ສະກຸບພິເສດ: ກຽມພ້ອມເດີນທາງໃນຮູບແບບໃໝ່ກັບເສັ້ນທາງລົດໄຟ ລາວ-ຈີນ

1209
photo by Kaikeo Saiyasane/Xinhua

ຫຼັງຈາກໄດ້ລົງມືກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ມາເປັນເວລາ 5 ປີເຕັມ ດ້ວຍມູນຄ່າການກໍ່ສ້າງເກືອບ 6 ຕື້ໂດລາສະຫະລັດ, ໃນທີ່ສຸດວິໄສທັດຂອງການນຳລາວ ແລະ ຄວາມໄຝ່ຝັນທີ່ມີມາແຕ່ຍາວນານຂອງ ສປປ ລາວ ທີ່ຢາກມີເສັ້ນທາງລົດໄຟທີ່ທັນສະໄໝ ກໍໄດ້ປະກົດຜົນເປັນຈິງ. ມາຮອດປັດຈຸບັນ, ການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟ ໄດ້ກ້າວເຂົ້າສູ່ໄລຍະແຫ່ງການກະກຽມຄວາມພ້ອມຮອບດ້ານກ່ອນເປີດນຳໃຊ້ຢ່າງເປັນທາງການໃນວັນທີ 02 ທັນວາ 2021 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ, ເຊິ່ງເປັນປີແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ 2021 ທີ່ມີຄວາມໝາຍສໍາລັບສອງຊາດ ລາວ-ຈີນ.

photo by Kaikeo Saiyasane/Xinhua

ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແມ່ນການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດການເຊື່ອມໂຍງພາກພື້ນ ກໍຄື ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຂອງ ສປ ຈີນ ແລະ ແຜນຍຸດທະສາດໃນການຫັນປະເທດໃຫ້ເປັນສູນກາງແຫ່ງການເຊື່ອມໂຍງ-ເຊື່ອມຈອດພາກພື້ນຂອງ ສປປ ລາວ ທີ່ສອດຄ່ອງກັບແຜນແມ່ບົດ ວ່າດ້ວຍການເຊື່ອມຈອດພາກພື້ນຂອງອາຊຽນ ປີ 2025. ສະນັ້ນ, ການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ທີ່ຈະມີຂຶ້ນໃນມໍ່ໆນີ້ ຈະນໍາເອົາຜົນປະໂຫຍດອັນມະຫາສານມາສູ່ສອງຊາດລາວ-ຈີນ ແລະ ພາກພື້ນ ໂດຍລວມ ເປັນຕົ້ນແມ່ນຜົນປະໂຫຍດທາງດ້ານການເມືອງ, ເສດຖະກິດ, ສັງຄົມ-ວັດທະນະທຳ ແລະ ສິ່ງແວດລ້ອມ. ເວົ້າສະເພາະສຳລັບ ສປປ ລາວ, ເສັ້ນທາງລົດໄຟ ລາວ-ຈີນ ຈະກາຍເປັນໜຶ່ງໃນບັນດາໂຄງການຍຸດທະສາດສຳຄັນລະດັບຊາດ ທີ່ຈະປະກອບສ່ວນເຮັດໃຫ້ ສປປ ລາວ ສາມາດປ່ຽນແປງສະຖານະພາບຂອງຕົນຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນ.

ພິເສດ, ການລຳລຽງຂົນສົ່ງສິນຄ້າ, ການບໍລິການ ແລະ ການເດີນທາງຂອງຜູ້ໂດຍສານ ລະຫວ່າງ ບັນດາແຂວງພາກເໜືອ ຂອງ ສປປ ລາວ ແລະ ລະຫວ່າງປະເທດຈະມີຄວາມສະດວກສະບາຍ, ວ່ອງໄວ ແລະ ປະຢັດຄ່າໃຊ້ຈ່າຍຫຼາຍກວ່າເກົ່າ, ເຊິ່ງຈະຊ່ວຍຊຸກຍູ້ສົ່ງເສີມໃຫ້ມີກິດຈະກໍາການຄ້າຂາຍ, ການລົງທຶນ, ການທ່ອງທ່ຽວ, ການໄປມາຫາສູ່ ແລະ ແລກປ່ຽນວັດທະນະທໍານໍາກັນຫຼາຍຂຶ້ນ ລະຫວ່າງ ສອງຊາດ ລາວ-ຈີນ ກໍຄືລະຫວ່າງບັນດາປະເທດໃນພາກພື້ນ. ທັງໝົດນີ້ຈະປະກອບສ່ວນຊຸກຍູ້ໃຫ້ເສດຖະກິດຂອງລາວ ແລະ ຈີນ ກໍຄືຂອງພາກພື້ນທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃຫ້ກັບມາຟື້ນຟູ ແລະ ຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ຍືນຍົງ.

