Yearly Archives: 2020

ນໍ້າຖ້ວມໃຫຍ່ໃນຈາກາຕ້າ ຫຼ້າສຸດ ມີຜູ້ເສຍຊີວິດ ກວ່າ 20 ຄົນ

ຈຳນວນຜູ້ເສຍຊີວິດຈາກນໍ້າຖ້ວມກະທັນຫັນທີ່ນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ແລະ ເຂດອ້ອມຂ້າງ ເຊິ່ງເກີດຂຶ້ນຕັ້ງແຕ່ມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເພີ່ມຂື້ນຫຼາຍກວ່າ 20 ຄົນແລ້ວ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເມື່ອວັນພະຫັດ ທີ 2 ມັງກອນ ວ່າ ທ່ານໂຈໂຄ ຮາຣິຍັນໂຕ ໂຄສົກກະຊວງກິດຈະການສັງຄົມອິນໂດເນເຊຍ ຖະແຫຼງເມື່ອວັນພະຫັດ ວ່າ ຈຳນວນຜູ້ເສຍຊີວິດຈາກໄພນໍ້າຖ້ວມກະທັນຫັນໃນນະຄອນຫຼວງຈາກາຕ້າ ແລະ ບໍລິເວນໃກ້ຄຽງ ຕັ້ງແຕ່ວັນທີ 31...

ອິນແປງ ກຣຸບ ລົງທຶນ 126 ລ້ານໂດລາ ພັດທະນາສວນອຸທິຍານວິທະຍາສາດແຫ່ງຊາດ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັບມື ບໍລິສັດ ອິນແປງ ກຣຸບ ຈຳກັດ ລົງນາມຮ່ວມກັນພັດທະນາສວນອຸທິຍານວິທະຍາສາດແຫ່ງຊາດ ທີ່ເມືອງປາກຊັນ ແຂວງບໍລິຄຳໄຊ ມີເນື້ອທີ່ທັງໝົດ 966,6 ເຮັກຕາ ເພື່ອສ້າງສວນໃຫ້ໄດ້ມາດຕະຖານສາກົນ ແລະ ມີ ຄວາມຍືນຍົງ ແນໃສ່ພັດທະນາໃຫ້ເປັນສູນກາງການຖ່າຍທອດຄວາມຮູ້ ແລະ ເຕັກໂນໂລຊີ, ສົ່ງເສີມນະວັດຕະກຳ ໂດຍການມີສ່ວນຮ່ວມຂອງປະຊາຊົນບັນດາເຜົ່າໃຫ້ຫຼາຍຂຶ້ນ ເຊິ່ງໂຄງການດັ່ງກ່າວ...

2020 ເລກງາມ ວາງຄາດໝາຍໃຫ້ເສດຖະກິດເຕີບໂຕ ບໍ່ຫຼຸດ 6,5%

ສະບາຍດີປີໃໝ່ 2020 ເຊິ່ງເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ທີ່ທຸກພາກສ່ວນຕ້ອງໄດ້ເປັນເຈົ້າການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ເພື່ອບັນລຸທິດທາງຄາດໝາຍທີ່ວາງໄວ້. ປີ 2019 ທີ່ຫາກໍຜ່ານພົ້ນໄປ ເສດຖະກິດແຫ່ງຊາດຂະຫຍາຍຕົວພຽງ 6,4% ( ຄາດໝາຍແມ່ນ 6,7% ) ແລະ ສະເລ່ຍຕໍ່ຫົວຄົນບັນລຸ 2.677 ໂດລາສະຫະລັດ (...

ແຕ່ງຕັ້ງທ່ານ ທອງສຸກ ເປັນຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຫົງສາຜູ້ໃໝ່

ພິທີມອບ - ຮັບໜ້າທີ່ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຫົງສາ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂື້ນໃນທ້າຍເດືອນ ທັນວາ 2019 ຜ່ານມາ, ຢູ່ທີ່ຫ້ອງການດັ່ງກ່າວ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານແນວຄິດ ແລະ ວຽກງານພັກ - ພະນັກງານຂອງເມືອງ,...

