ເຈົ້າແຂວງຜົ້ງສາລີ ລົງຊຸກຍູ້ການການລ້ຽງໄກ່ໄຂ່ ຢູ່ເມືອງບຸນໃຕ້

168

ໃນວັນທີ 26 ກຸມພາ 2024 ຜ່ານມານີ້, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ໄດ້ລົງຊຸກຍູ້ການການລ້ຽງໄກ່ໄຂ່ ຢູ່ບ້ານນາຫວາຍ ເມືອງບຸນໃຕ້ ໂດຍການຕ້ອນຮັບຂອງທ່ານ ອ່ອນຄຳ ອິນແສງ ເຈົ້າເມືອງໆບຸນໃຕ້ ພ້ອມດ້ວຍຄະນະ.

May be an image of 1 person
ທ່ານ ຄໍານວນ ເຈົ້າຂອງ ຟາມໄກ່ ໄດ້ໃຫ້ຮູ້ວ່າ: ແນວຄວາມຄິດທີ່ໄດ້ລິເລີ່ມ ມາລ້ຽງໄກ່ໄຂ່ ພາຍຫລັງທີ່ຕົນເອງໄດ້ໄປຢູ່ນໍາພີ່ນ້ອງ ທີ່ເຮັດຟາມໄກ່ ຢູ່ນະຄອນຫລວງວຽງຈັນໄດ້ 2 ປີ ກັບມາຢູ່ບ້ານ ແລະ ໄດ້ເຮັດອາຊີບກະສິກໍາ ປູກຜັກ, ກີດຢາງ ແຕ່ຍັງບໍ່ທັນຕອບສະໜອງໄດ້ ຈຶ່ງຢາກທົດລອງລ້ຽງໄກ່ໄຂ່ໄປນໍາ ໂດຍນໍາໃຊ້ບົດຮຽນທີ່ໄດ້ໄປເຮັດຜ່ານມາ, ຈຶ່ງໄດ້ຊື້ໄກ່ມາລ້ຽງໃນຊຸດທໍາອິດ ຈໍານວນ 405 ໂຕ, ການລ້ຽງແມ່ນໃຫ້ອາຫານ ມື້ລະ 1.5 ເປົາ, ສາມາດເກັບໄຂ່ໄດ້ ຢ່າງໜ້ອຍ 330 ໜ່ວຍ/ມື້ (11 ແຕະ/ມື້), ໃນໄລຍະການອອກໄຂ່ຂອງໄກ່ ແມ່ນ 1 ປີເຄິ່ງ (18 ເດືອນ) ຈໍານວນໄຂ່ໄກ່ ກໍຈະຫລຸດລົງຕາມລໍາດັບ. ການບົວລະບັດຈະໃຫ້ຢາປ້ອງກັນຢ່າງເປັນປົກກະຕິ ແລະ ຈະຢອດຢາໃສ່ຕາໄກ່ 3 ເດືອນ/ຄັ້ງ ພາຍຫລັງສຸດໄຂ່ ແລ້ວກໍໄດ້ຂາຍໄກ່ແມ່ໄຂ່ອອກທັງໝົດ. ຜ່ານການລ້ຽງດັ່ງກ່າວເຫັນວ່າມີຄວາມເປັນໄດ້ ເນື່ອງຈາກສາມາດສ້າງລາຍຮັບມາສູ່ຄອບຄົວໄດ້ຈໍານວນໜຶ່ງ ເພາະໄດ້ເຮັດຄວບຄູ່ກັບການເຮັດອາຊີບອື່ນໄປນໍາ, ອີກດ້ານໜຶ່ງການສະໜອງໄຂ່ໄກ່ ກໍບໍ່ທັນພຽງພໍກັບຄວາມຕ້ອງການ ຂອງຕະຫລາດ, ຈຶ່ງໄດ້ມາສືບຕໍ່ລ້ຽງເປັນຊຸດທີ 2.

