ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມ ຂອບການຮ່ວມມືແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ຄັ້ງທີ 3

145

ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າ ຂອງ – ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນຮູບແບບກອງປະຊຸມທາງໄກ ຈັດຂຶ້ນວັນທີ 24 ສິງຫາ 2020 ໂດຍການເປັນປະທານຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫຼີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ພາຍໃຕ້ຄໍາຂວັນ: “ ເພີ່ມທະວີການຮ່ວມມື ເພື່ອ ຄວາມສົມບູນພູນສຸກຮ່ວມກັນ ( Enhancing Partnership for Shared Prosperity ).

ກອງປະຊຸມຄັ້ງນີ້, ບັນດາຜູ້ນໍາຂອບການຮ່ວມມື ແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ທັງ 6 ປະເທດ ລວມມີ: ກຳປູເຈຍ, ສປ ຈີນ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ ໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະ 5 ປີຜ່ານມາ ນັບແຕ່ໄດ້ຮັບການສ້າງຂຶ້ນໃນປີ 2015 ເຊິ່ງເຫັນວ່າຜ່ານການຈັດຕັ້ງບັນດາແຜນງານ ແລະ ໂຄງການຕ່າງໆ ພາຍໃຕ້ຖະແຫຼງການຊັນຢາ, ຖະແຫຼງການພະນົມເປັນ ທີ່ໄດ້ຮັບຮອງເອົາຢູ່ໃນກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າ ຂອງ – ແມ່ນໍ້າລ້ານຊ້າງ ຄັ້ງທີ 1 ແລະ ຄັ້ງທີ 2 ໄດ້ມີຄວາມຄືບໜ້າຢ່າງເປັນຮູບປະທຳຫຼາຍດ້ານ ເຮັດໃຫ້ຂອບການຮ່ວມມືດັ່ງກ່າວໄດ້ເຕີບໃຫຍ່ຂະຫຍາຍສູ່ລວງກວ້າງ ແລະ ລວງເລິກຢ່າງໄວວາ.

ພ້ອມນັ້ນ, ບັນດາຜູ້ນຳໄດ້ຕີລາຄາສູງຕໍ່ໝາກຜົນການຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ ຂອບການຮ່ວມມືແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ( 2018 – 2022 ) ໃນໄລຍະ 2 ປີກວ່າຜ່ານມາ ກໍຄືບັນດາໂຄງການຊ່ວຍເຫຼືອ ພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ – ແມ່ນໍ້າລ້າງຊ້າງ ທີ່ໄດ້ຮັບການສະໜັບສະໜູນທຶນຈາກ ສປ ຈີນ ຈໍານວນ 300 ລ້ານໂດລາສະຫະລັດ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ – ສັງຄົມຢູ່ພາກພື້ນແມ່ນໍ້າຂອງ, ໃນນີ້ຫຼາຍໂຄງການທີ່ໄດ້ຈັດຕັ້ງປະຕິບັດຢູ່ ສປປ ລາວ ແມ່ນໄດ້ຮັບຜົນເປັນຢ່າງດີ ເປັນຕົ້ນແມ່ນໃນຂົງເຂດການພັດທະນາພື້ນຖານໂຄງລ່າງ, ພັດທະນາຊົນນະບົດ ແລະ ການລຶບລ້າງຄວາມທຸກຍາກ.

ໃນໂອກາດດຽວກັນນີ້, ບັນດາຜູ້ນຳຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າຫຼາຍບັນຫາ, ໜຶ່ງໃນນັ້ນແມ່ນການເພີ່ມທະວີຮ່ວມມືກັນໃນຕໍ່ໜ້າ ເພື່ອຕໍ່ສູ້ກັບພະຍາດໂຄວິດ – 19 ແລະ ວາງທິດທາງຟື້ນຟູເສດຖະກິດ – ສັງຄົມ ຕໍ່ໜ້າສະພາບທີ່ພະຍາດຮ້າຍແຮງດັ່ງກ່າວຍັງສືບຕໍ່ແຜ່ລະບາດຢູ່ຫຼາຍພາກພື້ນ ລວມທັງພາກພື້ນແມ່ນໍ້າຂອງ.

ພ້ອມດຽວກັນນີ້, ກໍໄດ້ສະແດງຄວາມຊົມເຊີຍຕໍ່ປະເທດສະມາຊິກທີ່ໄດ້ດໍາເນີນມາດຕະການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ຢ່າງທັນການ ແລະ ມີປະສິດທິຜົນ, ພ້ອມທັງສະແດງຄວາມຂອບໃຈຕໍ່ ສປ ຈີນ ທີ່ໄດ້ໃຫ້ການຮ່ວມມື ແລະ ການສະໜັບສະໜູນດ້ານອຸປະກອນ ແລະ ວິຊາການໃຫ້ແກ່ບັນດາປະເທດລຸ່ມແມ່ນໍ້າຂອງ ລວມທັງ ສປປ ລາວ. ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາຖະແຫຼງການວຽງຈັນ ( Vientiane Declaration ) ແລະ ເອກະສານກ່ຽວຂ້ອງຈໍານວນໜຶ່ງ ເພື່ອເປັນບ່ອນອີງສຳຄັນໃຫ້ແກ່ການຮ່ວມມືລະຫວ່າງປະເທດແມ່ນໍ້າຂອງ ແລະ ສປ ຈີນ ກໍຄືຂອບການຮ່ວມມືແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງໃນອະນາຄົດ.

ໃນຕອນທ້າຍຂອງກອງປະຊຸມ, ບັນດາຜູ້ນຳໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນສຳເລັດຢ່າງຈົບງາມ ໃນການປະຕິບັດໜ້າທີ່ການເປັນປະທານຮ່ວມຂອງ ສປປ ລາວ ( 2018 – 2020 ) ແລະ ໄດ້ສົ່ງມອບໜ້າທີ່ໃຫ້ ສສ ມຽນມາ ເພື່ອສືບຕໍ່ເປັນປະທານຮ່ວມ ກັບ ສປ ຈີນ ໃນໄລຍະ 2 ປີຂ້າງໜ້າ.