ຊົມເຊີຍ! ສານປະຊາຊົນສູງສຸດ ສາມາດແກ້ໄຂຄະດີ 7 ພັນກວ່າເລື່ອງ

ແຕ່ເດືອນກໍລະກົດ 2013 ຈົນຮອດເດືອນພະຈິກ 2019 ມີຄະດີເຂົ້າມາສານປະຊາຊົນສູງສຸດ 7.952 ມາຮອດປັດຈຸບັນແກ້ໄຂໄດ້ແລ້ວ 7.353 ເລື່ອງ. ວັນທີ 31 ທັນວາ 2019 ສານປະຊາຊົນສູງສຸດ ( ສປສສ ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ 3 ສ້າງ ຕິດພັນກັບການຕັດສິນຄະດີ 3 ຂັ້ນ ຂອງສານປະຊາຊົນສູງສຸດຂຶ້ນທີ່ຫໍປະຊຸມແຫ່ງຊາດ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ...

ເກີດເຫດໄຟໄໝ້ສວນສັດ ໃນປະເທດເຢຍລະມັນ ເນື່ອງຈາກຈູດໂຄມສະຫຼອງປີໃໝ່

ໄຟໄໝ້ສວນສັດ ໃນເມືອງທາງພາກຕາເວັນຕົກຂອງເຢຍລະມັນ ໄລຍະທ່ຽງຄືນ ພຽງບໍ່ເທົ່າໃດນາທີຫຼັງກ້າວເຂົ້າສູ່ປີໃໝ່ ເຮັດໃຫ້ສັດທີ່ຂັງໃນຄອກຖືກໄຟໄໝ້ຈົນຕາຍຢ່າງທາລຸນກວ່າ 30 ໂຕ ລວມທັງລີງນ້ອຍໃຫຍ່ ເຈົ້າໜ້າທີ່ຕຳຫຼວດເປີດເຜີຍ ສາເຫດຂອງໄຟໄໝ້ອາດຈະເກີດຈາກໂຄມໄຟທີ່ປະຊາຊົນຈູດສະຫຼອງປີໃໝ່ ຕົກລົງໃນສວນສັດ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເບີລິນ ປະເທດເຢຍລະມັນ ເມື່ອວັນທີ 1 ມັງກອນ  ວ່າ ປະຊາຊົນທີ່ເຫັນເຫດການໄດ້ເປີດເຜີຍກັບເຈົ້າໜ້າທີ່ວ່າ ມີໂຄມໄຟເຈ້ຍທີ່ມີໄຟຢູ່ພາຍໃນ ເຊິ່ງປະຊາຊົນປ່ອຍຂຶ້ນສູ່ທ້ອງຟ້າ ເພື່ອສະຫຼອງຕ້ອນຮັບວັນປີໃໝ່ ເມື່ອເວລາປະມານທ່ຽງຄືນຂອງວັນທີ 31 ທັນວາ ໃນເມືອງເຄຣເຟລ...

ເອົາຈິງ! ກະຊວງການເງິນ ຈະລົງວິໄນພະນັກງານ ຫາກພົບເຫັນລະເມີດລະບຽບກົດໝາຍ

ລັດຖະບານພະຍາຍາມແກ້ໄຂບັນຫາການສໍ້ລາດບັງຫຼວງ ຫຼື ການລະເມີດລະບຽບກົດໝາຍຂອງເຈົ້າໜ້າທີ່ພະນັກງານໃນກົງຈັກລັດໃຫ້ປະຕິບັດໜ້າທີ່ຢ່າງໂປ່ງໃສ, ຊອບທຳ ແລະ ກວດສອບໄດ້; ຫາກພົບເຫັນການກະທຳຝ່າຝືນຕໍ່ລະບຽບກົດໝາຍຈະຖືກລົງໂທດ ໂດຍສະເພາະແມ່ນພະນັກງານໃນຂະແໜງການເງິນທີ່ເປັນຜູ້ເຮັດວຽກໂດຍກົງ ຕໍ່ການເກັບລາຍຮັບເຂົ້າງົບປະມານທັງຢູ່ສູນກາງ ແລະ ທ້ອງຖິ່ນ; ດ້ານຮອງນາຍົກຊີ້ຜ່ານມາມີພະນັກງານບາງຄົນຖືກເອີ້ນມາກ່າວເຕືອນ ແລະ ປະຕິບັດວິໄນຕາມລະບຽບລັດຖະກອນແລ້ວ. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 2 ປະຈໍາປີ 2019 ຜ່ານມາວ່າ:...

