ຄວາມສຳຄັນຂອງຄວາມຮູ້ ແລະ ການຮຽນຕໍ່ໃນລະດັບທີ່ສູງຂຶ້ນ

27

ໃນສະພາບປັດຈຸບັນຂອງໂລກທີ່ຖືກຂັບເຄື່ອນຊຸກຍູ້ດ້ວຍນະວັດຕະກຳຢ່າງຕໍ່ເນື່ອງ ຄວາມຮູ້ ແລະ ການຮຽນຮູ້ ຈຶ່ງເປັນພື້ນຖານຂອງຄວາມກ້າວໜ້າຂອງບຸກຄົນ ແລະ ສັງຄົມ, ການເປີດໃຈໃນການສຶກສາໃນລະດັບທີ່ສູງຂຶ້ນຈະປູກຝັງໃຫ້ຜົນປະໂຫຍດທີ່ຫຼາກຫຼາຍຂະຫຍາຍຕົວອອກຢ່າງກວ້າງຂວາງກວ່າຫ້ອງຮຽນ, ເປັນການເພີ່ມຄຸນຄ່າໃຫ້ກັບບຸກຄົນ ແລະ ສົ່ງເສີມສັງຄົມແຫ່ງການຮຽນຮູ້ຫຼາຍຂຶ້ນ.

ສະເພາະບົດຄວາມນີ້ຈະລົງເລິກໃນດ້ານຄວາມສຳຄັນທີ່ເລິກເຊິ່ງຂອງຄວາມຮູ້ ແລະ ການຮຽນຮູ້ໃນລະດັບທີ່ສູງຂຶ້ນ ໂດຍເນັ້ນໜັກວ່າ: ຄວາມຮູ້ ແລະ ການຮຽນຮູ້ນັ້ນ ສ້າງອຳນາດ ( Power ), ເກີດຄຸນຄ່າແກ່ບຸກຄົນ ກະຕຸ້ນການເຕີບໃຫຍ່ຂະຫຍາຍຕົວທາງສະຕິປັນຍາ ແລະ ການບໍລິຫານໃນສະພາບແວດລ້ອມທີ່ທ້າທາຍຂອງໂລກທີ່ພັດທະນາຢ່າງບໍ່ຢຸດຢັ້ງໄດ້ແນວໃດ?.

1 ການສົ່ງເສີມອຳນາດເພື່ອ ຄວາມກ້າວໜ້າຂອງບຸກຄົນ ແລະ ວິຊາຊີບ: ຄວາມຮູ້ ແລະ ການຮຽນຮູ້ໃນລະດັບທີ່ສູງຂຶ້ນ ຊ່ວຍໃຫ້ບຸກຄົນບັນລຸຄວາມອາດສາມາດສູງສຸດໄດ້ ແລະ ຍັງຂັບເຄື່ອນພວກເຂົາໄປຫາທາງກ້າວໜ້າ ທັງໃນດ້ານສ່ວນຕົວ ແລະ ອາຊີບ ໂດຍໄດ້ຮັບຄວາມຮູ້ສະເພາະດ້ານຜ່ານການສຶກສາໃນລະດັບທີ່ສູງຂຶ້ນ. ບຸກຄົນຈະພັດທະນາທັກສະການຄິດແບບວິພາກ ( Critical Thinking ), ຄວາມສາມາດໃນການແກ້ໄຂບັນຫາ ແລະ ເພີ່ມພູນຄວາມຄິດສ້າງສັນ ເປັນຕົ້ນ. ເຊິ່ງປັດໄຈເຫຼົ່ານີ້ຈະເປີດຂອບເຂດແນວຄິດໄອເດຍ, ເສີມສ້າງທັກສະຕາມ ຄວາມຕ້ອງການ ແລະ ເພີ່ມຄວາມອາດສາມາດໃຫ້ພວກເຂົາໄດ້ຮັບໂອກາດໃໝ່ໆ ເຖິງຢ່າງໃດກໍຕາມການສຶກສາໃນລະດັບທີ່ສູງຂຶ້ນເປັນສິ່ງກະຕຸ້ນສຳລັບການປ່ຽນແປງໃນຕົວບຸກຄົນ ເປີດປະຕູສູ່ວຽກງານທີ່ໃຫ້ຜົນຕອບແທນສູງ ຄວາມກ້າວໜ້າໃນວິຊາອາຊີບ ແລະ ຄວາມສຳເລັດ.