photo by Kaikeo Saiyasane/Xinhua

ສະນັ້ນ, ເພື່ອນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໃຫ້ເກີດປະໂຫຍດສູງສຸດຕໍ່ປະຊາຊົນສອງຊາດ ລາວ-ຈີນ ກໍຄື ຕໍ່ພາກພື້ນ, ສປປ ລາວ ແລະ ສປ ຈີນ ຈຶ່ງໄດ້ມີການກະກຽມຄວາມພ້ອມຮອບດ້ານ. ໜຶ່ງໃນວຽກງານທີ່ສໍາຄັນ ກໍແມ່ນການກະກຽມຄວາມພ້ອມດ້ານບຸກຄະລາກອນ ກໍຄືເຕັກນິກວິຊາການຮັບໃຊ້ການບໍລິການ, ການດໍາເນີນງານ, ການບໍລິຫານ ແລະ ບໍາລຸງຮັກສາລະບົບພື້ນຖານໂຄງລ່າງເສັ້ນທາງລົດໄຟ. ນັບແຕ່ປີ 2018 ເປັນຕົ້ນມາ, ລັດຖະບານ ແຫ່ງ ສປປ ລາວ ໄດ້ມີການຄັດເລືອກເອົານັກຮຽນທີ່ມີຄວາມສົນໃຈໃນວິຊາຊີບການລົດໄຟ ຈໍານວນ 600 ຄົນ ເພື່ອໄປສຶກສາ ກ່ຽວກັບ ເຕັກນິກທາງລົດ ໄຟ ທີ່ຕ່າງປະເທດ ໂດຍສະເພາະແມ່ນ ຢູ່ ສປ ຈີນ. ນອກຈາກນັ້ນ, ສອງລັດຖະບານ ລາວ-ຈີນ ຍັງໄດ້ຕົກລົງສ້າງຕັ້ງໂຮງຮຽນເຕັກນິກວິຊາຊີບການລົດໄຟ ເຊິ່ງໄດ້ເລີ່ມລົງມືກໍ່ສ້າງ ໃນວັນທີ 20 ກັນຍາ 2021 ທີ່ ບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ຄາດວ່າຈະສໍາເລັດພາຍໃນເວລາ 32 ເດືອນ. ພາຍຫຼັງກໍ່ສ້າງສໍາເລັດແລ້ວ, ໂຮງຮຽນເຕັກນິກແຫ່ງດັ່ງກ່າວ ຈະເປີດການຮຽນ-ການສອນໃນວິຊາຕ່າງໆທີ່ກ່ຽວຂ້ອງກັບລົດໄຟ ເຊັ່ນ: ວິສະວະກໍາທາງລົດໄຟ, ການສ້ອມແປງ ແລະ ບໍາລຸງຮັກສາລະບົບໄຟຟ້າ, ການໃຫ້ບໍລິການຕາມສະຖານີຕ່າງໆ ລວມທັງຈະມີການລົງຝຶກງານຕົວຈິງ ໃນແຕ່ລະໄລຍະອີກ ເພື່ອຊ່ວຍໃຫ້ນັກສຶກສາມີຄວາມເຂົ້າໃຈໃນຫຼັກວິຊາການທີ່ເລິກເຊິ່ງ ບໍ່ພຽງແຕ່ດ້ານທິດສະດີເທົ່ານັ້ນ ແຕ່ຍັງສາມາດນໍາໄປໃຊ້ໄດ້ໃນວຽກງານຕົວຈິງ ແນໃສ່ຮັບປະກັນຄວາມປອດໄພ, ປະສິດທິພາບ ແລະ ປະສິດທິຜົນ ຂອງການດຳເນີນງານ ກໍຄືການບໍາລຸງຮັກສາລະບົບໂຄງລ່າງພື້ນຖານຂອງເສັ້ນທາງລົດໄຟ ໃຫ້ມີຄວາມຍືນຍົງ ເພື່ອໃຫ້ຄົນຮຸ້ນຫຼັງໄດ້ສືບຕໍ່ຊົມໃຊ້ ແລະ ໄດ້ຮັບຜົນປະໂຫຍດສືບຕໍ່ໄປ.

