Monthly Archives: August, 2020

ລັດຖະບານປະດັບຫຼຽນກາມິດຕະພາບໃຫ້ແກ່ຮອງຜູ້ຕາງໜ້າຂອງອົງການ ສປຊ ເພື່ອການພັດທະນາ

ໃນຕອນບ່າຍຂອງ ວັນທີ 25 ສິງຫາ 2020, ທີ່ ກະຊວງການຕ່າງປະເທດ ໄດ້ມີການຈັດພິທີປະດັບຫຼຽນກາ ມິດຕະພາບໃຫ້ແກ່ ທ່ານ ບາລາສຸບຣາມານຽນ ມູລາລີ (Balasubramaniam Murali), ຮອງຜູ້ຕາງໜ້າຂອງ ອົງການ ສປຊ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ເພື່ອເປັນການຍ້ອງຍໍຜົນງານຂອງຜູ້ກ່ຽວໃນໄລຍະການປະຕິບັດໜ້າທີ່ ຢູ່...

ທະນາຄານ ມາຣູຮານ ເຈແປນ ລາວ ແລະ ພຣູເດັນໂຊລ໌ ລາວ ເປີດໂຕການເປັນຄູ່ຮ່ວມທຸລະກິດ

ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ ຈຳກັດ (ພຣູເດັນໂຊລ໌ ລາວ) ເເລະ ທະນາຄານ ມາຣູຮານ ເຈແປນ ລາວ ໄດ້ເຊັນສັນຍາ ເປັນຄູ່ຮ່ວມທຸລະກິດໃນການຂາຍປະກັນໄພຊີວິດຜ່ານທະນາຄານໄລຍະຍາວ ເຊິ່ງທັງສອງບໍລິສັດຈະໄດ້ຮ່ວມມືກັນໃນການພັດທະນາ ເເລະ ຈຳໜ່າຍຜະລິດຕະພັນການປະກັນໄພຊີວິດໃຫ້ປະຊາຊົນລາວ. ພາຍໃຕ້ຂໍ້ຕົກລົງທີ່ມີຜົນສັກສິດຕັ້ງເເຕ່ມື້ນີ້ເປັນຕົ້ນໄປ, ພຣູເດັນໂຊລ໌ ລາວ ຈະເປັນຜູ້ຈຳໜ່າຍຫຼັກທີ່ຈຳໜ່າຍຜະລິດຕະພັນປະກັນໄພຊີວິດໃຫ້ກັບລູກຄ້າຂອງ ທະນາຄານ ມາຣູຮານ ເຈແປນ ລາວ;...

ປະກາດຕັ້ງສະຫະພັນຊາວໜຸ່ມລາວ ບ່ອນເຕົ້າໂຮມຊາວໜຸ່ມ-ໄວໜຸ່ມທຸກຂົງເຂດ

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈັດພິທີປະກາດຕັ້ງສະຫະພັນຊາວໜຸ່ມລາວ ຢ່າງເປັນທາງການ ໃນວັນທີ 25 ສິງຫາ 2020 ນີ້ ເພື່ອເປັນບ່ອນຄຸ້ມຄອງ ແລະ ສຶກສາອົບຮົມ, ເຕົ້າໂຮມເອົາຊາວໜຸ່ມ-ໄວໜຸ່ມທີ່ຢູ່ທຸກຂົງເຂດວຽກງານ ມາປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ. ພິທີທາງການໄດ້ຈັດຂຶ້ນທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ. ໃນພິທີ...

ທໍາລາຍເສດສົງຄາມ ຢູ່ເຂດທໍາການຜະລິດຂອງປະຊາຊົນເມືອງຕະໂອ້ຍ

ໃນວັນທີ 24 ສິງຫາ 2020 ຄະນະນຳຂັ້ນແຂວງພ້ອມດ້ວຍທີມງານຂັ້ນເມືອງລົງທຳລາຍເສດສົງຄາມທີ່ຍັງບໍ່ທັນແຕກຢູ່ທີ່ບ້ານຕຸແຕງ, ເມືອງຕະໂອ້ຍ ແຂວງສາລະວັນ ນຳທີມ ໂດຍ ທ່ານ ຄຳຕາ ໂຮ່ຊົງເລື່ອງ ຫົວໜ້າພະແນກ ຮສສ ແຂວງສາລະວັນ, ທ່ານ ເພັດສະໝອນ ຫຼວງລາດ ຮອງເຈົ້າເມືອງເມືອງຕະໂອ້ຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງການລົງມາຄັ້ງນີ້ ແມ່ນເພື່ອທຳລາຍເສດສົງຄາມທີ່ຍັງບໍ່ທັນແຕກຈຳນວນ 1 ໜ່ວຍ ປະເພດລູກໂບມ...

