ລັດຖະມົນຕີກະຊວງ ຮສສ ເຄື່ອນໄຫວຢ້ຽມຢາມນັກຝຶກອົບຮົມລາວ ຢູ່ປະເທດຍີ່ປຸ່ນ

74

ເພື່ອເປັນການທົບທວນ, ເສີມຂະຫຍາຍການຮ່ວມມື ລະຫວ່າງ ສອງລັດຖະບານ ລາວ-ຍີປຸ່ນ,  ເວົ້າສະເພາະ ກໍຄືກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ແຂວງໂທຈິກິ ປະເທດຍີ່ປຸນ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂື້ນ. ໃນລະຫວ່າງວັນທີ 30 ມີນາ – 6 ເມສາ 2024 ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ພ້ອມດ້ວຍຄະນະ ເດີນທາງໄປປະເທດຍີ່ປຸ່ນ. ເຊິ່ງຕ້ອນຮັບໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ປະເທດຍີ່ປຸ່ນ.

May be an image of 11 people
ຈາກນັ້ນ , ກໍໄດ້ເດີນທາງເຂົ້າພົບປະ ທ່ານ ຟູກຸດະ ໂທມີກາຊຸ, ເຈົ້າແຂວງໆໂທຈິກິ ເພື່ອເສີມຂະຫຍາຍການຮ່ວມມື ພ້ອມທັງຍັງປຶກສາຫາລືແລກປ່ຽນບົດຮຽນວຽກງານແຮງງານໃນການສົ່ງເສີມນັກຝຶກອົບຮົບຂອງລາວ ໃຫ້ໄດ້ຮັບສະຫວັດດີການ ແລະ ນະໂຍບາຍທີ່ດີ ແນໃສ່ເຮັດໃຫ້ນັກຝຶກອົບຮົມລາວມີໂອກາດໃນການສ້າງລາຍຮັບທີ່ດີໃຫ້ກັບຄອບຄົວ, ພັດທະນາທັກສະສີມືແຮງງານ, ຮຽນຮູ້ການເຮັດວຽກແບບປະເທດອຸດສາຫະກຳ ລວມທັງການຮຽນຮູ້ວັດທະນະທຳສັງຄົມຂອງປະເທດສີວິໄລ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຢູ່ລາວ. ພາຍໃຕ້ຂອບບົດບັນທຶກການຮ່ວມມື ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມແຫ່ງ ສປປ ລາວ ແລະ ກະຊວງແຮງງານ, ສາທາ ແລະ ສະຫວັດດີການ, ກະຊວງການຕ່າງປະເທດ ແລະ ກະຊວງຍຸຕິທຳ ແຫ່ງປະເທດຍີ່ປຸ່ນ.

May be an image of 10 people, people studying, table and text
ພ້ອມນີ້, ແຂວງ ໂທຈິກີ ຖືໄດ້ວ່າເປັນແຂວງໜຶ່ງ ທີ່ມີຊື່ສຽງ ໃນການປູກໝາກສະຕໍເບີລີ (ເປັນອັນດັບ ໜຶ່ງ ຂອງປະເທດ ຍີ່ປຸ່ນ). ນອກຈາກນີ້ ຍັງມີຊື່ສຽງຫຼາຍດ້ານ ເປັນຕົ້ນ: ຂະແໜງອຸດສາຫະກໍາຜະລິດລົດໃຫຍ່ ແລະ ຂະແໜງກະສິກໍາ ເຊັ່ນ: ການປູກໝາກສະຕໍເບີລີ, ການລ້ຽງງົວ ວາກິວ ຊຶ່ງເປັນຊິ້ນງົວ ທີ່ມີຄວາມແຊບ ແລະ ລາຄາສູງ ຂົງເຂດທີ່ກ່າວມານັ້ນ ແມ່ນມີຄວາມຕ້ອງການຜູ້ອອກແຮງງານຈຳນວນຫຼາຍ. ຖ້າຜູ້ອອກແຮງງານລາວ ໄດ້ມີໂອກາດໄປຝຶກອົບຮົມ ກໍ່ຈະເປັນຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ຜູ້ອອກແຮງງານ ນຳເອົາເຕັກນິກວິຊາການໃນຂະແໜງການຕ່າງໆ ໝູນໃຊ້ເຂົ້າໃນການປະກອບອາຊີບເວລາກັບຄືນປະເທດ.

May be an image of 7 people, table, newsroom and text
ປະຈຸບັນ, ມີນັກຝຶກອົບຮົມລາວ ທີ່ກຳລັງຝຶກເຮັດວຽກຢູ່ປະເທດຍີ່ປຸ່ນ ທັງໝົດ ຈຳນວນ 1.296 ຄົນ, ຍິງ 518 ຄົນ. ໃນນີ້ ມີນັກຝຶກອົບຮົມລາວທີ່ກຳລັງຝຶກເຮັດວຽກຢູ່ ແຂວງໂທຈິກິ ຈຳນວນ 6 ຄົນ.
ຈາກນັ້ນ, ໃນວັນຕໍ່ມາ ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ, ຍັງໄດ້ໄປຢ້ຽມຢາມເພື່ອເປັນຂວັນກຳລັງໃຈ ໃຫ້ກັບນັກຝຶກອົບຮົມລາວ ທີ່ຢູ່ແຂວງໂອຊາກາ, ແຂວງອີບາລາກິ ແລະ ນະຄອນຫຼວງໂຕກຽວ ທີ່ກຳລັງຝຶກອົບຮົມໃນໂຮງງານປຸງແຕ່ງປາ, ຟາມມັນດ້າງ ແລະ ໂຮງງານ ຜະລິດແຜ່ນໜ້າຈໍສຳຜັດລົດຍົນ ເພື່ອເປັນການຕິດຕາມ, ເກັບກຳຂໍ້ມູນໃນ ການຝຶກອົບຮົມ , ພ້ອມທັງຊຸກຍູ້ສົ່ງເສີມໃຫ້ນັກຝຶກອົບຮົມມີຄວາມພາກພຽນດຸໝັ່ນ, ຫ້າວຫັນ ແລະ ສ້າງຄວາມປະທັບໃຈໃຫ້ກັບປະເທດຍີປຸ່ນໃນໄລຍະເວລາການຝຶກອົບຮົມ.

May be an image of 11 people and text
ຂ່າວຈາກ: ຂ່າວສານຮສສ