ເຕັກນິກການປະຊາສຳພັນສຳລັບສະຖາບັນການເງິນ

88

ໃນຂົງເຂດວຽກງານການບໍລິການທາງດ້ານການເງິນທີ່ມີການແຂ່ງຂັນກັນສູງນັ້ນ ການຮັກສາພາບພົດທີ່ດີຕໍ່ກັບລູກຄ້າ ແລະ ສັງຄົມ ແມ່ນປັດໄຈຕັດສິນສຳຄັນຕໍ່ຜົນສຳເລັດ ແລະ ການກ້າວໜ້າຂະຫຍາຍຕົວຂອງສະຖາບັນການເງິນ, ການປະຊາສຳພັນ ໄດ້ມີບົດບາດສຳຄັນໃນການກຳນົດການຮັບຮູ້ຂອງອົງກອນເຫຼົ່ານີ້ ແລະ ສ້າງຄວາມເຊື່ອຖືລະຫວ່າງອົງກອນ ແລະ ລູກຄ້າ, ເຖິງຢ່າງໃດກໍຕາມໃນບົດຄວາມດັ່ງກ່າວນີ້ ມີເປົ້າໝາຍກ່ຽວຂ້ອງລົງເລິກເຕັກນິກການປະຊາສຳພັນ ທີ່ມີປະສິດທິພາບ ສຳລັບສະຖາບັນການເງິນ ໂດຍຈະມີຂໍ້ມູນທີ່ສຳຄັນກ່ຽວກັບການປັບປຸງຊື່ສຽງ, ການບໍລິຫານວິກິດ ແລະ ສົ່ງເສີມຄວາມສຳພັນທີ່ແໜ້ນແຟ້ນກັບກຸ່ມເປົ້າໝາຍ ເປັນຕົ້ນ. ໃນນັ້ນ ບັນຫາທີ່ສຳຄັນຈຳເປັນຕ້ອງໄດ້ຮູ້ກ່ອນວ່າ ການປະຊາສຳພັນທີ່ດີ ແລະ ການສື່ສານທີ່ມີປະສິດທິພາບນັ້ນ ແມ່ນຫຍັງ?

■ “ ການປະຊາສຳພັນທີ່ດີ: ໝາຍເຖິງການບໍລິຫານຍຸດທະສາດໃນການສື່ສານ ແລະ ຄວາມສຳພັນລະຫວ່າງອົງກອນ ແລະ ຜູ້ມີສ່ວນຮ່ວມຕ່າງໆ ລວມໄປເຖິງລູກຄ້າ, ພະນັກງານ, ນັກລົງທຶນ, ສື່ຕ່າງໆ ແລະ ປະຊາຊົນໃນສັງຄົມກ່ຽວກັບການສ້າງ ແລະ ຮັກສາພາບພົດໃນດ້ານບວກ, ການສົ່ງເສີມ ຄວາມເຊື່ອຖື ແລະ ການສື່ສານກັບກຸ່ມເປົ້າໝາຍທີ່ມີປະສິດທິພາບ.”

■ “ ການສື່ສານທີ່ມີປະສິດທິພາບ: ແມ່ນການປະຊາສຳພັນທີ່ດີ ເນັ້ນໜັກການສື່ສານທີ່ມີປະສິດທິພາບ, ຈະແຈ້ງ ຮັດກຸມ ແລະ ເໝາະສົມກັບກຸ່ມເປົ້າໝາຍ ເຊິ່ງກ່ຽວຂ້ອງກັບການປະດິດສ້າງເນື້ອໃນ, ຂໍ້ຄວາມທີ່ສ້າງຄວາມສົນໃຈ, ໃຊ້ສື່ທີ່ເໝາະສົມໃນການຖ່າຍທອດຂໍ້ມູນ ແລະ ສ້າງຄວາມສົນໃຈດຶງດູດລູກຄ້າໄດ້.”