ຄຳແນະນຳດີໆ ສຳລັບການຮຽນພາສາຕ່າງປະເທດໄດ້ຮັບຜົນໄວ

ສຳລັບນ້ອງໆຜູ້ທີ່ຕັ້ງໃຈຝຶກພາສາຕ່າງປະເທດ ເຊິ່ງເປັນພາສາທີສອງ ແລະ ທີສາມ ເພື່ອເປັນຄວາມຮູ້ຕິດຕົວ ສ່ວນຈະຮຽນພາສາຫຍັງດີ? ຂຶ້ນຊື່ວ່າເປັນພາສາຕ່າງປະເທດ ກໍມີປະໂຫຍດທັງນັ້ນຂຶ້ນກັບວ່າ ເມື່ອຮຽນມາແລ້ວຈະນຳໄປປະຍຸກໃຊ້ໄດ້ຫຼາຍໜ້ອຍສໍ່າໃດ. ສຳລັບຫົວໃຈຄວາມສຳຄັນຂອງການຮຽນພາສາຕ່າງປະເທດ ຄື: ມີແຮງບັນດານໃຈ: ຈຸດເລີ່ມຕົ້ນທີ່ເຮັດໃຫ້ການຮຽນພາສາເປັນໄປຢ່າງຕໍ່ເນື່ອງ ແລະ ຍາວນານ ຄື: ແຮງບັນດານໃຈການຮຽນພາສາຕ່າງປະເທດບາງຄົນກໍມັກນັກຮ້ອງ, ນັກສະແດງ ແລະ ບາງຄົນກໍຢາກໄປທ່ຽວ ແລະ ຢາກເຮັດວຽກຢູ່ຕ່າງປະເທດ ເຊິ່ງມັນຈະເປັນແຮງຈູງໃຈທີ່ດີໃຫ້ຢາກຮຽນພາສາເພີ່ມຂຶ້ນ. ສະສົມຄວາມຮູ້ໃຫ້ຫຼາຍ: ເມື່ອມີຄວາມສົນໃຈພາສາໃດພາສາໜຶ່ງແລ້ວ ເລີ່ມຕົ້ນຄືຕ້ອງຫາປຶ້ມມາອ່ານເພື່ອເກັບຄວາມຮູ້ພື້ນຖານໄປກ່ອນ...

ຂ່າວດີອີກ! ມື້ນີ້ຜູ້ຕິດເຊື້ອໂຄວິດ-19 ໄດ້ອອກໂຮງໝໍອີກ 1ຄົນ ຫຼັງກວດຫາເຊື້ອ 2ຄັ້ງຕິດຕໍ່ກັນເປັນລົບ

ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ເຜີຍຜູ້ຕິດເຊື້ອໂຄວິດ-19 ກໍລະນີ 21 ໃນ ສປປ ລາວ ຈະໄດ້ອອກໂຮງໝໍໃນມື້ນີ້ ພາຍຫຼັງກວດວິເຄາະຫາເຊື້ອຄືນເປັນລົບ 2 ຄັ້ງຕິດຕໍ່ກັນ, ຕໍ່ຈາກນີ້ໃຫ້ໄປຈຳກັດບໍລິເວນຕໍ່ອີກ 14 ວັນ ແລ້ວກັບມາກວດຫາເຊື້ອຄືນອີກຄັ້ງ ຫາກເປັນລົບກໍ່ຈະສາມາດກັບໄປໃຊ້ຊີວິດປົກຕິໄດ້. ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່,...

ຜົນກະທົບໂຄວິດ ຍອດຂາຍຢາພື້ນເມືອງລາວ ຫວ້ານລືສີຄູນຊັບ ຫຼຸດລົງກາຍເຄິ່ງ

ສະບາຍດີ! ຄໍລຳຊື້ໄດ້ຂາຍໝານມື້ນີ້ ຈະມານຳສະເໜີຜະລິດຕະພັນສິນຄ້າຈາກຫ້ອງປຸງແຕ່ງຢາພື້ນເມືອງລາວ ຫວ້ານລືສີຄູນຊັບ ເຊິ່ງເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ. ທ່ານ ນາງ ພູວີ ພິມມະຈັນ ເຈົ້າຂອງຫ້ອງປຸງແຕ່ງຢາພື້ນເມືອງຫວ້ານລືສີຄູນຊັບ, ບ້ານໂນນສະຫວ່າງ ເມືອງວຽງຄຳ ແຂວງວຽງຈັນ ໃຫ້ສຳພາດວ່າ: ຜະລິດຕະພັນຂອງພວກເຮົາແມ່ນເປັນຜະລິດຕະພັນລ້າງສານພິດ, ລ້າງສານເຄມີ, ເປັນສະໝຸນໄພເສີມສຸຂະພາບ ແລະ ອາຫານເພື່ອສຸຂະພາບ ເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ( ໂອດ໊ອບ ) ຂອງເມືອງ...

