Monthly Archives: August, 2020

ເຂົ້າຕົ້ມຖົ່ວດຳໄສ້ກ້ວຍ ສູດບ້ານໆ ແຊບຖືກໃຈ

ເຂົ້າຕົ້ມມັດເອີ້ນໄດ້ວ່າເປັນອາຫານທີ່ບໍ່ວ່າເດັກນ້ອຍ ຫຼື ຜູ້ໃຫຍ່ແມ່ນເຄີຍກິນມາແລ້ວ ເພາະເປັນອາຫານຫວານຢ່າງໜຶ່ງທີ່ເພິ່ນມັກຈະເຮັດໃນບຸນປະເພນີຕ່າງໆ ເພື່ອຈະໄດ້ນຳເອົາມາໃສ່ບາດ ຫຼື ແມ້ແຕ່ເຮືອນບຸນກິນທານກໍມີເຂົ້າຕົ້ມເຂົ້າໜົມເຊັ່ນກັນ. ດັ່ງນັ້ນ, ຈຶ່ງເປັນເຂົ້າໜົມທີ່ມີຄູ່ທຸກງານບຸນປະເພນີຂອງຄົນລາວຊາວພຸດ ແລະ ມື້ນີ້ເຮົາກໍມີສູດການເຮັດເຂົ້າຕົ້ມມາຝາກຜູ້ອ່ານໄດ້ເຮັດໄປນຳກັນ. ເຄື່ອງປະກອບມີ ເຂົ້າໜຽວ 3 ຖ້ວຍ (ຕ້ອງເອົາໄປແຊ່ນ້ຳກ່ອນຢ່າງໜ້ອຍ 1 ຊົ່ວໂມງ) ຖົ່ວດຳ 1 ຖ້ວຍຕ້ອງແຊ່ນ້ຳ 1 ຊົ່ວໂມງ ນ້ຳຕານ 1 ຖ້ວຍນ້ອຍ ເກືອ 1 ບ່ວງກາເຟ ໝາກພ້າວຂູດເພື່ອໄວ້ໃສ່ໂຮຍໜ້າເຂົ້າຕົ້ມ ໝາກກ້ວຍ 5...

5 ຂໍ້ ຕ້ອງປະຕິບັດຫຼັງລົດແຊ່ນໍ້າ

ປັດຈຸບັນຫຼາຍພື້ນທີ່ໄດ້ຮັບຜົນກະທົບນໍ້າຖ້ວມຂັງ ເຊິ່ງຄໍລໍາລົດມື້ນີ້ ຈະນໍາສະເໜີ 5 ຂໍ້ຄວນປະຕິບັດ ຖ້າລົດຖືກແຊ່ນໍ້າ. ກ່ອນອື່ນໝົດຕ້ອງໄດ້ທໍາ ຄວາມສະອາດຄາບເປື້ອນອອກໃນເບື້ອງຕົ້ນ ຫາກລົດຂອງທ່ານຈອດແຊ່ນໍ້າໃນພື້ນທີ່ທີ່ເຕັມໄປດ້ວຍຂີ້ເຫຍື້ອ, ຂີ້ຕົ້ມ ແນ່ນອນວ່າເມື່ອນໍ້າຫຼຸດລົງຄາບເປື້ອນດັ່ງກ່າວຍັງຕິດລົດທ່ານຢູ່ ສິ່ງທໍາອິດຄວນລ້າງ ຫຼື ເຊັດຄາບເປື້ອນອອກໂດຍໄວ ເພາະຫາກປ່ອຍປະໄວ້ດົນຈົນແຫ້ງອາດສົ່ງຜົນກະທົບຕໍ່ລະບົບພາຍໃນຂອງລົດ. ຫ້າມຕິດຈັກລົດເດັດຂາດ: ໃຫ້ຈື່ໄວ້ເລີຍວ່າຫາກລົດຈົມນໍ້າຈົນເຖິງລະດັບເຄື່ອງຈັກ ຫ້າມຕິດຈັກລົດເດັດຂາດ ເພາະນໍ້າທີ່ເຂົ້າໄປໃນລະບົບເຄື່ອງຈັກ ແລະ ເກຍລົດອາດຈະເຮັດໃຫ້ເກີດຄວາມເສຍຫາຍ ໂດຍສະເພາະລູກສູບຂອງເຄື່ອງຈັກ ເມື່ອນໍ້າແຫ້ງໃຫ້ແກ່ດຶງ ຫຼື ລາກລົດໄປສູນບໍລິການ ຫຼື...

