W.I.G NAGA ຮຸ່ນອາຍຸບໍ່ເກີນ 11 ປີ ເດີນທາງຮອດສປປ ລາວ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ

168

W.I.G NAGA ຮຸ່ນອາຍຸບໍ່ເກີນ 11 ປີສໍາເລັດພາລະກິດການແຂ່ງຂັນລາຍການ TAR 2024 ທີ່ບາເຊໂລນາ ປະເທດແອັດສະປາຍ ລະຫວ່າງວັນທີ 24-28 ເມສາ 2024 ດ້ວຍການຈົບອັນດັບທີ 6 ຂອງດິວິຊັນ 2 ແລະ ຢູ່ອັນດັບທີ 22 ຈາກ 50 ທີມເຂົ້າຮ່ວມ.

ຫຼ້າສຸດໃນຄໍ່າຄືນຂອງວັນທີ 30 ເມສາ 2024 ໄດ້ເດີນທາງກັບມາຮອດ ສປປ ລາວ ທີ່ສະໜາມບິນສາກົນ ວັດໄຕ ໂດຍມີພໍ່ແມ່ພີ່ນ້ອງ ແລະ ແຟນບານມາລໍຖ້າຕອນຮັບຢ່າງອົບອຸ່ນ ໂດຍການມາຄັ້ງນີ້ນໍາໂດຍທ່ານ ສອນວິໄລ ສີຫາວົງ ຫົວໜ້າຄູູຝຶກ W.I.G NAGA ພ້ອມດ້ວຍຄະນະ 2 ທ່ານ ແລະ ນັກກີລາອີກ 9 ຄົນ ເນື່ອງຈາກ ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ, ທ່ານ ນາງ ພອນຈິດ ວິໄລກຸນ ຫົວໜ້າຄະນະ ແລະ ທ່ານ ຕົ້ນຈັກກິດ ນ້ອຍສົມສີ ຄູຝຶກ ແມ່ນຍັງຢູ່ທີ່ປະເທດແອັດສະປາຍ ເພື່ອຕິດຕາມ ແລະ ເບິ່ງແຍງ 2 ນັກກີລາເຍົາວະຊົນລາວກໍຄື ທ້າວ ເອກະລາດ ວິໄລກຸນ ( ໄທເກີ ) ແລະ ທ້າວ ອານຸສັກ ວິໄລກຸນ ( ບຽວເກດ ) 2 ອ້າຍທີ່ໄດ້ຮ່ວມຝຶກຊ້ອມ ແລະ ຄັດເລືອກກັບສະໂມສອນໃນປະເທດແອັດສະປາຍ ອີກ 2 ອາທິດ ຖ້າຜ່ານການຄັດເລືອກແມ່ນຈະໄດ້ຢູ່ກັບສະໂມສອນດັ່ງກ່າວ.

ໂອກາດດັ່ງກ່າວ ທ່ານ ສອນວິໄລ ສີຫາວົງ ຫົວໜ້າຄູູຝຶກ W.I.G NAGA ໃຫ້ສໍາພາດວ່າ: ພູມໃຈກັບຜົນງານຂອງທີມເຍົາວະຊົນລາວ ກໍຄື W.I.G NAGA ທີ່ມາຫຼິ້ນໃນພາກພື້ນຂອງເອີຣົບ ໄດ້ເປັນຄັ້ງປະຫວັດສາດ ເຊິ່ງແນ່ນອນໄດ້ຫຼາຍໆຢ່າງໄດ້ຮຽນຮູ້ລະບົບ, ລະດັບ ແລະ ຄວາມແຂ່ງແກ່ນຂອງນັກເຕະເຍົາວະຊົນຂອງ ແອັດສະປາຍ ເພາະເກີດມາກໍບໍ່ເຄີຍເຫັນນັກກີລາເຍົາວະຊົນເກັ່ງປານນີ້ຈັກເທື່ອ ແນ່ນອນປະສົບການຄັ້ງນີ້ພວກເຮົາຈະນໍາໄປປັບປຸງ ແລະ ພັດທະນາຕໍ່ໄປ ເພື່ອເຂົ້າຮ່ວມລາຍການຕໍ່ໄປ ເພາະພວກເຮົາວາງແຜນເຂົ້າຮ່ວມຫຼາຍໆລາຍການໃນປີນີ້ບໍ່ວ່າຈະເປັນລາຍການ ທີ່ ປະເທດໄທ, ສ ເກົາຫຼີ, ສປ ຈີນ, ແຟງລັງ ແລະ ສະຫະລັດອາເມຣິກາ ລວມເຖິງຮອບຄັດເລືອກລາຍການ TAR ທີ່ປະເທດໄທ ເພາະພວກເຮົາຈະຕ້ອງລົງແຂ່ງໃນຖານະແຊັມເກົ່າ.

