ເຄິ່ງປີໄຊສົມບູນ ເກັບລາຍຮັບໄດ້ 265 ກວ່າຕື້ກີບ

174

ການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງແຂວງໄຊສົມບູນ ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດ 2020 ສາມາດປະຕິບັດລາຍຮັບໄດ້ 265,6 ຕື້ກີບ ເທົ່າກັບ 31,54%. ສໍາລັບໃນ 5 ເດືອນທ້າຍປີຈະປະຕິບັດໃຫ້ໄດ້ 182,9 ຕື້ກີບ ເທົ່າກັບ 64,52% ຂອງແຜນການດັດແກ້ ແລະ ຄາດຄະເນລາຍຮັບໝົດປີ 2020 ແຂວງໄຊສົມບູນປະຕິບັດໄດ້ທັງໝົດ 320,61 ຕື້ກີບ ເທົ່າກັບ 100% ຂອງແຜນການ. ສ່ວນດ້ານລາຍຈ່າຍໝົດປີຄາດຄະເນປະຕິບັດ 319,11 ຕື້ກີບ ເກີນດຸນງົບປະມານ 1,50 ຕື້ກີບ.

ອີງຕາມການລາຍງານຂອງ ທ່ານ ສຸກສະຫວາດ ວົງພູມເຫຼັກ ຫົວໜ້າພະແນກການເງິນແຂວງໄຊສົມບູນ ໄດ້ລາຍງານຕໍ່ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຢູ່ແຂວງໄຊສົມບູນ ລະຫວ່າງວັນທີ 19 – 20 ສິງຫາ 2020 ຜ່ານມາວ່າ: ຜ່ານການຈັດຕັ້ງປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດ 2020 ສາມາດປະຕິບັດລາຍຮັບໄດ້ທັງໝົດ 265,6 ຕື້ກີບ ເທົ່າກັບ 31,54%.

ໃນນັ້ນ, ລາຍຮັບພາຍໃນ 28,90 ຕື້ກີບ ເທົ່າກັບ 34,48% ຂອງແຜນການ; ລາຍຮັບຈາກພູດສູນກາງມອບໃຫ້ແຂວງ ຈຳນວນ 71,6 ຕື້ກີບ ເທົ່າກັບ 30,05% ຂອງແຜນການດັດແກ້ທັງໝົດ ( ລາຍຮັບຈາກສ່ວຍສາອາກອນ ຈຳນວນ 106 ຕື້ກີບ, ມີອາກອນກຳໄລຂອງບໍລິສັດພູເບ້ຍມາຍນິ້ງ ປີ 2019, ລາຍຮັບຄຸ້ມຄອງຊັບສິນຂອງລັດ ຈຳນວນ 18 ຫົວໜ່ວຍ ຄິດເປັນຈຳນວນເງິນ 130,7 ຕື້ກີບ ).

ພາບປະກອບຂ່າວເທົ່ານັ້ນ

ສຳລັບແຜນການ 5 ເດືອນທ້າຍປີ 2020 ພະແນກການເງິນແຂວງເພີ່ມທະວີຂຸດຄົ້ນແຫຼ່ງລາຍຮັບຕາມເງື່ອນໄຂທ່າແຮງ ເພື່ອການບັນລຸຕາມແຜນການ, ເອົາໃຈໃສ່ເກັບກຳຖານລາຍຮັບທີ່ມີຢູ່ແລ້ວໃຫ້ຄົບຖ້ວນທັນເວລາ, ຊຸກຍູ້ຫົວໜ່ວຍທຸລະກິດໃຫ້ມາແຈ້ງເສຍອາກອນດ້ວຍຕົນເອງຜ່ານລະບົບ ( Tax Ris ); ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍດຳລັດ 414/ລບ ເຊິ່ງປັດຈຸບັນກຳລັງຮ່າງນິຕິກຳລຸ່ມດຳລັດ 414 ກ່ຽວກັບການຄຸ້ມຄອງການເງິນ – ງົບປະມານການແບ່ງຂັ້ນຄຸ້ມຄອງຂັ້ນເມືອງບ້ານ, ຕາມທິດສູນກາງລົງຊ່ວຍແຂວງ, ແຂວງລົງຊ່ວຍເມືອງ ແລະ ເມືອງລົງຊ່ວຍບ້ານ.

ເວົ້າສະເພາະໃນ 5 ເດືອນທ້າຍປີຈະປະຕິບັດໃຫ້ໄດ້ 182,9 ຕື້ກີບ ເທົ່າກັບ 64,52% ຂອງແຜນການດັດແກ້. ໃນນັ້ນ, ລາຍຮັບຈາກສ່ວຍສາອາກອນ 152,5 ຕື້ກີບ ( ລາຍຮັບສູນກາງຮັບຊ່ວຍແຂວງ 98,9 ຕື້ກີບ ) ເທົ່າກັບ 84,48% ຂອງແຜນດັດແກ້; ລາຍຮັບຈາກຄຸ້ມຄອງຊັບສິນຂອງລັດ 30,42% ( ລາຍຮັບສູນກາງຮັບຊ່ວຍແຂວງ 29,71 ຕື້ກີບ ເທົ່າກັບ 29,53% ຂອງແຜນດັດແກ້ ).

ຄາດຄະເນລາຍຮັບໝົດປີ 2020 ແຂວງໄຊສົມບູນ ປະຕິບັດໄດ້ທັງໝົດ 320,61 ຕື້ກີບ ເທົ່າກັບ 100% ຂອງແຜນການ, ສ່ວນດ້ານລາຍຈ່າຍໝົດປີຄາດຄະເນປະຕິບັດ 319,11 ຕື້ກີບ ເກີນດຸນງົບປະມານ 1,50 ຕື້ກີບ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້. ຄຽງຄູ່ກັນນີ້, ຍັງໄດ້ເນັ້ນໃຫ້ເອົາໃຈໃສ່ການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2020 ຂຸ້ນຂ້ຽວຊອກແຫຼ່ງລາຍຮັບທີ່ບົ່ມຊ້ອນຕາມທ່າແຮງຂອງແຂວງ, ເພີ່ມທະວີຄວາມຮັບຜິດຊອບຂຶ້ນຕື່ມໃນການໄລ່ລຽງການມອບພັນທະອາກອນຂອງບັນດາຫົວໜ່ວຍທຸລະກິດ, ຕິດຕາມກວດກາ, ອັດຊ່ອງວ່າງການຮົ່ວໄຫຼຂອງລາຍຮັບຢ່າງເຂັ້ມງວດ ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານສຳເລັດຕາມແຜນການທີ່ວາງໄວ້.

( ເນື້ອໃນ – ຮູບ: ວຽງໃຈ ) [ ຂ່າວ: ສົມສະຫວິນ ]