ທີມບານເຕະຊາຍ ຊຽງຂວາງ ເນັ້ນໃຊ້ນັກເຕະແຂວງ ລຸຍງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11

ເປັນອີກເຫດການທີ່ໜ້າຈັບຕາສໍາລັບ ການແຂ່ງຂັນບານເຕະຊາຍ ເຊິ່ງເປັນກີລາເອກ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 30 ທີ່ແຂວງຊຽງຂວາງ ທີ່ຈະຈັດຂຶ້ນລະຫວ່າງວັນທີ 22 ມີນາ - 1 ເມສາ 2020 ໂດຍຄວາມເຄື່ອນໄຫວຫຼ້າສຸດຂອງ ທີມແຂວງຊຽງຂວາງ ເຈົ້າພາບ ພ້ອມສົ່ງທີມເຂົ້າຮ່ວມແນ່ນອນ ໂດຍເນັ້ນໃຊ້ນັກເຕະຊາວແຂວງຊຽງຂວາງ ລຸຍຄວາມທ້າທາຍດັ່ງກ່າວ. ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ່ຜ່ານມາກໍຄືຄັ້ງທີ 10 ທີ່ແຂວງອຸດົມໄຊ ເມື່ອປີ...

9 ວິທີ ໃຫ້ຊ່ວງເມົາຄ້າງ

ສໍາລັບສາຍມັນທັງຫຼາຍຄົງຈະມີການສັງສັນ ກິນດື່ມ ສະຫຼອງວັນສິ້ນປີ ແລະ ວັນປີໃໝ່ກັນຢ່າງເມົາມັນ ກໍຄົງມີການດື່ມກິນກັນຢ່າງມີຄວາມສຸກ ແຕ່ຫຼັງຈາກນັ້ນທີ່ມັກພົບພໍ້ເປັນປະຈໍາກໍຄົງເປັນອາການເມົາຄ້າງ, ເມື່ອຍລ້າຈາກການດື່ມໜັກ ແຕ່ບໍ່ເປັນຫຍັງມື້ນີ້ແອັດມິນຈະມາແນະນໍາ 9 ວິທີເຮັດໃຫ້ຊ່ວງເມົາ ກຽມພ້ອມປະຕິບັດໜ້າທີ່ໃນມື້ທັດໄປໄດ້ຢ່າງສົດຊື່ນເປັນແົກກະຕິມາຝາກກັນດັ່ງນີ້: 1 ຫາເຄື່ອງດື່ມທີ່ມີວິຕາມິນບີ ແລະ ຊີ ນໍ້າສົ້ມ ນໍ້າໝາກນາວ ຈະຊ່ວຍຫຼຸດອາການເມົາຄ້າງໄດ້ ແລະ ຫຼຸດອາການເຈັບ ມຶນຫົວໄດ້ ແລະ ກໍຄວນດື່ມນໍ້າລ້າໆຄວບຄູ່ກັນໄປພ້ອມ ເພາະຫຼັງຈາກທີ່ເຮົາກິນດື່ມໄປຮ່າງກາຍຂອງເຮົາເສຍນໍ້າຫຼາຍ. 2...

ປະມວນພາບ ສະຫຼອງສົ່ງທ້າຍປີ2019 ຕ້ອນຮັບປີ 2020 ທົ່ວທຸກມູມໂລກ

ປະມວນພາບ ການສະຫຼອງສົ່ງທ້າຍປີ 2019 ຕ້ອນຮັບປີ2020 ຈາກປະເທດຕ່າງໆທົ່ວທຸກມູມໂລກ ປະເທດຣັດເຊຍ ປະເທດເຢຍລະມັນ ປະເທດຕວັກກີ ປະເທດຝຣັ່ງ ປະເທດລິໂທເນຍ ປະເທດອົດສະຕາລີ ປະເທດຈີນ ປະເທດໄທ ປະເທດເກຣັກ ປະເທດສ.ເກົາຫຼີ ປະເທດຍີ່ປຸ່ນ ປະເທດອິນໂດເນເຊຍ ປະເທດສປປລາວ
- Advertisment -
Slide
Slide

Most Read

error: Content is protected !!