ສະໂມສອນກ໊ອຟ ອາວຸໂສລາວ ຈັດການແຂ່ງຂັນກ໊ອຟ ຈັດຄັ້ງທີ 2 ຂອງປີ 2024

98

 

ເນື່ອງຈາກສະໂມສອນ ກ໊ອຟ ອາວຸໂສລາວ ຕັ້ງເປົ້າຈັດການແຂ່ງຂັນຢ່າງຕໍ່ເນື່ອງ ຢ່າງໜ້ອຍເດືອນລະຄັ້ງ ຫຼ້າສຸດວັນທີ 28 ເມສາ 2024 ທີ່ສະໜາມ ກ໊ອຟລາວ ຄັນທຣີ ຄລັບ ( Lao Country Club Golf Course ) ໄດ້ມີການຈັດການແຂ່ງຂັນກ໊ອຟພາຍໃຈສະໂມສອນຂຶ້ນ ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ. ຄຳຂັນ ນະພາວົງ ປະທານສະໂມສອນກ໊ອຟ ອາວຸໂສລາວ ພ້ອມດ້ວຍສະມາຊິກພາຍໃນສະໂມສອນ ເຂົ້າຮ່ວມຢ່າງພ້ອມພຽງ.

ການແຂ່ງຂັນດໍາເນີນໄປຢ່າງເບີກບານມ່ວນຊື່ນ ເຊິ່ງມີການແຂ່ງຂັນຫຼາຍລາຍການ ຜ່ານການແຂ່ງຂັນປາກົດວ່າ:

1.ສາຍບໍ່ມີແຕັມຕໍ່ ຊະນະເລີດ: ທ່ານ ສັງຄົມ ຈັນສຸກ   39+39=78

2.ສາຍອາຍຸ 71 ຂື້ນໄປ ຊະນະເລີດ ສາຍ A: ທ່ານ ບຸນທົງ ຊາຍສີດາ  39+40=79

3.ສາຍອາຍຸ 71 ຂື້ນໄປ ຊະນະເລີດ ສາຍ B: ທ່ານ ທອງເຝື່ອນ ຂັນຕິວົງ 44+45=89

4.ສາຍອາຍຸ 66-70 ປີ ຊະນະເລີດ ສາຍ A: ທ່ານ ພູເພັດ ພຸດທະບັນດິດ 41+40=81

5.ສາຍອາຍຸ 66-70 ປີ ຊະນະເລີດ ສາຍ B: ທ່ານ ບົວສອນ ຂີ່ນພົມມະວົງ 46+43=89

6.ສາຍອາຍຸ 61-65 ປີ ຊະນະເລີດ ສາຍ A: ທ່ານ ທອງພັດ ລາດຊະວົງ 41+39=80

7.ສາຍອາຍຸ 61-65 ປີ ຊະນະເລີດ ສາຍ B: ທ່ານ ຄຳພອນ ແສງດາລາ 42+48=90

8.ສາຍອາຍຸ 60 ປີ ລົງມາ ຊະນະເລີດ ສາຍ A: ທ່ານ ສິງແກ້ວ ແສງດາລາ 37+42=79

9.ສາຍອາຍຸ 60 ປີ ລົງມາ ຊະນະເລີດ ສາຍ B: ທ່ານ ນາງຈັນສີ ນວນສະຫວັນ 43+43=87

+ສ່ວນລາງວັນອື່ນໆປະກອບມີ:

-ລາງວັນຕີໄກ້ທຸງ ຂຸມ 03 ທ່ານ ເພັດ ວັນນາໄຊ 0.96  ແມັດ

-ລາງວັນຕີໄກ້ທຸງ ຂຸມ 08 ທ່ານ ວັນໄຊ ຊົງຢູ 5.00 ແມັດ

-ລາງວັນຕີໄກ້ທຸງ ຂຸມ 13 ທ່ານ  ບຸນທົງ ຊາຍສີດາ 2.80 ແມັດ

-ລາງວັນຕີໄກ້ທຸງ ຂຸມ 16 ທ່ານ ບຸນຈອນ ແສງດາລາ 2.00 ແມັດ

-ລາງວັນຕີໄກສຸດຂຸມ 06 ທ່ານ ສີງແກ້ວ ແສງດາລາ 270 ຫຼາ

-ລາງວັນຕີໄກ້ທຸງ ຂຸມ 15 ທ່ານ ສົມສະໃໝ ວິຊຸນນະລາດ 260 ຫຼາ

ຂ່າວ: Larh Creators