ສູດເຮັດ “ໄຂ່ເຄັມ” ຖະໜອມອາຫານໄວ້ກິນດົນ

ເວົ້າເຖິງເລື່ອງການຖະນອມອາຫານແລ້ວ ຫຼາຍບ້ານກໍຈະມີວິທີທີ່ແຕກຕ່າງກັນໄປຂອງຊະນິດອາຫານ ແຕ່ມື້ນີ້ເຮົາມີສູດໃນການເຮັດໄຂ່ເຄັມມາໃຫ້ແມ່ບ້ານ ເປັນອາຫານທີ່ສາມາດເກັບຮັກສາໄວ້ໄດ້ດົນ ແລະ ບໍ່ເນົ່າເສຍໄວ. ວັດຖຸດິບ ເກືອ 1 ກິໂລ ນ້ຳສະອາດ 1.5 ລິດ ໄຂ່ເປັດສົດສະອາດ 30 ຫນ່ວຍ ຂວດໂຫຼ ພາສະນະບັນຈຸ ຂະໜາດ 3-5 ລິດ ຖົງຢາງໃສ ຮ່າຍນ້ຳໃສ່ມັດໃຫ້ແໜ້ນ ໄວ້ເຕັງໄຂ່ ເພື່ອບໍ່ໃຫ້ໄຂ່ຟູ ວິທີເຮັດ 1 ກຽມໄຂ່ເປັດລ້າງໄຂ່ເປັດໃຫ້ສະອາດດ້ວຍນ້ຳ ເຊັດເອົາຂີ້ເປັດຫລືສິ່ງເປິະເປື້ອນອອກໃຫ້ສະອາດດີ ແລະ ເຊັດແຫ້ງໃຫ້ສະອາດ. 2 ຕົ້ມນ້ຳດອງເກືອ...

ຜັກຕ້ານຫວັດທີ່ທ່ານຕ້ອງມີໄວ້ຕິດບ້ານ

ຖ້າຫາກຄິດຮອດອາຫານທີ່ຊ່ວຍຕ້ານຫວັດໄດ້ ຫຼາຍໆຄົນຄົງຄຶດເຖິງພວກໝາກໄມ້ຕະກູນໝາກກ້ຽງ ໝາກນາວ ທີ່ເຮົາຮູ້ກັນດີຢູ່ແລ້ວວ່າ ມັກຈະມີລົດຊາດສົ້ມ ແລະ ອຸດົມໄປດ້ວຍວິຕາມິນຊີ ແຕ່ຮູ້ ຫຼື ບໍ່ວ່າ ພວກຜັກທັ້ງຫຼາຍທີ່ບໍ່ໄດ້ມີລົດຊາດສົ້ມກໍມີລິດຕ້ານຫວັດໄດ້ຄືກັນ. ກະທຽມ ກະທຽມເປັນຫຼາຍກວ່າຜັກຫົວທີ່ໃຫ້ກິ່ນຫອມ ຊວນຮັບປະທານ ແລະ ລົດຊາດ ເພາະງານວິໄຈຫຼາຍສະບັບພົບວ່າກະທຽມມີຄວາມສາມາດໃນການຫຼຸດອາການຫວັດ ແລະ ປ້ອງກັນພະຍາດໄຂ້ຫວັດໄດ້ ເນື່ອງຈາກກະທຽມເຕັມໄປດ້ວຍສານ (Allicin) ເຊິ່ງກະຕຸ້ນການເຮັດວຽກຂອງລະບົບພູມຄຸ້ມກັນຂອງຮ່າງກາຍທີ່ເຮັດວຽກບົກພ່ອງ ບໍ່ວ່າຈະເກີດຈາກການກິນອາຫານທີ່ບໍ່ສົມດຸນ ຫຼື ອາຍຸທີ່ຫຼາຍຂຶ້ນສົ່ງຜົນໃຫ້ຮ່າງກາຍເສື່ອມ ສານໂຕນີ້ໃນກະທຽມກໍ່ເອົາຢູ່...

