Yearly Archives: 2020

ເສດຖະກິດໝູນວຽນ ຈະຊ່ວຍລາວກ້າວສູ່ການປ່ອຍທາດກາກບອນໜ້ອຍລົງ

ກອງປະຊຸມສະເໜີກ່ຽວກັບ ເສດຖະກິດໝູນວຽນ ( Circular Economy ) ເທື່ອທໍາອິດ ໄດ້ຈັດຂຶ້ນທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໃນວັນທີ 8 ທັນວາ 2020 ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 50 ຄົນ ຈາກອົງການຈັດຕັ້ງລັດຖະບານ, ພາກສ່ວນເອກະຊົນ ແລະ ບັນດາຄູ່ຮ່ວມພັດທະນາ ແລະ ຍັງມີຜູ້ເຂົ້າຮ່ວມທາງໄກຕື່ມອີກ. ກອງປະຊຸມດັ່ງກ່າວ ເປັນປະທານໂດຍ ທ່ານ...

ໂຄງການກໍ່ສ້າງ ລະບົບນ້ຳປະປາໃນເທດສະບານເມືອງນອງປະຕິບັດໄດ້ແລ້ວ 43%

ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ລົງເຮັດວຽກທີ່ເມືອງນອງ ໃນວັນທີ 9 ທັນວາ 2020 ກໍ່ໄດ້ໄປຢ້ຽມຢາມເບິ່ງ ໂຄງການກໍ່ສ້າງລະບົບນ້ຳປະປາ ໃນເທດສະບານເມືອງນອງ ເຊິ່ງມາຮອດປະຈຸບັນສາມາດປະຕິບັດໄດ້ແລ້ວ 43% ຂອງແຜນການງົບປະມານ ແລະ ຄາດວ່າຈະປະຕິບັດໃຫ້ສຳລັດຕາມແຜນການໃນ 6 ເດືອນຕໍ່ໜ້າ. ຕາມການລາຍງານຂອງວິຊາການປະຈໍາໂຄງການໄດ້ໃຫ້ຮູ້ວ່າ: ໂຄງການຊັນວິດ ຫຼືໂຄງການຂະຫຍາຍໂຄງລ່າງນ້ຳສະອາດ ແລະ ໂພຊະນາການ...

ອັດຕະປືປະກາດແຕ່ງຕັ້ງ ທ່ານ ທະນູໄຊ ບັນຊາລິດ ແລະ ທ່ານ ບຸນເສີດ ເສດທິລາດ ເປັນຮອງເຈົ້າແຂວງ

ວັນທີ 11 ທັນວາ 2020 ນີ້ແຂວງອັດຕະປື ໄດ້ຈັດພິທີປະກາດພະນັກງານການນໍາ ອອກພັກຜ່ອນຮັບອຸດຫນູນບຳນານ ແລະ ປະກາດການຍົກຍ້າຍແຕ່ງຕັ້ງພະນັກງານການນຳຂັ້ນສູງຂອງແຂວງຫຼາຍຕໍາແຫນ່ງ ຂຶ້ນຢ່າງເປັນທາງການ, ທີ່ຫໍປະຊຸມໃຫຍ່ຂອງແຂວງ .ໂດຍການເປັນປະທານຂອງທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງອັດຕະປື,ມີຄະນະນໍາຂອງແຂວງ,ພ້ອມດ້ວຍບັນດາທ່ານພະແນກການອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ. ໃນພິທີທ່ານ ບຸນຮຽນ ແກ້ວບົວພາດ ຮອງເລຂາພັກແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດພະນັກງານພັກຜ່ອນຮັບອຸດຫນູນບຳນານ ເຊິ່ງໄດ້ຕົກລົງໃຫ້ທ່ານ...

ມອບ-ຮັບໂຄງການກໍ່ສ້າງເສັ້ນທາງເບຕົງ ແຕ່ 4 ແຍກຕານມີໄຊ ຫາ 3 ແຍກສີເກີດ

Vientiane mai, ພິທີມອບ-ຮັບໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແຕ່ 4 ແຍກໄຟອໍານາດຕານມີໄຊ ເມືອງໄຊທານີ ຫາ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 10 ທັນວາ 2020 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນະຄອນ ຫລວງວຽງຈັນ, ທ່ານ...

