ຊົມເຊີຍ! ສານປະຊາຊົນສູງສຸດ ສາມາດແກ້ໄຂຄະດີ 7 ພັນກວ່າເລື່ອງ

163

ແຕ່ເດືອນກໍລະກົດ 2013 ຈົນຮອດເດືອນພະຈິກ 2019 ມີຄະດີເຂົ້າມາສານປະຊາຊົນສູງສຸດ 7.952 ມາຮອດປັດຈຸບັນແກ້ໄຂໄດ້ແລ້ວ 7.353 ເລື່ອງ.

ວັນທີ 31 ທັນວາ 2019 ສານປະຊາຊົນສູງສຸດ ( ສປສສ ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ 3 ສ້າງ ຕິດພັນກັບການຕັດສິນຄະດີ 3 ຂັ້ນ ຂອງສານປະຊາຊົນສູງສຸດຂຶ້ນທີ່ຫໍປະຊຸມແຫ່ງຊາດ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ, ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາປະທານສານ, ຮອງປະທານສານ, ຜູ້ຕາງໜ້າສານຈາກສານພາກ, ສານແຂວງ, ສານນະຄອນຫຼວງ ແລະ ສານເຂດເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ກ່າວວ່າ: ວຽກງານ 3 ສ້າງ ຕິດພັນກັບການຕັດສິນຄະດີ 3 ຂັ້ນ ສປສສ ໄດ້ເລີ່ມທົດລອງປະຕິບັດມາຕັ້ງແຕ່ວັນທີ 17 ກັນຍາ 2013 ເປັນຕົ້ນມາ ໂດຍໄດ້ແຕ່ງຕັ້ງພະນັກງານຜູ້ພິພາກສາ ຈໍານວນ 250 ທ່ານ, ໃນແຕ່ລະປີ ສປສສ ໄດ້ສົ່ງພະນັກງານລົງຕິດຕາມແລກປ່ຽນບົດຮຽນຢູ່ສານປະຊາຊົນນະຄອນຫຼວງວຽງຈັນ ( ສປນວ ), ສປນວ ກໍໄດ້ສົ່ງພະນັກງານໄປປະຈຳການຢູ່ສານປະຊາຊົນເຂດ ເປັນໄລຍະ 3 ເດືອນ, 6 ເດືອນ ແລະ 1 ປີ ເພື່ອຊ່ວຍສານປະຊາຊົນເຂດໃນການດຳເນີນຄະດີ.

ພ້ອມດຽວກັນນັ້ນ, ສານປະຊາຊົນເຂດກໍໄດ້ສົ່ງພະນັກງານຂຶ້ນມາແລກປ່ຽນບົດຮຽນນໍາ ສປນວ ເຊັ່ນກັນ ເພື່ອນໍາມາປະຕິບັດຕົວຈິງ ເປັນຕົ້ນ: ໄດ້ສຸມໃສ່ວຽກງານການຮັບ ແລະ ກວດຄຳຮ້ອງຟ້ອງ, ການປະກອບສຳນວນຄະດີ, ການປະຊຸມສານ, ການນໍາສົ່ງສຳນວນຄະດີ ແລະ ອື່ນໆຂອງວຽກງານຈ່າສານ ແລະ ສຸມໃສ່ກວດກາຮູບຄະດີການຄົ້ນຄວ້າເນື້ອຄະດີ, ການໃຫ້ຄູ່ຄວາມມີສ່ວນຮ່ວມໃນການດຳເນີນຄະດີ, ການດຳເນີນການສອບສວນ ແລະ ປະກອບຫຼັກຖານ, ການເອົາຄຳໃຫ້ການ, ການໄກ່ເກ່ຍ, ການສະຫຼຸບຄະດີ, ການລາຍງານຄະດີຜ່ານໝູ່ຄະນະ, ການໄຕ່ສວນໃນທີ່ປະຊຸມສານ, ການຂຽນຄຳຕັດສິນ ແລະ ອື່ນໆ ຂອງວຽກງານຄົ້ນຄວ້າຄະດີຂອງຜູ້ພິພາກສາ. ນອກນັ້ນ, ສປສສ ຍັງໄດ້ເຂົ້າຮ່ວມເບິ່ງຕົວຈິງໃນການຈັດຕັ້ງປະຕິບັດແຕ່ລະໜ້າວຽກຂອງການດຳເນີນຄະດີ, ໄດ້ຮ່ວມໂມງຕັດສິນ 8 ຄັ້ງ, ຮ່ວມໂມງຄົ້ນຄວ້າຄະດີ 13 ຄັ້ງ ເພື່ອຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ.

ທ່ານ ຄຳພັນ ບຸນພາຄົມ ຍັງກ່າວຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດທົດລອງມາເປັນເວລາ 7 ປີ ( 17/9/2013 – 17/11/2019 ) ເຫັນວ່າມີຄະດີເຂົ້າມາ ສປນວ ເປັນຂັ້ນຕົ້ນ 7.701 ເລື່ອງ, ບວກກັບຄະດີຄ້າງມາແຕ່ເດືອນກໍລະກົດ 2013 ມີທັງໝົດ 7.952 ເລື່ອງ, ປັດຈຸບັນແກ້ໄຂແລ້ວ 7.353 ເລື່ອງ ເທົ່າກັບ 92,47% ຍັງຄ້າງ 599 ເລື່ອງ. ໃນນີ້, ຄູ່ ຄວາມພໍໃຈນໍາໄປຈັດຕັ້ງປະຕິບັດມີ 6218 ເລື່ອງ ແລະ ຈອງຂໍອຸທອນ ມີ 1.135 ເລື່ອງ ແລະ ມີຄະດີເຂົ້າ ສປນວ ເປັນຂັ້ນອຸທອນ 1.095 ເລື່ອງ, ບວກກັບຄະດີຄ້າງໃນເດືອນກໍລະກົດ 2013 ເຮັດໃຫ້ມີຄະດີທັງໝົດ 1.146 ເລື່ອງ ແກ້ໄຂແລ້ວ 1013 ເລື່ອງ ເທົ່າກັບ 88,40% ຍັງຄ້າງ 133 ເລື່ອງ, ຜ່ານການແກ້ໄຂຄູ່ ຄວາມເຫັນດີນໍາໄປປະຕິບັດມີ 578 ເລື່ອງ ຂໍລຶບລ້າງ 435 ເລື່ອງ. ນອກນັ້ນ, ກອງປະຊຸມໄດ້ຮັບການລາຍງານການປະກອບຄຳເຫັນຕ່າງໆຂອງ ສປນວ, ສານເຂດ ພ້ອມທັງຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ເພື່ອໃຫ້ວຽກງານ 3 ສ້າງຂອງສານມີຄວາມຖືກຕ້ອງ – ເປັນທຳຮັບປະກັນ ຄວາມໂປ່ງໃສຂອງຜູ້ພິພາກສາສານ ແລະ ເພື່ອຄວາມກ້າວໜ້າຂອງວຽກງານບໍລິຫານສານບໍລິຫານຄະດີ.

[ ຂ່າວ: ກາວຊົ່ງ;ຮູບ: ສຸກສະຫວັນ ]