ອີຣານ ພ້ອມຈ່າຍຄ່າຊົດເຊີຍເຫດການຍິງຍົນຂອງອູແກຣນຕົກ

95

ສຳນັກຂ່າວ IRNA ຂອງອີຣານ ລາຍງານທ້າຍອາທິດຜ່ານມາວ່າ ທ່ານ ໂຕຣາດ ເດການີ ຊານກາເນ ຫົວໜ້າກົມການບິນພົນລະເຮືອນຂອງອີຣານ ກ່າວວ່າ: ອີຣານພ້ອມຈ່າຍຄ່າຊົດເຊີຍກໍລະນີຍິງຍົນໂດຍສານຂອງສາຍການບິນອູແກຣນ ຕົກໃນນ່ານຟ້າຂອງອີຣານ ເມື່ອເດືອນມັງກອນຜ່ານມາ.
ຫົວໜ້າກົມການບິນພົນລະເຮືອນຂອງອີຣານ ກ່າວອີກວ່າ: ອີຣານໄດ້ສະແດງຄວາມຮັບຜິດຊອບຕໍ່ຄວາມຜິດພາດຂອງຕົນ. ດັ່ງນັ້ນ, ອີຣານພ້ອມຈະເຈລະຈາ ເພື່ອຈ່າຍເງິນຊົດເຊີຍເຕັມຈຳນວນຕໍ່ເຫດການທີ່ເກີດຂຶ້ນ “ ພວກເຮົາຈະຈ່າຍຄ່າຊົດເຊີຍພາຍໃຕ້ກົດໝາຍສາກົນ ໂດຍບໍ່ເລືອກປະຕິບັດ ເຊິ່ງຈະຄວບຄຸມເຖິງບຸກຄົນທຸກກຸ່ມທີ່ໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວ ”.

ທັງນີ້, ຍົນໂດຍສານອູແກຣນ ຖືກຂີປານາວຸດຂອງກອງທັບອີຣານຍິງຕົກ ຫຼັງບິນຂຶ້ນເໜືອນ່ານຟ້າຂອງອີຣານ ເມື່ອວັນທີ 8 ມັງກອນຜ່ານມາ ເຮັດໃຫ້ຜູ້ໂດຍສານ ແລະ ຈຸບິນເສຍຊີວິດຍົກລຳ ລວມທັງໝົດ 167 ຄົນ ໂດຍອີຣານລະບຸວ່າ: ກອງທັບອີຣານຍິງຍົນລຳດັ່ງກ່າວຕົກໂດຍບໍ່ໄດ້ຕັ້ງໃຈ.

ທີມເຈົ້າໜ້າທີ່ສາກົນໄດ້ສືບສວນ – ສອບສວນ ແລະ ວິເຄາະຂໍ້ມູນຈາກກັບດຳໄດ້ສຳເລັດແລ້ວເມື່ອເດືອນກໍລະກົດຜ່ານມາ ຕໍ່ມາໃນວັນທີ 9 ສິງຫາ ທ່ານ ໂມຮາໝັດ ເອສລານີ ລັດຖະມົນຕີກະຊວງຄົມມະນາຄົມ ແລະ ການພັດທະນາຕົວເມືອງຂອງອີຣານ ເປີດເຜີຍວ່າ: ບົດລາຍງານເຫດຍົນຂອງອູແກຣນຕົກ ສະບັບສົມບູນຈະໄດ້ຮັບການເຜີຍແຜ່ໃນໄວໆນີ້.