ຊາວບ້ານມະກາ 30 ຄອບຄົວ ໄດ້ຮັບງົບກອງທຶນລັດຖະບານ 60 ໂຕ

65

ກອງທຶນລັດຖະບານໄດ້ຈັດຊື້ງົວຈຳນວນ 60 ໂຕໄປມອບ ໃຫ້ປະຊາຊົນ ບ້ານມະກາ ເມືອງນາກາຍ ແຂວງຄຳມ່ວນ 30 ຄອບຄົວ (ຄອບຄົວລະ 2 ໂຕ) ລວມມູນຄ່າ 480 ລ້ານກີບ ເພື່ອຕໍ່ຍອດເຮັດໃຫ້ພໍ່ແມ່ປະຊາຊົນນຳໄປຂະຫຍາຍພັນສ້າງເສດຖະກິດຄອບຄົວຕໍ່ໄປ.

May be an image of 13 people and text

ທ່ານ ພູວິໄລ ຫອມໜູຮັກ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງນາກາຍ ໄດ້ລາຍງານວ່າ: ບ້ານມະກາ ແມ່ນໜຶ່ງໃນ 4 ບ້ານ ທີ່ນອນຢູ່ໃນເປົ້າໝາຍຂອງໂຄງການ ຕັ້ງຢູ່ເຂດພູດອຍ ແລະ ນອນຢູ່ໃນຂອບເຂດປ່າສະຫງວນແຫ່ງຊາດ ນາກາຍນໍ້າເທີນ ຫລື ເຂດປົກປັກຮັກສາ, ອະນຸລັກ ແລະ ພັດທະນາແຫລ່ງນໍ້າ ນໍ້າເທີນ 2, ລວມມີ 90 ຄອບຄົວ, ເຊິ່ງກອງທຶນລັດຖະບານ ຈະໄດ້ປ່ອຍທຶນເປັນສັດລ້ຽງ ປະເພດ ງົວ ລວມທັງໝົດ 60 ໂຕ ໃຫ້ 30 ຄອບຄົວ, ຄອບຄົວລະ 2 ໂຕ, ໂດຍມີກຳນົດເວລາການລ້ຽງ 5 ປີ ເຊິ່ງພາຍຫລັງລ້ຽງຄົບຕາມກຳນົດແມ່ນ ຈະໄດ້ເກັບຕົ້ນທຶນ ແລະ ດອກເບ້ຍ (ກອງທຶນຈະໄດ້ເກັບຄືນ ງົວ 2 ໂຕທີ່ເປັນຕົ້ນທຶນ ແລະ ອີກ 1 ໂຕທີ່ເປັນດອກເບ້ຍ ລວມເປັນ 3 ໂຕ) ເພື່ອເປັນກອງທຶນຂະຫຍາຍໃນບ້ານຕໍ່ໆໄປ.

May be an image of 3 people, people studying and text
ໂອກາດດຽວກັນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ໂອ້ລົມຕໍ່ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ບ້ານມະກາ ກ່ຽວກັບການດຳລົງຊີວິດ, ການທຳມາຫາກິນຂອງພໍ່ແມ່ປະຊາຊົນ. ເນື່ອງຈາກບ້ານມະກາ ແມ່ນຕັ້ງຢູ່ເຂດຍອດນໍ້າ ຫ່າງໄກສອກຫລີກ ການເດີນທາງເຂົ້າ-ອອກ ຍັງມີຄວາມຫຍຸ້ງຍາກ, ພື້ນຖານໂຄງລ່າງດ້ານຕ່າງໆ ຍັງບໍ່ໄດ້ຮັບການພັດທະນາ, ການດຳລົງຊີວິດຂອງພໍ່ແມ່ປະຊາຊົນ ກໍຍັງມີຄວາມຫລ້າຫລັງ ຖ້າທຽບໃສ່ເຂດອື່ນໆ.

May be an image of 1 person

ສະນັ້ນ, ເພື່ອເຮັດໃຫ້ປະຊາຊົນມີຢູ່ມີກິນ ແລະ ຊີວິດການເປັນຢູ່ໄດ້ຮັບການພັດທະນາດີຂຶ້ນ ຄະນະພັກ, ອຳນາດການປົກຄອງບ້ານ ຕ້ອງໄດ້ເພີ່ມທະວີໃນການສຶກສາອົບຮົມ, ນຳພາພໍ່ແມ່ປະຊາຊົນສ້າງສາ ແລະ ທຳມາຫາກິນດ້ວຍຄວາມດຸໝັ່ນ, ອົດທົນບົນຄວາມຖືກຕ້ອງຕາມລະບຽບກົດໝາຍ, ມີຄວາມສາມັກຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມພາກັນແກ້ໄຂບັນຫາທີ່ຍັງເປັນສິ່ງທ້າທາຍ ແລະ ກົດໜ່ວງຖ່ວງດຶງ ຕໍ່ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ. ພ້ອມທັງເນັ້ນໃຫ້ຄອບຄົບຂອງພໍ່ແມ່ປະຊາຊົນ ທີ່ໄດ້ຮັບກອງທຶນງົວ ແມ່ນໃຫ້ເອົາໃຈໃສ່ລ້ຽງດູ, ຄຸ້ມຄອງ ແລະ ເບິ່ງແຍງງົວທີ່ໄດ້ຮັບຄັ້ງນີ້ໃຫ້ດີ ເພື່ອໃຫ້ສາມາດແຜ່ຂະຫຍາຍ ເປັນທຶນຮອນທີ່ໝັ້ນຄົງຕໍ່ໄປ.

ຂ່າວ-ພາບ: ກອງຄຳ