2 ການຂະຫຍາຍຕົວທາງສະຕິປັນຍາ ແລະ ຄວາມຢາກຮູ້ຢາກເຫັນ: ການໄດ້ຮັບຄວາມຮູ້ໃນລະດັບທີ່ສູງຂຶ້ນຄືການເດີນທາງຕໍ່ເນື່ອງ ທີ່ລິເລີ່ມຈາກການຄົ້ນຄວ້າສະແຫວງຫາຕະຫຼອດຊີວິດ ເພື່ອການເຕີບໃຫຍ່ຂະຫຍາຍຕົວທາງປັນຍາ, ໃນນັ້ນການສຶກສາທີ່ສູງຂຶ້ນສົ່ງເສີມໃຫ້ແຕ່ລະຄົນໄດ້ລົງເລິກເອົາໃຈໃສ່ໃນສາຂາວິຊາທີ່ເລືອກ ຊຸກຍູ້ຂອບເຂດຂອງຄວາມຮູ້ ແລະ ຄວາມເຂົ້າໃຈຂອງຕົນ ການສະແຫວງຫາຄວາມຮູ້ກະຕຸ້ນຄວາມຢາກຮູ້ຢາກເຫັນ ກະຕຸ້ນຄວາມຕ້ອງການໃນການຄົ້ນຄວ້າຊອກຫາ ແລະ ນະວັດຕະກຳຂອງແຕ່ລະຄົນ ດ້ວຍການມີສ່ວນຮ່ວມໃນການສຶກສາທີ່ເຂັ້ມງວດມີລະບຽບວິໄນ ບຸກຄົນກໍຈະພັດທະນາຄວາມຕ້ອງການໃນການຮຽນຮູ້ທີ່ບໍ່ຮູ້ຈັກພໍ ແລະ ພັດທະນາທັດສະນະໃນການພັດທະນາຕົນເອງຢ່າງເປັນປົກກະຕິຕໍ່ເນື່ອງ.

3 ການພັດທະນາໃນໂລກທີ່ປ່ຽນແປງຕະຫຼອດເວລາ: ໃນໂລກທີ່ປ່ຽນແປງຢ່າງວ່ອງໄວນັ້ນ ຄວາມຮູ້ທີ່ໄດ້ຮັບໃນລະດັບທີ່ສູງຂຶ້ນເປັນສິ່ງຈຳເປັນໃນການຮັບມື ຫຼື ຫຼຸດຜ່ອນຄວາມສ່ຽງກັບສິ່ງທ້າທາຍທີ່ສະຫຼັບສັບຊ້ອນທີ່ເຮົາພົບພໍ້ ເຊັ່ນ: ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ, ຄວາມລະແວງສົງໄສດ້ານສິ່ງແວດລ້ອມ ແລະ ການປ່ຽນແປງຂອງສັງຄົມ. ສະນັ້ນ, ຄວາມເຂົ້າໃຈຢ່າງເລິກເຊິ່ງໃນດ້ານຕ່າງໆ, ການສຶກສາໃນລະດັບສາມັນ, ວິທະຍາໄລ ຫຼື ມະຫາວິທະຍາໄລ ລ້ວນແລ້ວແຕ່ປູກຝັງຄວາມສາມາດໃນການປັບຕົວ ແລະ ເກັ່ງກ້າໃນສະພາບແວດລ້ອມທີ່ກຳລັງເປັນຢູ່ທັງເຮັດໃຫ້ບຸກຄົນມີຄວາມຢືດຢຸ່ນຫຼາຍຂຶ້ນ, ມີຄວາມສາມາດຮອບດ້ານ ແລະ ກຽມພ້ອມສຳລັບອະນາຄົດໄດ້ດີຂຶ້ນ. ໃນນັ້ນ, ການວິເຄາະແບບວິພາກ, ທັກສະການຄົ້ນຄວ້າວິໄຈ ແລະ ຄວາມເປັນມືອາຊີບທີ່ໄດ້ຮັບຈາກການຮຽນຮູ້ໃນລະດັບທີ່ສູງຂຶ້ນ ເຮັດໃຫ້ເຮົາສາມາດຕອບສະໜອງຄວາມຕ້ອງການທີ່ປ່ຽນແປງຂອງໂລກໄດ້ຢ່າງມີປະສິດທິພາບ ແລະ ບໍ່ຕົກຍຸກໄດ້ງ່າຍ.

