ມັກກິນສຸກໆດິບໆລະວັງພະຍາດມະເຮັງທໍ່ນໍ້າບີ

19

ມະເຮັງທໍ່ນ້ຳບີ ເປັນມະເຮັງທີ່ພົບໄດ້ຫຼາຍໃນປະເທດລາວ ແລະ ເປັນສາເຫດການເສຍຊີວິດຍ້ອນມະເຮັງອັນດັບຕົ້ນໆຂອງປະເທດເຮົາອີກດ້ວຍ

ປັດໄຈສ່ຽງແລະສາເຫດຂອງພະຍາດມະເຮັງທໍ່ນ້ຳບີມີ:

อาจเป็นรูปภาพของ 1 คน

1.ການຕິດເຊື້ອພະຍາດໃບໄມ້ໃນຕັບ ເຊິ່ງເກີດຈາກການກິນອາຫານສຸກໆດິບໆ ໂດຍສະເພາະປານ້ຳຈືດທີ່ມີເກັດ ເຊັ່ນ ກ້ອຍປາດິບ, ເມນູປາດິບອື່ນໆ ແລະ ປາແດກດິບ,

  1. ພາວະທໍ່ນ້ຳບີອັກເສບຊຳເຮື້ອ, ພາວະໜິ້ວຂອງທໍ່ນ້ຳບີພາຍໃນຕັບ ແລະ ຄວາມຜິດປົກກະຕິຂອງທໍ່ທາງເດີນນ້ຳບີມາແຕ່ກຳເນີດ ເຊັ່ນ ພະຍາດທໍ່ນ້ຳບີໂປ່ງໂພງ

3.ນອກຈາກນັ້ນຍັງເກີດພາວະອື່ນໆ ເຊັ່ນ ການຕິດເຊື້ອໄວຣັສຕັບອັກເສບບີ ຫຼື ຊິ, ພາວະຕັບແຂງ, ເບົາຫວານ, ພາວະຕຸ້ຍ, ການສູບຢາ ແລະ ການດື່ມເຫຼົ້າ-ເບຍ ເປັນຕົ້ນ

ອາການ:  ມະເຮັງທໍ່ນ້ຳບີມັກບໍ່ສະແດງອາການໃນໄລຍະຕົ້ນ ເມື່ອພະຍາດແຜ່ລາມຫຼາຍຂຶ້ນ ອາດມີອາການປະກົດໃຫ້ເຫັນດັ່ງຕໍ່ໄປນີ້:

อาจเป็นรูปภาพของ 1 คน

– ໂຕເຫຼືອງ, ຕາເຫຼືອງ, ຍ່ຽວເປັນສີເຫຼືອງເຂັ້ມ, ອາຈົມສີຈາງລົງ, ຄັນຕາມຮ່າງກາຍ

– ເຈັບທ້ອງບໍລິເວນສວ້າງທ້ອງເບື້ອງຂວາ ຫຼື ຈອກຫຼອກເອິກ

– ມີອາການອິດເມື່ອຍອ່ອນເພຍ ຫຼື ມີໄຂ້

– ເບື່ອອາຫານ, ນ້ຳໜັກຫຼຸດ

ວິການປິ່ນປົວ:  ໄລຍະເລີ່ມຕົ້ນ ສ່ວນຫຼາຍປິ່ນປົວດ້ວຍການຜ່າຕັດ ໄລຍະແຜ່ລາມ ປິ່ນປົວດ້ວຍເຄມີບຳບັດ ກໍລະນີທີ່ຄົນເຈັບມີພາວະໂຕເຫຼືອງ ຕາເຫຼືອງ ອາດພິຈາລະນາໃສ່ທໍ່ລະບາຍທາງເດີນທໍ່ນ້ຳບີ

ຂໍ້ມູນຈາກ : Chulalongkorn hospital