ພ້ອມດຽວກັນນັ້ນ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຂະແຫນງການກ່ຽວຂ້ອງອື່ນໆ ກໍໄດ້ສົ່ງພະນັກງານຂອງຕົນເຂົ້າຮ່ວມການຝຶກອົບຮົມຈຳນວນຫຼາຍຄັ້ງ ກ່ຽວກັບການດຳເນີນງານ ແລະ ການຄຸ້ມຄອງເສັ້ນທາງລົດໄຟ, ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ຕົ້ນປີ 2019 ທີ່ ນະຄອນຫຼວງວຽງຈັນ, ໂດຍມີນັກຊ່ຽວຊານ ຈາກ ສປ ຈີນ ມາໃຫ້ຄວາມຮູ້ດ້ານເຕັກນິກວິຊາການ ແລະ ການນໍາໃຊ້ເຕັກໂນໂລຊີເຂົ້າໃນການດຳເນີນງານຂອງເສັ້ນທາງລົດໄຟ ພາຍໃຕ້ການສະໜັບສະໜູນຂອງ ກະຊວງການຄ້າ ແຫ່ງ ສປ ຈີນ ແລະ ຈັດຕັ້ງປະຕິບັດໂດຍ ມະຫາວິທະຍາໄລປັກກິ່ງ ຂອງ ສປ ຈີນ. ພາຍໃຕ້ແຜນການໃນການກະກຽມຄວາມພ້ອມດ້ານບຸກຄະລາກອນທັງໃນໄລຍະສັ້ນ ແລະ ໄລຍະຍາວ, ໃນອະນາຄົດ ສປປ ລາວ ຈະມີນັກວິ ຊາການ ກ່ຽວກັບ ເຕັກນິກທາງລົດໄຟຫຼາຍຂຶ້ນ ເຊິ່ງຈະສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາໂຄງລ່າງພື້ນຖານທາງລົດໄຟ ທີ່ຄາດວ່າຈະມີການເຕີບໃຫຍ່ຂະຫຍາຍຕົວໃນຕໍ່ໜ້າ. ຄວາມຈິງແລ້ວ, ການກະກຽມຄວາມພ້ອມດ້ານບຸກຄະລາກອນ ແມ່ນໄດ້ເລີ່ມມີຂຶ້ນຕັ້ງແຕ່ທ້າຍຊຸມປີ 80 ຫຼັງຈາກ ພັກ ແລະ ລັດຖະບານລາວ ໄດ້ລິເລີ່ມແນວຄິດກ່ຽວກັບ ການກໍ່ສ້າງເສັ້ນທາງລົດໄຟ ເພື່ອປ່ຽນແປງສະຖານະພາບຂອງ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ, ໂດຍໄດ້ສົ່ງນັກສຶກສາລາວໄປຮຽນຕໍ່ ກ່ຽວກັບ ເຕັກນິກທາງລົດໄຟ ຢູ່ສະຫະພາບໂຊວຽດ. ເຖິງຢ່າງກໍຕາມ, ເນື່ອງຈາກ ສະພາບການໃນເວລານັ້ນຍັງບໍ່ເອື້ອອຳນວຍ ບວກກັບຄວາມຫຍຸ້ງຍາກທາງດ້ານງົບປະມານ, ແນວຄວາມຄິດໃນການກໍ່ສ້າງເສັ້ນທາງລົດໄຟຈຶ່ງຍັງບໍ່ປາກົດຜົນເປັນຈິງ ແລະ ບໍ່ມີປະເທດສັງຄົມນິຍົມໃດໃຫ້ການສະໜັບສະໜູນແນວຄວາມຄິດລິເລີ່ມດັ່ງກ່າວ.

