ຫຼຸດກິນເຄັມ ເພື່ອຫຼີກລ່ຽງພະຍາດໄຂ່ຫຼັງ

235

ການກິນອາຫານທີ່ມີລົດຊາດເຄັມ ຫຼື ມີໂຊດ້ຽມຫຼາຍເກີນໄປມີຄວາມສ່ຽງຕໍ່ພະຍາດໝາກໄຂ່ຫຼັງໃນອະນາຄົດ. ສ່ວນຜູ້ທີ່ເປັນພະຍາດໝາກໄຂ່ຫຼັງຢູ່ແລ້ວ ການກິນເຄັມອາການຍິ່ງຈະຮຸນແຮງຂຶ້ນ ແລະ ໄຂ່ຫຼັງຈະເສື່ອມໄວຂຶ້ນ. ສະນັ້ນ ເຮົາຄວນຫຼີກລ່ຽງໂດຍການປັບພຶດຕິກຳດັ່ງນີ້:

อาจเป็นรูปภาพของ ช้อนไม้

1.ກິນອາຫານທີ່ບໍ່ຜ່ານການປຸງແຕ່ງປຸງອາຫານເອງ

2.ຊີມກ່ອນປຸງບໍ່ປຸງເພີ່ມ, ຫຼີກລ່ຽງຂອງດອງອາຫານແປຮູບ,ອາຫານກະປ໋ອງ, ເຂົ້າໜົມຖົງ.

3.ຫຼີກລ່ຽງອາຫານຄູ່ກັບແຈ່ວ, ນໍ້າຈິ້ມ ຫຼື ຕື່ມນໍ້າປາໝາກເຜັດ

  1. ອ່ານສະຫຼາກໂພຊະນາການເພື່ອຫຼີກລ່ຽງອາຫານໂຊດ່ຽມສູງ
  2. ຫຼີກລ່ຽງອາຫານລົດຈັດເພາະມັກມີແປ້ງນົວ,ນໍ້າປາ,ປາແດກ.

6.ໃຊ້ສະໝຸນໄພແລະ ເຄື່ອງເທດເພື່ອແຕ່ງກິ່ນ ແລະ ລົດຂອງອາຫານ.

ຖ້າເຮົາປັບພຶດຕິກຳເຫຼົ່ານີ້ໄດ້ຢ່າງຕໍ່ເນື່ອງເປັນເວລາ 21 ວັນຈະຊ່ວຍໃຫ້ລີ້ນຄ່ອຍໆປັບຄວາມໄວໃນການຮັບລົດຊາດ ເຮັດໃຫ້ສາມາດຫຼຸດການກິນເຄັມໄດ້.