ຈາກຄວາມໝາຍຂອງການປະຊາສຳພັນທີ່ດີ ແລະ ການສື່ສານທີ່ມີປະສິດທິພາບ ດັ່ງທີ່ໄດ້ກ່າວມາໃນຂ້າງເທິງນັ້ນ ໂດຍລວມແມ່ນຕິດພັນໃນບັນດາເຕັກນິກການປະຊາສຳພັນທີ່ມີປະສິດທິພາບ ດັ່ງນີ້:

1. ການກໍານົດຍຸດທະສາດການປະຊາສຳພັນທີ່ຈະແຈ້ງ: ການກໍານົດຍຸດທະສາດປະຊາສໍາພັນທີ່ມີປະສິດທິພາບ ເປັນພື້ນຖານສຳລັບການສື່ສານທີ່ປະສົບຜົນສຳເລັດ, ສະຖາບັນການເງິນຕ້ອງກຳນົດກຸ່ມເປົ້າໝາຍ ເນື້ອໃນ ແລະ ໃຫ້ໄດ້ຮັບຄໍາຕອບທີ່ດີທີ່ສຸດ ເຊິ່ງຍຸດທະສາດນີ້ ສອດຄ່ອງກັບເປົ້າໝາຍ ແລະ ຄ່ານິຍົມໂດຍ ລວມຂອງອົງກອນ ເພື່ອໃຫ້ໝັ້ນໃຈວ່າ: ອົງກອນມີການສົ່ງຂໍ້ມູນຂ່າວສານ ທີ່ສອດຄ່ອງກັນໃນແຕ່ລະຊ່ອງທາງຂອງການສື່ສານ.

2. ສ້າງຄວາມເປັນຜູ້ນຳທາງດ້ານຄວາມຄິດ: ການວາງຕໍາແໜ່ງສະຖາບັນການເງິນຂອງທ່ານ ໃຫ້ເປັນຜູ້ນໍາທາງດ້ານຄວາມຄິດໃນຂົງເຂດວຽກງານສະຖາບັນການເງິນ ຈະຊ່ວຍເພີ່ມຄວາມເຊື່ອຖື ແລະ ສ້າງຊື່ສຽງໄດ້ຫລາຍພໍສົມຄວນ, ສະໜັບສະໜູນໃຫ້ໜ່ວຍງານການຕະຫລາດມີສ່ວນຮ່ວມໃນການຕີພິມ, ສະເໜີຄຳເຫັນໃນກອງປະຊຸມ ແລະ ມີສ່ວນຮ່ວມໃນການສຳພາດສື່ ດ້ວຍການໃຫ້ຂໍ້ມູນຂອງອົງກອນທີ່ເລິກເຊິ່ງ, ມີຄຸນຄ່າ ແລະ ເປັນຜູ້ຊ່ຽວຊານ. ເຊິ່ງສະຖາບັນຂອງທ່ານສາມາດກາຍເປັນແຫລ່ງຂໍ້ມູນສຳຄັນທີ່ສາມາດເຂົ້າເຖິິງໄດ້ສຳລັບສື່ຕ່າງໆ ແລະ ກຸ່ມລູກຄ້າເປົ້າໝາຍ ເປັນຕົ້ນ.

3. ສ້າງຄວາມສຳພັນທີ່ດີກັບສື່ຕ່າງໆ: ການພັດທະນາຄວາມສໍາພັນທີ່ແໜ້ນແຟ້ນກັບນັກຂ່າວ ແລະ ສື່ຕ່າງໆເປັນສິ່ງສຳຄັນຫຼາຍຕໍ່ການປະຊາສຳພັນທີ່ມີປະສິດທິພາບ, ສະຖາບັນການເງິນ ຄວນມີສ່ວນຮ່ວມໃນທ່າບຸກກັບນັກຂ່າວທີ່ກ່ຽວຂ້ອງ ໃຫ້ຂໍ້ມູນຖືກຕ້ອງ ແລະ ທັນເວລາ ແລະ ສະເໜີຄວາມຄິດເຫັນຈາກຜູ້ຊ່ຽວຊານກ່ຽວກັບເລື່ອງທາງການເງິນ ເຊິ່ງຄວາມສຳພັນເຫຼົ່ານີ້ສາມາດຊ່ວຍໃຫ້ມີການລາຍງານຂ່າວໃນດ້ານບວກ ແລະ ຮັບຮອງວ່າ ຈະມີການນຳສະເໜີຂ່າວສານແບບຍຸຕິທຳໃນໄລຍະທີ່ມີສະພາບການທີ່ຫຍຸ້ງຍາກ.