ກະທົບໄປທົ່ວ! ສູນລວມສິນ ຕ້ອງປັບຕົວຫຼາຍຂຶ້ນ ເພື່ອຜ່ານຜ່າວິກິດໂຄວິດ – 19

ບໍລິສັດ ສູນລວມສິນ ( Art Center ) ເປັນບໍລິສັດ ທີ່ໃຫ້ບໍລິການຜະລິດປ້າຍໂຄສະນາ, ປ້າຍຫີນອອນ ( ແກຼ່ນນິກ ), ປ້າຍ - ຮູບໃສ່ທາດ, ປ້າຍ...

ມາດຕະການຜ່ອນຜັນຈາກນີ້ສືບຕໍ່ປິດຮ້ານບັນເທີງ, ດ່ານ, ໂຈະຍົນເຊົ່າເໝົາລຳ

ຄະນະສະເພາະກິດມື້ນີ້ ໃຫ້ສືບຕໍ່ປິດບັນດາກິດຈະການຮ້ານບັນເທີງ, ດ່ານປະເພນີ-ດ່ານທ້ອງຖິ່ນ, ສືບຕໍ່ໂຈະການອອກວີຊ່າທ່ອງທ່ຽວ ແລະ ຢ້ຽມຢາມ ພ້ອມທັງໃຫ້ສືບຕໍ່ໂຈະຊົ່ວຄາວສຳລັບຍົນເຊົ່າເໝົາລຳລະຫວ່າງປະເທດ ແລະ ກຳນົດປິດຮ້ານອາຫານເວລາ 23:00 ໂມງ ໃນທົ່ວປະເທດ. ໃນວັນທີ 31 ສິງຫາ 2020 ທີ່ກະຊວງສາທາລະນະສຸກ ທ່ານ ຮສ. ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຫົວໜ້າກອງເລຂາຄະນະສະເພາະກິດ ຖະແຫຼງຂ່າວກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ,...

ອຸຍນີເຊັບ ຊີ້ເດັກນ້ອຍ 400 ກວ່າລ້ານຄົນ ບໍ່ສາມາດເຂົ້າເຖິງການຮຽນທາງໄກໄດ້

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຈາກຜົນການສຶກສາຂອງອົງການອຸຍນີເຊັບ ທີ່ເປີດເຜີຍເມື່ອວັນທີ 26 ສິງຫາຜ່ານມາ ໃຫ້ຮູ້ວ່າ: ໃນໄລຍະການລະບາດຂອງພະຍາດໂຄວິດ - 19 ເຮັດໃຫ້ຫຼາຍປະເທດອອກມາດຕະການປິດປະເທດ ສົ່ງຜົນໃຫ້ໂຮງຮຽນ ແລະ ສະຖາບັນການສຶກສາຫຼາຍແຫ່ງທົ່ວໂລກ ຕ້ອງປິດການຮຽນ - ການສອນໃນຫ້ອງຮຽນ ແລ້ວມານຳໃຊ້ການຮຽນແບບທາງໄກ ຫຼື ຮຽນແບບອອນລາຍ ເຮັດໃຫ້ເດັກນ້ອຍນັກຮຽນ 1 ໃນ 3 ຂອງເດັກນ້ອຍທົ່ວໂລກ...

