ງານມະຫາກຳກີລາມະຫາວິທະຍາໄລລາວ ຄັ້ງທີ II ເປີດສາກທາງການ, ເຈົ້າພາບຈັດການສະແດງ 8 ລາຍການ

10

ງານມະຫາກຳກີລາມະຫາວິທະຍາໄລລາວ ຄັ້ງທີ II ເປີດສາກທາງການ ໃນຕອນແລງຂອງວັນທີ 5 ພຶດສະພາ 2024 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາ ທິການ ແລະ ກີລາ ແລະ ທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ຄະນະປະຈໍາພັກກະຊວງ, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄູອາຈານ, ນັກຮຽນຈາກຫຼາຍໆພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

ພິທີດັ່ງກ່າວ ເລີ່ມຕົ້ນດ້ວຍການການສະແດງ 4 ລາຍການຂອງນ້ອງໆນັກສຶກສາຈາກຫຼາຍພາກສ່ວນມີລາຍການ ເພງກິລາລາວ, ລໍາຕັງຫວາຍ ຊາວໜູ່ມສີ່ບຸກ, ຂັບງື່ມ ແລະ ເພງຊີວິດນັກກີລາ ຕໍ່ດ້ວຍການເດີນສວນສະໜາມຂອງ ຄະນະນັກກີລາ ເຂົ້າສູ່ສະໜາມ ແລະ ພິທີເຊີນທຸງກີລາ ມຊ ຂຶ້ນສູ່ຍອດເສົາ ເຄົາລົບທຸງຊາດ.

ຕໍ່ດ້ວຍ ທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ຄະນະປະຈໍາພັກກະຊວງ, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ປະທານສະຫະພັນກີລາມະຫາວິທະຍາໄລລາວ, ປະທານຈັດງານມະຫາກຳກີລາມະຫາວິທະຍາໄລລາວ ຄັ້ງທີ II ກ່າວໃນພິທີວ່າ: ງານມະຫາກໍາກີລາມະຫາວິທະຍາໄລລາວ ແມ່ນການແຂ່ງຂັນກີລາໃນລະດັບມະຫາວິທະຍາໄລ, ສະຖາບັນການສຶກສາຊັ້ນສູງ ແລະ ວິທະຍາໄລ ທົ່ວປະເທດ ຂອງ ສປປ ລາວ ໄດ້ກໍານົດຈັດຂຶ້ນທຸກໆ 3 ປີ ແລະ ມີການຜັດປ່ຽນວຽນໝູນກັນເປັນເຈົ້າພາບ ເພື່ອເປັນການຊຸກຍູ້ສົ່ງເສີມໂອກາດສ້າງການພົວພັນ ແລະ ສ້າງຄວາມສາມັກຄີຮັກແພງ ລະຫວ່າງ ບັນດາສະຖາບັນການສຶກສາຊັ້ນສູງ, ອາຊີວະສຶກສາ, ວິທະຍາໄລ ທັງພາກລັດ ແລະ ເອກະຊົນ ທົ່ວປະເທດ, ເປັນການເສີມຂະຫຍາຍວຽກງານກີລາ-ກາຍະກຳ ເຂົ້າສູ່ຖັນແຖວພະນັກງານ, ຄູ-ອາຈານ, ນັກສຶກສາຢ່າງກວ້າງຂວາງ ຕໍ່ເນື່ອງ ແລະ ຫັນໄປສູ່ການພັດທະນາກີລາແຕ່ລະປະເພດ ເຂົ້າສູ່ລະດັບມາດຕະຖານ, ເປັນການຍົກຄຸນນະພາບທາງດ້ານຮ່າງກາຍ ແລະຈິດໃຈເຂົ້າໃນການສຶກສາຄົ້ນຄວ້າຮໍ່າຮຽນ ເພື່ອກຽມພ້ອມປະກອບສ່ວນເຂົ້າໃນ ພາລະກິດການພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສ້າງໂອກາດໃຫ້ນັກສຶກສາທຸກພາກສ່ວນ ໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ສ້າງນ້ຳໃຈສາມັກຄີຮັກແພງ, ມີລະບຽບວິໄນ ໃນຖັນແຖວຊາວໜຸ່ມ ນັກສຶກສາ-ປັນຍາຊົນ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາຊັບພະຍາກອນມະນຸດ ແລະ ສະກັດກັ້ນສິ່ງປາກົດການຫຍໍ້ທໍ້ ໃນສັງຄົມ, ນອກຈາກນີ້ ຍັງເປັນໂອກາດຄັດເລືອກເອົານັກກີລາທີ່ດີເດັ່ນ ຜູ້ມີພອນສະຫວັນ ເປັນຕົວແທນນັກສຶກສາ ຂອງ ບັນດາມະຫາວິທະຍາໄລໃນລາວ ເພື່ອກຽມພ້ອມເຂົ້າຮ່ວມການແຂ່ງຂັນ ກັບບັນດາສະຖາບັນການສຶກສາຊັ້ນສູງ ໃນງານມະຫາກຳກີລາມະຫາວິທະຍາໄລ ຂອງ ບັນດາປະເທດອາຊຽນ ແລະ ມະຫາວິທະຍາໄລຂອງໂລກ, ທັງກຽມຄວາມພ້ອມເພື່ອເປັນເຈົ້າພາບຈັດງານໃນລະດັບພາກພື້ນ ແລະ ສາກົນ ໃນອະນາຄົດ. ພິເສດແມ່ນເພື່ອກະກຽມເຂົ້າຮ່ວມງານມະຫາກໍາກີລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ທີ່ປະເທດອິນໂດເນເຊຍ ໃນໄລຍະວັນທີ 25 ມິຖຸນາ – 6 ກໍລະກົດ 2024.