photo by Kaikeo Saiyasane/Xinhua

ສິ່ງສໍາຄັນ, ເພື່ອຮັບປະກັນເຮັດໃຫ້ການຄົມມະນາຄົມຂົນສົ່ງທາງລົດໄຟ ມີປະສິດທິພາບ, ປະສິດທິຜົນ, ທັນສະໄຫມ, ສະດວກສະບາຍ, ໂລ່ງລ່ຽນ, ວ່ອງໄວ, ໂປ່ງໃສ, ເປັນລະບຽບຮຽບຮ້ອຍ, ປອດໄພ, ຍືນຍົງ ແລະ ເປັນມິດກັບສິ່ງ ແວດລ້ອມ ລວມທັງສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ແນໃສ່ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ; ສປປ ລາວ ໄດ້ມີການຄົ້ນຄວ້າ, ສ້າງ ແລະ ໄດ້ຮັບຮອງເອົາ ກົດໝາຍວ່າດ້ວຍການລົດໄຟ ໃນວັນທີ 17 ທັນວາ 2018, ເຊິ່ງມີຜົນບັງຄັບໃຊ້ ນັບແຕ່ວັນທີ 29 ມັງກອນ 2019 ເປັນຕົ້ນມາ. ກົດໝາຍສະບັບດັ່ງກ່າວ, ບໍ່ພຽງແຕ່ໄດ້ກໍານົດບັນດາຫຼັກການ, ລະບຽບການ ກ່ຽວກັບ ການຄຸ້ມຄອງ, ການຕິດຕາມກວດກາ ວຽກງານການລົດໄຟ ເທົ່ານັ້ນ, ແຕ່ຍັງໄດ້ກໍານົດຍຸດທະສາດໄລຍະຍາວ ໃນການພັດທະນາລະບົບຄົມມະນາຄົມຂົນສົ່ງທາງລົດໄຟ, ໂດຍໄດ້ມີການວາງນະໂຍບາຍ ແລະ ທິດທາງລວມ ຂອງ ສປປ ລາວ ກ່ຽວກັບ ການລົດໄຟເຊິ່ງປະກອບມີທິດທາງໃນການພັດທະນາລະບົບຂົນສົ່ງທາງລົດໄຟ, ການພັດທະນາບຸກຄະລາກອນ ແລະ ການບໍລິການ ກ່ຽວກັບທາງລົດໄຟ ໃຫ້ສາມາດເຊື່ອມໂຍງກັບການຂົນສົ່ງປະເພດອື່ນພາຍໃນປະເທດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ຢ່າງມີປະສິດທິພາບ ແລະ ສ່ອດຄ່ອງກັບນະໂຍບາຍ, ວິໄສທັດ ແລະ ຍຸດທະສາດໃນການພັດທະນາເສດຖະກິດ – ສັງຄົມແຫ່ງຊາດ, ແຜນພັດທະນາຕົວເມືອງ ແລະ ແຜນນໍາໃຊ້ທີ່ດິນໃນແຕ່ລະໄລຍະ.
ນອກຈາກນັ້ນ, ອໍານາດການປົກຄອງທີ່ກ່ຽວຂ້ອງ ນັບແຕ່ຂັ້ນສູນກາງລົງໄປຈົນເຖິງທ້ອງຖິ່ນ ໃນຂະແໜງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ກໍໄດ້ມີການປະສານສົມທົບ ແລະ ໄດ້ປຶກສາຫາລືກັນເປັນແຕ່ລະໄລຍະ ເພື່ອຮັບປະກັນຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍໃນການເດີນທາງຂອງຜູ້ໂດຍສານ ແລະ ການລໍາລຽງຂົນສົ່ງສິນຄ້າທາງລົດໄຟ ກໍຄືເພື່ອປ້ອງກັນໂຄງລ່າງພື້ນຖານທາງລົດໄຟທີ່ເປັນຊັບສົມບັດຂອງສອງຊາດ ລາວ-ຈີນ ພາຍຫຼັງເປີດນໍາໃຊ້ ໃຫ້ມີຄວາມໝັ້ນຄົງ, ປອດໄພ ແລະ ຍືນຍົງ. ເພື່ອຮັບປະກັນການຈັດຕັ້ງປະຕິບັດພາລະກິດດັ່ງກ່າວ, ໃນໄລຍະຜ່ານມາ, ກະຊວງ ປກຊ-ປກສ ໄດ້ປະສານສົມທົບກັບ ບໍລິສັດທາງລົດໄຟ ລາວ-ຈີນ ກ່ຽວກັບ ການລົງສໍາຫຼວດກວດກາສະຖານທີ່ ເພື່ອກໍ່ສ້າງຫ້ອງການ, ປ້ອມຍາມກໍາລັງ ປກຊ-ປກສ ທີ່ຈະເຂົ້າປະຕິບັດໜ້າທີ່ພາຍຫຼັງການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ໃນທ້າຍປີ 2021 ນີ້ ແລະ ໄດ້ມອບໃຫ້ກົມຕຳຫຼວດກວດຄົນເຂົ້າເມືອງ ແລະ ກົມໃຫຍ່ສັນຕິບານ ຂຶ້ນແຜນດ້ານບຸກຄະລາກອນ, ຈັດຝຶກອົບຮົບວິຊາສະເພາະ ເພື່ອຮອງຮັບ ແລະ ອໍານວຍຄວາມສະດວກໃນການເຂົ້າ-ອອກເມືອງ ຢູ່ຕາມດ່ານຕ່າງໆທີ່ມີລົດໄຟຜ່ານ ແນໃສ່ເຮັດໃຫ້ແຕ່ລະຈຸດມີຄວາມເປັນລະບຽບຮຽບຮ້ອຍ ແລະ ສາມາດຮັກສາໄດ້ຄວາມສະຫງົບປອດໄພ.

