແລະ ອຳນວຍຄວາມສະດວກໃນການມີສ່ວນຮ່ວມໃນການວິໄຈ ແລະ ພັດທະນາ ( Research and Development ) ໃນຂົງເຂດການສຶກສານັ້ນ ຈະສົ່ງເສີມວັດທະນະທຳຂອງການປັບປຸງພັດທະນາອາຊີບຢ່າງຕໍ່ເນື່ອງ, ເຄືອຂ່າຍການເຮັດວຽກຮ່ວມກັນ ເປີດໂອກາດໃຫ້ຄູໄດ້ແລກປ່ຽນ, ຮຽນຮູ້, ແບ່ງປັນ ຄວາມຮູ້ປະສົບການ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນໄດ້ເປັນລະບົບ. ນອກນັ້ນການມີສ່ວນຮ່ວມໃນການວິໄຈ ແລະ ພັດທະນາ ຍັງຊ່ວຍໃຫ້ນັກສຶກສາມີສ່ວນຊ່ວຍໃນການພັດທະນາແນວທາງການສິດສອນ ( ບົດສອນ, ແຜນການສອນ, ທັກສະການສອນ ) ແລະ ນະໂຍບາຍການສຶກສາທີ່ອີງໃສ່ຫຼັກຖານທີ່ເຊື່ອຖືໄດ້, ສົມເຫດສົມຜົນ ເຊິ່ງຈະຊ່ວຍພັດທະນາການສຶກສາໄດ້ດີຂຶ້ນ.

ເຖິງຢ່າງໃດກໍຕາມ, ນອກຈາກ 6 ຂໍ້ທີ່ໄດ້ກ່າວມາໃນຂ້າງເທິງນັ້ນ ປັດໄຈໜຶ່ງຕື່ມທີ່ບໍ່ສາມາດປາສະຈາກໄດ້ນັ້ນກໍຄື ປັດໄຈດ້ານ “ ການເພີ່ມຄວາມອາດສາມາດຂອງຜູ້ຮຽນ ” ເຊິ່ງປັດໄຈດັ່ງກ່າວຈະຕິດພັນກັບການພັດທະນາຊັບພະຍາກອນມະນຸດ ກໍຄືການສ້າງຄວາມອາດສາມາດຂອງບຸກຄົນ ເພື່ອໃຫ້ບັນລຸເປົ້າໝາຍສ່ວນບຸກຄົນ, ໃນດ້ານດຽວກັນ ຄູຈະໃຫ້ໂອກາດຜູ້ຮຽນ ໂດຍການສົ່ງເສີມຄວາມສາມາດສະເພາະດ້ານ, ສົ່ງເສີມຄວາມຄິດສ້າງສັນ ແລະ ສົ່ງເສີມທັກສະການຄິດທີ່ມີເຫດມີຜົນ ດ້ວຍການສ້າງສະພາບແວດລ້ອມທີ່ອົບອຸ່ນໃຫ້ຄວາມສຳຄັນກັບຄວາມຫຼາກຫຼາຍ ແລະ ບໍ່ແບ່ງແຍກຊົນຊັ້ນວັນນະຂອງຜູ້ຮຽນ, ຄູ ຈະປູກຝັງສ້າງ ຄວາມໝັ້ນໃຈໃນຕົວຂອງຜູ້ຮຽນ ດ້ວຍການເປັນແບບຢ່າງທີ່ດີງາມ ເຮັດໃຫ້ພວກເຂົາເປີດຮັບສິ່ງທ້າທາຍ ແລະ ຮຽນຮູ້ເພື່ອຮອງຮັບກັບຄວາມສ່ຽງໄດ້. ຄູທີ່ມີປະສິດທິພາບ ບໍ່ພຽງແຕ່ຖ່າຍທອດຄວາມຮູ້ຂຶ້ນຫ້ອງສອນໃນວິຊາອາຊີບເທົ່ານັ້ນ ແຕ່ຄູເອງ ຕ້ອງຊ່ວຍປູກຝັງຈິດສຳນຶກ ແລະ ຄຸນຄ່າຕ່າງໆຕື່ມອີກ ເຊັ່ນ: ການຮຽນຮູ້ຕະຫຼອດຊີວິດ ແລະ ການພັດທະນາອາຊີບ ( Lifelong Learning and Professional Development ), ມີ ຄວາມຮັກມັກໃນອາຊີບຄູ, ມີ ຄວາມອີ່ດູຕົນຜູ້ຮຽນ, ມີຄວາມເປັນແບບຢ່າງໃນຈິດວິນຍານ – ພຶດຕິກຳທີ່ມີຫຼັກການ ແລະ ເຫດຜົນ, ຮູ້ຜັນຂະຫຍາຍແນວທາງຂອງພັກ ແລະ ລັດຖະບານເຂົ້າໃນການຮຽນ – ການສອນ, ຮູ້ຜ່ອນສັ້ນຜ່ອນຍາວ, ພັດທະນາຕົນເອງ, ມີຈັນຍາບັນໃນອາຊີບ, ມີຄວາມຫ້າວຫັນ – ອົດທົນ, ມີທັກສະການສື່ສານ, ມີຫົວຄິດປະດິດສ້າງ ສະດຸ້ງໄວຕໍ່ການປ່ຽນແປງພັດທະນາໃນໄລຍະໃໝ່, ມີສຸຂະພາບຮ່າງກາຍ – ຈິດໃຈທີ່ແຂງແຮງສົມບູນດີ, ຮູ້ພາສາຕ່າງປະເທດໃດໜຶ່ງ ແລະ ສາມາດເຮັດວຽກເປັນທີມໄດ້ ເຊິ່ງບັນດາດ້ານເຫຼົ່ານີ້ມີຄວາມຈຳເປັນຕໍ່ຜົນສຳເລັດໃນລັກສະນະບຸກຄົນ ກໍຄືຄູສອນ ແລະ ວິຊາອາຊີບອີກດ້ວຍ.