4. ນຳໃຊ້ປະໂຫຍດຈາກແພຼັດຟອມ: ຍຸກດີຈີຕອນໃນປັດຈຸບັນ ສະຖາບັນການເງິນ ຕ້ອງນໍາໃຊ້ແພຼດ ຟອມອອນລາຍ (Platform Online) ເພື່ອເຂົ້າເຖິງ ແລະ ດຶງດູດກຸ່ມເປົ້າໝາຍ, ຮັກສາສະຖານະພາບທີ່ກະຕືລືລົ້ນໃນໂຊຊຽວມີເດຍ (Social Media), ແບ່ງປັນເນື້ອໃນຂ່າວສານທີ່ມີຄຸນຄ່າ, ຜົນງານຄວາມເປັນຜູ້ນໍາທາງດ້ານ ຄວາມຄິດ ແລະ ອັບເດດກ່ຽວກັບທ່າອ່ຽງຂອງຂົງເຂດວຽກງານສະຖາບັນການເງິນ. ນອກນັ້ນ ລອງນຳໃຊ້ໂພດແຄສ (Podcasts) ແລະ ການສໍາມະນາຜ່ານທາງອອນລາຍ ເພື່ອສ້າງສະຖາບັນຂອງທ່ານໃຫ້ເປັນແຫຼ່ງ ກະຈາຍຄວາມຮູ້ທາງການເງິນທີ່ເຊື່ອຖືໄດ້ດີຂຶ້ນ.

5. ການສ້າງເນື້ອໃນຂ່າວສານທີ່ມີຄຸນຄ່າ: ການສ້າງເນື້ອໃນທີ່ໜ້າສົນໃຈ ແລະ ໃຫ້ຂໍ້ມູນທີ່ເປັນປະໂຫຍດ ເປັນສິ່ງສຳຄັນໃນການມີສ່ວນຮ່ວມຂອງຜູ້ມີສ່ວນຮ່ວມກັບອົງກອນ ແລະ ສ້າງຊື່ສຽງໃນດ້ານບວກ, ພັດທະນາເນື້ອໃນຂ່າວສານ ທີ່ສາມາດຕອບສະໜອງຄວາມຕ້ອງການ ແລະ ແກ້ໄຂຂໍ້ຂ້ອງໃຈຂອງກຸ່ມລູກຄ້າເປົ້າໝາຍ ໂດຍລວມທັງບົດຄວາມທາງການສຶກສາ, ວິດີໂອ ແລະ ກໍລະນີສຶກສາທີ່ເນັ້ນໜັກຄວາມຊ່ຽວຊານຂອງສະຖາບັນການເງິນຂອງທ່ານ ແລະ ຄວາມມຸ່ງໝັ້ນໃນການສ້າງຄວາມເພິ່ງພໍໃຈໃຫ້ກັບລູກຄ້າ.