ໄລຍະຜ່ານມາ ມະຫາວິທະຍາໄລແຫ່ງຊາດ ໄດ້ເປັນຕົວແທນຕາງໜ້າ ໃຫ້ບັນດາມະຫາວິທະຍາໄລ ໃນ ສປປລາວ ເປັນເຈົ້າການໃນການເຂົ້າຮ່ວມແຂ່ງຂັນກີລາມະຫາວິທະຍາໄລອາຊຽນ ຫຼາຍຄັ້ງຜ່ານມາ ພາຍໃຕ້ການເຊີນເຂົ້າຮ່ວມ ແລະ ຊ່ວຍເຫຼຶອຈາກປະເທດເຈົ້າພາບ ແລະ ກໍ່ເຄີຍໄດ້ຮັບກຽດເປັນເຈົ້າພາບຈັດງານມະຫາກຳກີລາມະຫາວິທະຍາໄລອາຊຽນ ຄັ້ງທີ 16 ໃນ ປີ 2012 ເຊິ່ງເປັນຄັ້ງທໍາອິດ ແລະ ເປັນຄັ້ງປະຫວັດສາດ ຂອງມະຫາວິທະຍາໄລລາວ ເຮັດໃຫ້ບັນດາປະເທດສະມາຊິກອາຊຽນ ແລະ ອາຊີ ໄດ້ຮັບຮູ້ເຖິງພາລະບົດບາດ ຄວາມເປັນຊາດລາວ. ສໍາລັບການແຂ່ງຂັນກີລາມະຫາວິທະຍາໄລລາວ ແມ່ນໄດ້ຈັດຂຶ້ນມາແລ້ວ 1 ຄັ້ງ ໃນປີ 2016 ທີ່ມະຫາວິທະຍາໄລແຫ່ງຊາດ ແລະ ຄັ້ງທີ II ຕາມການຕົກລົງໃນເບື້ອງຕົ້ນແມ່ນໄດ້ມອບໃຫ້ ມະຫາວິທະຍາໄລຈຳປາສັກ ເປັນເຈົ້າພາບ ແຕ່ເນື່ອງຈາກສະພາບການທາງດ້ານເສດຖະກິດ, ພະຍາດໂຄວິດ 19 ແລະ ບັນຫາຄວາມພ້ອມຂອງມະຫາວິທະຍາໄລທີ່ຈະເປັນເຈົ້າພາບບໍ່ທັນມີຄວາມພ້ອມ ຈຶ່ງໄດ້ມອບໝາຍໃຫ້ ມະຫາວິທະຍາໄລແຫ່ງຊາດ ສຶບຕໍ່ເປັນເຈົ້າພາບໃນການຈັດການແຂ່ງຂັນກີລາມະຫາວິທະຍາໄລລາວ ຄັ້ງທີ II ໃນລະຫວ່າງວັນທີ 5-14 ພຶດສະພາ 2024 ນີ້.

ພາຍຫຼັງໄດ້ຮັບການມອບໝາຍຈາກພັກ-ລັດຖະບານ ໃຫ້ ມະຫາວິທະຍາໄລແຫ່ງຊາດ ຮັບກຽດເປັນເຈົ້າພາບງານມະຫາກໍາກີລາມະຫາວິທະຍາໄລລາວ ຄັ້ງທີ II ຄະນະພັກ-ຄະນະນໍາມະຫາວິທະຍາໄລແຫ່ງຊາດ ໄດ້ມີຄວາມປິຕິຊົມຊື່ນ, ມີຄວາມກະຕືລືລົ້ນ, ເອກອ້າງທະນົງໃຈເປັນຢ່າງຍິ່ງ ແລະ ຮ່ວມກັບກະຊວງສຶກສາທິການ ແລະ ກີລາ ກະກຽມຄວາມພ້ອມຮອບດ້ານ, ໃນນັ້ນ, ໄດ້ສະເໜີແຕ່ງຕັ້ງຄະນະຮັບຜິດຊອບຈັດງານ, ແຕ່ງຕັ້ງບັນດາກຳມະການ, ອະນຸກຳມະການຝ່າຍຕ່າງໆ ປະກອບມີບຸກຄະລາກອນທັງໝົດ 1,269 ກວ່າຄົນ. ການຈັດງານມະຫາກຳກີລາມະຫາວິທະຍາໄລລາວ ຄັ້ງທີ II ນີ້, ຄະນະຮັບຜິດຊອບ ໄດ້ຕົກລົງເຫັນດີເອົາ “ ເຜີ້ງ ” ເປັນສັດນຳໂຊກ ເປັນສັນຍາລັກເຊິ່ງສະແດງໃຫ້ເຫັນເຖິງຄວາມເປັນປຶກແຜ່ນ ຄວາມສາມັກຄີມີພະລັງ, ຄວາມດຸໝັ່ນພາກພຽນ ແລະ ຄວາມອ່ອນຫວານ ປຽບເໝືອນ ກ້ອນກຳລັງຂອງນັກສຶກສາໄວໜຸ່ມສາວ ທີ່ມີຄວາມອ່ອນນ້ອມທ່ອມຕົນ, ມີຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ແລະ ມີຄວາມມຸ່ງຫວັງອັນແຮງກ້າໃນການສຶກສາຄົ້ນຄວ້າຮ່ຳຮຽນ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ແລະ ເປັນຜູ້ສືບທອດພາລະກິດຂອງຊາດ ດັ່ງຄຳເວົ້າທີ່ວ່າ “ຄວາມສາມັກຄີຄືພະລັງແຫ່ງຜົນສຳເລັດ” ນັກສຶກສາລາວກ້າວໄປ ປະເທດຊາດຮຸ່ງເຮືອງສີວິໄລ.