4 ການປູກຝັງແນວຄິດຕາມທາງພຸດທະສາສະໜາ: ສັງຄົມທີ່ໃຫ້ຄຸນຄ່າກັບຄວາມຮູ້ ແລະ ຍອມຮັບການສຶກສາໃນລະດັບທີ່ສູງຂຶ້ນ ຄືສັງຄົມທີ່ຈະເລີນຮຸ່ງເຮືອງ ເມື່ອບຸກຄົນມີສ່ວນຮ່ວມໃນການຮຽນຮູ້ໃນລະດັບທີ່ສູງຂຶ້ນ ພວກເຂົາຈະມີສ່ວນຮ່ວມໃນພູມປັນຍາໂດຍລວມຂອງສັງຄົມ, ສົ່ງເສີມຄວາມກ້າວໜ້າ ແລະ ການພັດທະນາສັງຄົມໃຫ້ດີຂຶ້ນ. ຈາກການສຶກສາໃນລະດັບວິທະຍາໄລ ຫຼື ມະຫາວິທະຍາໄລ ໄດ້ສົ່ງເສີມໃຫ້ມີການຮຽນຮູ້ເຂົ້າໃຈໃນດ້ານຄວາມດີຄວາມຖືກຕ້ອງ, ມີຈັນຍາບັນຕໍ່ອາຊີບ, ຄວາມບໍລິສຸດສັດຊື່, ການມີສ່ວນຮ່ວມ, ອ່ອນນ້ອມຖ່ອມຕົວ – ເຫັນໃຈ ແລະ ເປີດໂອກາດໃຫ້ຜູ້ຮຽນໄດ້ຮັບຮູ້ໃນຫຼາຍແງ່ມຸມ ເຊິ່ງຈະຊ່ວຍສົ່ງເສີມສະພາບແລດລ້ອມຂອງການເປີດໃຈໃຫ້ ກວ້າງ ( ສ້າງສັນມີເຫດມີຜົນ ) ແລະ ຄວາມອົດທົນ. ສະນັ້ນ, ສັງຄົມທີ່ສົ່ງເສີມການຮຽນຮູ້ຕະຫຼອດຊີວິດໃນທຸກລະດັບ ຈະພັດທະນາຖືກສ້າງເປັນນະວັດຕະກຳຫຼາຍຂຶ້ນ ແລະ ສາມາດຈັດການກັບບັນຫາທີ່ສັບຊ້ອນຮ່ວມກັນໄດ້.

ດັ່ງປະເທດ ສປ ຈີນ ເປັນປະເທດໜຶ່ງທີ່ສາມາດນຳເອົາມາຍົກເປັນຕົວຢ່າງໄດ້ດີພໍສົມຄວນ ໂດຍສະເພາະໃນດ້ານທີ່ຕິດພັນການໃຫ້ຄວາມສຳຄັນໃນເລື່ອງຂອງຄວາມຮູ້ ແລະ ການພັດທະນາ, ໃນປະເທດ ສປ ຈີນ ການໃຫ້ຄວາມສຳຄັນຂອງຄວາມຮູ້ ແລະ ການຮຽນຮູ້ໃນລະດັບທີ່ສູງຂຶ້ນນັ້ນ ໄດ້ຝັງເລິກຢູ່ໃນວັດທະນະທຳ ແລະ ມີບົດບາດສຳຄັນໃນການພັດທະນາທີ່ໂດດເດັ່ນໃນໄລຍະ 2 – 3 ທົດສະວັດຜ່ານມາ ແລະ ນີ້ແມ່ນຕົວຢ່າງທີ່ພົ້ນເດັ່ນສຳຄັນບາງສ່ວນ:

