Monthly Archives: August, 2020

ອີຣານ ພ້ອມຈ່າຍຄ່າຊົດເຊີຍເຫດການຍິງຍົນຂອງອູແກຣນຕົກ

ສຳນັກຂ່າວ IRNA ຂອງອີຣານ ລາຍງານທ້າຍອາທິດຜ່ານມາວ່າ ທ່ານ ໂຕຣາດ ເດການີ ຊານກາເນ ຫົວໜ້າກົມການບິນພົນລະເຮືອນຂອງອີຣານ ກ່າວວ່າ: ອີຣານພ້ອມຈ່າຍຄ່າຊົດເຊີຍກໍລະນີຍິງຍົນໂດຍສານຂອງສາຍການບິນອູແກຣນ ຕົກໃນນ່ານຟ້າຂອງອີຣານ ເມື່ອເດືອນມັງກອນຜ່ານມາ. ຫົວໜ້າກົມການບິນພົນລະເຮືອນຂອງອີຣານ ກ່າວອີກວ່າ: ອີຣານໄດ້ສະແດງຄວາມຮັບຜິດຊອບຕໍ່ຄວາມຜິດພາດຂອງຕົນ. ດັ່ງນັ້ນ, ອີຣານພ້ອມຈະເຈລະຈາ ເພື່ອຈ່າຍເງິນຊົດເຊີຍເຕັມຈຳນວນຕໍ່ເຫດການທີ່ເກີດຂຶ້ນ “ ພວກເຮົາຈະຈ່າຍຄ່າຊົດເຊີຍພາຍໃຕ້ກົດໝາຍສາກົນ ໂດຍບໍ່ເລືອກປະຕິບັດ ເຊິ່ງຈະຄວບຄຸມເຖິງບຸກຄົນທຸກກຸ່ມທີ່ໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວ ”. ທັງນີ້, ຍົນໂດຍສານອູແກຣນ...

ຍີ່ປຸ່ນ – ກຳປູເຈຍ ເຫັນດີໃຫ້ເດີນທາງເຂົ້າ – ອອກລະຫວ່າງປະເທດ ແຕ່ຕ້ອງກັກຕົວ 14 ວັນ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ໂມເຕງິ ໂທຊິມິດຊຶ ( Mr. MoTEGI Toshimitsu ) ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ເດີນທາງຢ້ຽມຢາມກຳປູເຈຍ ແລະ ໄດ້ເຂົ້າພົບກັບສົມເດັດ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ເມື່ອວັນທີ 22 ສິງຫາຜ່ານມາ ໂດຍທັງສອງຝ່າຍໄດ້ເຫັນດີກັບມາເປີດໃຫ້ນັກທຸລະກິດ ລວມທັງປະຊາຊົນເດີນທາງເຂົ້າ - ອອກລະຫວ່າງສອງປະເທດໄດ້ ແຕ່ຕ້ອງໄດ້ຖືກກັກບໍລິເວນ 14...

ຮອງປະທານປະເທດ ເນັ້ນແຂວງໄຊສົມບູນສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ

ໃນໂອກາດມາເຂົ້າຮ່ວມກອງປະຊຸມ ຄະນະຮັບຜິດຊອບຊີ້ນຳການພັດທະນາເຂດຈຸດສຸມໃຈກາງເປີດກວ້າງ ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2020 ແລະ ເຜີຍແຜ່ກ່ຽວກັບການສ້າງຕັ້ງກອງທຶນພັດທະນາໄຊສົມບູນ ທີ່ໄດ້ໄຂຂຶ້ນໃນວັນທີ 20 ສິງຫາ 2020 ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ຫົວໜ້າຄະນະຊີ້ນຳພັດທະນາເຂດຈຸດສຸມໃຈກາງ ໄດ້ຖືໂອກາດພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງໄຊສົມບູນ ໃນຕອນເຊົ້າຂອງວັນທີ 21...

ເຄທີ ຄອງຂັນແຊັມການແຂ່ງຂັນດອກປີກໄກ່ທົ່ວປະເທດ ເບຍລາວ ໂອເພັນ 2020

ສະໂມສອນດອກປິີກໄກ່ ເຄທີ ( KT Club ) ຄວ້າຂັນແຊັມ ການແຂ່ງຂັນດອກປີກໄກ່ ທົ່ວປະເທດ ຄັ້ງທີ 20 ຊີງຂັນປະທານສະພາແຫ່ງຊາດ ປະຈຳປີ 2020 ລາຍການ ເບຍລາວ ໂອເພັນ 2020 ຫຼັງເປັນສະໂມສອນທີ່ຍາດໄດ້ຫຼຽນຄໍາຫຼາຍທີ່ສຸດ 2 ລາຍການຄື ຄູ່ສະໝັກຫຼິ້ນຊາຍ ແລະ ຄູ່ຍິ່ງທົ່ວໄປ...