ຄຽງຄູ່ກັບການກະກຽມຄວາມພ້ອມດ້ານບຸກຄະລາກອນ ແລະ ດ້ານນິຕິກໍາ, ກໍຍັງໄດ້ມີການກະກຽມສິ່ງອໍານວຍຄວາມສະດວກຕາມດ່ານຕ່າງໆ ເຊັ່ນ: ໄດ້ມີການກະກຽມຕິດຕັ້ງເຄື່ອງກວດສິນຄ້າດ້ວຍລະບົບສາຍແສງ ແລະ ຊິງຊັ່ງນ້ໍາໜັກທັນສະໄໝ ຢູ່ ສະຖານີດ່ານບໍ່ເຕັນ ໂດຍໄດ້ມອບໝາຍໃຫ້ ບໍລິສັດເສັ້ນທາງລົດໄຟ ລາວ-ຈີນ ເປັນຜູ້ລົງທຶນ ແລະ ລັດຖະບານ ແຫ່ງ ສປປ ລາວ ເປັນຜູ້ຄຸ້ມຄອງການນໍາໃຊ້. ນອກນັ້ນ, ສປປ ລາວ ຍັງໄດ້ພະຍາຍາມສືບຕໍ່ພັດທະນາໂຄງລ່າງພື້ນຖານດ້ານຄົມມະນາຄົມຂົນສົ່ງໃນຮູບແບບຕ່າງໆ ເຊັ່ນ: ຖະໜົນຫົນທາງ, ຕະຂ່າຍໄຟຟ້າ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃນບັນ ດາແຂວງທີ່ມີເສັ້ນທາງລົດໄຟແລ່ນຜ່ານ ກໍຄືໃນຂອບເຂດທົ່ວປະເທດ ເພື່ອເຊື່ອມຕໍ່ກັບສະຖານີລົດໄຟ ລວມທັງເພື່ອເຊື່ອມໂຍງກັບພາກພື້ນ.