1 ການປ່ຽນແປງທາງເສດຖະກິດ: ຄວາມຈະເລີນທາງດ້ານເສດຖະກິດຢ່າງວ່ອງໄວຂອງ ສປ ຈີນ ແລະ ການປ່ຽນແປງໄປສູ່ມະຫາອຳນາດທາງເສດຖະກິດລະດັບໂລກ ສ່ວນໜຶ່ງມາຈາກຄວາມມຸ່ງໝັ້ນໃນການສຶກສາ ແລະ ຄົ້ນຄວ້າວິໄຈທີ່ສູງຂຶ້ນ, ລັດຖະບານ ສປ ຈີນ ໄດ້ລົງທຶນມະຫາສານໃນການສ້າງມະຫາວິທະຍາໄລໃຫ້ມີລະດັບມາດຕະຖານສາກົນ, ສະຖາບັນວິໄຈ ແລະ ໃຫ້ທຶນແກ່ໂຄງການວິໄຈທາງວິທະຍາສາດ ເນັ້ນໜັກທີ່ຄວາມຮູ້ ແລະ ການຮຽນຮູ້ໃນລະດັບທີ່ສູງຂຶ້ນ ພ້ອມທັງສົ່ງຜົນໃຫ້ເກີດຄວາມກ້າວໜ້າໃນຍຸກສະໄໝໃນດ້ານເຕັກໂນໂລຊີ, ນະວັດຕະກຳ ແລະ ການຜະລິດ ເຊິ່ງເປັນການຊຸກຍູ້ ແລະ ປະສົບຜົນສຳເລັດທາງດ້ານເສດຖະກິດຂອງຈີນ.

2 ຄວາມສາມາດໃນການແຂ່ງຂັນລະດັບໂລກ: ສປ ຈີນ ໄດ້ເອົາໃຈໃສ່ໃນການຮັກສາຄວາມສາມາດມາດຕະຖານໃນການແຂ່ງຂັນໃນເວທີໂລກນັ້ນ ຈຳເປັນຈະຕ້ອງລົງທຶນເຂົ້າໃນການສຶກສາລະດັບທີ່ສູງຂຶ້ນ, ປະເທດ ສປ ຈີນ ໄດ້ວາງຕຳແໜ່ງຕົນເອງເປັນສູນກາງສຳລັບນັກຮຽນຕ່າງປະເທດທີ່ຕ້ອງການເຂົ້າມາສຶກສາແບບມີຄຸນນະພາບໃນສາຂາວິຊາຕ່າງໆ ພ້ອມທັງຍັງດຶງດູດ ແລະ ກໍ່ສ້າງຊັບພະຍາກອນມະນຸດທີ່ມີຄວາມສາມາດລະດັບໂລກ, ສປ ຈີນ ຈຶ່ງເພີ່ມພູນທາງປັນຍາຂອງຕົນເອງ ສ້າງສະພາບແວດລ້ອມການຮຽນຮູ້ຢ່າງບໍ່ຢຸດຢັ້ງ ແລະ ສົ່ງເສີມການແລກປ່ຽນຮຽນຮູ້ຂ້າມວັດທະນະທຳ ເຊິ່ງນຳໄປສູ່ການມີແຮງງານທີ່ມີຄວາມຫຼາກຫຼາຍ ແລະ ມີການແຂ່ງຂັນໃນລະດັບໂລກ.

3 ຄວາມກ້າວໜ້າທາງເຕັກໂນໂລຊີ: ສປ ຈີນ ມີຄວາມກ້າວໜ້າຫຼາຍໃນດ້ານນະວັດຕະກໍາທາງເຕັກໂນໂລຊີ ການເນັ້ນສຶກສາໃນລະດັບວິທະຍາໄລ ແລະ ມະຫາວິທະຍາໄລ ໃນສາຂາວິທະຍາສາດ, ວິສະວະກຳສາດ ແລະ ເຕັກໂນໂລຊີ ໄດ້ມີບົດບາດສຳຄັນໃນການຊຸກຍູ້ຄວາມກ້າວໜ້າເຫຼົ່ານີ້, ສ່ວນຫຼາຍມະຫາວິທະຍາໄລໃນ ສປ ຈີນ ໄດ້ກາຍເປັນແຫຼ່ງກໍ່ສ້າງຜະລິດວິໄຈທີ່ທັນສະໄໝໃນສາຂາຕ່າງໆ ເຊັ່ນ: ປັນຍາປະດິດ ( Artificial Intelligence: AI ), ເຕັກໂນໂລຊີຊີວະພາບ ແລະ ພະລັງງານໝູນວຽນ ເປັນຕົ້ນ: ການເອົາໃຈໃສ່ໃນດ້ານພັດທະນາຫາຄວາມຮູ້ ແລະ ການຮຽນຮູ້ໃນລະດັບທີ່ສູງຂຶ້ນ ເຮັດໃຫ້ ສປ ຈີນ ກ້າວຂຶ້ນສູ່ເວທີໂລກໃນຖານະຜູ້ນຳທາງດ້ານເຕັກໂນໂລຊີອີກປະເທດໜຶ່ງ.