ສະຫວັນນະເຂດ ກຽມພ້ອມແຕ່ງວິຊາການປະຈໍາພາກສະໜາມ ຮ່ວມກັບບໍລິສັດຊັນເປເປີ້ໂຮນດິ້ງລາວ ເພື່ອປະຕິບັດໂຄງການສວນກະສິກຳແບບເປັນມິດ ຕໍ່ລະບົບນິເວດ

ໃນຕອນບ່າຍວັນທີ 9 ທັນວາ 2020 ຢູ່ທີ່ຫ້ອງປະຊຸມບໍລິສັດຊັນເປເປີ້ ໂຮນດິ້ງລາວຈຳກັດ ເມືອງເຊໂປນ ແຂວງສະຫວັນະເຂດ ໄດ້ມີກອງປະຊຸມຮ່ວມລະຫວ່າງພະແນກການທີ່ກ່ຽວຂ້ອງ ແລະ ພາກສ່ວນບໍລິສັດ ເພື່ອປຶກສາຫາລືກະກຽມການຈັດຕັ້ງປະຕິບັດໂຄງການສວນກະສິກຳແບບເປັນມິດ ຕໍ່ລະບົບນິເວດທີ່ມີປະສິດທິຜົນສູງ ໃນເນື້ອທີ່ 800 ເຮັກຕາ, ໂດຍການເຂົ້າຮ່ວມຂອງທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ. ທ່ານ ເສິນ ເຫວິນ ຈຸ້ນ ຜູ້ອໍານວຍການບໍລິສັດ...

ຈະພັດທະນາໂປຣແກຣມ ຄຸ້ມຄອງການເກັບລາຍຮັບຂອງສ່ວຍສາອາກອນ ແຂວງຫຼວງພະບາງ

ພິທີເຊັນສັນຍາການຂຽນໂປຣແກຣມລະບົບຄົບຊຸດ ຄຸ້ມຄອງການເກັບລາຍຮັບຂອງສ່ວຍສາອາກອນ ແຂວງຫຼວງພະບາງ ກັບ ບໍລິສັດ ເອພີໄອເອັສ ຈຳກັດ ຜູ້ຂຽນໂປຣແກຣມ ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ທີ່ຫ້ອງປະຊຸມພະແນກການເງິນແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ຄິນຄຳ ເລັ່ງສະຫວັດ ຫົວໜ້າພະແນກການເງິນແຂວງ, ທ່ານ ນາງ ສິລິພອນ ສຸພັນທອງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີຕາງໜ້າພະແນກການກ່ຽວຂ້ອງອ້ອມຂ້າງແຂວງ ຫ້ອງການສ່ວຍສາອາກອນແຂວງ ຫຼວງພະບາງ...

ປະເທດທຸກຍາກ ອາດບໍ່ໄດ້ວັກແຊັງປ້ອງກັນໂຄວິດ – 19

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກຸ່ມພັນທະມິດວັກແຊັງເພື່ອປະຊາຊົນ ( PVA ) ໄດ້ອອກຖະແຫຼງການເຕືອນວ່າ: ປະເທດທີ່ທຸກຍາກມີໂອກາດສູງທີ່ຈະບໍ່ໄດ້ຮັບວັກແຊັງປ້ອງກັນໂຄວິດ - 19 ທີ່ມີຄວາມປອດໄພ ແລະ ມີປະສິດທິພາບ ເນື່ອງຈາກປະເທດຮັ່ງມີໄດ້ພາກັນສັ່ງຊື້ກັກຕຸນໄວ້ເກີນ ຄວາມຈຳເປັນ. ທັງນີ້ ພີວີເອ ລະບຸວ່າ: ກຸ່ມປະເທດຮັ່ງມີໄດ້ພາກັນສັ່ງຊື້ວັກແຊັງຈຳນວນຫຼວງຫຼາຍ ເພື່ອເກັບໄວ້ສັກໃຫ້ປະຊາກອນຂອງຕົນເອງເກືອບ 3 ເທົ່າ ພາຍໃນທ້າຍປີ 2021, ພີວີເອ ເປີດເຜີຍວ່າ...

