ຮອງປະທານປະເທດ ເນັ້ນແຂວງໄຊສົມບູນສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ

157

ໃນໂອກາດມາເຂົ້າຮ່ວມກອງປະຊຸມ ຄະນະຮັບຜິດຊອບຊີ້ນຳການພັດທະນາເຂດຈຸດສຸມໃຈກາງເປີດກວ້າງ ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2020 ແລະ ເຜີຍແຜ່ກ່ຽວກັບການສ້າງຕັ້ງກອງທຶນພັດທະນາໄຊສົມບູນ ທີ່ໄດ້ໄຂຂຶ້ນໃນວັນທີ 20 ສິງຫາ 2020 ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ຫົວໜ້າຄະນະຊີ້ນຳພັດທະນາເຂດຈຸດສຸມໃຈກາງ ໄດ້ຖືໂອກາດພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງໄຊສົມບູນ ໃນຕອນເຊົ້າຂອງວັນທີ 21 ສິງຫາ ທີ່ສະໂມສອນເມືອງອະນຸວົງ ໂດຍມີ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ, ພ້ອມດ້ວຍຄະນະນຳແຂວງ ຕະຫຼອດຮອດພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ພັນຄໍາ ວິພາວັນ ໄດ້ເນັ້ນໜັກໃຫ້ຄະນະພັກ, ອົງການປົກຄອງແຂວງໄຊສົມບູນ ສຸມໃສ່ການກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງ ໃຫ້ມີຄວາມພ້ອມຮອບດ້ານ. ພ້ອມນີ້, ໄດ້ຊີ້ນຳໃຫ້ແຕ່ລະອະນຸກຳມະການ ຈົ່ງຮີບຮ້ອນກວດກາຄືນບັນດາໜ້າວຽກຂອງຕົນ ວ່າອັນໃດທີ່ຍັງເປັນຂໍ້ຄ້າງຄາ, ອັນໃດທີ່ຍັງບໍ່ທັນບັນລຸຕາມຄາດໝາຍ ແລະ ອັນໃດທີ່ຍັງບໍ່ທັນສົມບູນຄົບຖ້ວນ ແລ້ວພ້ອມກັນສືບຕໍ່ປັບປຸງໜ້າວຽກຂອງຕົນ ໃຫ້ລະອຽດຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບຄວາມເປັນຈິງທຸກດ້ານ ເພື່ອຮັບປະກັນໃຫ້ແກ່ການກະກຽມດຳເນີນກອງປະຊຸມ ໃຫຍ່ຂອງອົງຄະນະພັກແຂວງ ໄດ້ລຸລ່ວງ ແລະ ມີຄວາມພ້ອມຮ້ອຍສ່ວນຮ້ອຍ.

ຂະນະດຽວກັນ, ໄດ້ເນັ້ນໜັກໃຫ້ຄະນະພັກ, ອົງການປົກຄອງທຸກຂັ້ນ ຈົ່ງສືບຕໍ່ປັບປຸງແບບແຜນວິທີນຳພາ ແລະ ແບບແຜນວິທີເຮັດວຽກໃຫ້ເຂົ້າສູ່ລະບຽບຫຼັກການຢ່າງລະອຽດຈະແຈ້ງ ໂດຍຢຶດໝັ້ນຕາມຫຼັກການຂອງພັກຢ່າງເຂັ້ມງວດ, ຖືເອົາການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນໃຫ້ເປັນຂະບວນການກວ້າງຂວາງ ເພື່ອສ້າງລາຍຮັບເຂົ້າຄອບຄົວໃຫ້ມີບາດກ້າວດີຂຶ້ນ, ໝັ້ນຄົງ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ພ້ອມກັນພັດທະນາເສດຖະກິດຂອງແຂວງໄຊສົມ ໃຫ້ມີຖ່ວງທ່າເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວເຂົ້າສູ່ ຄວາມສີວິໄລຂຶ້ນເລື້ອຍໆ.