ລ້ຽງໄກ່ພັນນ້ອຍຂາຍເປັນສິນຄ້າ ສາມາດເຮັດໃຫ້ຄອບຄົວພົ້ນທຸກ

ການລ້ຽງໄກ່ ກໍເປັນອາຊີບໜຶ່ງທີ່ປະຊາຊົນເມືອງຫຼາໃຫ້ການສົນໃຈຫຼາຍ ເພາະວ່າເປັນອາຊີບທີ່ຂ້ອນຂ້າງສະດວກ, ໃຊ້ແຮງງານໜ້ອຍ ແລະ ໃຫ້ຜົນກຳໄລດີ. ດັ່ງຄອບຄົວຂອງ ທ່ານ ສົມສັກ ສີລາຈິດ ປະຊາຊົນບ້ານໜອງບົວ ເມືອງຫຼາ ແຂວງອຸດົມໄຊ ເປັນຄອບຄົວໜຶ່ງທີ່ຢຶດຖືເອົາການລ້ຽງໄກ່ເປັນອາຊີບ ໃຫ້ຮູ້ວ່າ: ຄອບຄົວຕົນເອງເປັນອີກຄອບຄົວໜຶ່ງທີ່ໄດ້ຢຶດເອົາອາຊີບລ້ຽງໄກ່ມາແຕ່ປີ 2009 ດ້ວຍການທົດລອງມາຫຼາຍວິທີດ້ວຍຕົນເອງມີທັງກຳໄລ ແລະ ຂາດທຶນໃນໄລຍະຜ່ານມາ. ຫຼັງຈາກນັ້ນ, ກໍມີວິຊາການຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງເຂົ້າມາສົ່ງເສີມ ຈຶ່ງເຮັດໃຫ້ການລ້ຽງໄກ່ຖືກວິທີ ແລະ...

ພັດທະນາເຄື່ອງຫັດຖະກຳຈັກສານມາເກືອບ 20 ປີ ຈົນໄດ້ຮັບກາໝາຍໂອດ໊ອບ

ກຸ່ມຫັດຖະກຳຈັກສານຫວາຍ ແລະ ໄມ້ປ່ອງ ບ້ານແບ່ງດ່ານ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ຮັບການພັດທະນາມາເກືອບ 2 ທົດສະວັດ ສາມາດສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາຊົນພາຍໃນບ້ານ ກໍຄືສະມາຊິກ 39 ຄອບຄົວ ປັດຈຸບັນຜະລິດຕະພັນຂອງກຸ່ມໄດ້ຮັບກາໝາຍໂອດ໊ອບແລ້ວ. ພິທີປະກາດກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ( ໂອດ໊ອບ ) ໃຫ້ກຸ່ມຫັດຖະກໍາຈັກສານຫວາຍ ແລະ ໄມ້ປ່ອງ ບ້ານແບ່ງດ່ານ ເມືອງລະຄອນເພັງ ແຂວງສາລະວັນ...

ໄຟໄໝ້ປ່າຢູ່ລັດແຄລິຟໍເນຍຍັງວິກິດ ທຣຳ ປະກາດພາວະໄພພິບັດຄັ້ງໃຫຍ່

ປະທານາທິບໍດີ ໂດນັນ ທຣຳ ໄດ້ປະກາດໃຫ້ເຫດການໄຟໄໝ້ປ່າລັດແຄລິຟໍເນຍ ເປັນໄພພິບັດຄັ້ງໃຫຍ່ ຫຼັງຈາກໄຟໄໝ້ປ່າທີ່ເກີດຂຶ້ນມາຈາກເຫດການຟ້າຜ່າຫຼາຍເຖິງ 12 ພັນຄັ້ງ ເມື່ອບໍ່ດົນມານີ້ ສົ່ງຜົນໃຫ້ເກີດໄຟໄໝ້ປ່າ ແລະ ລາມໄປເຖິງ 585 ຈຸດແລ້ວ ໂດຍໄຟໄດ້ລຸກໄໝ້ປ່າຕາມແຄມທາງ ລວມທັງບ້ານເຮືອນຂອງປະຊາຊົນ ແລະ ບາງຈຸດຂອງປ່າສະຫງວນແຫ່ງຊາດໄດ້ກາຍເປັນຂີ້ເທົ່າ ເຊິ່ງກິນເນື້ອທີ່ປະມານ 4.000 ກິໂລຕາແມັດ, ຫຼ້າສຸດມີລາຍງານວ່າມີຜູ້ເສຍຊີວິດແລ້ວ 6 ຄົນ...
- Advertisment -
Slide
Slide

Most Read

error: Content is protected !!