ເມື່ອບໍ່ດົນມານີ້, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບ ໂຄງ ການສຶກສາຄວາມເປັນໄປໄດ້ ໃນການສົ່ງເສີມການຂາຍສິນຄ້າລາວ ໄປ ສປ ຈີນ ລະຫວ່າງ ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ) ຮ່ວມກັບ ບໍລິສັດ ຊຽງໄຮ ຈືຈືຊາງ ຈໍາກັດ ແລະ ກຸ່ມບໍລິສັດລາວ ກອນສິນ ສາກົນ ຈໍາກັດຜູ້ດຽວ ໂດຍມີທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພະນັກງານຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ບົວວັນ ວິລະວົງ ຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ຈຸດປະສົງ ການລົງນາມຮ່ວມໃນແຜນການຮ່ວມມືຄັ້ງນີ້, ເພື່ອສຶກສາຄວາມເປັນໄປໄດ້ໃນການສົ່ງ ເສີມການຂາຍສິນຄ້າລາວ ໄປ ສປ ຈີນ ໂດຍສະເພາະປະເພດ ສິນຄ້າກະສິກໍາ, ກະສິກໍາປຸງແຕ່ງ, ອຸດສາ ຫະກໍາປຸງແຕ່ງ, ສິນຄ້າຢາພື້ນເມືອງ.
ພ້ອມນີ້, ຍັງສົ່ງເສີມດ້ານວິຊາການ ແລະ ການສະໜັບສະໜູນື ອື່ນໆ ໂດຍລົງເລິກການຮ່ວມມືດ້ານວິຊາການ ເປັນຕົ້ນ ການສ້າງແຜນກິດຈະກໍາ, ພັດທະນາເຕັກນິກວິຊາການ, ແຜນພັດທະນາຄຸນນະພາບຂອງສິນຄ້າລາວ ໃຫ້ໄດ້ມາດຕະຖານ ແລະ ສາມາດສົ່ງອອກ ສິນຄ້າລາວໄປຂາຍ ຢູ່ ສປ ຈີນ ເພື່ອກ້າວເຂົ້າສູ່ການຮ່ວມມືສ້າງຕັ້ງບໍລິສັດຫຸ້ນສ່ວນ, ພ້ອມທັງຮ່ວມມືສ້າງຕັ້ງຫ້ອງການ ແລະ ສາງກະຈາຍສິນຄ້າ ຢູ່ ສປປ ລາວ ແລະ ຮ່ວມມືດ້ານວິຊາການ ຮ່ວມກັບ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ.
ໂອກາດນີ້, ທ່ານ ບົວວັນ ວິລະວົງ ຍັງຮຽກຮ້ອງມາຍັງທຸກພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເຊີດຊູຄວາມເປັນເຈົ້າການຊ່ວຍເຫລືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການຈັດຕັັງປະຕິບັດໂຄງການດັ່ງກ່າວ ໃຫ້ປະກົດຜົນເປັນຈິງຕາມຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ອຄ