ເຄທີ ຄອງຂັນແຊັມການແຂ່ງຂັນດອກປີກໄກ່ທົ່ວປະເທດ ເບຍລາວ ໂອເພັນ 2020

135

ສະໂມສອນດອກປິີກໄກ່ ເຄທີ ( KT Club ) ຄວ້າຂັນແຊັມ ການແຂ່ງຂັນດອກປີກໄກ່ ທົ່ວປະເທດ ຄັ້ງທີ 20 ຊີງຂັນປະທານສະພາແຫ່ງຊາດ ປະຈຳປີ 2020 ລາຍການ ເບຍລາວ ໂອເພັນ 2020 ຫຼັງເປັນສະໂມສອນທີ່ຍາດໄດ້ຫຼຽນຄໍາຫຼາຍທີ່ສຸດ 2 ລາຍການຄື ຄູ່ສະໝັກຫຼິ້ນຊາຍ ແລະ ຄູ່ຍິ່ງທົ່ວໄປ ພ້ອມກັບອີກ 3 ຫຼຽນເງິນ ແລະ 3 ຫຼຽນທອງ ເຊິ່ງຫຼາຍກວ່າອັນດັບ 2 ແຂວງຄໍາມ່ວນ ທີ່ຍາດໄດ້ 2 ຫຼຽນຄໍາ.

ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ ທັງເປັນປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ກ່າວປິດການແຂ່ງຂັນຢ່າງເປັນທາງການວ່າ: ການແຂ່ງຂັນດອກປີກໄກ່ ທົ່ວປະເທດ ຄັ້ງທີ 20 ຊີງຂັນປະທານສະພາແຫ່ງຊາດ ປະຈຳປີ 2020 ມີນັກກີລາເຂົ້າຮ່ວມທັງໝົດ 328 ຄົນ, ຍິງ 26 ຄົນ ຈາກ 40 ພາກສ່ວນ ໃນນັ້ນມາຈາກ 7 ແຂວງ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ພົບກັນໃໝ່ໃນປີ 2021 ກັບ ການແຂ່ງຂັນດອກປີກໄກ່ ທົ່ວປະເທດ ຄັ້ງທີ 21 ຊີງຂັນປະທານສະພາແຫ່ງຊາດ ເບຍລາວ ໂອເພັນ 2021 ທີ່ຍິ່ງໃຫຍ່ກວ່າເກົ່າ.

ສໍາລັບ ປີນີ້ມີການຊີງໄຊທັງໝົດ 12 ລາຍການ ໂດຍແຊັມແຕ່ລະປະເພດມີດັ່ງນີ້:
– ປະເພດດ່ຽວເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 14 ປີ ພູບັນດິດ ຈາກສະໂມສອນ ວິນເນີ.
-ດ່ຽວເຍົາວະຊົນຍິງ ຮຸ່ນ 17 ປີ ພຸດສຫວັນ ຈາກໂຮງຮຽນຊັບປັນຍາ.
-ຄູ່ເຍົາວະຊົນປະສົມ ຮຸ່ນ 17 ປີ ໂພທິພອນ (ໂຮງຮຽນຊັບປັນຍາ) + ສຸດາລັດ ( ສະໂມສອນກັບຕັນ )

-ດ່ຽວຊາຍ ທົ່ວໄປ ວິນຊຸນນະລາດ ພິຈິດ ຈາກສະໂມສອນມັນທາຕຸລາດ.
-ຄູ່ຍິງ ທົ່ວໄປ ທິດາຈັນ + ບຸຜາເກສອນ ຈາກສະມໂສອນ ເຄທີ
-ຄູ່ອາວຸໂສຊາຍອາຍຸລວມ 90 ປີຂຶ້ນໄປ ຈັນທະລາດ + ວຽງໄຊ ຈາກ Skyline

-ຄູ່ອາວຸໂສຊາຍອາຍຸລວມ 100 ປີ ວົງເພັດ + ສະເນ່ຫາ
-ດ່ຽວເຍົາວະຊົນຊາຍ ຮຸ່ນ 17 ປີ ມານັດ ເພຍສຸລິນ ຈາກແຂວງຄໍາມ່ວນ
-ຄູ່ເຍົາວະຊົນຊາຍ ຮຸ່ນ 17 ປີ ມານັດ + ໄຊຍະລາດ ຈາກແຂວງຄໍາມ່ວນ

-ຄູ່ສະໝັກຫຼິ້ນຊາຍ ດາວວຽງສິດ+ບຸນຍາລິດ ຈາກສະໂມສອນ ເຄທີ
-ຄູ່ຊາຍທົ່ວໄປ ໄຊສົມພັນ (DPWS)+ໄຊຊະນະ (ເສດຖາ)
-ຄູ່ປະສົມທົ່ວໄປ ພັນທະລັງ + ເພັດມະນີ ຈາກທະນາຄານລາວ-ຫວຽດ
ຂ່າວ-ຮູບ: ຄໍາສອນ