ມູນຄ່າການຄ້າ ກຳປູເຈຍ – ອາຊຽນ ເພີ່ມຂຶ້ນຫຼາຍກວ່າ 14%

0
318

ສຳນັກຂ່າວ ຊິນຮວາ ລາຍງານວ່າ: ເມື່ອບໍ່ດົນມານີ້, ກະຊວງການຄ້າ ກຳປູເຈຍ ລາຍງານວ່າ ມູນຄ່າການຄ້າ ກຳປູເຈຍ ກັບ ປະເທດ ສະມາຊິກ ອາຊຽນ (ASEAN) ບັນລຸ ມູນຄ່າ5,63 ຕື້ໂດລາສະຫະລັດ ໃນໄລຍະ 4 ເດືອນທຳອິດ (ເດືອນມັງກອນ-ເດືອນເມສາ) ຂອງ ປີນີ້ ເພີ່ມຂຶ້ນ 14,2% ຈາກ 4,93 ຕື້ໂດລາ ສະຫະລັດ ໃນໄລຍະເວລາ ດຽວກັນ ຂອງ ປີ 2023.

อาจเป็นรูปภาพของ ข้อความพูดว่า "CMACCM [ ኖር อ 口間: 030) SITC 미미"

ໃນຂະນະດຽວກັນ, ກຳປູເຈຍ ສົ່ງອອກ ຜະລິດຕະພັນ ດ້ວຍມູນຄ່າ 2,18 ຕື້ໂດລາ ສະຫະລັດ ໄປຍັງປະເທດ ສະມາຊິກ ອາຊຽນ ເພີ່ມຂຶ້ນ 17,2% ຈາກ 1,86 ຕື້ໂດລາ ສະຫະລັດ ເມື່ອທຽບໃສ່ ໃນໄລຍະດຽວກັນ ຂອງ ປີ 2023.

อาจเป็นรูปภาพของ 3 คน และ ข้อความพูดว่า "ERSK"

ສ່ວນການ ນໍາເຂົ້າ ລວມມີ 3,45 ຕື້ໂດລາ ສະຫະລັດ ເພີ່ມຂຶ້ນ 12,3% ໂດຍປະລິມານການຄ້າ ຂອງ ກຳປູເຈຍ ກັບ ປະເທດ ສະມາຊິກ ອາຊຽນ ກວມເອົາ 33,3% ຂອງ ປະລິມານ ການຄ້າລວມ 1,69 ໝື່ນລ້ານໂດລາສະຫະລັດ.

ຄູ່ການຄ້າຂະໜາດໃຫຍ່ສຸດ ຂອງ ກຳປູເຈຍໃນອາຊຽນ ໄດ້ແກ່: ຫວຽດນາມ, ໄທ ແລະ ສິງກະໂປ.

LEAVE A REPLY

Please enter your comment!
Please enter your name here