4 ການປ່ຽນແປງຜົນກະທົບຕໍ່ສັງຄົມ: ສປ ຈີນ ໄດ້ເອົາໃຈໃສ່ເຖິງຜົນກະທົບປ່ຽນແປງຂອງການສຶກສາໃນລະດັບທີ່ສູງຂຶ້ນຕໍ່ສັງຄົມ, ສົ່ງເສີມວຽກງານການສຶກສາ ເພື່ອເປັນຂົວຕໍ່ເຊື່ອມຈອດທາງສັງຄົມ, ຫຼຸດຜ່ອນ ຄວາມທຸກຍາກ ແລະ ເພີ່ມສະພາບຄ່ອງໃນສັງຄົມ ດ້ວຍການລົງທຶນການສຶກສາໃຫ້ສູງຂຶ້ນ. ນອກນັ້ນ, ສປ ຈີນ ຍັງຕັ້ງເປົ້າທີ່ຈະມອບໂອກາດໃຫ້ບຸກຄົນໄດ້ເຂົ້າເຖິງການສຶກສາທີ່ມີຄຸນນະພາບ ເພີ່ມຄວາມອາດສາມາດໃຫ້ຜູ້ຮຽນມີສ່ວນຮ່ວມປູກຈິດສຳນຶກໃນການພັດທະນາ ແລະ ສ້າງຄວາມຈະເລີນຮຸ່ງເຮືອງໃຫ້ກັບປະເທດຊາດ.

5 ສ້າງໂອກາດ – ເປີດຮັບການຮຽນຮູ້ຕະຫຼອດຊີວິດ: ໃນສັງຄົມ ສປ ຈີນ ໃຫ້ຄວາມສໍາຄັນກັບຄວາມຮູ້ ແລະ ຍອມຮັບແນວຄິດການຮຽນຮູ້ຕະຫຼອດຊີວິດ, ໂປຣແກຣມການສຶກສາຕໍ່ເນື່ອງ ຫຼັກສູດພັດທະນາວິຊາຊີບ ແລະ ແພຼັດຟອມ ( Plat form ) ການຮຽນຮູ້ອອນລາຍ ( Online ) ໄດ້ຮັບ ຄວາມນິຍົມ ເຮັດໃຫ້ບຸກຄົນສາມາດພັດທະນາທັກສະ ແລະ ຕິດຕາມຂ່າວສານໃນໂລກທີ່ປ່ຽນແປງຕະຫຼອດເວລາ, ການເປີດຮັບການຮຽນຮູ້ໃນລະດັບທີ່ສູງຂຶ້ນນັ້ນ ຍັງຖືກຕີລາຄາວ່າເປັນໂອກາດດີອັນໜຶ່ງໃນການຮັກສາຄວາມສາມາດໃນການແຂ່ງຂັນ ໃຫ້ສາມາດປັບຕົວເຂົ້າກັບຄວາມກ້າວໜ້າທາງເຕັກໂນໂລຊີ ແລະ ການສະແຫວງຫາຄວາມກ້າວໜ້າ ກໍຄືຜົນສຳເລັດທັງສະເພາະສ່ວນຕົວ ແລະ ສັງຄົມໂດຍລວມຂອງປະເທດ. ເຖິງຢ່າງໃດກໍຕາມ, ປະເທດ ສປ ຈີນ ໃຫ້ ຄວາມສຳຄັນກັບຄວາມຮູ້ ແລະ ການຮຽນຮູ້ໃນລະດັບທີ່ສູງຂຶ້ນ ແລະ ເລື່ອງດັ່ງກ່າວແມ່ນໄດ້ມີຄຸນຄ່າຫຼາຍກວ່າ ຄວາມສຳເລັດສ່ວນຕົວຂອງບຸກຄົນ, ຄວາມຮູ້ ແລະ ການຮຽນຮູ້ໃນລະດັບທີ່ສູງຂຶ້ນ ຖືກຕີລາຄາວ່າມີຄວາມສຳຄັນຫຼາຍຕໍ່ການພັດທະນາປະເທດ, ການຂະຫຍາຍຕົວຂອງເສດຖະກິດ ແລະ ຄວາມກ້າວໜ້າທາງສັງຄົມ ດ້ວຍວິທີການລົງທຶນສຸມໃສ່ການສຶກສາ ແລະ ສົ່ງເສີມວັດທະນະທຳແຫ່ງ ຄວາມຢາກຮູ້ຢາກເຫັນທາງສະຕິປັນຍາ ຈຶ່ງເຮັດໃຫ້ ສປ ຈີນ ສາມາດມີຖານະບົດບາດໃນເວທີຜູ້ນຳລະດັບໂລກ, ພັດທະນານະວັດຕະກຳ ແລະ ສ້າງອະນາຄົດທີ່ສົດຊື່ນແຈ່ມໃສໄດ້ແບບບໍ່ຕ້ອງສົງໄສ.

