ຫາລືປັບປຸງດຳລັດວ່າດ້ວຍກຸ່ມ ແລະ ສະຫະກອນ ເພື່ອສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມແຂງ

338

ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ເຫັນໄດ້ຄວາມສໍາຄັນຂອງກຸ່ມ ແລະ ສະຫະກອນຕໍ່ການຜະລິດກະສິກໍາຂອງລາວ. ຫຼ້າສຸດ, ໄດ້ເປີດກອງປະຊຸມຫາລືທາງໄກລະດົມຄວາມເຫັນໃສ່ຮ່າງດຳລັດ ວ່າດ້ວຍກຸ່ມ ແລະ ສະຫະກອນ ໂດຍມີຊ່ຽວຊານຈາກ 4 ປະເທດຮ່ວມຫາລື.

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 24 ສິງຫາ 2020 ທີ່ໂຮງແຮມຄຣາວ ພລາຊາ ເປັນປະທານຂອງ ທ່ານ ຄຳອ້ວນ ຄຳພູແກ້ວ ຮັກສາການຫົວໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງ ກປ, ມີຊ່ຽວຊານດ້ານການພັດທະນາກະສິກອນຈາກ ຈີນ, ຍີ່ປຸ່ນ, ໄທ ແລະ ຫວຽດນາມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງພາຍໃນຂະແໜງອ້ອມຂ້າງເຂົ້າຮ່ວມ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຄຳອ້ວນ ຄຳພູແກ້ວ ກ່າວວ່າ: ກອງປະຊຸມຄັ້ງນີ້ເພື່ອລະດົມຄຳຄິດຄຳເຫັນໃສ່ດຳລັດ ວ່າດ້ວຍກຸ່ມ ແລະ ສະຫະກອນ ເວົ້າລວມ, ເວົ້າສະເພາະການແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບບັນດານະໂຍບາຍສະໜັບສະໜູນການພັດທະນາວຽກງານສະຫະກອນກັບບັນດາປະເທດ ເປັນຕົ້ນ: ສປ ຈີນ, ສສ ຫວຽດນາມ, ຍີ່ປຸ່ນ ແລະ ໄທ ທີ່ນຳໃຊ້ລະບົບກົນໄກວຽກງານສະຫະກອນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ໂດຍສະເພາະກັບຊາວກະສິກອນ ເພື່ອຈະສັງລວມບັນດາບົດຮຽນ, ຄຳຄິດເຫັນ ແລະ ນະໂຍບາຍຕ່າງໆ ເຂົ້າໃສ່ເນື້ອໃນຂອງດຳລັດ ວ່າດ້ວຍກຸ່ມ ແລະ ສະຫະກອນ ( ສະບັບປັບປຸງ ) ໂດຍສະເພາະບັນດານະໂຍບາຍຕ່າງໆທີ່ຊຸກຍູ້ສົ່ງເສີມ ແລະ ພັດທະນາວຽກງານສະຫະກອນໃຫ້ມີຄວາມຍືນຍົງ ແລະ ເພື່ອລາຍງານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ນຳສະເໜີຕໍ່ຄະນະລັດຖະບານ ອອກດຳລັດ ວ່າດ້ວຍກຸ່ມ ແລະ ສະຫະກອນ.

ຮ່າງດຳລັດ ວ່າດ້ວຍກຸ່ມ ແລະ ສະຫະກອນ ປະກອບມີ VII ພາກ, 7 ໝວດ ແລະ 72 ມາດຕາ ເຊິ່ງສ້າງຂຶ້ນເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການສ້າງຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ຕິດຕາມກວດກາກຸ່ມ ແລະ ສະຫະກອນ ເພື່ອສົ່ງເສີມ ແລະ ພັດທະນາການຜະລິດ, ການບໍລິການ ແລະ ການດຳເນີນທຸລະກິດໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ໝັ້ນຄົງ ແນໃສ່ແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ສູງຂຶ້ນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງຊາດ.

ພາບປະກອບຂ່າວເທົ່ານັ້ນ

ປັດຈຸບັນ ສປປ ລາວ ເຮົາມີ 22 ສະກອນ, 6 ສະມາຄົມ ແລະ 4 ພັນກວ່າກຸ່ມ, ມີສະມາຊິກ 65 ພັນກວ່າສະມາຊິກ ແລະ ມີເນື້ອທີ່ທຳການຜະລິດ 16 ພັນກວ່າເຮັກຕາ ແລະ ມີການຖືກຫຸ້ນ 18 ຕື້ກວ່າກີບ. ຖ້າເວົ້າເລື່ອງນະໂຍບາຍຂອງລັດຖະບານທີ່ໄດ້ສະໜັບສະໜູນກໍມີທັງດຳລັດ, ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍກຸ່ມ ການຈັດຕັ້ງ ແລະ ຄຸ້ມຄອງສະຫະກອນ ແລະ ບົດແນະນຳຂອງກົມສົ່ງເສີມກະສິກຳ ແລະ ສະຫະກອນ, ດັ່ງນັ້ນໃນປີ 2020 ນີ້ ກໍຄິດຢາກພັດທະນາຈາກດຳລັດ ເປັນກົດໝາຍໃຫ້ໄດ້ ແຕ່ວ່າການສ້າງຕັ້ງວິສາຫະກິດຍັງຫຼໍ່ແຫຼມ, ໃຫ້ເຮັດດ້ວຍຄວາມລະມັດລະວັງ ຈຶ່ງເຮັດໃຫ້ເຮົາມີພຽງແຕ່ດຳລັດ ແລະ ຖ້າທຽບໃສ່ບັນດາປະເທດອາຊຽນ ກໍຍັງແຕ່ ສປປ ລາວ ທີ່ຍັງບໍ່ສາມາດມີກົດໝາຍ ວ່າດ້ວຍກຸ່ມ ແລະ ສະຫະກອນ.

ສະນັ້ນ, ກອງປະຊຸມຈຶ່ງໄດ້ມີການແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບບັນດານະໂຍບາຍສະໜັບສະໜູນການພັດທະນາວຽກງານສະຫະກອນຂອງ ສປ ຈີນ, ສສ ຫວຽດນາມ, ຍີ່ປຸ່ນ ແລະ ໄທ ທີ່ນຳໃຊ້ລະບົບກົນໄກວຽກງານສະຫະກອນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ໂດຍສະເພາະກັບຊາວກະສິກອນ ເພື່ອຈະສັງລວມບັນດາບົດຮຽນ, ຄຳຄິດເຫັນ ແລະ ນະໂຍບາຍຕ່າງໆ ເຂົ້າໃສ່ເນື້ອໃນຂອງດຳລັດວ່າດ້ວຍກຸ່ມ ແລະ ສະຫະກອນ ( ສະບັບປັບປຸງ ).