6. ການມີສ່ວນຮ່ວມໃນທ້ອງຖິ່ນ: ສະຖາບັນການເງິນ ຄວນມີສ່ວນຮ່ວມຢ່າງໜັກແໜ້ນຕາມຈຸດພິເສດໃນທ້ອງຖິ່ນ ແລະ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຕໍ່ຄວາມຮັບຜິດຊອບ ແລະ ການຊ່ວຍເຫຼືອສັງຄົມ, ສະໜັບສະໜູນກິດຈະກຳໃນທ້ອງຖິ່ນ, ມີສ່ວນຮ່ວມໃນຄວາມພະຍາຍາມດ້ານການກຸສົນ (ບໍລິຈາກຕາມເງື່ອນໄຂຕົວຈິງ) ແລະ ສະໜັບສະໜູນຄວາມຄິດລິເລີ່ມທີ່ສອດຄ່ອງກັບຄ່ານິຍົມຂອງສະຖາບັນການເງິນຂອງທ່ານ ເຊິ່ງສິ່ງນີ້ບໍ່ພຽງແຕ່ຊ່ວຍເພີ່ມຊື່ສຽງຂອງສະຖາບັນການເງິນເທົ່ານັ້ນ ແຕ່ຍັງເປັນການສົ່ງເສີມໃນຄວາມຮູ້ສຶກໄວ້ວາງໃຈ ແລະ ຄວາມຈົ່ງຮັກພັກດີກັບທ້ອງຖິ່ນ ອີກດ້ວຍ.

7. ການບໍລິຫານວິກິດການຂ່າວສານໃນທ່າບຸກ: ສະຖາບັນການເງິນ ຄວນມີແຜນການບໍລິຫານວິກິດການໄວ້ເປັນຢ່າງດີ ລວມທັງການຄາດຄະເນເຫດການທີ່ອາດຈະເກີດຂຶ້ນ, ການພັດທະນາຍຸດທະສາດສື່ສານທີ່ມີປະສິດທິພາບ ແລະ ຄວາມໂປ່ງໃສໃນການແກ້ໄຂບັນຫາ, ຕອບສະໜອງຕໍ່ຕ້ານການປະຊາສຳພັນດ້ານລົບຕ່າງໆ ຫຼື ແກ້ຂໍ້ຂ້ອງໃຈຂອງລູກຄ້າ ດ້ວຍການດຳເນີນການແກ້ໄຂຢ່າງວ່ອງໄວ ຕາມແນວທາງໃນທ່າບຸກ, ໂປ່ງໃສສາມາດຊ່ວຍຫລຸດຜ່ອນຜົນເສຍຫາຍຕໍ່ພາບພົດ-ຊື່ສຽງໃນໄລຍະທີ່ລໍ້ແຫລມທ້າທາຍໄດ້.

8. ມີສ່ວນຮ່ວມກັບພາກສ່ວນກ່ຽວຂ້ອງ: ການຮ່ວມມືກັບບຸກຄົນ ຫຼື ອົງກອນທີ່ມີບົດບາດໃນຂົງເຂດວຽກງານສະຖາບັນການເງິນ ສາມາດເປັນໂອກາດໃນການຂະຫຍາຍການເຂົ້າເຖິງ ແລະ ສ້າງຄວາມເຊື່ອຖືໃຫ້ກັບສະຖາບັນການເງິນຂອງທ່ານໄດ້ຫຼາຍເຊິ່ງການຮ່ວມມືກັບຜູ້ທີ່ມີບົດບາດປະສົບການທີ່ດີໃນຂົງເຂດວຽກງານດຽວກັນ ຍັງສາມາດສ້າງອົງກອນໃຫ້ມີຊື່ສຽງ ເພື່ອຮ່ວມກັນສ້າງເນື້ອໃນ, ການສຳມະນາຜ່ານເວັບໄຊແບບກຸ່ມໄດ້, ແລະ ການມີສ່ວນຮ່ວມໃນລັກສະນະນີ້ ສາມາດຂະຫຍາຍບົດບາດຊື່ສຽງຂອງສະຖາບັນການເງິນຂອງທ່ານ ແລະ ດຶງດູດຜູ້ເຂົ້າຊົມໃນວົງກວ້າງໄດ້ດີຂຶ້ນ.