ພ້ອມດຽວກັນນັ້ນ, ລັດຖະບານ ແຫ່ງ ສປປ ລາວ ກໍໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການພັດທະນາແຫຼ່ງທ່ອງທ່ຽວ, ເຂດພັດທະນາອຸດສາຫະກໍາ ແລະ ສິ່ງອໍານວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນ ຕາມຂີດຄວາມສາມາດ, ທ່າແຮງບົ່ມຊ້ອນ ແລະ ຈຸດພິເສດທາງດ້ານທີ່ຕັ້ງພູມສັນຖານຂອງແຕ່ລະແຂວງ ເພື່ອຍາດແຍ່ງເອົາຜົນປະໂຫຍດອັນສູງສຸດມາສູ່ປະຊາຊົນລາວບັນດາເຜົ່າ ກໍຄືເພື່ອນໍາໃຊ້ເສັ້ນທາງລົດໄຟເຂົ້າໃນການລົບລ້າງຄວາມທຸກຍາກ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ເວົ້າສະເພາະ, ເວົ້າລວມ ກໍເພື່ອນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເຂົ້າໃນການຟື້ນຟູ ແລະ ສ້າງຄວາມເຂັ້ມແຂງທາງດ້ານເສດຖິດ-ສັງຄົມ ຂອງຊາດໃຫ້ມີການເຕີບໃຫຍ່ຂະຫຍາຍຕົວແບບຍືນຍົງ ແນໃສ່ນໍາພາປະເທດຊາດຫຼຸດພົ້ນອອກຈາກບັນຊີລາຍຊື່ປະເທດດ້ອຍພັດທະນາ ຕາມແຜນທີ່ໄດ້ວາງໄວ້ ລວມທັງເພື່ອບັນລຸເປົ້າໝາຍໃນການພັດທະນາແບບຍືນຍົງ ໃນປີ 2030. ໃນນັ້ນ, ລັດຖະບານ ແຫ່ງ ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບຫຼາຍບໍລິສັດ ກ່ຽວກັບ ການລົງທຶນໃສ່ການພັດທະນາແຫຼ່ງທ່ອງທ່ຽວຕາມຈຸດສໍາຄັນຕ່າງໆພາຍໃນປະເທດ ໂດຍສະເພາະແມ່ນຢູ່ໃນບັນດາແຂວງທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຊັ່ນ: ແຂວງອຸດົມໄຊ, ຫຼວງພະບາງ ແລະ ແຂວງອື່ນໆ ໄປຄຽງຄູ່ກັບການປົກປັກຮັກສາວັດທະນະທໍາຮີດຄອງປະເພນີອັນດີງາມ ແລະ ເປັນເອກະລັກຂອງແຕ່ລະທ້ອງຖິ່ນ ລວມທັງອະນຸລັກສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ເພື່ອຮອງຮັບການບໍລິການ ແລະ ການທ່ອງທ່ຽວທີ່ຄາດວ່າຈະກັບມາຄຶກຄັກ ແລະ ຂະຫຍາຍຕົວຕື່ມອີກ ພາຍຫຼັງສະພາບການແຜ່ລະບາດໄດ້ຮັບການຄວບຄຸມ.

