ລາວ – ຍີ່ປຸ່ນ ລົງນາມເອກະສານແລກປ່ຽນ 2 ໂຄງການ

269

ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອຮັດແໜ້ນການຮ່ວມມືຂອງສອງປະເທດ ໂດຍບັນລຸການລົງນາມເອກະສານແລກປ່ຽນ ໂຄງການປັບປຸງວິທະຍາໄລສ້າງຄູ ໃຫ້ແກ່ ສປປ ລາວ ມູນຄ່າ 18 ລ້ານໂດລາ ແລະ ໂຄງການຊ່ວຍເຫຼືອລົດເມ, ອາໄຫຼ່ ແລະ ອຸປະກອນສຳລັບສ້ອມແປງລົດເມ ມູນຄ່າ 4,6 ລ້ານໂດລາ.

ໃນວັນທີ 23 ສິງຫາ 2020 ທີ່ກະຊວງການຕ່າງປະເທດ, ໄດ້ມີ ພິທີພົບປະ 2 ຝ່າຍ ລະຫວ່າງ ລາວ – ຍີ່ປຸ່ນ ເຊິ່ງຝ່າຍລາວນຳໂດຍທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນ່ະ ແລະ ຝ່າຍຍີ່ປຸ່ນນຳໂດຍ ທ່ານ ໂມເຕງິ ໂທຊິມິດຊຶ ລັດຖະມົນຕີຕ່າງປະເທດຍີ່ປຸ່ນພ້ອມຄະນະ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງທ່ານລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງເປັນນິມິດໝາຍທີ່ສຳຄັນໃນການສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະ ຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໂດຍສະເພາະແມ່ນການຢ້ຽມຢາມໃນຄັ້ງນີ້ ໄດ້ເປັນການປະກອບສ່ວນອັນສໍາຄັນໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ການເປັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດລາວ ແລະ ຍີ່ປຸ່ນ ຄົບຮອບ 5 ປີ ໃນປີ 2020 ນີ້.

ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຊົມເຊີຍ ທ່ານ ໂມເຕງິ ໂທຊິມິດຊຶ ທີ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີຕ່າງປະເທດຍີ່ປຸ່ນຄົນໃໝ່ ໃນເດືອນກັນຍາ 2019 ຜ່ານມາ ແລະ ໄດ້ສະແດງຄວາມເຫັນໃຈໄປຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໂດຍສະເພາະຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການນ້ຳຖ້ວມ ແລະ ດິນເຈື່ອນຢ່າງໜັກໜ່ວງຢູ່ພາກຕາເວັນຕົກສ່ຽງໃຕ້ຂອງປະເທດຍີ່ປຸ່ນ ໃນຕົ້ນເດືອນກໍລະກົດຜ່ານມາ.

ໃນການພົບປະຄັ້ງນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ ລາວ – ຍີ່ປຸ່ນ ໃນຖານະເປັນຄູ່ຮ່ວມຍຸດທະສາດທີ່ນັບມື້ຂະຫຍາຍຕົວເຂົ້າສູ່ລວງກວ້າງ, ລວງເລິກ ແລະ ເປັນຮູບປະທຳຢ່າງຕໍ່ເນື່ອງ. ສອງຝ່າຍໄດ້ສະແດງຄວາມຍິນດີທີ່ສອງປະເທດໄດ້ມີການຮ່ວມມື ເພື່ອພັດທະນາ ສປປ ລາວ ແບບຍືນຍົງຮ່ວມກັນ ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດ ນັບແຕ່ປີ 2016 ເປັນຕົ້ນມາ, ແຜນການຮ່ວມມືດັ່ງກ່າວໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ 8 ຂອງ ສປປ ລາວ ແລະ ໄດ້ນໍາເອົາໝາກຜົນທີ່ເປັນຮູບປະທຳມາສູ່ປະຊາຊົນລາວຢ່າງແທ້ຈິງ. ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການປັບປຸງແຜນປະຕິບັດງານການເປັນຄູ່ຮ່ວມຍຸດທະສາດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ແທດເໝາະກັບສະພາບຕົວຈິງ ແນໃສ່ຊຸກຍູ້ສົ່ງເສີມ ແລະ ຮັດແໜ້ນການພົວພັນຮ່ວມມືໃຫ້ໃກ້ຊິດ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.