ສໍາລັບ W.I.G NAGA ຜົນງານຮອບແບ່ງກຸ່ມ ຊະນະ 2 ສະເຫມີ 1 ແລະ ເສຍ 1 ນັດ ຢູ່ທີ 2 ຂອງກຸ່ມ ແຕ່ໜ້າເສຍດາຍບໍ່ຕິດ 1 ໃນ 6 ທີມອັນດັບ 2 ທີ່ດີທີ່ສຸດບໍ່ໄດ້ໄປຕໍ່ໃນຮອບ 16 ທີມ, ຕົກລົງໄປຫຼິ້ນຮອບດິວິຊັນ 2 ໂດຍຜົນງານມີດັ່ງນີ້:

ຮອບແບ່ງກຸ່ມລົງສະໜາມນັດທໍາອິດສະເໝີ VILASSA DE MAR 1-1, ຊະນະ JABAC TERRASSA 1-0, ເສຍໃຫ້ ຣີລ ເບຕິສ 0-3 ແລະ ຊະນະ VIC RIUPRIMER REFO 2-1 ມີ 7 ຄະແນນຢຶດອັນດັບ 2 ຂອງກຸ່ມ ແຕ່ບໍ່ດີພໍທີ່ຈະຕິດ 1 ໃນ 6 ອັນດັບ 2 ທີ່ດີທີ່ສຸດບໍ່ໄດ້ໄປຕໍ່ໃນຮອບ 16 ທີມສຸດທ້າຍ ຕົກລົງໄປຫຼິ້ນໃນຮອບດິວິຊັນ 2 , ສ່ວນ ຣີລ ເບຕິສ ຊະນະ 4 ນັດລວດຜ່ານເຂົ້າຮອບ 16 ທີມສຸດທ້າຍ. ຂະນະທີ່ ຜົນງານຮອບດິວິຊັນ 2 ຂອງ W.I.G NAGA: ຊະນະ 1 ແລະ ເສຍ 2 ນັດຄວ້າອັນດັບທີ 6 ຂອງດິວິຊັນ 2 ເຊິ່ງຈັດຢູ່ອັນດັບທີ 22 ຂອງລາຍການ TAR ຈາກສະໂມສອນເຂົ້າຮ່ວມທັງໝົດ 50 ສະໂມສອນຈາກ 12 ຊາດ.

ສໍາລັບ ນັກເຕະເຍົາວະຊົນລາວ ທີ່ສາມາດຍິງປະຕູໃນທະວີບເອີຣົບ ກໍຄືໃນປະເທດແອັດສະປາຍ ໄດ້ເປັນຄົນທໍາອິດແມ່ນ ທ້າວ ອານຸສັກ ວິໄລກຸນ ກອງໜ້າຫົວໜ້າທີມຍິງປະຕູທໍາອິດໃນນັດສະເໝີກັບ VILASSA DE MAR 1-1 ແລະ ຍິງປະຕູທີ 2 ໃນນັດຍິງປະຕູໄຊພາທີມແຊງເອົາຊະນະ VIC RIUPRIMER REFO 2 ທີມຈາກປະເທດແອັດສະປາຍ, ສ່ວນອີກ 2 ປະຕູໄດ້ຈາກ ໄຊຍະສອນ ຄູນທະສອນ ແລະ ແຟ້ງ ແສງສຸລິນທາ ນີ້ເປັນ 3 ນັກເຕະລາວທີ່ຍິງປະຕູໃນລາຍການ TAR ຮອບສຸດທ້າຍ.

ສ່ວນແຊັມຕົກເປັນຂອງ ບາເຊໂລນາ ເຈົ້າພາບ ແລະ ແຊັມເກົ່າ ສາມາດບຽດເອົາຊະນະ ຣີລ ເບຕິາ 1-0 ຄວ້າແຊັມໄປຄອງ ແລະ ເປັນການປ້ອງກັນແຊັມໄດ້ອີກຄັ້ງ. ຂະນະທີ່ ອັນດັບ 3 ຕົກເປັນຂອງ US Villejuif Football ທີມຈາກຝຣັ່ງ ທີ່ເອົາຊະນະ ຣີລ ມາດຣິດ 3-0.
ຮູບ-ຂ່າວ: Larh Creators