ສະຫຼຸບແລ້ວ: ວິຊາອາຊີບຄູ ແມ່ນມີຄວາມໝາຍສຳຄັນຫຼາຍກວ່າການຖ່າຍທອດຄວາມຮູ້ ເປັນອາຊີບທີ່ມີກຽດສັກສີ ໂດຍຖືເອົາລະບຽບຫຼັກການພັດທະນາຊັບພະຍາກອນມະນຸດ ສົ່ງເສີມຄວາມກ້າວໜ້າຂະຫຍາຍຕົວ ແລະ ການພັດທະນາບຸກຄົນທັງໃນດ້ານວິຊາການ ກໍຄືສະເພາະບຸກຄົນ, ໃນນັ້ນຄໍາວ່າ: “ ອາຊີບຄູ ” ແມ່ນສ່ວນສໍາຄັນຕໍ່ການພັດທະນາຊັບພະຍາກອນມະນຸດຢ່າງແທ້ຈິງ ( ປະຊາຊົນ, ຜູ້ນຳ, ນັກບໍລິຫານ, ພະນັກງານ ແລະ ພົນລະເມືອງໂລກໃນອະນາຄົດ ) ເນື່ອງຈາກນັກສຶກສາມີຄວາມອາດສາມາດໃນການກຳນົດຄວາມຮູ້, ທັກສະ ແລະ ຄຸນຄ່າຂອງຄົນໃນອະນາຄົດຕໍ່ໜ້າ ກໍແມ່ນຍ້ອນມີຄູເປັນຜູ້ກໍ່ສ້າງ, ພັດທະນາຫຼໍ່ຫຼອມຂຶ້ນມາ. ດ້ວຍປັດໄຈສຳຄັນໃນການຊອກຫາ ແລະ ຄັດເລືອກຄູ, ພັດທະນາ ແລະ ການຝຶກອົບຮົມທາງດ້ານວິຊາຊີບ, ການສ້າງໂປຣແກຣມການໃຫ້ຄຳປຶກສາ ແລະ ສະໜັບສະໜູນ, ການເອົາໃຈໃສ່ໃນ ຄວາມເປັນເລີດໃນດ້ານການຮັບຮູ້ ແລະ ຂອງຂວັນ – ລາງວັນ, ການສົ່ງເສີມຄວາມສົມດຸນລະຫວ່າງຊີວິດ ແລະ ການເຮັດວຽກ ແລະ ສົ່ງເສີມການເຮັດວຽກຮ່ວມກັນ ແລະ ການວິໄຈ ແລະ ພັດທະນາ ເປັນຕົ້ນ. ສະຖາບັນການສຶກສາແຫ່ງຕ່າງໆ ສາມາດບຳລຸງກໍ່ສ້າງຄູ ໃຫ້ມີທັກສະ ແລະ ມີແຮງບັນດານໃຈໄດ້ນັ້ນ ລ້ວນແລ້ວແຕ່ຕິດພັນກັບການປູທາງກ້າວໄປສູ່ຄວາມເປັນເລີດ, ເປັນມືອາຊີບທາງການສຶກສາ ໂດຍຮັບປະກັນວ່າ: ຄູຂອງພວກເຮົາ ມີຄວາມພ້ອມທີ່ຈະຕອບສະໜອງ ຄວາມຕ້ອງການທີ່ປ່ຽນແປງຂອງຜູ້ຮຽນ ແລະ ມີສ່ວນສະໜັບສະໜູນການພັດທະນາສັງຄົມໃນດ້ານບວກ. ຈາກການເອົາໃຈໃສ່ເຖິງຄຸນຄ່າມະຫາສານຂອງຄູຄືແນວນັ້ນ ທຸກພາກສ່ວນທີ່ກ່ຽວຂ້ອງ ຈຶ່ງຈຳເປັນຈະຕ້ອງໃຫ້ການສະໜັບສະໜູນ ແລະ ລົງທຶນໃນຂົງເຂດວິຊາອາຊີບຄູຫຼາຍຂຶ້ນ ເພື່ອໃຫ້ໝັ້ນໃຈໄດ້ວ່າ ການພັດທະນາຊັບພະຍາກອນມະນຸດທີ່ແທ້ຈິງ ທີ່ພວກເຂົາອຳນວຍຄວາມສະດວກນັ້ນ ຈະຍັງມີຄຸນຄ່າສູງສຸດຕໍ່ໄປ ເຊິ່ງຈະເຮັດໃຫ້ຄົນຮຸ່ນຫຼັງ ( ນ້ອງນຸ່ງລູກຫຼານທີ່ຈະເກີດໃໝ່ໃຫຍ່ລຸນ ) ປະສົບຜົນສຳເລັດໄດ້ໃນສະພາບແວດລ້ອມ ແລະ ໃນໂລກທີ່ມີການປ່ຽນແປງພັດທະນາກ້າວກະໂດດຢ່າງວ່ອງໄວ.

ຄົ້ນຄວ້າ – ຂຽນໂດຍ:ອາຈານ ສີລິມຸງຄຸນ ຫຼວງລາດ ສະຖາບັນການທະນາຄານ