ນອກຈາກນັ້ນ, ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບຄວາມອາດສາມາດ ແລະ ເງື່ອນໄຂໃນການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ສຳລັບພົນລະເມືອງຂອງສອງປະເທດຜູ້ທີ່ໄດ້ຮັບອະນຸຍາດມາຢູ່ໄລຍະຍາວທີ່ມີທີ່ຕັ້ງພູມລຳເນົາແລ້ວ ( Residence Track ) ແລະ ສໍາລັບພາກທຸລະກິດ ( Business Track ) ເຊິ່ງຈະໄດ້ສືບຕໍ່ເຮັດວຽກຮ່ວມກັນ ເພື່ອໃຫ້ມີການຈັດຕັ້ງປະຕິບັດຊ່ອງທາງດັ່ງກ່າວໃນອະນາຄົດ. ພ້ອມ ນີ້, ຝ່າຍລາວຍັງໄດ້ເຊີນຊວນ ແລະ ຊຸກຍູ້ຝ່າຍຍີ່ປຸ່ນຂົນ ຂວາຍນັກລົງທຶນໃຫ້ມາລົງທຶນຢູ່ ສປປ ລາວ ນັບມື້ເພີ່ມຂຶ້ນ; ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມືດ້ານວຽກງານປ້ອງກັນຊາດ – ປ້ອງກັນ ຄວາມສະຫງົບ, ເສດຖະກິດ, ການພັດທະນາລະບົບພື້ນຖານໂຄງລ່າງ ( ສຶກສາຄວາມເປັນໄປໄດ້ໃນການອອກແບບກໍ່ສ້າງເສັ້ນທາງດ່ວນ ວຽງຈັນ – ຮາໂນ້ຍ ) ແລະ ອື່ນໆ. ພ້ອມດຽວກັນນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີ ຄວາມສົນໃຈຮ່ວມກັນ.

ໃນໂອກາດດັ່ງກ່າວນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງເລິກເຊິ່ງຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ໂດຍສະເພາະການຊ່ວຍເຫຼືອທາງການເພື່ອການພັດທະນາ ( ODA ) ຕໍ່ ສປປ ລາວ, ການສົ່ງອາສາສະໝັກ ແລະ ຊ່ຽວຊານຂອງຍີ່ປຸ່ນ ມາຊ່ວຍເຫຼືອ ສປປ ລາວ ໃນທຸກໆປີລວມທັງການໃຫ້ການຊ່ວຍເຫຼືອລັດຖະບານລາວໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄ ວິດ – 19.

ໃນຂະນະດຽວກັນ, ທ່ານ ໂມເຕງິ ໂທຊິມິດຊຶ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ; ພ້ອມທັງສະແດງຄວາມຍິນດີສືບຕໍ່ໃຫ້ການຮ່ວມມືກັບຝ່າຍລາວ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ.

ພາຍຫຼັງກອງປະຊຸມພົບປະສອງຝ່າຍ ໄດ້ມີພິທີລົງນາມເອກະສານແລກປ່ຽນ 2 ໂຄງການ ຄື: 1). ໂຄງການປັບປຸງວິທະຍາໄລສ້າງຄູໃຫ້ແກ່ ສປປ ລາວ ມູນຄ່າ 1.922 ລ້ານເຢນ ຫຼື ປະມານ 18 ລ້ານໂດລາສະຫະລັດ; 2). ໂຄງການຊ່ວຍເຫຼືອລົດເມ, ອາໄຫຼ່ ແລະ ອຸປະກອນສຳລັບສ້ອມແປງລົດເມ ມູນຄ່າ 500 ລ້ານເຢນ ຫຼື ປະມານ 4,6 ລ້ານໂດລາສະຫະລັດ. ນອກຈາກນັ້ນ, ກໍໄດ້ມີພິທີມອບ – ຮັບອຸປະກອນການແພດຈຳນວນໜຶ່ງຂອງໂຄງການຊ່ວຍເຫຼືອອຸປະກອນການແພດໃຫ້ແກ່ ສປປ ລາວ ເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ – 19 ມູນຄ່າ 1,5 ຕື້ເຢນ ( 13,7 ລ້ານໂດລາສະຫະລັດ ).

ໃນໂອກາດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ທ່ານລັດຖະມົນຕີຕ່າງປະເທດ ໂມເຕງິ ໂທຊິມິດຊຶ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຄໍານັບ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສຳນັກງານນາຍົກລັດຖະມົນຕີ.