ເຮົາຈະຊ່ວຍກັນທຳມາຫາກິນແນວໃດເພື່ອຜ່ານວິກິດໂຄວິດ - 19? - Laoedaily

ເຮົາຈະຊ່ວຍກັນທຳມາຫາກິນແນວໃດເພື່ອຜ່ານວິກິດໂຄວິດ – 19?

ການກັກບໍລິເວນແມ່ນດີ! ແຕ່ຖ້າເຮັດບໍ່ຖືກວິທີ ເສດຖະກິດອາດຈະຖອຍແທ້ ຊັ້ນເຮັດແນວໃດດີ?.
ກ່ອນອື່ນໝົດເຮົາຕ້ອງເຂົ້າໃຈກ່ອນວ່າ ການຫຼີກລຽງການຢູ່ໃກ້ກຸ່ມຄົນ ຫຼື social distancing ນັ້ນ ແມ່ນວິທີການທີ່ປະເທດຈີນ, ອິຕາລີ ແລະ ປະເທດອື່ນໆໃຊ້ ເພື່ອຊ່ວຍບໍ່ໃຫ້ພະຍາດໂຄວິດ – 19 ລະບາດໄດ້ງ່າຍໃນບ່ອນສ່ຽງຂອງປະເທດເຂົາ ເພື່ອຈະສາມາດຄວບຄຸມການລະບາດໄດ້ທັນ.

ແຕ່ເປັນຫຍັງຫຼາຍປະເທດຈຶ່ງບໍ່ອອກມາດຕະການນີ້ທັນທີທັນໃດ? ຍ້ອນວ່າມັນມີຜົນກະທົບຕໍ່ສັງຄົມ ແລະ ເສດຖະກິດຫຼາຍ, ສິ່ງທີ່ເຮົາເຫັນໄດ້ຂອງການໃຊ້ມາດຕະການນີ້ແມ່ນຮ້ານອາຫານ, ສະຖານທີ່ບັນເທີງ, ຕະຫຼາດ, ສະຖານທີ່ທ່ອງທ່ຽວ ແລະ ງານຊຸມນຸມໃຫຍ່ໆຈະເປັນບ່ອນທຳອິດທີ່ຈະຖືກຜົນກະທົບໂດຍກົງ ເພາະການສັ່ງຫ້າມຂອງກົດໝາຍ ແລະ ຄວາມຢ້ານກົວຂອງຄົນໃນສັງຄົມ.
ມັນຈະມີຜົນກະທົບຕໍ່ລາຍຮັບຂອງກິດຈະການຕ່າງໆໃນຕອນນີ້, ພໍມີຜົນກະທົບທາງລາຍຮັບ, ເຈົ້າຂອງກິດຈະການກໍຈະເລີ່ມຄິດຫາທາງອອກຫຼາກຫຼາຍວິທີ ເພື່ອຫຼຸດລາຍຈ່າຍທີ່ບໍ່ຈຳເປັນ.

  • ຍົກຕົວຢ່າງ: ຮ້ານອາຫານແຫ່ງໜຶ່ງຈ້າງຄົນເສີບ 2 ຄົນ ເພື່ອເສີບ 10 ໂຕະ ພໍມີຂ່າວປອມລະບາດ ແລະ ຕອນນີ້ມີແຂກແຕ່ 4 ໂຕະ, ແລ້ວເຈົ້າຂອງຮ້ານຈະຍັງຢາກຈ້າງຄົນເສີບຮອດ 2 ຄົນບໍ່?.
    ຖ້າບໍ່ແລ້ວຄົນທີ່ບໍ່ຖືກຈ້າງຕໍ່ຈະເຮັດຫຍັງ? ບ່ອນໃດຈະຮັບລາວເພື່ອຫາເງິນລ້ຽງຄອບຄົວ ແລະ ລູກນ້ອຍລາວໃນຕອນທີ່ເສດຖະກິດບໍ່ມີຫຍັງແນ່ນອນແນວນີ້?.
    ນັ້ນລະເຮົາຈຶ່ງຕ້ອງໄດ້ສາມັກຄີກັນໃຫ້ຫຼາຍຂຶ້ນ ດັ່ງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ກ່າວເມື່ອວັນຈັນຜ່ານມາ, ແລ້ວເຮົາຈະສາມັກຄີກັນແນວໃດດີ?.
    ງ່າຍໆ!!! ກ່ອນອື່ນໝົດເຮົາຕ້ອງຮູ້ກ່ອນວ່າອັນໃດແມ່ນຄວາມຢ້ານ ແລະ ອັນໃດແມ່ນຄວາມສ່ຽງ.
  • ຄວາມຢ້ານ: ແມ່ນການຕອບສະໜອງຕໍ່ສິ່ງໃດສິ່ງໜຶ່ງບົນພື້ນຖານຂອງອາລົມ ເຊັ່ນ: ຢ້ານຍົນຕົກໄປທາງລົດປອດໄພກວ່າ.
  • ຄວາມສ່ຽງ: ແມ່ນການສຶກສາ ແລະ ສ້າງຄວາມເຂົ້າໃຈຕໍ່ສະຖານະການໃດໜຶ່ງບົນພື້ນຖານຂອງຄວາມຄິດ, ວິເຄາະ ແລະ ສະຕິ. ຕົວຢ່າງສະຖິຕິບອກວ່າການຂີ່ລົດແມ່ນມີຄວາມສ່ຽງເລື່ອງອຸບັດເຫດຫຼາຍກວ່າການຂີ່ຍົນຫຼາຍເທົ່າ.

