ສໍາເລັດກອງປະຊຸມພັດທະນາກີລາບານເຕະທົ່ວປະເທດ ພ້ອມແຜນຈັດການເຕະທົ່ວປະເທດຕ້ອນຮັບວັນຊາດ

95

ກອງປະຊຸມພັດທະນາກີລາບານເຕະບານເຕະທົ່ວປະເທດ ປະຈໍາປີ 2020 ມີຂຶ້ນໃນວັນທີ 22 ສິງຫາ 2020 ທີ່ໂຮງແຮມລາວພລາຊາ. ພິເສດໃນກອງປະຊຸມຍັງວາງແຜນຈັດການແຂ່ງຂັນບານເຕະຍິງ-ຊາຍ ທົ່ວປະເທດ ເພື່ອຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີ ໂດຍມີຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ(ສຕລ), ຄະນະທີ່ປຶກສາ ສຕລ, ຜູ້ແທນຈາກສະຫະພັນບານເຕະນະຄອນຫຼວງວຽງຈັນ ແລະ ບັນດາ 18 ແຂວງທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອແນໃສ່ການເສີມຂະຫຍາຍສາຍພົວພັນລະຫວ່າງ ສຕລ ແລະ ສະຫະພັນບານເຕະແຂວງ ( ສຕຂ ) ໂດຍເນັ້ນໃຫ້ບັນດາສະຫະພັນບານເຕະແຂວງມີຫ້ອງການປະຈໍາຂອງຕົນ, ເພີ່ມຈໍານວນພົນກີລາບານເຕະໃຫ້ຫຼາຍຂຶ້ນໃນທົ່ວປະເທດ, ການສ້າງອາຊີບ ແລະ ພັດທະນາບຸກຄະລາກອນກີລາບານເຕະ, ເສີມຂະຫຍາຍກີລາບານເຕະຂັ້ນພື້ນຖານໃນເຂດຊຸມຊົນ ແລະ ທ້ອງຖິ່ນ, ການສ້າງກີລາບານເຕະໃຫ້ເປັນກິດຈະກໍາຍອດນິຍົມໃນ ສປປ ລາວ ຢ່າງລະອຽດ.

ນອກນັ້ນ, ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ມີໂອກາດປະກອບຄໍາຄິດເຫັນໃນການແບ່ງກຸ່ມສົນທະນາໃນ 5 ຫົວຂໍ້ຄື: ການຈັດຕັ້ງສະຫະພັນບານເຕະແຂວງ; ທິດທາງໃນການເພີ່ມຈໍານວນພົນກີລາບານເຕະໃນທົ່ວປະເທດ; ການຝຶກອົບຮົມຄູຝຶກ, ກໍາມະການຕັດສິນ, ບຸກຄະລາກອນເຕັກນິກ ແລະ ອື່ນໆ; ການສົ່ງເສີມນັກກີລາບານເຕະພາຍໃນທ້ອງຖິ່ນ ໃຫ້ເປັນຕົວແທນແຂວງ ແລະ ສະກັດກັ້ນການລົ້ມບານໃນທຸກຮູບແບບ.

ທ່ານ ວີເພັດ ສີຫາຈັກຣ ຍັງໄດ້ແຈ້ງຕໍ່ທີ່ປະຊຸມວ່າ: ສຕລ ຈະໃຫ້ການຊ່ວຍເຫຼືອດ້ານງົບປະມານບໍລິຫານຫ້ອງການສະຫະພັນບານເຕະແຂວງ(ສຕຂ) ຖ້າ ສຕຂ ມີເງື່ອນໄຂຄົບຖ້ວນກໍ່ຄື ຕ້ອງມີຄະນະບໍລິຫານງານ ສຕຂ, ຄະນະປະທານ ສຕຂ, ເລຂາທິການ ສຕຂ, ຫ້ອງການ ສຕຂ ແລະ ເປີດບັນຊີທະນາຄານ ທີ່ເປັນຂອງ ສຕຂ ພ້ອມທັງໄດ້ເຊີນບັນດາສະຫະພັນບານເຕະແຂວງເຂົ້າຮ່ວມການແຂ່ງຂັນບານເຕະທົ່ວປະເທດ ຍິງ-ຊາຍ ເພື່ອຂໍ່ານັບຮັບຕ້ອນວັນຊາດ 2 ທັນວາ ຄົບຮອບ 45 ປີ ຊຶ່ງຈະຈັດຂຶ້ນໃນເດືອນພະຈິກ 2020.

ຂ່າວ: ຄໍາສອນ; ຮູບ: ສອນໄຊ