ສະຫຼຸບ: ເຕັກນິກການປະຊາສໍາພັນຖືເປັນເປັນປັດໄຈສໍາຄັນສໍາລັບ ສະຖາບັນການເງິນໃນການສ້າງຄວາມເຊື່ອຖື, ບໍລິຫານຈັດການຊື່ສຽງ ແລະ ຮັກສາພາບພົດທີ່ດີຕໍ່ສັງຄົມ ດ້ວຍການນຳໃຊ້ຍຸດທະສາດການປະຊາສຳພັນທີ່ເລິກເຊິ່ງກວ້າງຂວາງ ດ້ວຍການສ້າງຄວາມເປັນຜູ້ນຳທາງດ້ານຄວາມຄິດ, ການມີສ່ວນຮ່ວມກັບສື່ຕ່າງໆ, ການໃຊ້ປະໂຫຍດຈາກແພຼັດຟອມດີຈີຕອນ, ການສ້າງເນື້ອໃນທີ່ມີຄຸນຄ່າ, ການມີສ່ວນຮ່ວມໃນທ້ອງຖິ່ນ ແລະ ການບໍລິຫານວິກິດການຂ່າວສານໃນທ່າບຸກ ເປັນຕົ້ນ. ສະຖາບັນການເງິນ ສາມາດສື່ສານເນື້ອໃນໄດ້ຢ່າງມີປະສິດທິພາບ, ສົ່ງເສີມຄວາມສຳພັນທີ່ແໜ້ນແຟ້ນກັບຜູ້ມີສ່ວນຮ່ວມຕ່າງໆ ແລະ ມີຄວາມໄດ້ປຽບໃນການແຂ່ງຂັນໃນຂົງເຂດທຸລະກິດສະຖາບັນການເງິນ, ມີຄວາມຮັບຜິດຊອບຕໍ່ສັງຄົມ. ເຖິງຢ່າງໃດກໍຕາມການປັບບົດບາດວິທີການສື່ສານປະຊາສໍາພັນໃຫ້ສອດຄ່ອງກັບການບໍລິການກຸ່ມລູກຄ້າເປົ້າໝາຍ ຈະຊ່ວຍໃຫ້ສະຖາບັນການເງິນສາມາດຊ່ວຍເຫຼືອສັງຄົມ ແລະ ສ້າງຊື່ສຽງໃຫ້ເຂັ້ມແຂງຂຶ້ນ, ອົງກອນສາມາດສະໜັບສະໜູນໃນດ້ານທີ່ກ່ຽວຂ້ອງກັບຄວາມຮູ້ທາງການເງິນ, ການພັດທະນາທ້ອງຖິ່ນ ຫຼື ຄວາມໝັ້ນຄົງຍືນຍົງ ດ້ວຍການມີສ່ວນຮ່ວມທີ່ມີຄວາມຮັບຜິດຊອບສູງ ເປັນຕົ້ນ ແລະ ຍັງສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຕໍ່ສັງຄົມຫລາຍຂຶ້ນ ນອກຈາກທີ່ມີພຽງແຕ່ການບໍລິການທາງການເງິນ, ການສ້າງຄວາມສຳພັນດ້ານບວກທັງລູກຄ້າ ແລະ ຜູ້ມີສ່ວນໄດ້ເສຍເທົ່ານັ້ນ.

ຕົວຢ່າງ: ສະຖາບັນການເງິນທີ່ມີຊື່ສຽງແຫ່ງໜຶ່ງ ນໍາໃຊ້ເຕັກນິກການປະຊາສໍາພັນທີ່ມີປະສິດທິພາບນັ້ນກໍຄື: XYZ Bank ດ້ວຍການໃຊ້ຍຸດທະສາດທີ່ຫຼາກຫຼາຍພວກເຂົາປະສົບຜົນສໍາເລັດໃນການສ້າງພາບພົດໃນດ້ານບວກ ແລະ ຮັກສາຊື່ສຽງທີ່ເຂັ້ມແຂງໃນຂົງເຂດອຸດສາຫະກຳການເງິນ ໄດ້ດີພໍສົມຄວນ.