ອາຊຽນກາຍເປັນຄູ່ຄ້າອັບດັບ 1 ຂອງຈີນ

ມູນຄ່າການຄ້າລະຫວ່າງຈີນ ກັບ ຫວຽດນາມ ຂະຫຍາຍຕົວຢ່າງກ້າວກະໂດດຢູ່ລະດັບ 18,1% ໃນ 6 ເດືອນຕົ້ນປີ 2020 ເຮັດໃຫ້ມູນຄ່າການຄ້າທະວີພາຄີຂອງສອງປະເທດຄອງອັນດັບ 1 ໃນກຸ່ມປະເທດອາຊຽນ ໂດຍໄດ້ແຮງຍູ້ຫຼັກຈາກຜະລິດຕະພັນກະສິກຳ ແລະ ການຜະລິດສິນຄ້າເອເລັກໂຕຣນິກ ສະທ້ອນເຖິງການເຕີບໂຕອັນແຂງແຮງລະຫວ່າງ ຈີນ ກັບ 10 ປະເທດອາຊຽນ. ຂໍ້ມູນຈາກກົມໃຫຍ່ພາສີຂອງ ສປ ຈີນ ໃຫ້ຮູ້ວ່າ: ມູນຄ່າການຄ້າ...

ຫຼວງພະບາງ ເປີດຕະຫຼາດນັດແຮງງານ ສົ່ງເສີມທຸລະກິດ ພ້ອມສ້າງວຽກເຮັດງານທຳ

ງານຕະຫລາດນັດແຮງງານທົ່ວແຂວງຫລວງພະບາງ ຄັ້ງທີ 6 ໄດ້ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ ຢູ່ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ເພື່ອສ້າງໂອກາດໃນການພົບປະ ລະຫວ່າງ ຜູ້ຊອກຫາວຽກເຮັດງານທຳ ແລະ ພາກສ່ວນຜູ້ໃຊ້ແຮງງານ, ເປັນການເປີດໂອກາດໃນການຝຶກຫັດງານ ທ້າຍສົກການສຶກສາ, ສ້າງຄວາມເຂັ້ມແຂງ ດ້ານການປະກອບອາຊີບ ແລະການມີວຽກເຮັດງານທຳ ສຳລັບນັກສຶກສາ ພ້ອມເປັນການເຊື່ອມໂຍງຄູ-ອາຈານ ແລະນັກສຶກສາເຂົ້າກັບອາຊີບຕ່າງໆ. ທ່ານ ທອງສະມຸດ ພູມມະສອນ ອຳນວຍການວິທະຍາໄລກະສິກຳ...

ໂຮງຮຽນໃໝ່ບ້ານຫ້ວຍຕັ້ງນາຍໃກ້ເປັນຈິງ ຫຼັງໂຄງການຮ່ວມປັນຮັກຈັດງານລະດົມທຶນຊ່ວຍສໍາເລັດ

ສໍາເລັດໄປແລ້ວສໍາລັບງານເດີນແບບການກຸສົນ ຮ່ວມປັນຮັກ Better Together Fashion Show Charity ຫາລາຍໄດ້ສົມທົບທຶນສ້າງໂຮງຮຽນໃຫ້ກັບບ້ານຫ້ວຍຕັ້ງນາຍ ເມືອງກາສີ ແຂວງວຽງຈັນ ໂດຍມີບັນດານາງແບບ ນາຍແບບແຖວໜ້າຂອງວົງການບັນເທີງລາວເຂົ້າຮ່ວມຢ່າງຫຼວງຫຼາຍ ເຊິ່ງລາຍໄດ້ຈາກງານດັ່ງກ່າວ ຫຼັງຫັກຄ່າໃຊ້ຈ່າຍທັງໝົດແລ້ວ ຈະນໍາໄປປະກອບສ່ວນສ້າງໂຮງຮຽນທີ່ກ່າວມາຂ້າງເທິງ. ງານດັ່ງກ່າວຈັດຂຶ້ນໃນລະຫວ່າງວັນທີ 29-30 ສິງຫາ 2020 ທີ່ຜ່ານມາ ທີ່ ໂຮງແຮມ ລາວເທວ ວຽງຈັນ ໂດຍມີ...
- Advertisment -
Slide
Slide

Most Read

error: Content is protected !!