ນອກຈາກນັ້ນ, ສປປ ລາວ ກໍຍັງໄດ້ສຸມໃສ່ປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດຢູ່ໃນລາວ ໃຫ້ມີຄວາມສະດວກສະບາຍວ່ອງໄວຂຶ້ນກວ່າເກົ່າ ໂດຍການສືບຕໍ່ປັບປຸງບັນດາລະບຽບການຕ່າງໆທີ່ກ່ຽວຂ້ອງກັບການຄ້າ, ການລົງທຶນ ແລະ ການນໍາເຂົ້າ-ສົ່ງອອກ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເພື່ອຊຸກຍູ້ສົ່ງເສີມການລົງທຶນພາຍໃນ ແລະ ດຶງດູດເອົາການລົງທຶນຈາກຕ່າງປະເທດເຂົ້າມາໃນລາວ ໃຫ້ຫຼາຍຂຶ້ນ. ໃນນັ້ນ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຮັບຮອງເອົາຮ່າງກົດໝາຍ ສະບັບປັບປຸງ 5 ສະບັບ ຄື: ກົດໝາຍ ວ່າດ້ວຍ ສ່ວຍສາອາກອນ, ກົດໝາຍ ວ່າດ້ວຍ ອາກອນມູນຄ່າເພີ່ມ, ກົດໝາຍ ວ່າດ້ວຍ ລາຍຮັບ, ກົດໝາຍ ວ່າດ້ວຍ ອາກອນຊົມໃຊ້ ແລະ ກົດໝາຍ ວ່າດ້ວຍ ການຕ້ານການຄ້າຢາເສບຕິດ ແນໃສ່ຊຸກຍູ້ການຟື້ນຟູເສດຖະກິດ-ສັງຄົມ ແຫ່ງຊາດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ສິ່ງສຳຄັນ, ສປປ ລາວ ຍັງໄດ້ເລັ່ງໃສ່ການສ້າງຂີດຄວາມສາມາດດ້ານການຜະລິດ ແລະ ການແຂ່ງຂັນຂອງຫົວໜ່ວຍທຸລະກິດ ກໍຄືຜູ້ປະກອບການພາຍໃນ ທີ່ເຫັນວ່າຍັງມີຈໍາກັດ ເນື່ອງຈາກຫຼາຍປັດໄຈ ລວມທັງການຂາດແຄນທຶນຮອນ, ເຕັກໂນໂລຊີ ແລະ ວິຊາການ. ໃນໄລຍະຜ່ານມາ, ລັດຖະບານ ແຫ່ງ ສປປ ລາວ ກໍຄືຂະແໜ່ງການກ່ຽວຂ້ອງນັບແຕ່ຂັ້ນສູນກາງ ລົງໄປຈົນເຖິງທ້ອງຖິ່ນ ໄດ້ຈັດຕັ້ງປະຕິບັດຫຼາຍໂຄງການ ເພື່ອບັນລຸເປົ້າໝາຍໃນການສ້າງຂີດຄວາມສາມາດໃຫ້ຜູ້ປະກອບການພາຍໃນ ເພື່ອແຂ່ງຂັນໃນລະດັບພາກພື້ນ. ນອກນັ້ນ, ໂດຍເຫັນໄດ້ເຖິງທ່າແຮງບົ່ມຊ້ອນໃນຂະແໜງກະສິກໍາຂອງລາວ, ລັດຖະບານ ແຫ່ງ ສປປ ລາວ ກໍໄດ້ເອົາໃຈຊຸກຍູ້ສົ່ງເສີມປະຊາຊົນພາຍໃນແຕ່ລະທ້ອງຖິ່ນໃຫ້ເຮັດການຜະລິດກະສິກໍາ ລວມທັງໄດ້ມີນະໂຍບາຍສົ່ງເສີມນັກລົງທຶນຕ່າງປະເທດໃຫ້ເຂົ້າມາລົງທຶນຢູ່ຂະແໜງກະສິກໍາໃຫ້ຫຼາຍຂຶ້ນ. ຫຼ້າສຸດໃນວັນທີ 19 ຕຸລາ 2021 ທີ່ຜ່ານມາ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຄໍາສັ່ງລົບລ້າງການອອກໃບອະນຸຍາດນຳເຂົ້າລົດແທຣັກເຕີທຸກປະເພດທີ່ຮັບໃຊ້ການຜະລິດກະສິກຳ ເພື່ອຫຼຸດຜ່ອນຂັ້ນຕອນ ແລະ ຕົ້ນທຶນໃນການຜະລິດ ແນໃສ່ຊຸກຍູ້ການຜະລິດກະສິກຳ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການບໍລິໂພກພາຍໃນ ແລະ ເປັນສິນຄ້າສົ່ງອອກໄປຕ່າງປະເທດ ເພື່ອເຊື່ອມໂຍງກັບຕ່ອງໂສ້ການຜະລິດສະບຽງອາຫານຂອງພາກພື້ນ ແລະ ສາກົນ. ພ້ອມດຽວກັນນັ້ນ, ຂະແຫນງການກ່ຽວຂ້ອງຂອງລາວ ຍັງໄດ້ຊຸກຍູ້ບັນດາຜູ້ປະກອບການພາຍໃນໃຫ້ມີການແລກປ່ຽນຂໍ້ມູນຂ່າວສານ, ຄວາມຮູ້, ປະສົບການ, ເຕັກໂນໂລຊີ ລວມທັງອໍານວຍຄວາມສະດວກໃຫ້ຫົວໜ່ວຍທຸລະກິດສາມາດເຂົ້າເຖິງແຫຼ່ງທຶນໄດ້ງ່າຍ ເພື່ອສ້າງຄວາມເຂັ້ມແຂງ ແລະ ພັດທະນາຄຸນນະພາບຂອງສິນຄ້າ ໂດຍສະເພາະແມ່ນຜະລິດຕະພັນກະສິກໍາໃຫ້ໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະ ຫຼາດພາກພື້ນ ແລະ ສາກົນ.

ເວົ້າລວມແລ້ວ, ສປປ ລາວ ແມ່ນໄດ້ມີຄວາມພະຍາຍາມໃນກະກຽມຄວາມພ້ອມໃນດ້ານຕ່າງໆ ໂດຍສະເພາະແມ່ນບັນດາແຂວງທີ່ມີເສັ້ນທາງລົດໄຟແລ່ນຜ່ານ ທັງນີ້ກໍເພື່ອຮັບປະກັນໃຫ້ແກ່ການໃຫ້ບໍລິການຂົນສົ່ງທາງລົດໄຟດໍາເນີນໄປຢ່າງມີປະສິດທິພາບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບປອດໄພ ໄປຄຽງຄູ່ ກັບການນຳເອົາຜົນປະໂຫຍດໃນດ້ານຕ່າງໆມາສູ່ສອງຊາດ ລາວ-ຈີນ ແລະ ພາກພື້ນ.

ໂດຍ: ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ, ສະຖາບັນການຕ່າງປະເທດ