ບາດນີ້ເຮົາມາລອງວິເຄາະນຳກັນ:
1. ໂຄວິດ – 19 ແມ່ນຈະກະຈາຍຈາກຄົນໜຶ່ງໄປຫາອີກຄົນຜ່ານນ້ຳເມືອກ ໂດຍສະເພາະແມ່ນນ້ຳລາຍ, ຂີ້ສະເຫຼດ ແລະ ນ້ຳມູກ.
2. ໂຄວິດ – 19 ຈະຕິດອອກມາເປັນຮູບແບບຢົດນ້ຳນ້ອຍໆ ( droplet ). ສະນັ້ນ, ຕອນຜູ້ຕິດເຊື້ອຈາມ ກໍອາດຈະມີເຊື້ອພະຍາດອອກມານຳ ແຕ່ລັດສະໝີຂອງການກະຈາຍແມ່ນບໍ່ກາຍ 1 ແມັດ ແລະ ມັນສາມາດຕິດມານຳພາຫະນະແນວອື່ນ.
3. ອົງການອະນາໄມໂລກ ແນະນຳໃຫ້ໝັ່ນລ້າງມືໃສ່ສະບູ, ກິນຮ້ອນ, ກິນສຸກ, ໃຊ້ບ່ວງກາງ ຫຼື ແຍກຊຸດກິນຍິ່ງດີ ແລະ ກັກບໍລິເວນຕົວເອງຢູ່ບ້ານຕາມເງື່ອນໄຂໃຜລາວຖ້າມີອາການບໍ່ສະບາຍ.
4. ກັກບໍລິເວນໄປເລື້ອຍໆ ຖ້າອາການບໍ່ດີຂຶ້ນ ແລະ ມີໄຂ້ສູງກວ່າ 37 ອົງສາເຊ ແມ່ນໃຫ້ໄປກວດທີ່ໂຮງໝໍໃຫຍ່ ເຊັ່ນ: ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍມິດຕະພາບ 150 ຕຽງ ຫຼື ໂທສາຍດ່ວນ 166 ທັນທີ.
ດັ່ງນັ້ນເຮົາຮູ້ເປັນຫຼັກການວິທະຍາສາດ ແລະ ມີຂໍ້ສະຫຼຸບໃນລະດັບໜຶ່ງແລ້ວວ່າ ໂຄວິດ -19 ຕິດແປດໃສ່ກັນແນວໃດ ແລະ ຈະປ້ອງກັນແນວໃດໃຫ້ໄດ້ດີທີ່ສຸດ.