XYZ Bank ໄດ້ມີສ່ວນຮ່ວມກັບສື່ຕ່າງໆ ເປັນປົກກະຕິຕໍ່ເນື່ອງ ຜ່ານການຖະແຫຼງຂ່າວ, ບົດຄວາມກ່ຽວກັບຄວາມເປັນຜູ້ນຳທາງຄວາມຄິດ ແລະ ການສຳພາດຜູ້ບໍລິຫານ, ເຊິ່ງພວກເຂົາໄດ້ສ້າງຄວາມສຳພັນທີ່ແໜ້ນແຟ້ນກັບນັກຂ່າວທາງການເງິນ ເພື່ອໃຫ້ໄດ້ນຳສະເໜີພາບພົດຊື່ສຽງຂອງຕົນລົງໃນສື່ໄດ້ຢ່າງຖືກຕ້ອງ. ແບ່ງປັນຂໍ້ມູນທີ່ສຳຄັນກ່ຽວກັບທ່າອ່ຽງທາງດ້ານການເງິນ ແລະ ສະພາບໃນຂົງເຂດທະນາຄານຢ່າງຕໍ່ເນື່ອງ ໂດຍກຳນົດສ້າງຕຳແໜ່ງຜູ້ບໍລິຫານໃຫ້ເປັນຜູ້ນຳທາງດ້ານຄວາມຄິດໃນຂົງເຂດວຽກງານການທະນາຄານ.

ນອກນັ້ນ XYZ Bank ຍັງໃຊ້ປະໂຫຍດຈາດແພຼັດຟອມໂຊຊຽວມີເດຍ (Platform Social Media) ເພື່ອມີສ່ວນຮ່ວມກັບລູກຄ້າ ແລະ ຜູ້ຊົມໃນວົງ ກວ້າງ ພວກເຂົາລົງເນື້ອໃນດ້ານການສຶກສາກ່ຽວກັບຄວາມຮູ້ທາງການເງິນ, ເຕັກນິກການລົງທຶນ ແລະ ຄວາມສຳຄັນຂອງການບໍລິຫານງົບປະມານ ເປັນຕົ້ນ ເຊິ່ງແນວທາງນີ້ຊ່ວຍສ້າງຊື່ສຽງເພີ່ມຂຶ້ນໃຫ້ກັບ XYZ Bank ໃນຖານະທີ່ເປັນສະຖາບັນທີ່ເນັ້ນການສ້າງ ຄວາມອາດສາມາດຕໍ່ບຸກຄົນ ໂດຍທີ່ບໍ່ແມ່ນມີພຽງແຕ່ການສົ່ງເສີມການບໍລິການຂອງທະນາຄານຕົນເທົ່ານັ້ນ.

ນອກນັ້ນ XYZ Bank ຍັງມີແຜນການບໍລິຫານໃນສະພາບວິກິດ ໄວ້ເປັນຢ່າງດີ ໂດຍພວກເຂົາໃຫ້ຄວາມສໍາຄັນກັບຄວາມໂປ່ງໃສ ແລະ ການສື່ສານທີ່ວ່ອງໄວໃນຊ່ວງທີ່ເກີດວິກິດ, XYZ Bank ບໍລິຫານຈັດການບັນຫາຕ່າງໆ ຜ່ານການສົ່ງຂໍ້ຄວາມທີ່ຈະແຈ້ງ ແລະ ນຳສະເໜີຂ່າວສານທີ່ດີ ເພື່ອໃຫ້ໝັ້ນໃຈວ່າ: ລູກຄ້າ ແລະ ຜູ້ມີສ່ວນຮ່ວມກັບທະນາຄານ ຈະໄດ້ຮັບແຈ້ງການ ແລະ ເຊື່ອຖືໄດ້ແທ້ຈິງ.