ການປະຕິບັດທາງການກະສິກຳທີ່ດີສຳລັບພືດ

121

ການປະຕິບັດທາງການກະສິກຳທີ່ດີ ສຳລັບພືດເປັນມາດຖານການປະຕິບັດທີ່ລະບຸລາຍລະອຽດຂໍ້ກຳນົດດ້ານການຈັດການຂະບວນການຜະລິດທີ່ຈຳເປັນ ສຳລັບການປະຕິບັດທີ່ດີທາງການຜະລິດພືດທຸກຊະ ນິດ ໂດຍຄຳນຶງເຖິງສິ່ງແວດລ້ອມ, ສຸຂະພາບ, ຄວາມປອດໄພ ແລະ ຄວາມເຂັ້ມແຂງຂອງຜູ້ປະຕິບັດວຽກງານ ເພື່ອໃຫ້ໄດ້ຄຸນນະພາບ, ປອດໄພປາສະຈາກສັດຕູພືດເໝາະສົມສຳລັບການບໍລິໂພກ ແລະ ມີຄຸນນະພາບທີ່ດີສຳລັບຜູ້ບໍລິໂພກ ຄວນຄຳນຶງເຖິງເງື່ອນໄຂເຫຼົ່າ ນີ້:

1.ແຫຼ່ງນ້ຳ

  • ຕ້ອງເປັນແຫຼ່ງນ້ຳທີ່ສະອາດ, ບໍ່ມີສານພິດໃນແຫຼ່ງນ້ຳ

2.ສະຖານທີ່ປູກ

  • ຕ້ອງບໍ່ມີວັດຖຸ ຫຼື ສິ່ງທີ່ເປັນອັນຕະລາຍທີ່ຈະເຮັດໃຫ້ເກີດການຕົກຄ້າງ ແລະ ເປິເປື້ອນຂອງສານພິດ

3.ການໃຊ້ວັດຖຸທາງດ້ານການກະສິກຳ

  • ໃຊ້ຄຳແນະນຳ ຫຼື ອ້າງອີງຈາກເອກະສານຂອງການເຮັດກະສິກຳ

  • ໃຊ້ສານເຄມີທີ່ອະນຸຍາດໃຫ້ໃຊ້

4.ການຈັດຂະບວນການການຜະລິດ ເພື່ອໃຫ້ໄດ້ຜົນຜະລິດທີ່ມີຄຸນນະພາບ

  • ປະຕິບັດ ແລະ ຈັດການຜະລິດຕາມແຜນຄວບຄຸມການຜະລິດ.

No description available.

5.ການຜະລິດໃຫ້ປອດໄພຈາກສັດຕູພືດ

  • ສຳຫຼວດປ້ອງກັນ ແລະ ກຳຈັດສັດຕູພືດໄດ້ຢ່າງຖືກຕ້ອງ

  • ຜະລິດຜົນທີ່ເກັບກ່ຽວແລ້ວຕ້ອງບໍ່ມີແມງໄມ້ຕິດຢູ່, ຖ້າພົບເຫັນຄວນແຍກອອກຈາກກັນ.

6.ການເກັບກ່ຽວ ແລະ ການປະຕິບັດສຳລັບການເກັບກ່ຽວ

  • ເກັບກ່ຽວຜົນຜະລິດໃນໄລຍະທີ່ເໝາະສົມຕາມແຜນຄວບຄຸມການຜະລິດ

  • ອຸປະກອນ, ພາຊະນະບັນຈຸທີ່ໃຊ້ຕ້ອງສະອາດ ແລະ ບໍ່ປົນເປື້ອນ

  • ຕັດແຍກຜົນຜະລິດທີ່ບໍ່ໄດ້ຮັບຄຸນນະພາບໄວ້ຕ່າງຫາກ

7.ການເກັບຮັກສາ ແລະ ການເຄື່ອນຍ້າຍຜົນຜະລິດ

  • ສະຖານທີ່ເກັບຕ້ອງສະອາດ, ອາກາດຖ່າຍເທດີ ສາມາດປ້ອງກັນການປົນເປື້ອນຂອງວັດຖຸໄດ້.

  • ອຸປະກອນ ແລະ ພາຫະນະໃນການຂົນຍ້າຍຕ້ອງສະອາດ ແລະ ປາສະຈາກສິ່ງປົນເປື້ອນຂອງວັດຖຸ

  • ຕ້ອງມີຄວາມລະມັດລະວັງໃນການເຄື່ອນຍ້າຍ

No description available.

8.ລັກສະນະສ່ວນບຸກຄົນ

  • ຜູ້ປະຕິບັດງານຕ້ອງມີ ຄວາມຮູ້, ຄວາມສາມາດທີ່ເໝາະສົມ ແລະ ຜ່ານການຝຶກອົບຮົມການປະຕິບັດທີ່ຖືກຕ້ອງ.

  • ມີການຮັກສາລັກສະນະສ່ວນບຸກຄົນ ເພື່ອປ້ອງກັນບໍ່ໃຫ້ການຜະລິດເກີດການເຈືອປົນຜູ້ທີ່ສຳຜັດການຜະລິດໂດຍກົງ ໂດຍສະເພາະໃນຂັ້ນການເກັບກ່ຽວ ແລະ ຫຼັງການເກັບກ່ຽວສຳລັບພືດທີ່ໃຊ້ບໍລິໂພກສົດ.

9.ການບັນທຶກຂໍ້ມູນ

  • ບັນທຶກຂໍ້ມູນກ່ຽວກັບປັດໄຈໃນການຜະລິດ, ການໃຊ້ວັດຖຸອັນຕະລາຍທາງການກະເສດ, ຂໍ້ມູນການຂະຫຍາຍຜົນຜະລິດ ລວມເຖິງການປະຕິບັດໃນທຸກໆຂັ້ນຕອນ.

  • ຕ້ອງມີການບັນທຶກຂໍ້ມູນການສຳຫຼວດ ແລະ ການປ້ອງກັນການກຳຈັດສັດຕູພືດ.

  • ຕ້ອງມີການບັນທຶກຂໍ້ມູນຜູ້ຮັບຊື້ຜົນຜະລິດ ແລະ ແຫຼ່ງທີ່ນຳຜົນຜະລິດໃນແຕ່ລະລຸ້ນໄປຈຳໜ່າຍ.