Monthly Archives: August, 2020

ກຸງສີ ຕັ້ງເປົ້າກ້າວເປັນຜູ້ນໍາດ້ານສະຖາບັນການເງິນ

ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ກຸງສີ ຈຳກັດ ( KSM ) ໄດ້ຈັດງານຖະແຫຼງຂ່າວເປີດໂຕ “ ກຸງສີ ມັນນີລາວ ” ດ້ວຍຜະລິດຕະພັນໃໝ່ໃຫ້ເງິນກູ້ສ່ວນບຸກຄົນໂດຍບໍ່ມີຫຼັກຊັບ ຫຼື ຜູ້ຄ້ຳປະກັນ ເຊິ່ງຖືວ່າເປັນມິຕິໃໝ່ຂອງການປ່ອຍສິນເຊື່ອແກ່ລູກຄ້າໃນໄລຍະໂຄວິດ - 19 ນີ້, ດ້ານຜູ້ປະທານກຸງສີ ໝັ້ນໃຈວ່າ: ຊື່ສຽງຂອງກຸງສີໄດ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງໃນທົ່ວປະເທດ, ການເປີດໂຕສະຖາບັນການເງິນທີ່ບໍ່ຮັບເງິນຝາກນີ້ ຈະເປັນອີກຜະລິດຕະພັນໜຶ່ງທີ່ຕອບໂຈດຄວາມຕ້ອງການຂອງລູກຄ້າຢ່າງທັນການ ໂດຍຫັນເປັນການໃຫ້ບໍລິການແບບດິຈິຕອລ...

ແນະນຳໂຄງການ ວຽງຈັນໂລຈິສຕິກ ພາກ ໃຫ້ແກ່ຫົວໜ່ວຍນັກທຸລະກິດຍີ່ປຸ່ນ ທີ່ລົງທຶນຢູ່ ສປປ ລາວ

ບໍລິສັດວຽງຈັນ ໂລຈິສຕິກ ພາກ ຈໍາກັດ ( VLP ) ຮ່ວມກັບອົງການເຈັດໂຕຣ ( JETRO ) ຈັດກອງປະຊຸມສຳມະນາແນະນຳໂຄງການເຂດໂລຈິສຕິກນະຄອນຫຼວງວຽງຈັນ ໃຫ້ແກ່ນັກທຸລະກິດຍີ່ປຸ່ນ ທີ່ສໍານັກງານໃຫຍ່ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ. ໂຄງການດັ່ງກ່າວຫາກໍສໍາເລັດການວາງສີລາລືກ ແລະ ເຊັນສັນຍາສໍາປະທານກັບລັດຖະບານ ເມື່ອວັນທີ 3 ກໍລະກົດ...

ການເຕີບໂຕຂອງເສດຖະກິດຍັງມີປັດໄຈສ່ຽງຈາກຜົນກະທົບໂຄວິດ – 19

ການລະບາດຂອງພະຍາດໂຄວິດ - 19 ໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ເສດຖະກິດໂລກ ກໍຄືພາກພື້ນຫຼາຍກວ່າທີ່ຄາດການໄວ້ ເຊິ່ງທະນາຄານພັດທະນາອາຊີໄດ້ປັບຫຼຸດອັດຕາການເຕີບໂຕເສດຖະກິດຂອງບັນດາປະເທດໃນພາກພື້ນອາຊີ ໃນປີ 2020 ລົງມາເປັນ 0,1%. ຢ່າງໃດກໍຕາມ, ການຟື້ນຕົວທາງດ້ານເສດຖະກິດຂອງຫຼາຍປະເທດ ຈະເຮັດໃຫ້ເກີດມີຄວາມຕ້ອງການສິນຄ້າປະເພດອຸດສາຫະກໍາ ແລະ ໂລຫະໃນຕະຫຼາດໂລກເພີ່ມສູງຂຶ້ນ ສົ່ງຜົນໃຫ້ລາຄາສິນຄ້າເຫຼົ່ານີ້ເລີ່ມມີທ່າອ່ຽງເພີ່ມຂຶ້ນ. ສ່ວນລາຄາສິນຄ້າປະເພດກະສິກໍາໂດຍລວມເຫັນວ່າມີທ່າອ່ຽງເພີ່ມຂຶ້ນເຊັ່ນກັນ ເຊິ່ງເປັນຜົນດີຕໍ່ການສົ່ງອອກສິນຄ້າປະເພດກະສິກໍາຂອງລາວ. ແຕ່ການແຂງຄ່າຂອງເງິນບາດໄທ ອາດເປັນເງື່ອນໄຂໜຶ່ງເພີ່ມ ຄວາມກົດດັນຕໍ່ຄ່າເງິນກີບ ຈະສົ່ງຜົນເຮັດໃຫ້ລາຄາສິນຄ້ານໍາເຂົ້າຈາກໄທ ເພີ່ມສູງຂຶ້ນກະທົບຕໍ່ອັດຕາເງິນເຟີ້ຂອງລາວ. ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ອອກບົດປະເມີນສະພາບເສດຖະກິດມະຫາພາກຂອງ ສປປ...