ການປະຕິບັດທາງການກະສິກຳທີ່ດີສຳລັບພືດ

ການປະຕິບັດທາງການກະສິກຳທີ່ດີ ສຳລັບພືດເປັນມາດຖານການປະຕິບັດທີ່ລະບຸລາຍລະອຽດຂໍ້ກຳນົດດ້ານການຈັດການຂະບວນການຜະລິດທີ່ຈຳເປັນ ສຳລັບການປະຕິບັດທີ່ດີທາງການຜະລິດພືດທຸກຊະ ນິດ ໂດຍຄຳນຶງເຖິງສິ່ງແວດລ້ອມ, ສຸຂະພາບ, ຄວາມປອດໄພ ແລະ ຄວາມເຂັ້ມແຂງຂອງຜູ້ປະຕິບັດວຽກງານ ເພື່ອໃຫ້ໄດ້ຄຸນນະພາບ, ປອດໄພປາສະຈາກສັດຕູພືດເໝາະສົມສຳລັບການບໍລິໂພກ ແລະ ມີຄຸນນະພາບທີ່ດີສຳລັບຜູ້ບໍລິໂພກ ຄວນຄຳນຶງເຖິງເງື່ອນໄຂເຫຼົ່າ ນີ້: 1.ແຫຼ່ງນ້ຳ ຕ້ອງເປັນແຫຼ່ງນ້ຳທີ່ສະອາດ, ບໍ່ມີສານພິດໃນແຫຼ່ງນ້ຳ 2.ສະຖານທີ່ປູກ ຕ້ອງບໍ່ມີວັດຖຸ ຫຼື ສິ່ງທີ່ເປັນອັນຕະລາຍທີ່ຈະເຮັດໃຫ້ເກີດການຕົກຄ້າງ ແລະ ເປິເປື້ອນຂອງສານພິດ 3.ການໃຊ້ວັດຖຸທາງດ້ານການກະສິກຳ ໃຊ້ຄຳແນະນຳ ຫຼື ອ້າງອີງຈາກເອກະສານຂອງການເຮັດກະສິກຳ ໃຊ້ສານເຄມີທີ່ອະນຸຍາດໃຫ້ໃຊ້ 4.ການຈັດຂະບວນການການຜະລິດ ເພື່ອໃຫ້ໄດ້ຜົນຜະລິດທີ່ມີຄຸນນະພາບ ປະຕິບັດ ແລະ...

ທົ່ວໂລກມີຜູ້ອົບພະຍົບລີ້ໄພຫຼາຍກວ່າ 80 ລ້ານຄົນ

ສຳນັກງານຂ້າຫຼວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ ( UNHCR ) ເປີດເຜີຍເມື່ອວັນທີ 9 ທັນວາຜ່ານມາວ່າ: ໃນປີ 2020 ນີ້ ທົ່ວໂລກມີຜູ້ອົບພະຍົບລີ້ໄພ  ( ພັດຖິ່ນ ) ປະມານ 79,5 ລ້ານຄົນ ( ລວມທັງຜູ້ລີ້ໄພເກືອບ 30 ລ້ານຄົນ ) ເຊິ່ງເພີ່ມຂຶ້ນຈາກປີຜ່ານມາ ເຖິງແມ່ນວ່າພື້ນທີ່ຂັດແຍ່ງຕ່າງໆໄດ້ມີຄຳສັ່ງຢຸດຍິງຕັ້ງແຕ່ເດືອນມີນາຜ່ານມາແລ້ວກໍຕາມ. ທ່ານ...

ຊົນລະປະທານ ຫ້ວຍວັງເຫ ຈະເປັນແຮງຍູ້ການຜະລິດເປັນສິນຄ້າຂອງເມືອງໂພນທອງ

ໂຄງການກໍ່ສ້າງຊົນລະປະທານ ຫ້ວຍວັງເຫ ເມືອງໂພນທອງ ແຂວງຈຳປາສັກ ເປັນໂຄງການບຸລິມະສິດໜຶ່ງຂອງແຂວງຈຳປາສັກ ເພື່ອຄໍ້າປະກັນສະບຽງອາຫານ ແລະ ແຜນງານຜະລິດກະສິກໍາເປັນສິນຄ້າ ແຂວງຈຳປາສັກ; ໂຄງການນີ້ຈະສາມາດສະໜອງນໍ້າໃຫ້ເນື້ອທີ່ປູກເຂົ້ານາປີ 2.500 ເຮັກຕາ, ນາແຊງ 1.500 ເຮັກຕາ ແລະ ພືດລະດູແລ້ງ 1.000 ເຮັກຕາ. ທ່ານ ໄກສອນ ຈັນທະສອນ ຮອງອຳນວຍການ ບໍລິສັດ ສາມັກຄີໄຊ...
- Advertisment -
Slide
Slide

Most Read

error: Content is protected !!