ສະຫຼຸບແລ້ວ ຄວາມສຳຄັນຂອງ ຄວາມຮູ້ ແລະ ການຮຽນຮູ້ໃນລະດັບທີ່ສູງຂຶ້ນ ບໍ່ສາມາດເວົ້າເກີນຄວາມຈິງໄດ້ ຍ້ອນວ່າຄວາມຮູ້ ແລະ ການຮຽນຮູ້ໃນລະດັບທີ່ສູງຂຶ້ນນັ້ນ ໄດ້ໃຫ້ອຳນາດຄຸນຄ່າກັບບຸກຄົນ ແລະ ສັງຄົມ ໂດຍການປັດລ໋ອກເຮັດໃຫ້ມີຄວາມອາດສາມາດ, ຊຸກຍູ້ການເຕີບໃຫຍ່ຂະຫຍາຍຕົວບຸກຄົນ ແລະ ອາຊີບ ແລະ ປູກຝັງຄວາມຕ້ອງການຮຽນຮູ້ພັດທະນາຕະຫຼອດຊີວິດ ເພື່ອເພີ່ມຄຸນຄ່າທາງສະຕິປັນຍາ. ນອກນັ້ນ, ການສຶກສາໃນລະດັບວິທະຍາໄລ ຫຼື ມະຫາວິທະຍາໄລ ຍັງມີບົດບາດສຳຄັນໃນການກະກຽມບຸກຄົນ ( ສ້າງຄົນ ) ໃຫ້ມີທັກສະທີ່ຈຳເປັນໃນການສ້າງສາພັດທະນາ ພາຍໃຕ້ເງື່ອນໄຂຕົວຈິງໃນສັງຄົມ ທີ່ກົດດັນ ແລະ ມີການປ່ຽນແປງຕະຫຼອດເວລາ, ນອກນັ້ນຄວາມຮູ້ ແລະ ການຮຽນຮູ້ຍັງສົ່ງເສີມຄວາມສາມາດໃນການປັບຕົວ ໂດຍການຈັດລຳດັບຄວາມສຳຄັນຂອງການສຶກສາໃນລະດັບທີ່ສູງຂຶ້ນ ເຮັດໃຫ້ມີສ່ວນຮ່ວມໃນການພັດທະນາສັງຄົມແຫ່ງການຮູ້ແຈ້ງ, ເຮັດແທ້ທຳຈິງ ບົນພື້ນຖານມີຄວາມກ້າວໜ້າ, ພັດທະນາ ແລະ ຢາກຮູ້ຢາກເຫັນທາງດ້ານປັນຍາຢ່າງບໍ່ຢຸດຢັ້ງ, ດັ່ງຄຳເວົ້າບາງຕອນທີ່ວ່າ: “ ເຖິງແມ່ນວ່າຄວາມຮູ້ຈະມີຄຸນຄ່າກໍຕາມ ແຕ່ການຊອກສະແຫວງຫາຄວາມຮູ້ໃນລະດັບທີ່ສູງຂຶ້ນນັ້ນ ມີຄວາມສຳຄັນຫຼາຍກວ່າ ”.

ອ້າງອີງ:

– http://en.csc.edu.cn/studyinchina/whystudyinchina/201803/t20180329_165045.shtml

– https://www.researchgate.net/publication/317891274_Higher_Education_in_China_The_Right_Place_of_Learning

– “Education in China: A Comparative Analysis” – Organization for Economic Co-operation and Development (OECD). Available at: https://www.oecd.org/pisa/46580840.pdf

ຄົ້ນຄວ້າ – ຂຽນໂດຍ: ອາຈານ ສີລິມຸງຄຸນ ຫຼວງລາດ