6 ເດືອນ ແຂວງຫົວພັນ ເກັບລາຍຮັບໄດ້ພຽງ 33% ຂອງແຜນປີ

6 ເດືອນຕົ້ນປີ ແຂວງຫົວພັນ ຈັດເກັບລາຍຮັບໄດ້ 43,12 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 33,48% ທຽບໃສ່ຕົ້ນປີ 2019 ຫຼຸດລົງ 12,94 ຕື້ກີບ, ສ່ວນ 6 ເດືອນທ້າຍປີ ຕັ້ງເປົ້າເກັບລາຍຮັບ 75,47 ຕື້ກີບ ຫຼື ເທົ່າກັບ 58,60% ຂອງແຜນການປີ. ທ່ານ ວັນໄຊ...

ນ້ຳຖ້ວມບໍ່ແຕນເຂົ້າມື້ທີສອງແລ້ວ ເປັນກຳລັງໃຈໃຫ້ທຸກຄົນ

ຈາກພະຍຸຊີນລາກູ ທີ່ເຄື່ອນຕົວມາຈາກຫວຽດນາມເຂົ້າທາງພາກເໜືອຂອງລາວ ລົງຫາພາກກາງຈະເຮັດໃຫ້ມີຝົນຕົກໜັດຫາໜັກຫຼາຍ ກົມອຸຕຸຈິ່ງຝາກເຕືອນພໍ່ແມ່ພີ່ນ້ອງທຸກແຂວງແຕ່ແຕ່ຜົ້ງສາລີລົງຮອດບັນດາແຂວງພາກກາງໃຫ້ມີສະຕິ ຕໍ່ບັນຫານ້ຳຖ້ວມດິນຊຸທີ່ອາດເກີດຂຶ້ນ. ຕາມລາຍງານຈາກປະຊາຊົນ ທີ່ບ້ານຕົ້ນຕານ ແລະ ປະຊາຊົນບ້ານເໜືອງ ເມືອງບໍ່ແຕນ,​ ໄຊຍະບູລີ ນ້ຳໄດ້ໄຫຼເຂົ້າຖ້ວມມາແຕ່ວັນທີ 2 ສິງຫາເປັນຕົ້ນມາ. ເຊັ່ນດຽວກັນບ້ານນາກອກ ເມືອງບໍ່ແຕນ ແຂວງໄຊຍະບູລີ ກໍ່ໄດ້ຮັບຜົນກະທົບບໍ່ໜ້ອຍ ຮອດວັນທີ 3 ສິງຫາ 2020 ກໍ່ຄືຕອນເຊົ້າມື້ນີ້ເຮືອນຊັ້ນດຽວເຂດຕ່ຳແມ່ນຖ້ວມເຄິ່ງເຮືອນແລ້ວ. ຕາມການແຈ້ງເຕືອນຂອງກົມອຸຕຸນິຍົມ ແລະ ອຸທົກກະສາດໃນ ວັນທີ...

ລາວໂຕໂຢຕ້າ ເຮັດເຊີໄພ້ສົ່ງ ໂຮມມະ ລົງສະໜາມນັດທໍາອິດລາວລີກ 1 ຜົນງານໄດ້ປະທັບໃຈ (ມີຄລິບ)

ລາວໂຕໂຢຕ້າ ເອັຟຊີ ສ້າງຄວາມຕື່ນເຕັ້ນໃຫ້ກັບ ແຟນບານ ທັງສະໜາມ ແລະ ແຟນບານທີ່ເບິ່ງຖ່າຍທອດສົດ ດ້ວຍການສົ່ງ ກາຊູ ໂຮມມະ ດາວຍິງສູງສຸດ ໃນລີກສູງສຸດຂອງ ສປປ ລາວ ປີ 2019 ໃນນັດຫຼ້າສຸດທີ່ ລາວໂຕໂຢຕ້າ ເອັຟຊີ ຖະຫຼົ່ມ ວຽງຈັນ ເອັຟຊີ ຂາດລອຍ 5-1...