ແລ້ວຂໍ້ມູນນີ້ຈະຊ່ວຍເສດຖະກິດເຮົາແນວໃດ?.
ຊ່ວຍໄດ້ຖ້າເຮົາຄວບຄຸມຄວາມຢ້ານ ແລະ ຫັນມາບໍລິຫານຄວາມສ່ຽງໂດຍການປັບປ່ຽນພຶດຕິກຳ ແລະ ຫາທາງອອກນຳກັນ ເຊັ່ນ:
1. ການເຮັດວຽກ:
ໃນໄລຍະທີ່ເສດຖະກິດຖືກຜົນກະທົບ, ໂຮງຮຽນອະນຸບານໄດ້ໂຈະຮຽນ ແລະ ຜູ້ທີ່ມີໄຂ້ຄວນກັກບໍລິເວນຕົວເອງຢູ່ເຮືອນ ແມ່ນມີຜົນກະທົບຕໍ່ການເຮັດວຽກຂອງພໍ່ແມ່ຜູ້ປົກຄອງ ແລະ ອ້າຍເອື້ອຍນ້ອງຜູ້ອອກແຮງງານຫຼາຍຄົນແນ່ນອນ ບໍ່ແນວໃດກໍແນວໜຶ່ງ.
ແຕ່ບໍ່ມີໃຜຢາກໃຫ້ພະຍາດນີ້ເກີດຂຶ້ນດອກ. ດັ່ງນັ້ນ, ມັນຈະເປັນການດີບໍ່ ຖ້າທັງຜູ້ບໍລິຫານ ແລະ ທີມງານຮ່ວມແຮງຮ່ວມໃຈກັນຫາທາງອອກທີ່ເປັນທຳໃຫ້ກັນ ແລະ ກັນໃນໄລຍະນີ້ ເພື່ອເຮົາຈະໄດ້ຜ່ານວິກິດໃຫ້ໄດ້ໄວທີ່ສຸດ?.

  1. ໄປຕະຫຼາດ:
    ກໍບໍ່ຈຳເປັນຕ້ອງໄດ້ເປ້ໝົດຄອບຄົວໄປນຳກັນກໍໄດ້ ຈົດລາຍການທີ່ຈະຊື້ແລ້ວມອບໃຫ້ຄົນໜຶ່ງອອກຕະຫຼາດ ພ້ອມຜ້າອັດປາກກໍໄດ້ແລ້ວ. ພໍກັບຮອດເຮືອນກໍອະນາໄມຕົນເອງກ່ອນເຂົ້າຫາຄອບຄົວ, ຖ້າຫຼາຍຄອບຄົວເຮັດ, ຕະຫຼາດກໍຈະບໍ່ແອອັດ.
  2. ຢ່າຊື້ເຄື່ອງກັກຕຸນຫຼາຍ:
    ກຽມການນັ້ນແມ່ນດີ ແຕ່ບໍ່ຄວນກັກຕຸນ ເພາະສິ່ງທີ່ຈະຕາມມາຫຼັງເຄື່ອງຂາດຕະຫຼາດແມ່ນລາຄາຂຶ້ນ ເຊັ່ນ: ຜ້າອັດປາກ, ຈິນຕະນາການນຳກັນບາດນີ້ວ່າຖ້າເຂົ້າສານ 1 ໝື່ນຂຶ້ນເປັນ 150.000 ກີບ ໃນໄລຍະເຂົ້າຂາດແຄນ ຄອບຄົວທີ່ຕ້ອງປະຢັດ ຫຼື ຖືກປົດວຽກ ແຕ່ຕ້ອງໄດ້ມາຊື້ສິນຄ້າຕ່າງໆທີ່ລາຄາທີ່ແພງຂຶ້ນ. ຖ້າເຮືອນເຮົາກິນອີ່ມ ແຕ່ພັດປ່ອຍໃຫ້ຄອບຄົວອື່ນ ແລະ ລູກນ້ອຍຂອງເຂົານອນບໍ່ຫຼັບຍ້ອນຫິວເຮົາຈະລະອາຍໃຈບໍ່?.