May be an image of 1 person

ປັດຈຸບັນ ມີຈໍານວນທັງໝົດ 1.300 ໂຕ (ລ້ຽງສອງຄອບຄົວ, ຄອບຄົວຂອງຕົນ ແລະ ຄອບຄົວລູກສາວ) ໂດຍສືບຕໍ່ເຮັດອາຊີບອື່ນຄວບຄູ່ໄປນໍາ. ສໍາລັບຂໍ້ຫຍຸ້ງຍາກໃນການລ້ຽງໄກ່ໄຂ່ ແມ່ນບັນຫາລາຄາຫົວອາຫານ ທີ່ເພີ່ມຂຶ້ນ ເນື່ອງຈາກສະພາບເສດຖະກິດປັດຈຸບັນ ຈຶ່ງເຮັດໃຫ້ຕົ້ນທຶນສູງຂຶ້ນ ຈາກໃນປີຜ່ານມາ ເປົາໜຶ່ງ 260.000 ກີບ ມາເປັນ 330.000 ກີບ, ແຕ່ລາຄາໄຂ່ແມ່ນຍັງປົກກະຕິ ຈຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ສະເໜີໃຫ້ຂັ້ນເທິງຊ່ວຍໃນດ້ານ ຂອງການສະໜອງຫົວອາຫານໄກ່, ປາຕື່ມ.

ທ່ານ ຄຳຜອຍ ວັນນະສານ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມພະຍາຍາມໃນການຊອກອາຊີບ ຈາກບົດຮຽນທີ່ຕົນເອງໄດ້ມາ ແລະ ສາມາດສ້າງລາຍຮັບເຂົ້າຄອບຄົວ ທັງເປັນການສົ່ງເສີມການຜະລິດ ຈໍາໜ່າຍພາຍໃນທົດແທນການນໍາເຂົ້າຕາມແນວທາງນະໂຍບາຍ ຂອງຂັ້ນເທິງໄປເທື່ອລະກ້າວ ແລະ ຖ້າເຫັນວ່າອາຊີບດັ່ງກ່າວບໍ່ມີຄວາມສ່ຽງຫລາຍ, ຕະຫລາດມີຄວາມຕ້ອງການສູງແມ່ນໃຫ້ຄົ້ນຄວ້າ ແລະ ຖ້າສາມາດເພິ່ມປະລິມານໄດ້ ໂດຍການສົ່ງເສີມໃຫ້ມີການລ້ຽງເປັນກຸ່ມ ເປັນຟາມ, ຕິດພັນກັບການລ້ຽງປາ ເພາະນໍາໃຊ້ສະຖານທີ່ດຽວກັນ ໃຫ້ກວ້າງຂວາງຕື່ມ, ພ້ອມນີ້ຖ້າມີຄວາມຕ້ອງການດ້ານອາຫານ ແລະ ອື່ນໆ ເປັນຈໍານວນຫລາຍ ພາກລັດກໍຈະໄດ້ພິຈາລະນານະໂຍບາຍຍົກເວັ້ນພາສີ ການນໍາເຂົ້າຫົວອາຫານ ແລະ ປັດໄຈດ້ານອື່ນໆ. ມອບໃຫ້ອົງການປົກຄອງເມືອງ ໂດຍສະເພາະຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໃຫ້ຄວາມໃກ້ຊິດ ແລະ ແນະນໍາໃນການໄລ່ລຽງດ້ານເສດຖະກິດລະຫວ່າງຕົ້ນທຶນ, ຜົນກໍາໄລ ລວມທັງຄວາມສ່ຽງດ້ານຕ່າງໆ ໃນການປ້ອງກັນພະຍາດລະບາດ ທີ່ອາດຈະເກີດຂຶ້ນ, ພ້ອມທັງແນະນໍາດ້ານເຕັກນິກວິຊາການ ແລະ ອໍານວຍຄວາມສະດວກດ້ານຕ່າງໆຕື່ມອີກ.