ຊ້າງນ້ອຍ ເອັຟຊີ ຊະນະນັດທໍາອິດໃນລາວລີກປີນີ້ໄດ້ແລ້ວ, ສ່ວນ ມາສເຕີ 7 ເອັຟຊີ ຕາມແຊ້ມເກົ່າທັນແລ້ວ

ຊ້າງນ້ອຍ ເອັຟຊີ ປົດລ໋ອກຊະນະໃນ ເປບຊີ ລາວລີກ 1 ລະດູການ 2020 ໄດ້ສໍາເລັດ ຫຼັງເອົາຊະນະ ປກສ ເອັຟຊີ 3-1 ໃນວັນທີ 1 ສິງຫາ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 (ສະໜາມໃນ) ໂດຍ ຊ້າງນ້ອຍ ເອັຟຊີ ໄດ້ປະຕູຈາກ...

ປະດິດສະຖານ ຮູບຫລໍ່ພຣະເຈົ້າໄຊຍະເຊດຖາທິຣາດ ຊົງຊ້າງ ທີ່ອະນຸສາວະລີ ອັດຕະປື

ພາຍຫລັງ ໄດ້ເຄື່ອນຂະບວນແຫ່ຮູບຫລໍ່ ພຣະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ພ້ອມດ້ວຍຊ້າງ ແລະ ພຣະພຸດ ທະຮູບ ຈາກວັດພຣະທາດຫລວງ ນະຄອນຫລວງວຽງຈັນ ໃນວັນທີ 27 ກໍລະກົດ 2020 ແລະ ໄດ້ແວ່ພັກຄ້າງຄືນຢູ່ 4 ແຂວງ ຄື: ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ...

ໄລຍະມື້ດຽວ ຫວຽດນາມເສຍຊີວິດຈາກໂຄວິດ-19 ແລ້ວ 3 ຄົນ

ລັດຖະບານຫວຽດນາມ ລາຍງານມີຜູ້ເສຍຊີວິດຈາກການຕິດເຊື້ອໄວຣັສໂຄວິດ-19 ເປັນຄົນທີ່ 3 ໃນໄລຍະພຽງ 24 ຊົ່ວໂມງ ໂດຍທຸກຄົນມີການເຊື່ອມໂຍງໃນເມືອງດານັງ ເຊິ່ງປັດຈຸບັນກາຍເປັນສູນກາງການແຜ່ລະບາດຄັ້ງໃໝ່ໃນປະເທດ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ເມື່ອວັນເສົາ ທີ 1 ສິງຫາ ວ່າ ກະຊວງສາທາລະນະສຸກຫວຽດນາມ ຖະແຫຼງການ ວ່າ "ຜູ້ປ່ວຍລຳດັບທີ 499" ເປັນເພດຍິງ ອາຍຸ 68 ປີ,...

ປະເທດເມັກຊິໂກ ມີຜູ້ເສຍຊີວິດຈາກໂຄວິດ-19 ຫຼາຍເປັນອັນດັບ 3 ຂອງໂລກ

ລັດຖະບານເມັກຊິໂກ ຢືນຢັນສະຖິຕິຜູ້ເສຍຊີວິດຈາກໂຄວິດ-19 46.688 ຄົນ ແຊງໜ້າສະຫະຣາຊະອານາຈັກ ຂຶ້ນໄປຢູ່ອັນດັບທີ 3 ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເມັກຊິໂກ ຊິຕີ້ ເມື່ອວັນສຸກ ທີ 31 ກໍລະກົດ ວ່າ ກະຊວງສາທາລະນະສຸກເມັກຊິໂກ ອອກຖະແຫຼງການ ເມື່ອວັນສຸກ ກ່ຽວກັບສະຖານະການຂອງ ໂຄວິດ-19 ວ່າ ໃນຮອບ 24 ຊົ່ວໂມງ ຜ່ານມາ...
- Advertisment -
Slide
Slide

Most Read

error: Content is protected !!