ໃຫ້ການຊ່ວຍເຫຼືອສະຫະກອນຜູ້ຜະລິດຊາເມືອງເມີງ 400 ກວ່າລ້ານກີບ

25

ໃນວັນທີ 27 ເມສາ 2024 ຜ່ານມານີ້ ສະຫະກອນຜູ້ຜະລິດຊາ ເມືອງເມິງ ແຂວງບໍ່ແກ້ວໄດ້ຮັບເຄື່ອງຈັກປຸງແຕ່ງຊາ, ອຸປະກອນ ແລະ ອາຄານ ຮັບໃຊ້ເຂົ້າໃນການປຸງແຕ່ງຊາ ຈາກໂຄງການສ້າງຄວາມເຂົັ້ມແຂງໃນການຜະລິດໃບຊາ  ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພອນທິບ ສົມມະນີ ຮອງຫົວໜ້າກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້, ມີທ່ານ ປາລະມີ ສົມບຸດທະເສນ ຮອງພະແນກກະສິກໍາ ແລະ ປ່າໄມ້ແຂວງບໍ່ແກ້ວ ພ້ອມດ້ວຍຄະນະທີມງານຈາກກົມປູກຝັງ, ແຂວງ ແລະ ຄະນະຮັບຜິດຊອບຈາກສະຫະກອນຜູ້ຜະລິດຊາ ເມືອງເມິງເຂົ້າຮ່ວມ.

May be an image of 6 people and text
ທ່ານ ຈັນສະໝອນ ພົມມະຈັນ ຮອງຫົວໜ້າສູນມາດຕະຖານ ກະສິກໍາສະອາດ ຜູ້ປະສານງານໂຄງການຊາແມ່ນໍ້າ ຂັ້ນສູນກາງ ໄດ້ໃຫ້ຮູ້ວ່າ: ອຸປະກອນຮັບໃຊ້ ໃນການຜະລິດຊາ ທີ່ນຳມາມອບຄັ້ງນີ້ ປະກອບມີ ອຸປະກອນ ບົວລະບັດຮັກສາສວນຊາ, ອຸປະກອນ ປຸງແຕ່ງຊາ, ອຸປະກອນ ແລະ ເຄື່ອງຈັກປຸງແຕ່ງຊາຢູ່ໂຮງງານ, ປັບປຸງສ້ອມແປງອາຄານ ໂຮງງານປຸງແຕ່ງຊາ, ເຄື່ອງໃຊ້ຫ້ອງການ ແລະ ພາຫະນະລວມເຖິງການສະໜັບສະໜູນອື່ນໆ ລວມມູນຄ່າທັງໝົດ 400 ລ້ານກວ່າກີບ ເພື່ອຮັບໃຊ້ເຂົ້າໃນການປຸງແຕ່ງຊາ ຂອງສະຫະກອນຜູ້ຜະລິດຊາເມືອງເມິງ ໄດ້ນໍາໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານ ກໍຄືເຂົ້າໃນການຜະລິດໃບຊາ ໃຫ້ກາຍເປັນສິນຄ້າສົ່ງອອກ ທັງພາຍໃນ ແລະ ຕ່າງປະເທດ.

May be an image of 8 people, people studying and table
ໂອກາດນີ້, ທ່ານ ນາງ ພອນທິບ ສົມມະນີ ໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈົ່ງເປັນເຈົ້າການ ໃນການນໍາພາ-ຊີ້ນຳ ຄຸ້ມຄອງບໍລິຫານໃຫ້ຖືກຕ້ອງ, ໃຫ້ເປັນລະບົບ ແລະ ມີແບບແຜນວິທີເຮັດວຽກຢ່າງລະອຽດຊັດເຈນ ໃຫ້ທຸກຄົນມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານຂອງຕົນ ເພື່ອເຮັດໃຫ້ວຽກງານໄດ້ດໍາເນີນເປັນປົກກະຕິ, ຕໍ່ເນື່ອງມີຜົນສໍາເລັດຕາມລະດັບຄາດໝາຍ ທີ່ກໍານົດໄວ້ ພ້ອມທັງເອົາໃຈໃສ່ບໍາລຸງຮັກສາ ເຄື່ອງຈັກປຸງແຕ່ງຊາ ແລະ ອຸປະກອນຕ່າງໆ ໃຫ້ຮັບປະກັນ ໃນການໃຊ້ງານໃຫ້ໄດ້ຍາວນານ.

ຂ່າວ: ອຸ່ນຄໍາ ຂັນວາລິດ