  1. ໃຊ້ບໍລິການຮ້ານອາຫານຕໍ່ໄປ:
    ເຮົາມີທາງເລືອກວ່າຈະໄປຮ້ານອາຫານຕອນຄົນບໍ່ຫຼາຍ, ບ່ອນບໍ່ແອອັດ ຫຼື ສັ່ງເພື່ອໄປແວ່ເອົາ ຫຼື ໃຊ້ບໍລິການຈັດສົ່ງຕ່າງໆ. ປ່ຽນມາກິນອັນທີ່ຕ້ອງໄດ້ຜ່ານກຳມະວິທີປຸງແຕ່ງທີ່ສາມາດຂ້າເຊື້ອພະຍາດໄດ້ກໍໄດ້.
    ຖ້າເຮົາສາມາດດຳລົງຊີວິດ ແລະ ໃຊ້ຈ່າຍໃຫ້ໃກ້ຄຽງກັບປົກກະຕິ ( ແຕ່ປ່ຽນພຶດຕິກຳ ແລະ ວິທີການ ), ເງິນໝູນວຽນໃນສັງຄົມກໍຈະມີຕໍ່ໄປ ນັ້ນແມ່ນເຮົາທຸກຄົນຈະໄດ້ມີສ່ວນໃນການປະຄັບປະຄອງເສດຖະກິດເຮົາໄປນຳກັນ.
    ໝາຍຄວາມວ່າຈາກຮ້ານອາຫານທີ່ຄົນເຄີຍເຂົ້າ 10 ໂຕະ ກໍອາດຈະຍັງປະມານ 7 ໂຕະ, ຕູ້ສີ ຈຶ່ງຍັງສາມາດຈ້າງຄົນເສີບສອງຄົນນັ້ນຕໍ່ໄດ້; ຄົນເສີບສອງຄົນນັ້ນກໍຈຶ່ງສາມາດອອກຕະຫຼາດຊື້ເຄື່ອງກິນເຂົ້າເຮືອນໄດ້, ຕູ້ສາ ຜູ້ທີ່ຫາກໍຂາຍຜັກໃຫ້ຄົນເສີບຈຶ່ງສາມາດມາຊື້ເຄື່ອງແຫ້ງຢູ່ຮ້ານເຈົ້າໄດ້ ເຈົ້າຈຶ່ງສາມາດສັ່ງອາຫານຈາກຮ້ານຕູ້ສີໄດ້, ເງິນຈຶ່ງໝູນວຽນ ທຸກຄົນຈຶ່ງຍັງມີວຽກເຮັດ ແລະ ມີລາຍຮັບ.

ສະນັ້ນ, ມັນສຳຄັນສຸດໃນຕອນນີ້ທີ່ເຮົາຈະຊ່ວຍກັນຮັບຜິດຊອບຕົວເອງ ແລະ ຊ່ວຍກັນປະຄັບປະຄອງເສດຖະກິດເຮົາໄປນຳກັນ; ຖ້າມັນຝືດເຄືອງໄປກວ່ານີ້ ເຮົາຈະຊວຍນຳກັນໝົດ. ຢ່າລືມວ່າບ້ານເຮົາຍັງບໍ່ທັນມີຄົນຕິດເຊື້ອ ( ເທື່ອ ). ສະນັ້ນ, ຕາມຄວາມສ່ຽງແລ້ວເຮົາຄວນລະວັງຊ່ວຍກັນ ແຕ່ບໍ່ແມ່ນໃຫ້ຢ້ານຈົນແຕກຕື່ນບໍ່ຮູ້ແນວຊິເຮັດ.
ເວົ້າເລື່ອງນ້ຳໃຈຄົນລາວມາເທື່ອໃດແມ່ນຕຳຈອກກັນຈົນປາກແກ້ວບິ່ນ ເພາະເຮົາພູມໃຈໃນຄວາມເປັນລາວ ແລະ ມູນເຊື້ອອັນດີງາມຂອງເຮົາ.

ສິ່ງທີ່ສະເໜີມານີ້ບໍ່ແມ່ນຈະເຮັດໄດ້ງ່າຍສະເໝີໄປ ແລະ ເປັນການນຳສະເໜີການຫຼຸດຄວາມສ່ຽງເທົ່ານັ້ນ ແຕ່ນີ້ລະຈະແມ່ນອີກເຫດການໜຶ່ງທີ່ຈະພິສູດເຮົາ, ການກະທຳຂອງເຮົາຈະເປັນຕົວຊີ້ວັດແທ້ໆວ່າເຮົາຈະຕົກຫຼຸມຄວາມເປັນພື້ນຖານຂອງມະນຸດເຮົາ ຫຼື ເຮົາຈະກ້າວຜ່ານມັນໄປນຳກັນຢ່າງມີກຽດ, ມີຄວາມສາມັກຄີ ແລະ ມີຄວາມເອື້ອອາລີຄືທີ່ເຮົາເຊື່ອວ່າເຮົາເປັນ.

ບົດຄວາມໂດຍ: ຂວັນສີລິ

ເວັບໄຊທ໌ ລັດຖະບານ
ເວັບໄຊທ໌ແນະນຳ
ເພຈ໌ແນະນຳ