ຈະສົ່ງເສີມການປູກມັນຕົ້ນຢູ່ເມືອງລອງຫຼວງນ້ຳທາ ດ້ວຍນະໂຍບາຍຫຼາຍຢ່າງ

210

 

ຈາກຕະຫຼາດມັນຕົ້ນທີ່ນັບມື້ກວ້າງຂວາງຂຶ້ນ ເຮັດໃຫ້ປະຊາຊົນປູກຫຼາຍ ແລະນັກລົງທຶນກໍ່ເລືອກດຳເນີນທຸລະກິດດ້ານນີ້ຫຼາຍຂຶ້ນ ອີງຕາມແຫຼ່ງຂ່າວຈາກ ແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ວັນທີ 12 ມີນາ 2024 ນີ້, ໄດ້ມີພິທີເຊັນສັນຍາ ສົ່ງເສີມປະຊາຊົນປູກມັນຕົ້ນ ເປັນສິນຄ້າຢູເມືອງວຽງພູຄາ ລະຫວ່າງ ອົງການປົກຄອງເມືອງວຽງພູຄາ ຕາງໜ້າເຊັນໂດຍ ທ່ານ ສິງທອງ ຕັນສາລິຄຸນ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ແລະ ທ່ານ ກົງຊື່ດົງ ປະທານບໍລິສັດ ລາວຈຸເບົາແຢນ ປຸງແຕ່ງທາດແປ້ງ ຈໍາກັດຜູ້ກຽວ ຫ້ອງການແຜນການ ແລະ ການລົງທຶນເມືອງ ໂດຍມີ ທ່ານ ພູມອນ ຄຸນສີລິເຮືອງ ຮອງເຈົ້າເມືອງວຽງພູຄາ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 13 people, dais and text

ທ່ານ ທອງວັນ ອໍລະດົມ ຮອງຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ໄດ້ໃຫ້ຮູ້ວ່າ: ບໍລິສັດລາວຈຸເບົາແຢນ ປຸງແຕ່ງທາດແປ້ງ ຈໍາກັດຜູ້ດຽວ ຕັ້ງຢູ່ບ້ານໂຮມ ເມືອງລອງ ແຂວງຫລວງນໍ້າທາ ເປັນຜູ້ລົງທຶນໂດຍກົງທັງໝົດ 100% ລວມມີຄ່າແນວພັນ, ພັນທະອາກອນຕ່າງໆ ແລະ ຄ່າບໍລິຫານວິຊາການ ລວມມູນຄ່າການລົງທຶນທັງໝົດ 5,3 ຕື້ກວ່າ ໂດຍຈະລົງຊຸກຍູ້ຕິດຕາມ, ສົ່ງເສີມປູກມັນຕົ້ນຢູ່ບັນດາບ້ານ ພາຍໃນເມືອງວຽງພູຄາ ເຊິ່ງຮູບແບບການລົງທຶນ ແມ່ນ 2+3( ປະຊາຊົນ: ທີ່ດິນ, ແຮງງານ. ສ່ວນບໍລິສັດ: ທຶນ, ແນວພັນ-ຝຸ່ນປຸຍ ເຕັກນິກ, ການຕະຫລາດ).

May be an image of 10 people, dais and text

ສໍາລັບແນວພັນທາງບໍລິສັດໃຫ້ປູກລ້າ ໂດຍບໍ່ເກັບຄ່າແນວພັນຄືນ. ສ່ວນປຸຍ ຫລື ຢາປາບສັດຕູພືດບາງຊະນິດ ທີ່ປະຊາຊົນປູກຕ້ອງການນໍາໃຊ້ ທາງບໍລິສັດຈະສະໜອງໃຫ້ກ່ອນ ພາຍຫລັງໄດ້ຂາຍຜົນຜະລິດແລ້ວ ບໍລິສັດຈະເກັບຕົ້ນທຶນຕາມລາຄາທີ່ຊື້ກ່ອນ.

May be an image of 2 people and lumberyard

ກ່ຽວກັບການເກັບຊື້ ແມ່ນຈະເກັບຊື້ມັນຕົ້ນດິບ ຂຸດອອກມາແລ້ວຂາຍ ໂດຍບໍ່ຕ້ອງລ້າງນໍ້າ, ການເກັບຊື້ແມ່ນຢູ່ສາງຂອງບໍລິສັດ ຢູ່ເມືອງວຽງພູຄາ ລາຄາຄໍ້າປະກັນຕໍ່າສຸດບໍ່ໃຫ້ຫລຸດ 1.100 ກີບຕໍ່ກິໂລ ໂດຍບໍແຍກເກດ, ແຕ່ການເກັບຊື້ຕົວຈິງໃນແຕ່ລະປີ ບໍລິສັດຈະເກັບຊື້ຕາມທ້ອງຕະຫລາດ ພາຍໃນປະເທດລາວ ຫລື ໄປສົ່ງຮອດໂຮງງານປຸງແຕ່ງຂອງບໍລິສັດ ຢູ່ເມືອງລອງ ໃນລາຄາ 1.600 ກີບ ຕໍ່ກິໂລ.