ສ່ອງ ທ້າວ ກັບຕັນ ແລະ ນາງ ຮັນນີ້ ສອງສັດນໍ້າໂຊກ ຫຼື ມາສຄອດ ປະຈຳງານມະຫາກຳ ກມລ ຄັ້ງທີ 2

57

ງານມະຫາກໍາກີລາ ມະຫາວິທະຍາໄລລາວ ຄັ້ງທີ 2 ( ກມລ ) ເປີດສາກຂຶ້ນຢ່າງເປັນທາງການ ໃນຕອນແລງຂອງວັນທີ 5 ພຶດສະພາ 2024 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໂດຍອີກໜຶ່ງໄຮໄລທ໌ທີ່ໜ້າສົນໃຈກໍແມ່ນສັດນໍາໂຊກ ຫຼື ມາສຄອດ ປະຈໍາການແຂ່ງຂັນ ໂດຍປີນີ້ທາງຝ່າຍຈັດການແຂ່ງຂັນໄດ້ເລືອກເອົາ ເຜິງນ້ອຍ ທ້າວ ກັບຕັນ ແລະ ນາງ ຮັນນີ້ ເປັນສັດນໍາໂຊກປະຈໍາການແຂ່ງເພາະມີຄວາມໝາຍຫຼາກຫຼາຍ.

ກ່ອນໜ້ານີ້ ທ້າວ ກັບຕັນ ແລະ ນາງ ຮັນນີ້ ໄດ້ປະກົດຕົວໃຫ້ມວນຊົນຊາວລາວ ແລະ ຊາວຕ່າງປະເທດ ໄດ້ເຊີຍຊົມ ຢູ່ທີ່ສະຖານທີ່ສຳຄັນແຫ່ງຕ່າງໆ ໂດຍສະເພາະໄປຍ່າງຢູ່ສູນການຄ້າ ບິກຊີ ແລະ ໄອເຕັກ ເຂດບ້ານໂພນທັນ ເມືອງໄຊເຊດຖາ, ໄປເຜີຍໂສມທີ່ສູນການຄ້າ ວຽງຈັນ ເຊັນເຕີ ເມືອງສີສັດຕະນາກ ແລະ ຢູ່ທີ່ປະຕູໄຊ (ອານຸສາວະລີ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ຫຼ້າສຸດ ທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ຄະນະປະຈໍາພັກກະຊວງ, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ປະທານສະຫະພັນກີລາມະຫາວິທະຍາໄລລາວ, ປະທານຈັດງານມະຫາກຳກີລາມະຫາວິທະຍາໄລລາວ ຄັ້ງທີ II ບອກເຫດຜົນເລືອກສັດນໍາໂຊກປີນີ້ວ່າ: ການຈັດງານມະຫາກຳກີລາມະຫາວິທະຍາໄລລາວ ຄັ້ງທີ II ນີ້, ຄະນະຮັບຜິດຊອບ ໄດ້ຕົກລົງເຫັນດີເອົາ “ ເຜີ້ງ ” ເປັນສັດນຳໂຊກ ເປັນສັນຍາລັກເຊິ່ງສະແດງໃຫ້ເຫັນເຖິງຄວາມເປັນປຶກແຜ່ນ ຄວາມສາມັກຄີມີພະລັງ, ຄວາມດຸໝັ່ນພາກພຽນ ແລະ ຄວາມອ່ອນຫວານ ປຽບເໝືອນ ກ້ອນກຳລັງຂອງນັກສຶກສາໄວໜຸ່ມສາວ ທີ່ມີຄວາມອ່ອນນ້ອມທ່ອມຕົນ, ມີຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ແລະ ມີຄວາມມຸ່ງຫວັງອັນແຮງກ້າໃນການສຶກສາຄົ້ນຄວ້າຮ່ຳຮຽນ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ແລະ ເປັນຜູ້ສືບທອດພາລະກິດຂອງຊາດ ດັ່ງຄຳເວົ້າທີ່ວ່າ “ຄວາມສາມັກຄີຄືພະລັງແຫ່ງຜົນສຳເລັດ” ນັກສຶກສາລາວກ້າວໄປ ປະເທດຊາດຮຸ່ງເຮືອງສີວິໄລ.

ສໍາລັບ ງານມະຫາກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ເລີ່ມແຂ່ງຂັນມາຕັ້ງແຕ່ວັນທີ 1 ພຶດສະພາ 2024 ແລະ ຈະໄປສໍາເລັດ ໃນວັນທີ 14 ພຶດສະພາ 2024 ເຊິ່ງອາທິດທີ່ຜ່ານມາ ມີການຊີງໄຊ 1 ຫຼຽນຄໍາໄປແລ້ວປາກົດວ່າ: ທັບນັກກີລາກະຕໍ້ ວິທະຍາຄານປ້ອງກັນຊາດ (ວປກ) ສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດເອົາຊະນະ ມະຫາວິທະຍາໄລແຫ່ງຊາດ (ມຊ) ເຈົ້າພາບ ໄປໄດ້ 2-0 ຄູ່ ຄວ້າຫຼຽນຄຳ ໄປຄອງໄດ້ສຳເລັດ ແລະ ເປັນຫຼຽນຄຳທຳອິດອີກດ້ວຍ.
ຂ່າວ-ຮູບ: Larh Creators