ສໍາເລັດກອງປະຊຸມພັດທະນາກີລາບານເຕະທົ່ວປະເທດ ພ້ອມແຜນຈັດການເຕະທົ່ວປະເທດຕ້ອນຮັບວັນຊາດ

ກອງປະຊຸມພັດທະນາກີລາບານເຕະບານເຕະທົ່ວປະເທດ ປະຈໍາປີ 2020 ມີຂຶ້ນໃນວັນທີ 22 ສິງຫາ 2020 ທີ່ໂຮງແຮມລາວພລາຊາ. ພິເສດໃນກອງປະຊຸມຍັງວາງແຜນຈັດການແຂ່ງຂັນບານເຕະຍິງ-ຊາຍ ທົ່ວປະເທດ ເພື່ອຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໂດຍມີຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ(ສຕລ), ຄະນະທີ່ປຶກສາ ສຕລ, ຜູ້ແທນຈາກສະຫະພັນບານເຕະນະຄອນຫຼວງວຽງຈັນ ແລະ ບັນດາ 18 ແຂວງທົ່ວປະເທດ...

ເຄິ່ງປີໄຊສົມບູນ ເກັບລາຍຮັບໄດ້ 265 ກວ່າຕື້ກີບ

ການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງແຂວງໄຊສົມບູນ ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດ 2020 ສາມາດປະຕິບັດລາຍຮັບໄດ້ 265,6 ຕື້ກີບ ເທົ່າກັບ 31,54%. ສໍາລັບໃນ 5 ເດືອນທ້າຍປີຈະປະຕິບັດໃຫ້ໄດ້ 182,9 ຕື້ກີບ ເທົ່າກັບ 64,52% ຂອງແຜນການດັດແກ້ ແລະ ຄາດຄະເນລາຍຮັບໝົດປີ 2020 ແຂວງໄຊສົມບູນປະຕິບັດໄດ້ທັງໝົດ 320,61 ຕື້ກີບ...

ຫາລືປັບປຸງດຳລັດວ່າດ້ວຍກຸ່ມ ແລະ ສະຫະກອນ ເພື່ອສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມແຂງ

ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ເຫັນໄດ້ຄວາມສໍາຄັນຂອງກຸ່ມ ແລະ ສະຫະກອນຕໍ່ການຜະລິດກະສິກໍາຂອງລາວ. ຫຼ້າສຸດ, ໄດ້ເປີດກອງປະຊຸມຫາລືທາງໄກລະດົມຄວາມເຫັນໃສ່ຮ່າງດຳລັດ ວ່າດ້ວຍກຸ່ມ ແລະ ສະຫະກອນ ໂດຍມີຊ່ຽວຊານຈາກ 4 ປະເທດຮ່ວມຫາລື. ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 24 ສິງຫາ 2020...

ລາວ – ຍີ່ປຸ່ນ ລົງນາມເອກະສານແລກປ່ຽນ 2 ໂຄງການ

ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອຮັດແໜ້ນການຮ່ວມມືຂອງສອງປະເທດ ໂດຍບັນລຸການລົງນາມເອກະສານແລກປ່ຽນ ໂຄງການປັບປຸງວິທະຍາໄລສ້າງຄູ ໃຫ້ແກ່ ສປປ ລາວ ມູນຄ່າ 18 ລ້ານໂດລາ ແລະ ໂຄງການຊ່ວຍເຫຼືອລົດເມ, ອາໄຫຼ່ ແລະ ອຸປະກອນສຳລັບສ້ອມແປງລົດເມ ມູນຄ່າ 4,6 ລ້ານໂດລາ. ໃນວັນທີ 23 ສິງຫາ...

ໜ້າຫ່ວງ! ທົ່ວປະເທດມີຜູ້ຕິດເຊື້ອໄຂ້ຍຸງລາຍ 5,3 ພັນກວ່າຄົນ ເສຍຊີວິດ 9 ຄົນ

ສປປ ລາວ ມີຜູ້ເສຍຊີວິດຍ້ອນໄຂ້ຍຸງລາຍລວມ 9 ຄົນ ແລະ ຕິດເຊື້ອສະສົມ 5 ພັນ ກວ່າຄົນ, ໃນນັ້ນນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອສະສົມຫຼາຍທີ່ສຸດ 1 ພັນກວ່າຄົນ ແລະ ເສຍຊີວິດ 4 ຄົນ. ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ...

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມ ຂອບການຮ່ວມມືແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ຄັ້ງທີ 3

ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າ ຂອງ - ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນຮູບແບບກອງປະຊຸມທາງໄກ ຈັດຂຶ້ນວັນທີ 24 ສິງຫາ 2020 ໂດຍການເປັນປະທານຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ...
- Advertisment -
Slide
Slide

Most Read

error: Content is protected !!