ການຈັດງານແຂ່ງຂັນກີລາມະຫາວິທະຍາໄລລາວ ຄັ້ງທີ II ມີທັງໝົດ 11 ປະເພດກີລາຄື: ແລ່ນ-ລານ, ບານເຕະ(ຊາຍ-ຍິງ), ດອກປີກໄກ່, ເທຄວັນໂດ, ປັນຈັກສິລັດ, ບານສົ່ງ(ໃນຮົ່ມ-ຫາດຊາຍ), ບານບ້ວງ, ກະຕໍ້, ຢູໂດ, ອີສະ ປອດ ແລະ ເປຕັງ, ປະກອບມີ 146 ລາຍການ ຈະມີການຊິງໄຊເອົາຫຼຽນທັງໝົດ 526 ຫຼຽນ, ໃນນີ້ ມີຫຼຽນຄໍາ 146 ຫຼຽນ, ຫຼຽນເງິນ 146 ຫຼຽນ, ຫຼຽນທອງ 234 ຫຼຽນ. ມີຄະນະນັກກີລາ ຈາກ 14 ພາກສ່ວນ ເຂົ້າຮ່ວມແຂ່ງຂັນ ຈາກ 5 ມະຫາວິທະຍາໄລ ຄື: ມະຫາວິທະຍາໄລແຫ່ງຊາດ(ມຊ), ມະຫາວິທະຍາໄລຈຳປາສັກ(ມຈ), ມະຫາວິທະຍາໄລສະຫວັນນະເຂດ(ມຂ), ມະຫາວິທະຍາໄລສຸພານຸວົງ(ມສ) ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ(ມວສ). ນອກນັ້ນຍັງມີ 2 ວິທະຍາຄານ ຄື: ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ(ວປກ) ແລະ ວິທະຍາຄານສັນຕິບານປະຊາຊົນ(ວສປ) ແລະ 6 ສະຖາບັນ ຄື: ສະຖາບັນ ກີລາ-ກາຍຍະກໍາ (ສບກ), ສະຖາບັນ ເຕັກໂນໂລຊີສຸດສະກະ (ສຕສ), ສະຖາບັນ ການທະນາຄານ (ສທຄ), ສະຖາບັນ ຍຸຕິທໍາແຫ່ງຊາດ (ສຍຊ), ສະຖາບັນ ຣັຕນະບໍລິຫານທຸລະກິດ (ສຣບທ), ສະຖາບັນ ລາວ-ອາເມລິກາ (ສລອ) ແລະ ວິທະຍາໄລເຕັກນິກ-ວິຊາຊີບກຽດຕິສັກ (ວຕວກ) ມີຄະນະນຳ, ຄູຝຶກ ແລະ ນັກກີລາ ລວມທັງໝົດ 1,387 ຄົນ.

ຂະນະທີ່ ທ່ານ ຮສ.ປອ ພຸດ ສິມມາລາວົງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາ ທິການ ແລະ ກີລາ ໃຫ້ກຽດຂຶ້ນກ່າວເປີດງານມະຫາກໍາກີລາມະຫາວິທະຍາໄລລາວ ຄັ້ງທີ II ຢ່າງເປັນທາງການ.
ສໍາລັບ ທ້າຍພິທີເຈົ້າພາບ ມຊ ຍັງເພີ່ມສະແດງອີກ 4 ລາຍປິດທ້າຍຄື:
1.ລາຍການໃຕ້ແສງທຽນໄຟ ການສຶກສາມຸ້ງໜ້າກ້າວໄປ
2.ລາຍການ ຝົນແສນຫ່າ ( ມວຍລາຍລາວ )
3.ລາຍການ ຄວາມມຸ້ງຫວັງຂອງການສືກສາ ເພື່ອພັດທະນາຊາດລາວ
4.ລາຍການ ແດນແຫ່ງພູມປັນຍາ ມະຫາວິທະຍາໄລແຫ່ງຊາດ ( ປິດທ້າຍ ).